ກະລູຊິດ ຫຼື ແມ່ນສານຊີວະໂມເລກູນທີ່ສຳຄັນທີ່ເປັນອົງປະກອບຂອງສິ່ງມີຊີວິດທຸກຊະນິດ ຄຳວ່າ carbohydrate ໃນພາສາອັງກິດ ມີເຄົ້າມາຈາກຄຳວ່າ ກາກບົນ carbone ແລະຄຳວ່າຮີດະລັດ hydrate ອິ່ມໂຕໄປດ້ວຍນ້ຳ ເຊິ່ງລວມກັນກໍໝາຍເຖິ່ງກາກບົນທີ່ອິ່ມໂຕໄປດ້ວຍນ້ຳ ເນື່ອງຈາກສູດເຄມີຢ່າງງ່າຍກໍແມ່ນ C•H2O n ເຊິ່ງ n≥3 ໂດຍກະລູຊິດຈັດເປັນສານປະກອບອານເດຮິດ aldéhyde ຫຼຶເຊຕົນ cétone ທີ່ມີໝູ່ຮີດະລົກຊີນ hydroxyle group -OH ເກາະຢູ່ເປັນຈຳນວນຫຼາຍ ຈຶ່ງເອີ້ນວ່າ ສານປະກອບໂປລີຮິດະລົກຊີອານເດຮິດ polyhydroxyaldéhyde ຫຼື ໂປລີຮີດະລົກຊີເຊຕົນ polyhydroxycétone ເຊິ່ງການທີ່ມີໝູ່ຮີດະລົກຊີນໃນໂມເລກູນນັ້ນ ເຮັດໃຫ້ເກີດການວາງໂຕຂອງໝູ່ດັ່ງກ່າວທີ່ແຕກຕ່າງກັນ ແລະຍັງສາມາດເຮັດປະຕິກິລິຍາຫຼືສ້າງພັນທະກັບສານອື່ນໆໄດ້ ດັ່ງນັ້ນ ກະລູຊິດຈຶ່ງມີຄວາມຫຼາກຫຼາຍທັງໃນດ້ານຂອງໂຄງສ້າງທາງເຄມີ ແລະບົດບາດທາງຊີວະພາບອີກນຳ ໜ່ວຍທີ່ນ້ອຍທີ່ສຸດຂອງກະລູຊິດແມ່ນນ້ຳຕານໂມເລກູນດ່ຽວຫຼືອົດ ose ອ້າງອີງ ;ບັນນານຸກົມ Lehninger AL Nelson DL and Cox MM 1993 Principle of Biochemistry 2nd ed New York Worth Long Island University May 29 2013 "The Chemistry of Carbohydrates" brooklynliuedu Maton Anthea; Jean Hopkins Charles William McLaughlin Susan Johnson Maryanna Quon Warner David LaHart Jill D Wright 1993 Human Biology and Health Englewood Cliffs New Jersey USA Prentice Hall pp 52–59 ISBN 0-13-981176-1 Matthews C E; K E Van Holde; K G Ahern 1999 Biochemistry 3rd edition Benjamin Cummings ISBN 0-8053-3066-6 Pigman Ward; Horton D 1972 "Chapter 1 Stereochemistry of the Monosaccharides" In Pigman and Horton The Carbohydrates Chemistry and Biochemistry Vol 1A 2nd ed San Diego Academic Press pp 1–67 ອ່ານຕື່ມ ແຫຼ່ງຂໍ້ມູນອື່ນ Requires ດ້ານກະສິກຳ ໂດຍຖືເອົາ ວຽກງານກະສິກຳ-ປ່າໄມ້ ເປັນພື້ນຖານ ເພື່ອກໍ່ສ້າງ ແລະ ຂະຫຍາຍອຸດສາຫະກຳ ໃນຕະຫລອດໄລຍະ 30 ປີຜ່ານມາ ຂະແຫນງດັ່ງກ່າວ ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ລວມຍອດຜະລິດຕະພັນ ກະສິກຳ-ປ່າໄມ້ ເພີ່ມຂຶ້ນ ປະມານ 4-5% ຕໍ່ປີ ມາຮອດປະຈຸບັນ ກວມເອົາ 52% ຂອງ GDP ໃນນັ້ນຂະແຫນງປູກຝັງ ກວມປະມານ 27% ລ້ຽງສັດ 19% ແລະ ປ່າໄມ້ 6% ອັນພົ້ນເດັ່ນລັດຖະບານໄດ້ສຸມທຶນຮອນ ເຂົ້າໃສ່ການກໍ່ສ້າງພື້ນຖານໂຄງລ່າງ ຮັບໃຊ້ແກ່ ການຜະລິດ ກະສິກຳ ເປັນຕົ້ນແມ່ນ ລະບົບຊົນລະປະທານ ຊຶ່ງມາຮອດປະຈຸບັນ ມີເຖິງ 24695 ແຫ່ງ ສາມາດສະຫນອງນ້ຳໃຫ້ແກ່ການຜະລິດລະດູແລ້ງ 215000 ເຮັກຕາ ທຽບໃສ່ປີ 1976 ມີເນື້ອທີ່ການຜະລິດລະດູແລ້ງ ທີ່ໄດ້ຮັບນ້ຳຈາກລະບົບຊົນລະປະທານພຽງ 2700 ກວ່າເຮັກຕາ ພ້ອມກັນນີ້ ກໍໄດ້ສ້າງສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ຂຶ້ນ ເຊິ່ງເຄື່ອຂ່າຍປະກອບ ມີ 10 ສູນ 8 ສະຖານີ ແລະ 1 ໂຮງງານຜະລິດຢາວັກຊິນ ຈາກພື້ນຖານດັ່ງກ່າວເຮັດໃຫ້ຜົນຜະລິດເຂົ້າ ບັນລຸເຖິງ 2600000 ໂຕນ ໃນປີ 2005 ທຽບໃສ່ປີ 1976 ຜົນຜະລິດເຂົ້າໄດ້ພຽງ 660000 ກວ່າໂຕນ ນັບແຕ່ປີ 2000 ເປັນຕົ້ນມາ ສປປ ລາວ ສາມາດມີເຂົ້າກຸ້ມກິນ ຢ່າງພຽງພໍ ມີສ່ວນແຮໄວ້ ແລະ ຈຳນວນຫນຶ່ງໄດ້ກາຍເປັນສິນຄ້າ ສົ່ງອອກ ຊຶ່ງບໍ່ເຄີຍມີມາຈັກເທື່ອໃນປະຫວັດສາດຂອງຊາດລາວ ນອກຈາກປູກເຂົ້າແລ້ວຍັງໄດ້ປູກພືດ ລ້ຽງສັດທັງໃນແບບອຸດສາຫະກຳ ແລະ ພື້ນບ້ານ ຊຶ່ງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນນັ້ນການລ້ຽງສັດເພີ່ມຂຶ້ນ ໃນລະດັບ 3% ຕໍ່ປີ ລ້ຽງປາ ເພີ່ມຂຶ້ນໃນລະດັບ 15% ຕໍ່ປີ ສາມາດແກ້ໄຂຄວາມຕ້ອງການຂອງ ຕະຫລາດພາຍໃນປະເທດໄດ້ໂດຍພື້ນຖານ ພ້ອມນີ້ກໍມີຫລາຍປະເພດໄດ້ກາຍເປັນສິນຄ້າສົ່ງອອກ ຊຶ່ງມາເຖິງປະຈຸບັນ ມີມູນຄ່າສົ່ງອອກ ປະມານ 70 ລ້ານໂດລາຕໍ່ປີ ການຂັບລຳ ແມ່ນ ສິລະປະການສະແດງອອກ ດ້ວຍສຽງຂອງຄົນ ທີ່ ອາດຈະປະກອບກັບ ສຽງດົນຕີແລະ ເປັນຈັງຫວະ ການຂັບລຳພື້ນເມືອງ ຂອງ ລາວ ມັກຈະໃຊ້ ຄຳວ່າ ຂັບ ຫຼື ລຳ ເຊັ່ນ ຂັບທຸ້ມຫຼວງພະບາງ ລຳຄອນສະຫວັນ ເປັນຕົ້ນ ສຳລັບ ເພງ ແບບຕ່າງ ປະເທດນັ້ນ ໂດຍໄປ ຈະໃຊ້ ຄຳວ່າ ຮ້ອງ ປະເພດການຂັບລຳພື້ນເມືອງລາວ ຂັບພວນ ຂັບທຸ້ມ ຂັບໂສມ ລຳກອນ ລຳຄອນສະຫວັນ ລຳຕັ່ງຫວາຍ ລຳຜູ້ໄທ ລຳມະຫາໄຊ ລຳເຕີ້ຍ ລຳເພີນ ລຳລ່ອງ ລຳສາລະວັນ ການຄ້າ Trade ແມ່ນ ການແລກປ່ຽນ ສິນຄ້າ ການບໍລິການ ຫຼື ທັງສອງ ກົນໄກ ທີ່ ເຮັດໃຫ້ສາມາດ ເຮັດການຄ້າໄດ້ ເອີ້ນວ່າ ຕະຫຼາດ Market ຮູບແບບດັ້ງເດີມ ຂອງ ການຄ້າ ແມ່ນ ການປ່ຽນເຄື່ອງດ້ວຍເຄື່ອງ barter ຫຼື ການ ແລກປ່ຽນໂດຍກົງ ດ້ວຍ ສິນຄ້າ ຫຼື ການບໍລິການ ແຕ່ ການຄ້າໃນຍຸກໃໝ່ ໂດຍທົ່ວໄປ ຈະເຮັດ ດ້ວຍ ສິ່ງແລກປ່ຽນ ທີ່ເປັນຕົວກາງ ເຊັ່ນ ເງິນ ອັນນີ້ ສົ່ງຜົນເຮັດໃຫ້ ການຊື້ ສາມາດຖືກແຍກອອກຈາກ ການຂາຍ ໄດ້ ການ ນຳໃຊ້ ເງິນ ຫຼື ສິນເຊື່ອ ເງິນເຈ້ຍ ແລະ ເງິນບໍ່ມີຕົວຕົນ ໃນຕໍ່ມາ ທັງ ສົ່ງເສີມ ແລະ ເຮັດໃຫ້ ການຄ້າສະດວກຂຶ້ນ ການຖ່າຍຮູບ ຄຳເຄົ້າ ກາຣຖ່າຍຮູປ ແມ່ນການບັນທຶກເອົາພາບເຫດການຕ່າງໆນັ້ນໄວ້ດ້ວຍເຄື່ອງມືທາງວິທະຍາສາດທີ່ເອີ້ນກັນ ແລະ ເປັນທີ່ຮູ້ຈັກວ່າ ກ້ອງບັນທຶກພາບກ້ອງຖ່າຍຮູບຊື່ງປະຈຸບັນນີ້ ມີສອງແບບຄື ແບບໃຊ້ຟີມ ແລະ ແບບດີຊີຕານ ຫຼັກການເຮັດວຽກຂອງກ້ອງທັງສອງແບບນີ້ແມ່ນອາໃສຫຼັກການຂອງການສະທ້ອນແສງຈາກວັດຖຸທີ່ຕ້ອງການບັນທຶກພາບ ກັບຄືນເຂົ້າໄປຫາເລນຂອງກ້ອງຖ້າເປັນກ້ອງແບບໃຊ້ໃຊ້ຟີມແສງດັ່ງກ່າວກໍ່ ຈະໄປທຳປະຕິກິຍາທາງເຄມີກັບຟີມແລ້ວຖືກເກັບໄວ້ໃນຟີມ ສ່ວນກ້ອງແບບດີຊີຕານແສງດັ່ງກ່າວຈະຖືກວັດຂະໜາດແລະປະລິມານຄວາມເຂັ້ມຂອງແສງແລ້ວຈະຖືກແປງເປັນຮູບຂອງສັນຍານໄຟຟ້າແລ້ວຖືກເກັບໄວ້ ໃນໜ່ວຍຄວາມຈຳຂອງກ້ອງ ອ້າງອີງ ການທ່ອງທ່ຽວ ໝາຍເຖິງການເດີນທາງເພື່ອພັກຜ່ອນຢ່ອນໃຈຫຼືເພື່ອຄວາມມ່ວນຊື່ນຕື່ນເຕັ້ນຫຼືເພື່ອຫາຄວາມຮູ້ ອົງການການທ່ອງທ່ຽວຂອງສະຫະປະຊາຊາດ ກຳໜົດໄວ້ວ່າ ການທ່ອງທ່ຽວໝາຍເຖິງການເດີນທາງ ໂດຍໄລຍະທາງຫຼາຍກວ່າ 80 ກິໂລແມັດຈາກເຮືອນ ເພື່ອຈຸດປະສົງໃນການພັກຜ່ອນຢ່ອນໃຈ ການບັນເທີງ ຄຳເຄົ້າ ກາຣບັນເທີງ ແມ່ນກິຈະກຳຮູບແບບໜຶ່ງທີ່ດຶງດູດຄວາມສົນໃຈຈາກຜູ້ຊົມ ຫຼືໃຫ້ຄວາມມ່ວນຊື່ນສະໜຸກສະໜານ ສາມາດເປັນໃນທາງຄວາມຄຶດຫຼືໃນທາງປະຕິບັດ ແຕ່ສ່ວນຫຼາຍຈະເປັນໜຶ່ງໃນກິຈະກຳເຊິ່ງມີພັດທະນາການມາເປັນພັນໆ ປີ ໂດຍຄິດຄົ້ນມາເພື່ອດຶງດູດຄວາມສົນໃຈຜູ້ຊົມໂດຍສະເພາະ ແມ້ນວ່າມີຫຼາຍສິ່ງຫຼາຍຢ່າງທີ່ສາມາດເປັນແຮງດຶດດູດຄວາມສົນໃຈຂອງຜູ້ຄົນ ຍ້ອນແຕ່ລະບຸກຄົນມີຄວາມມັກໃນການບັນເທີງແຕກຕ່າງກັນ ການບັນເທີງສ່ວນຫຼາຍມັກຢູ່ໃນຮູບແບບທີ່ຜູ້ຊົມຄຸ້ນເຄີຍແລ້ວ ທຸກວັດທະນາທຳໃນໂລກຕ່າງມີການເລົ່ານິທານ ການຫຼິ້ນດົນຕີ ການສະແດງລະຄອນ ການຟ້ອນ ແລະ ການສະແດງອື່ນໆ ເຊິ່ງມີຕົ້ນກຳເນີດມາຈາກລາຊະສຳນັກ ອັນເປັນບ່ອນທີ່ການສະແດງເຫຼົ່ານີ້ໄດ້ຮັບພັດທະນາເປັນເວລາດົນນານ ຈົນແພ່ກະຈາຍມາຮອດປະຊາກອນທຳມະດາ ປັດຈຸບັນການບັນເທີງໄດ້ຮັບການພັດທະນາຈາກວົງການບັງເທີງ ເຊິ່ງອັດສຽງແລະຈຳໜ່າຍພະລິຕະພັດບັນເທີງຕ່າງໆ ການບັນເທີງມີການວິວັດທະນາການມາຍາວນານແລະປັດຈຸບັນສາມາດແປຮູບເປັນຮູບແບບໃດກໍໄດ້ ເພື່ອທີ່ຈະຮັບຮອງຜູ້ຊົມທຸກຮູບແບບທຸກຂະໜາດ ຕັ່ງແຕ່ບຸກຄົນກຸ່ມນ້ອຍທີ່ຊົມຢູ່ໃນເຮືອນຂອງເຂົາເຈົ້າ ຈົນຮອດ ບຸກຄົນກຸ່ມໃຫຍ່ທີ່ຊົມຢູ່ໃນບ່ອນໃຫຍ່ເຊັ່ນໂຮງຮູບເງົາ ການບັງເທີງບາງຮູບແບບສາມາດມີຜູ້ຊົມໄປເຖິງທົ່ວໂລກ ອ້າງອີງ ການບິນອາວະກາດ ໝາຍເຖິງ ການສົ່ງ ຫຼື ການທີ່ ນັກອາວະກາດ ຂັບຂີ່ ຍານອາວະກາດ ໄປ ສູ່ ອາວະກາດ ປະຈຸບັນ ມີ ແຕ່ 3 ປະເທດ ໃນໂລກ ຄື ລັດເຊຍ ອາເມລິກາ ແລະ ຈີນ ທີ່ ປະສົບຜົນສຳເລັດ ໃນ ການບິນອາວະກາດ ໃນ ທຸລະກິດ ການບໍລິຫານ ຈະປະກອບ ດ້ວຍ ການສ້າງ ແລະ ປະຕິບັດ ການຕັດສິນໃຈຕ່າງໆ ເວົ້າງ່າຍໆ ມັນແມ່ນ ຂະບວນການຕ່າງໆ ໃນການ ບໍລິຫານ ຄົນ ຫຼື ຊັບພະຍາກອນມະນຸດ ແລະ ຊັບພະຍາກອນ ໃຫ້ ມີປະສິດທິຜົນ ເຖິງແມ່ນວ່າ ຄຳວ່າ ການປ້ອງກັນຊາດ ແມ່ນ ຄຳສັບທີ່ເຂົ້າໃຈງ່າຍ ແຕ່ ມັນບໍ່ມີນິຍາມ ທີ່ ຈະແຈ້ງ ຂອບເຂດ ຂອງມັນກ້ວາງຊໍ່າໃດ ແລະ ກວມເອົາ ຂະແໜງໃດແດ່ ໂດຍທົ່ວໄປ ປະຈຸບັນ ຂະແໜງຫຼັກໆ ທີ່ສາມາດເວົ້າໄດ້ວ່າ ກ່ຽວຂ້ອງກັບ ການປ້ອງກັນຊາດ ໃນ ປະຈຸບັນ ຄົງ ຈະແມ່ນ ການທະຫານ ທີ່ ເຄີຍມີບົດບາດສູງທີ່ສຸດ ໃນອາດີດ ແລະ ການທູດການພົວພັນລະຫວ່າງປະເທດ ທີ່ ເລີ່ມ ມີບົດບາດສູງຂຶ້ນເລື້ອຍ ໃນ ປະຈຸບັນ ການຟ້ອນລຳ ຄຳເຄົ້າ ກາຣຟ້ອນຣຳ ໝາຍເຖິງ ການເຄື່ອນຍ້າຍຮ່າງກາຍ ອຸປະກອນ ເພື່ອ ການສະແດງອອກທາງສັງຄົມ ເປັນຈັງຫວະ ໄປກັບ ຫຼື ບໍ່ໄປກັບ ດົນຕຣີ ການຟ້ອນລຳ ທີ່ກຳເນີດຂຶ້ນ ແລະ ພັດທະນາ ຢູ່ ເຂດ ເມືອງ ປະເທດໃດນຶ່ງ ມັກຖືກເອີ້ນວ່າ ການຟ້ອນລຳພື້ນເມືອງ ການຟ້ອນລຳ ຢູ່ ລາວ ກໍ່ ມີ ຫຼາຍປະເພດ ເຊັ່ນ ຟ້ອນລຳວົງ ຟ້ອນອວຍພອນ ແລະອື່ນໆ ສຳລັບ ການຟ້ອນລຳ ທີ່ຮຽນເອົາມາຈາກ ຕ່າງປະເທດ ໂດຍສະເພາະ ແມ່ນ ເອີຣົບ ມັກໃຊ້ຄຳວ່າ ເຕັ້ນລຳ ຫຼື ເຕັ້ນ ເຊັ່ນ ເຕັ້ນດິສໂກ ເຕັ້ນບັດສະລົບ ເປັນຕົ້ນ ປະເພດການຟ້ອນລຳ ຟ້ອນລຳວົງ ຟ້ອນອວຍພອນ ເຕັ້ນດິສໂກ ເຕັ້ນບັດສະລົບ ອ້າງອີງ ການສຶກສາ ໂດຍທົ່ວໄປ ຈະໝາຍເຖິງ ລະບົບທີ່ຖ່າຍທອດຄວາມຮູ້ ຈາກ ຄົນ ຫລື ລຸ້ນຄົນໜຶ່ງ ໃຫ້ ຄົນອື່ນ ຫລື ລຸ້ນຄົນອື່ນ ຢູ່ ໂຮງຮຽນ ມະຫາວິທະຍາໄລ ໂຮງຮຽນວິຊາຊີບ ຫລື ແມ່ນແຕ່ ການສຶກສາ ໂດຍ ພໍ່ແມ່ຕໍ່ລູກ ການສຶກສາພາກບັງຄັບ ຈະໝາຍເຖິງ ການສຶກສາ ທີ່ ໂດຍຫລັກການແລ້ວ ບຸກຄົນໃດໜຶ່ງ ໃນປະເທດນັ້ນໆ ຈະຕ້ອງເຂົ້າຮັບ ເຊັ່ນ ຢູ່ ປະເທດລາວ ແມ່ນ ປະຖົມປີທີ 5 ໃນຂະນະທີ່ ຢູ່ ຍີ່ປຸ່ນ ແມ່ນ ມັດທະຍົມປີທີ 3 ຫລື ຫ້ອງ 9 ເພາະ ຢູ່ ຍີ່ປຸ່ນ ໃຊ້ ປະຖົມ ລະບົບ 6 ປີ ສາມັນສຶກສາ ປະຖົມສຶກສາ ມັດທະຍົມສຶກສາ ອຸດົມສຶກສາ ການສຶກສານອກລະບົບ ການເມືອງແມ່ນ ລະບົບ ທີ່ ກຸ່ມຄົນ ອົງກອນ ທຳການຕັດສິນໃຈ ກ່ຽວກັບ ບັນຫາ ກ່ຽວເນື່ອງກັບ ການເຄື່ອນໄຫວ ຂອງ ລັດຖະບານ ແລະ ສັງຄົມ ລັດຖະສາດ political sciences ແມ່ນ ວິທະຍາສາດ ທີ່ ສຶກສາ ກ່ຽວກັບ ການເມືອງ ມັນເປັນການຍາກ ທີ່ ຈະຈັດປະເພດລະບອບການເມືອງ ຢ່າງຊັດເຈນ ແລະ ກຳວ່າ ປະເທດໃດສັງກັດຢູ່ ໃນ ປະເພດໃດແທ້ ແຕ່ ລະບອບການເມືອງ ອາດຈະສາມາດແບ່ງໃຫຍ່ໆ ຕາມ ລັກສະນະຂອງມັນ ອອກເປັນ ລະບອບສັກດີນາ ລະບອບສັງຄົມນິຍົມ ລະບົບທຶນນິຍົມລະບອບປະຊາທິປະໄຕ ລະບອບອານາທິປະໄຕ ລະບອບຜະເດັດການ ເປັນຕົ້ນ ກາບກອນ ຄຳເຄົ້າ ກາພຍ໌ກລອນ ຫຼື ການແຕ່ງກອນ ແມ່ນສີລະປະປະເພດນຶ່ງທີ່ຖືກຈັດເຂົ້າໃນວິຊາທີ່ຄົນບູຮານຖືວ່າເປັນວິຊາທີ່ສຳຄັນ ໂດຍສະເພາະແມ່ນຜູ້ທີ່ຈະເປັນເຈົ້າຊີວິດ ນອກຈາກວິຊາອື່ນໆ ເພີ່ນຈຳຕ້ອງໄດ້ສຶກສາວິຊານີ້ນຳ ການແຕ່ງກອນບໍ່ຍາກສຳລັບຜູ້ມີພອນສະຫວັນ ແລະພອນສະແຫວງ ພຽງແຕ່ເຮົາແຕ່ງໃຫ້ຖືກຫຼັກ ແລະແຕ່ງເປັນປະຈຳ ສຶກສານຳຜູ້ທີ່ຂຽນດີ ໂດຍການອ່ານ ພວກເຮົາກໍຈະແຕ່ງໄດ້ສະບາຍ ການແຕ່ງກາບກອນ ແມ່ນມີຫຼາຍວິທີ ແຕ່ວິທີທີ່ຊາວລາວນິຍົມໃຊ້ແມ່ນກອນຫົວສາມທ້າຍສີ ຊຶ່ງປະກອບ ສີ່ວັກ ທີ່ມີການຈັກວາງສຽງໄປຕາມ ສຽງສາມັນ ສຽງເອກ ສຽງໂທ ເຊັ່ນ ກາກ່າກ້າກາກ່າກາກາ ກາກາກາກ່າກາກາກ້າ ກາກາກ້າກາກາກ້າກ່າ ກາກ່າກ້າກາກ້າກ່າກາ ນອກນັ້ນກໍຍັງມີ ຄຳນຳຫນ້າ ເຊັ່ນ ເມື່ອນັ້ນ ພໍເມື່ອ ແລະອື່ນໆໆໆ ແລ້ວແຕ່ຜູ້ຂຽນຈະໃສ່ ຄຳຫ້ອຍຫຼັງ ແທ້ແລ້ວ ແທ້ໃດ ທ່ານເອີຍ ແລະອື່ນໆ ຕົວຢ່າງ ສຸລິຍາແຈ່ມແຈ້ງ___ແສງຊ່ອງນະພາ ເມຄາຂາວ___ຄ່ອງງາມຍາມແຈ້ງ ພໍເມື່ອແຍງໃຈຈັ້ງ___ທັງຄິງໂອ້ອຸ່ນ ເປັນຈັ່ງບຸນເສກສ້າງ___ປາງກີ້ກ່ອນເດີມ ແທ້ແລ້ວ ຄຳສຳພັດ ແຈ່ມ ກັບແຈ້ງສຳພັດກັນ ເອີ້ນວ່າສຳພັດຜະຫຍັນສະນະ ຈ ກັບ ຈ ແຈ້ງ ກັບ ແສງ ສຳພັດກັນ ເອີ້ນວ່າສຳພັດສະລະ ແXງ ກັບ ແXງ ທັງສອງນີ້ເອີ້ນວ່າສຳພັດໃນ ພາ ກັບ ຄາ ສຳພັດກັນ ແຈ້ງ ກັບ ແຍງ ສຳພັດກັນ ອຸ່ນ ກັບ ບຸນ ສຳພັດກັນ ທັງສາມນັ້ນ ເອີ້ນກັນວ່າສຳພັດນອກ ໃຫ້ທ່ານສຶກສາ ແລະແອບຂຽນຕາມນີ້ ຈະຂຽນຍາວ ຂຽນສັ້ນປານໃດກໍໄດ້ ແຕ່ຕ້ອງຈັດວາງສຽງໃຫ້ໄດ້ ກາບກອນທີ່ດີຕ້ອງມີການສຳພັດທີ່ດີ ແລະມີການແຈກສຽງ ສາມັນ ສຽງເອກ ສຽງໂທ ໃຫ້ຖືກບ່ອນ ຖ້າບໍ່ດັ່ງນັ້ນ ກອນນັ້ນກໍຈະບໍ່ເປັນຕາຟັງ ແລະຜູ້ອ່ານຈະມີຄວາມຮູ້ສຶກຄ້າຄືກັບຕົນແຄ້ນເຂົ້າໃນເວລາອ່ານ ຖ້າຫາກມີການສຳພັດ ແລະຈັດວາງສຽງໃຫ້ຖືຕາມຫຼັກກອນນັ້ນກໍຈະອ່ານງ່ານ ແລະເປັນຕາອອນຊອນດັ່ງສາຍນໍ້າໄຫຼ ການຈັດຕັ້ງກາບກອນຂອງລາວໃນສະຕະວັດທີ 21 ນີ້ເກີດຂຶ້ນໃໝ່ໃນເດືອນ ສິງຫາ 2010 ຕົ້ນກຳເນີດຢູ່ທີ່ສະຫະຣັດອະເມຣິກາ ແລະແຜ່ຂຍາຍອອກໄປທົ່ວທຸກມຸມໂລກ ຊື່ເປັນທາງການເອີ້ນວ່າ "ວົງການກະວີນິພົນລາວທົ່ວໂລກ" ໃນນີ້ເຮົາສາມາດອ່ານ "" "" "" ແລະຄຳກອນຂອງລາວໃນຍຸກສໄມປັດຈຸບັນຫລາຍພັນບົດ ທີ່ສ້າງເປັນ"" ສາມັກຄີລາວເອີຍ ແຕ່ງໂດຍ ຊວົງໂສພາ ແມ່ນຢູ່ສຸດຂອບຟ້າ ປະເທດອື່ນເມືອງໃດ ລາວກໍ່ຍັງເປັນລາວບໍ່ແບ່ງປັນພັນເຊື້ອ ລາວທັງເໜືອທັງໃຕ້ລາວກາງສຳພັນກ່ຽວ ລວມໜຶ່ງດຽວຮ່ວມສ້າງແປງບ້ານໃຫ້ຮຸ່ງເຮືອງ ຢ່າໄດ້ຫາເລື່ອງເວົ້າ ບິແບ່ງສາມະຄີ ເຮົາເນີ ລາວທັງຜອງປອງດອງກັນ ສ້າງສາຍສຳພັນໄວ້ ລາວທັງໃດກໍ່ລາວແທ້ ຢ່າຜັນແປແຍກແບ່ງ ທານນ້ຳໃຈຢ່າແຫ້ງແລ້ງ ໃຫ້ໄຫລລົ້ນບໍ່ຂາດສາຍ ເຮົາເປັນເໝືອນນ້ອງອ້າຍເກີດຮວ່ມສາຍອຸທອນ ມາຕຸພູມດິນລາວບ້ານແມ່ເຮົາຈິງແທ້ ເຊື້ອສາຍລາວເດີມເຄົ້າຂຸນບູຣົມອີ່ພໍ່ໃຫຍ່ ໃສວ່າລາວຕ່າງປ້ອງພົງເຊື້ອຕ່າງກັນ ແມ່ນຊິໄກຈາກບ້ານພາກຖິ່ນດິນລາວ ຄົນລາວໄປຫົນໃດເຂົ້າໜຽວກໍ່ໄປພ້ອມ ສຽງແຄນສຽງຊໍອູ້ຟັງດູຍັງອອ້ຍອິ່ນ ຢູ່ເດ ໃຈຖຫວິນຮັກໝັ້ນເມືອງບ້ານບໍ່ນ່າຍແໜງ ຄຳບູຮານກ່າວແຈ້ງໃຫ້ລາວຮ່ວມສາມະຄີ ມີມາໃນຄຳກອນບອກສອນເອົາໄວ້ ເພິ່ນວ່າ"ຂໍໃຫ້ສາມະຄີໄວ້ຄືເຂົ້າໜຽວໜຶ້ງໃໝ່ ຢ່າໄດ້ເພແຕກມ້າງຄືນ້ຳຖືກເຂົ້າໜຽວ" ພີ່ນ້ອງເອີຍ ສາມສະອາດ  ຂ້ອຍບໍ່ ເຄີຍກຽດຄ້ານ ປັດກວາດເຮືອນຊານ ຖ້ວຍບ່ວງ ໂຖໂອຊາມ ເຊັດຖູຊຸລ້າງ ຕາລ່າງ ເຮືອນປັດກ້ຽງ ແປງຄອງນ້ຳລ່ວງ ຢູ່ແຄມ ເຮືອນປ່າຫຍ້າ ຖາງກ້ຽງເປົ່າແປນ  ສະອາດໜຶ່ງ ຍາມຄົວປາແລະຊີ້ນ ປຸງແຕ່ງອາຫານ ບໍ່ໃຫ້ ແມງວັນມົດ ໄຕ່ຕອມຕາມໝໍ້ ຂອງກິນ ໃດເຫຼືອຄ້າງ ເອາະແກງປີ້ງປົ່ນ ເຫັນວ່າ ບູດເນົ່າແລ້ວ ເທຖິ້ມບໍ່ກິນ  ສະອາດສອງ ກ່ອນດື່ມນ້ຳ ຕາມແອ່ງອຸໄຫ ນ້ຳສ້າງ ໜອງຄອງບຶງ ແມ່ຂອງເຊຫ້ວຍ ຂ້ອຍຕົ້ມ ຕອງສຸກແລ້ວ ຈຶ່ງເອົາມາກິນດື່ມ ເພື່ອບໍ່ເກີດ ພະຍາດຮ້າຍ ເຈັບໄຂ້ປ່ວຍໂຊ  ສະອາດສາມບ່ອນທີ່ເຮົາຢູ່ຊົ້ນ ຖຽງຕູບເຮືອນຊານ ບ່ອນນອນ ປົວແປງດີ ກິ່ນບໍ່ມີເໝັນເອົ້າ ຜົມບໍ່ເໝັນ ໝອງຫຍຸ້ງ ເຫົາໄຮບໍ່ຕອມໄຕ່ ໂສ້ງເສື້ອສິ້ນເຄື່ອງໃຊ້ ບໍ່ປົນເປື້ອນຝຸ່ນດິນ ອ້າງອີງ ກາໂຕລິກ ມາຈາກພາສາເກັກຄຳວ່າ καθολικός ແປວ່າ ສາກົນ ທົ່ວໄປ ເປັນຮູບແບບນຶ່ງໃນສາສະໜາຄິດ ທີ່ມີແນວສັດທາ ເທວະວິທະຍາ ຫຼັກຄວາມເຊື່ອ ພິທີກຳ ຈະລິຍະສາດ ຈິດວິນຍານ ພຶຕິກຳ ເປັນລັກສະນະສະເພາະຂອງຕົນ ຕະຫຼອດຈົນປະຊາກອນໃນນິກາຍນັ້ນ ຄວາມໝາຍຂອງກາໂຕລິກ ຄຳວ່າກາໂຕລິກ ມີຄວາມໝາຍໂດຍສະຫຼຸບໄດ້ 3 ຢ່າງແມ່ນ ໝາຍເຖິງຄິດຕະຈັກໂລມັງກາໂຕລິກໂດຍສະເພາະ ເຊິ່ງເປັນຄິດຕະຈັກທີ່ມີພະສັນຕະປາປາເປັນຜູ້ນຳ ມີສາສະນິກະຊົນປະມານ 1 ພັນລ້ານຄົນທົ່ວໂລກ ໝາຍເຖິງນິກາຍໃນສາສະໜາຄິດ ທີ່ເອີ້ນຕົນເອງວ່າກາໂຕລິກໂດຍລວມ ແມ່ນ ຄິດຕະຈັກໂຣມັງກາໂຕລິກ ຄິດຕະຈັກກາໂຕລິກເກົ່າ ຄິດຕະຈັກກາໂຕລິກແຫ່ງອັກຄະລະທູດ ຯລຯ ໝາຍເຖິງຄຸນະສົມບັດດ້ານຄວາມເປັນສາກົນຂອງຄິດຕະຈັກ ແມ່ນເປັນປະຊາຄົມຂອງຜູ້ທີ່ເຊື່ອແລະຍອມຮັບວ່າພະເຢຊູເປັນຜູ້ໄຖ່ບາບ redeemer ອ້າງອີງ ;ອ່ານຕື່ມ Without Roots The West Relativism Christianity Islam by Pope Benedict XVI formerly Cardinal Joseph Ratzinger Basic Books 0465006345 2006 Catechism of the Catholic Church English translation Libreria Editrice Vaticana 2000 ISBN 1-57455-110-8 H W Crocker III Triumph—The Power and the Glory of the Catholic Church A 2000-Year History Prima Publishing 2001 ISBN 0-7615-2924-1 Leo J Trese The Faith Explained Third Edition Fides Claretian 2001 ISBN 1-889334-29-4 Eamon Duffy Saints and Sinners A History of the Popes Yale Nota Bene 2002 ISBN 0-300-09165-6 K O Johnson Why Do Catholics Do That? Ballantine 1994 ISBN 0-345-39726-6 Ludwig von Pastor History of the Popes from the Close of the Middle Ages; Drawn from the Secret Archives of the Vatican and other original sources 40 vols St Louis BHerder 1898 Basic Catechism Seventh Revised Edition Pauline Books & Media 1999 ISBN 0-8198-0623-4 Peter Lynch The Church's Story A History of Pastoral Care and Vision Pauline Books & Media 2005 ISBN 0-8198-1575-6 Robert B Ekelund Jr and Robert D Tollison University Of Chicago Press 2011 Robert Kugelmann Cambridge University Press 2011 ແຫຼ່ງຂໍ້ມູນອື່ນ ກິລາ ແມ່ນ ການແຂ່ງຂັນ ຫຼື ກິດຈະກຳ ຕາມ ຮູບແບບ ຫຼື ກະຕິກາທີ່ກຳນົດໄວ້ ກິລາ ບໍ່ ຈຳກັດສະເພາະ ແຕ່ງການແຂ່ງຂັນທາງດ້ານ ຮ່າງກາຍ ເຊັ່ນ ເຕາະກະຕໍ້ ເຕະບານ ເທົ່ານັ້ນ ແຕ່ ຍັງລວມ ທັງການແຂ່ງຂັນ ດ້ານ ມັນສະໝອງ ເຊັ່ນ ໝາກເສິກ ແລະ ອື່ນໆອີກ ປະເພດກິລາ ເທັນນິດ ບານເຕະ ກະຕໍ້ ບານສົ່ງ ບານບ້ວງ ເບດບອນ ອາເມລິກັນຟຸດບອນ ມາລາທອນ ຍົກນ້ຳໜັກ ຍິງປືນ ຍິງທະນູ ກອຟ ມວຍ ເປຕອງ ຫລືຕີບູນ ເທນິສ ລອຍນ້ຳ ກະໂດດນ້າ ໂປໂລນ້ຳ ກິລາທີ່ນິຍົມໃນລາວ ບານເຕະ ຕີບູນ ກະຕໍ້ ມວຍ ບານສົ່ງ ເທວອນໂດ ກົກໄມ້ ແມ່ນ ໄມ້ຢືນຕົ້ນຂະໜາດໃຫຍ່ ກົກໄມ້ມີອາຍຸຢືນຍາວເມື່ອຽບທຽບໃສ່ພືດໃນລັກສະນະອື່ນໆ ບາງສາຍພັນສາມາດສູງໄດ້ເຖິງ 115 ແມັດ ແລະບາງພັນສາມາດມີອາຍຸຢືນຍາວສອງເຖິງສາມພັນປີ ກົກໄມ້ທຸກຊະນິດຈັດວ່າແມ່ນພືດ ແຕ່ພືດບາງຊະນິດອາດບໍ່ຈັດວ່າແມ່ນກົກໄມ້ ເຊັ່ນ ພືດເຖົາຂະໜາດນ້ອຍ ຫຍ້າ ໄຄ ຯລຯ ອ້າງອີງ ;ບັນນານຸກົມ Koch George W; Sillett Stephen C; Jennings Gregory M; Davis Stephen D 2004 "The limits to tree height" Wandersee James H; Clary Renee M 2008 "Plant Size and Longevity" Human Flower Project EarthScholars Research Group Retrieved 2012-08-09 ແຫຼ່ງຂໍ້ມູນອື່ນ ກົດໝາຍlaw ແມ່ນ ບັນດາຂໍ້ກຳນົດທີ່ມີຜົນບັງຄັບໃຊ້ທົ່ວໄປ ແລະ ຮັບປະກັນການຈັດຕັ້ງປະຕິບັດໂດຍລັດ ລະບຽບ ຫຼັກການທີ່ ກຳນົດຂຶ້ນ ໂດຍ ອຳນາດລັດ ເຊັ່ນ ອົງກອນນິຕິບັນຍັດສະພາ ອົງກອນບໍລິຫານລັດຖະບານ ເປັນຕົ້ນ ໂດຍທົ່ວໄປ ກົດໝາຍ ຂອງ ປະເທດໃດໜຶ່ງ ຈະປະກອບ ດ້ວຍ ຫຼາຍໆປະມວນກົດໝາຍຕົ້ນຕໍ ເຊັ່ນ ກົດໝາຍແພ່ງ ກົດໝາຍອາຍາ ນອກຈາກນີ້ ເກືອບທຸກໆປະເທດ ຈະມີ ລັດຖະທຳມະນູນ ເຊິ່ງ ຖືໄດ້ວ່າ ແມ່ນ ກົດໝາຍ ຂອງ ກົດໝາຍ ຫຼື ທີ່ຈະເປັນພື້ນຖານ ຂອງ ທຸກໆກົດໝາຍ ທີ່ຈະຖືກກຳນົດຂຶ້ນ ໃນ ປະເທດນັ້ນໆ ຂ່າວ ໝາຍເຖິງ ຄຳບອກເລົ່າເລືອງລາວເຊິ່ງໂດຍປົກກະຕິມັກເປັນເລື່ອງເກີດໃໝ່ຫຼືເປັນອັນສົນໃຈ ຄຳບອກກ່າວ ຄຳເລົ່າລື ຄຳວ່າ ຂ່າວ ຄັນເບິ່ງໃນມູມຂອງການສື່ສານຂໍ້ມູນ ກໍຈັດວ່າເປັນຂໍ້ມູນຊະນິດນຶ່ງທີຈະຕ້ອງມີ ຜູ້ທີ່ເຮັດໃຫ້ເກີດຂ່າວ ຜູ້ສົ່ງຂ່າວ ສື່ກາງທີ່ໃຊ້ໃນການສົ່ງຂ່າວ ແລະຜູ້ຮັບຂ່າວ ໃນລະຫວ່າງສົງຄາມ ຂ່າວສ່ວນຫຼາຍຈະເປັນຂໍ້ມູນຂອງຝ່າຍຕົນເອງ ແລະຝ່າຍກົງຂ້າມ ອ້າງອີງ ;ບັນນານຸກົມ ອ່ານຕື່ມ Stephens Mitchell 2007 Third edition New York Oxford University Press ISBN 0195189914 ເບິ່ງຕື່ມ ໜັງສືພິມ ແຫຼ່ງຂໍ້ມູນອື່ນ ຄວາມສະເໝີພາກທາງເພດ ຫຼື ຄວາມເທົ່າທຽມກັນທາງເພດ ໝາຍເຖິງຊາຍແລະຍິງມີສິດທິແລະໜ້າທີ່ຄືກັນ ແລະທຸກຄົນມີໂອກາດໃນສັງຄົມເທົ່າກັນ ຄວາມເທົ່າທຽມກັນທາງເພດຍັງກ່ຽວຂ້ອງກັບຄວາມຍຸຕິທຳແລະການແບ່ງປັນຄວາມຮັບຜິດຊອບທັງໃນຄອບຄົວແລະສັງຄົມ ຄັນເລື່ອງເພດເປັນສິ່ງປິດກັ້ນຄົນຈາກການໄດ້ເຫັນຂໍ້ດີແລະຂໍ້ເສຍຂອງບຸກຄົນ ສິ່ງເຫຼົ່ານີ້ອາດນຳໄປສູ່ການກີດກັດແລະໂອກາດທີ່ຈຳກັດຂອງແຕ່ລະບຸກຄົນ ອ້າງອີງ ;ບັນນານຸກົມ Glendyne R Wergland Sisters in the Faith Shaker Women and Equality of the Sexes Amherst University of Massachusetts Press 2011 ແຫຼ່ງຂໍ້ມູນອື່ນ on the relationship between gender equality the rule of law and the United Nations Forum for women minorities members of the gay community and those who are otherwise marginalized the United Nations Internet Gateway on Gender Equality and Empowerment of Women the United Nations Development Program's Gender Team International forum of gender experts working in support of gender equality Development Co-operation Directorate of the Organisation for Economic Co-operation and Development gender activities at the OECD Development Centre World Bank Gender equality in Sweden news collection ຄອບຄົວ ແມ່ນກຸ່ມຂອງຜູ້ຄົນເຊິ່ງສືບເຊື້ອສາຍມາຈາດບັນພະບຸລຸດດຽວກັນ ມີຄວາມໃກ້ຊິດກັນ ແລະອາໄສໃນບ່ອນດຽວກັນ​ ຄວາມໝາຍຂອງຄອບຄົວໃນທາງພັນທຸສາດ ແມ່ນພິຈາລະນາຮອດຄວາມສຳພັນທາງສາຍເລືອດເປັນຫຼັກ ແຕ່ໃນສັງຄົມ ຄົນທົ່ວໄປມັກເຂົ້າໃຈຄວາມໝາຍຂອງຄອບຄົວໃນທາງພາບລັກຫຼາຍກວ່າທາງພັນທຸສາດ ຄອມພິວເຕີ ຄຳເຄົ້າ ຄອມພິວເຕີຣ໌ ຫຼື ອອກດີນາເຕີ ແມ່ນເຄື່ອງຈັກທີ່ສາມາດທຳການ ຄຳນວນ ຄິດໄລ່ ແລະປະມວນຜົນ ທີ່ມີຄວາມຊັບຊ້ອນ ການທຳງານຂອງມັນແມ່ນ ຈະເຮັດໄປຕາມ ໂປຣແກຣມ Program ເຊິ່ງຈະຢູ່ໃນຮູບແບບຂອງລາຍການຂອງຄຳສັ່ງ ຄຳສັ່ງເຫຼົ່ານີ້ ສ່ວນຫຼາຍຈະທຳການ ຈັດການ Process ຂໍ້ມູນ ທີ່ລວມມີທັງ ໂຕເລກ ໂຕໜັງສື ຮູບພາບ ຫຼື ສຽງ ຄອມພິວເຕີ ມີເປັນຫຼາຍໆຂະໜາດ ຄອມພິວເຕີໃນຍຸກເລີ່ມຕົ້ນນັ້ນ ຈະມີຂະໜາດເທົ່າກັບຫ້ອງໃຫຍ່ຫ້ອງໜຶ່ງ ແລະໃນຄອມພິວເຕີທີ່ມີຂະໜາດໃຫຍ່ ດັ່ງກ່າວກໍ່ຍັງມີຢູ່ ເຊັ່ນ "ຊຸບເປີຄອມພິວເຕີ" Super Computer ທີ່ໃຊ້ສຳຫຼັບຄິດໄລ່ ທາງວິທະຍາສາດໃດໜຶ່ງ ທີ່ມີຄວາມຊັບຊ້ອນຫລາຍ ເຊັ່ນ ການພະຍາກອນອາກາດ ການວິເຄາະໂມເລກຸນ; "ເມນເຟຣມ" Mainframe ທີ່ ໃຊ້ສຳຫຼັບຄິດໄລ່ ການຊຳລະສະສາງ ໃນ ບໍລິສັດໃຫຍ່ໆ ຄອມພິວເຕີທີ່ນ້ອຍກ່ວານັ້ນ ແລະ ເພື່ອການນຳໃຊ້ສ່ວນບຸກຄົນ ເອີ້ນວ່າ "ຄອມພິວເຕີສ່ວນບຸກຄົນ" Personal Computer ແລະ ຄອມພິວເຕີ ທີ່ສາມາດຖືຕິດໂຕໄປມາໄດ້ ເຊັ່ນ "ໂນດບຸກ"Notebook computer ນອກຈາກນີ້ ມັນຍັງມີ ຄອມພິວເຕີນ້ອຍໆ ທີ່ຖືກໃຊ້ ເພື່ອຄວບຄຸມບັນຊາ ເຄື່ອງຈັກ ທີ່ໃຫຍ່ກ່ວາ ເຊັ່ນ ກ້ອງດີຈີຕອລ ຍົນ ແລະອື່ນໆ ຮາດແວHardware ຄຳວ່າ ຮາດແວ hardware ໝາຍຄວາມເຖິງ ທຸກໆພາກສ່ວນ ຂອງ ຄອມພິວເຕີ ທີ່ ແມ່ນວັດຖຸ ເຊັ່ນ ແຜງວົງຈອນ ໜ້າຈໍ ໜ່ວຍສະໜອງພະລັງງານໄຟຟ້າ ສາຍເຄເບິນ ຄີບອດ ຈັກພິມ ເມົາສ໌ ແລະອື່ນໆ ຊອຟແວSoftware ຊອຟແວ Software ແມ່ນແງ່ໜື່ງຂອງຂໍ້ມູນທົ່ວໄປ ທີ່ຖືກບັນທືກລົງໃນອຸປະກອນ ຍົກຕົວຢ່າງ ເມື່ອເຈົ້າໄປທີ່ຮ້ານວີດີໂອ ແລະ ເຊົ່າ ຫຼື ຊື້ ເທບ tape ຫຼື ວີດີໂອ video ສີ່ງທີ່ເຈົ້າໄດ້ແທ້ນັ້ນ ກໍ່ຄື ຊອຟແວSoftwareທີ່ບັນທືກຢູ່ໃນ ເທບ tape ຫຼື ວີດີໂອ video ນັ້ນ ເຄື່ອງ VCR or DVD player ຂອງເຈົ້າ ນັ້ນແມ່ນ ອຸປະກອນ ຮາດແວ hardware devices ທີ່ສາມາດອ່ານ ຊອຟແວ Software ຈາກ ເທບ tape or ແຜ່ນດິດຊ disk ແລະ ສາຍອອກສູ່ໜ້າຈໍໂທລະທັດ TV output device ໂຕໜັງສືເຂັ້ມໂຕໜັງສືເຂັ້ມໂຕໜັງສືເຂັ້ມ'' ຄວາມຮຼ້ເບື້ອງຕົ້ນກ່ຽວກັບ ຄອມພິວເຕີ ກ່ອນທີ່ເຮົາຈະນຳໃຊ້ຄອມພິວເຕີ ສິ່ງທີ່ສຳຄັນທີ່ສຸດເຮົາຈຳເປັນທີ່ຈະຕ້ອງໄດ້ຮຼ້ຈັກບັນດາອົງປະກອບທີ່ສຳຄັນຂອງຄອມພິວເຕີເສຍກ່ອນ ອົງປະກອບທີ່ສຳຄັນໃນຄອມພິວເຕີ Computer ຫນ່ວຍສະແດງຜົນ ຈໍພາບ Monitor ຫມໍ້ເກັບໄຟຟ້າ UPS ຄີບອດ ແປ້ນພີມ Keyboard ຕົວຊີ້ຄຳສັ່ງ ຊ້າຍ-ຂວາ ເມົາ Mouse ຫນ່ວຍປະມວນຜົນ CPU Notes ຄະນາທິປະໄຕ ແມ່ນຮູບແບບໂຄງສ້າງອຳນາດເຊິ່ງອຳນາດຢູ່ກັບກຸ່ມບຸກຄົນຈຳນວນໜ້ອຍຢ່າງຊະງັດ ບຸກຄົນເຫຼົ່ານີ້ອາດມີເຊື້ອເຈົ້າ ຮັ່ງມີ ມີຄວາມສຳພັນທາງຄອບຄົວ ໝູ່ຄະນະຫຼືຄວບຄຸມທາງທະຫານ ລັດເຊັ່ນນີ້ມັກຖືກຄວບຄຸມໂດຍບໍ່ຈັກກະກຸນຜູ້ມີຂຶ້ນຊື່ລືຊາເຊິ່ງສົ່ງກາຍອິດທິພົນຂອງກະກຸນຈາກລຸ້ນສູ່ລຸ້ນ ຄະນິດສາດ ຄຳເຄົ້າ ຄນິຕສາສຕຣ໌ ແມ່ນ ວິທະຍາສາດ ກ່ຽວກັບ ຈຳນວນ ໂຄງສ້າງ ກາງຫາວ ແລະ ການປ່ຽນແປງ ການນຳໃຊ້ ຄວາມຮູ້ພື້ນຖານ ກ່ຽວກັບ ຄະນິດສາດ ແມ່ນ ເລີ່ມແຕ່ ສະໄໝເອຢິບບູຮານ ເມໂສໂປຕາເມຍ ອິນເດຍບູຮານ ຈີນບູຮານ ແລະ ເກຣັກບູຮານ ເວົ້າໄປແລ້ວ ຄະນິດສາດ ແມ່ນ ວິທະຍາສາດພື້ນຖານ ຫຼື ເຄື່ອງມື ທີ່ຈຳເປັນ ໃນ ເກືອບທຸກໆ ຂະແໜງວິຊາ ບັນດາຂະແໜງ ໃນ ຄະນິດສາດ ດັ່ງທີ່ໄດ້ກ່າວມາແລ້ວ ບັນດາທິດສະດີ ໃນ ຄະນິດສາດ ທຳອິດ ເກີດຂຶ້ນມາ ຈາກ ຄວາມຈຳເປັນ ຂອງ ການຄິດໄລ່ ໃນ ການຄ້າ ເພື່ອຢາກ ເຂົ້າໃຈ ຄວາມສຳພັນລະຫວ່າງໂຕເລກ ເພື່ອ ວັດແທກດິນ ແລະ ຄາດຄະເນ ປະກົດການດ້ານ ດາລາສາດ ຈາກ 4 ຄວາມຈຳເປັນ ຂ້າງເທິງນີ້​ ມັນສາມາດ ຈັດແບ່ງ ຄະນິດສາດ ອອກເປັນ ຄະນິດສາດ ທີ່ ສຶກສາ ກ່ຽວກັບ ຈຳນວນ ໂຄງສ້າງ ກາງຫາວ ແລະ ການປ່ຽນແປງ ເຊິ່ງແມ່ນ ພຶດຊະຄະນິດ ເລຂາຄະນິດ ໄຕມູມ ແລະ ວິເຄາະຄະນິດ ນັ້ນເອງ ຈຳນວນ ການສຶກສາ ຈຳນວນ ເລີ່ມຈາກ ໂຕເລກ ເຊັ່ນ ຈຳນວນທຳມະຊາດ ແລະ ຈຳນວນຖ້ວນ ການບວກລົບຄູນຫານ ມັນ ເຊິ່ງ ຖືກຈັດເປັນ ພຶດຊະຄະນິດ ເມື່ອ ລະບົບນໍ້າເບີມີການພັດທະນາ ຈຳນວນເຕັມ ກໍ່ຖືກຖືວ່າ ແມ່ນ ກຸ່ມຍ່ອຍ ຂອງ ຈຳນວນປົກກະຕິ ເຊິ່ງ ກໍ່ຈະເປັນ ອົງປະກອບ ຂອງ ຈຳນວນຈິງ ອີກຕໍ່ໜຶ່ງ ປະຈຸບັນ ຈຳນວນຈິງ ກໍ່ຖືວ່າ ແມ່ນ ສ່ວນໜຶ່ງ ຂອງ ຈຳນວນສົນ ໂຄງສ້າງ ບັນດາ ອົງປະກອບ ຂອງ ຄະນິດສາດ ເຊັ່ນ ກຸ່ມ ຂອງ ຈຳນວນ ແລະ ສົມຜົນ ຈະມີຄຸນລັກສະນະ ທາງໂຄງສ້າງ ຄຸນລັກສະນະ ທາງໂຄງສ້າງນີ້ ແມ່ນ ຖືກສຶກສາຢູ່ ກຸ່ມ ໜ້າ ແລະ ພຶດຊະຄະນິດ ນາມມະທຳ ອື່ນໆ ກາງຫາວ ການສຶກສາ ກ່ຽວກັບກາງຫາວ ເລີ່ມຈາກ ໄຕມູມ ໄຕມູມ ປະກອບດ້ວຍ ກາງຫາວ ແລະ ຈຳນວນ ເປັນຂະແໜງ ທີ່ ຫຼັກເກນປີຕາກໍທີ່ມີຊື່ສຽງສັງກັດຢູ່ ການສຶກສາກາງຫາວ ໃນໄລຍະຫຼັງ ຈະລວມເອົາ ໄຕມູມ ທີ່ມີຫຼາຍມິຕິກ່ວາ ການປ່ຽນແປງ ການສຶກສາ ກ່ຽວກັບ ການປ່ຽນແປງ ແມ່ນ ຫົວຂໍ້ລວມໜຶ່ງ ໃນ ວິທະຍາສາດທຳມະຊາດ ໃນນີ້​ ຜົນຕຳລາ ແມ່ນ ເຄື່ອງມື ສຳຄັນທີ່ສຸດອັນໜຶ່ງ ທີ່ ຖືກຄົ້ນຄິດຂຶ້ນມາ ເພື່ອ ສຶກສາຄວາມປ່ຽນແປງນີ້ ແນວຄວາມຄິດ ທີ່ ເປັນແກນຫຼັກ ໃນການອະທິບາຍ ການປ່ຽນແປງ ແມ່ນ ສົມຜົນ ອ້າງອີງ {{Link FA|ia}} {{Link FA|ka}} {{Link FA|la}} {{Link FA|lmo}} {{Link FA|mk}} {{Link FA|vo}} ສາສະໜາຄິດ ຫຼືຊື່ອື່ນວ່າ ສາສະໜາຄຣິດ ສາສະໜາຄະລິດ ແລະ ຄິດຕະສາສະໜາ ອັງກິດ Christianity ແມ່ນສາສະຫນານຶ່ງ ຄວາມເຊື່ອ ສາສະໜາຄິດມີຄວາມເຊື່ອວ່າແມ່ນສາສະໜາແຫ່ງຄວາມຮັກ ຍ້ອນພະເຈົ້າຊົງຮັກມະນຸດ ຊົງຮັກປະຊາກອນຂອງພະອົງຊົງສ້າງສັດຕ່າງໆ ຂຶ້ນມາເພື່ອຮັບໃຊ້ ເປັນອາຫານແກ່ມະນຸດ ແລະຊົງໃຫ້ມະນຸດລົງສູ່ນແຮ່ເມື່ອບໍ່ສັດທາໃນພະເຈົ້າ ສາສະໜາຄິດແມ່ນສາສະໜາທີ່ນັບຖືສັດທາໃນພະເຈົ້າອົງດຽວ ເຊື່ອວ່າພະເຈົ້າເປັນຜູ້ສ້າງໂລກ ແລະ ທຸກສິ່ງທຸກຢ່າງລວມເຖິງມະນຸດໂດຍໃຊ້ເວລາພຽງ 6 ມື້ ແລະ ຢຸດພັກໃນວັນທີ 7 ເມື່ອບໍ່ເຖິງ 6000 ປີກ່ອນ ພະເຈົ້າ ແມ່ນ ພະເຊໂຮວາ ພໍ່ ມີພະເຢຊູຄິດເປັນສາສະດາ ສາສະໜາຄິດເຊື່ອໃນພະເຈົ້າໜຶ່ງດຽວເຊິ່ງດຳລົງໃນສາມພະບຸກຄົນ ໃນພະລັກສະນະ "ຕີເອກະພາບ" ຫຼີ "ຕີເອການຸພາບ" Trinité ແມ່ນ ພະພໍ່ ພະບຸດ ແລະພະຈິດ ພະວິນຍານບໍລິສຸດ ມີພະຄຳພີແມ່ນ ພະຄິດຕະທຳຄຳພີ ຫຼື ຄຳພີໄບເບີນ The Bible ສາສະໜາຄິດມີຜູ້ນັບຖືທັງໝົດ 2100 ລ້ານຄົນ ຖືວ່າແມ່ນສາສະໜາທີ່ມີຈຳນວນຜູ້ນັບຖືຫຼາຍທີ່ສຸດໃນໂລກ ສາສະໜາຄິດມີຮາກຖານມາຈາກສາສະໜາຊູດາ ຫຼືສາສະໜາຢິວ ໂດຍມີເນື້ອຫາແລະຄວາມເຊື່ອບາງສ່ວນຄືກັນ ໂດຍສະເພາະແມ່ນຄຳພີໄບເບີນເອເບີ ທີ່ຄິດຕະນິກະຊົນຮູ້ຈັກໃນຊື່ ພັນທະສັນຍາເດີມ The Old Testament ໂດຍໃນພະຄິດຕະທຳຄຳພີ 5 ເຫຼັ້ມທຳອິດຈາກທັງໝົດ 46 ເຫຼັ້ມໃນພາກພັນທະສັນຍາເດີມ ທີ່ເອີ້ນວ່າ ປັງຕາເຕີກ Pentateuque ໄດ້ຮັບການນັບຖືເປັນພະຄຳພີຂອງສາສະໜາຊູດາ ແລະສາສະໜາອິສະລາມ ດ້ວຍເຊັ່ນກັນ ໂດຍໃນພະທຳຫຼາຍຕອນໄດ້ພະຍາກອນເຖິງພະແມັດຊີ Messiah Messie ທີ່ຊາວຄິດເຊື່ອວ່າ ເປັນ ພະເຢຊູ ເຊັ່ນ ປຶ້ມປະກາດ ອີຊາຢາ ບົດທີ 53 ຯລຯ ຄິດຕະຊົນນັ້ນມີຄວາມເຊື່ອວ່າພະເຢຊູຄິດເປັນພະບຸດຂອງພະເຈົ້າທີ່ມາບັງເກີດເປັນມະນຸດ ຈາກຍິງພົນຫົມຈັນ ສາວບໍລິສຸດ ໂດຍລິດອຳນາດຂອງພະເຈົ້າ ເພື່ອໄຖ່ມະນຸດໃຫ້ພົ້ນຈາກຄວາມບາບໂດຍການສິ້ນພະຊົນຢູ່ໄມ້ກາງແຂນ ແລະຊົງຟື້ນຂຶ້ນມາຈາກຄວາມຕາຍໃນສາມມື້ຫຼັງຈາກນັ້ນ ແລະສະເດັດສູ່ສະຫວັນປະທັບເບື້ອງຂວາພະຫັດຂອງພະພໍ່ ຜູ້ທີ່ເຊື່ອແລະໄວ້ວາງໃຈໃນພະອົງຈະໄດ້ຮັບການອະໄພໂທດບາບ ແລະຈະເຂົ້າສູ່ການພິພາກສາໃນມື້ສຸດທ້າຍຄືກັນກັບທຸກຄົນ ແຕ່ຈະລອດພົ້ນຈາກການຖືກພິພາກສາໃຫ້ຕະກົນແຮ່ແຕ່ຈະເປັນການພິພາກສາເພື່ອຮັບບຳເໜັດລາງວັນແທນໃນມື້ສິ້ນໂລກ Armageddon ແລະໄດ້ເຂົ້າສູ່ພະລາຊະສະຫວັນ ແຕ່ຖ້າຜູ້ໃດບໍ່ເຊື່ອຈະຖືກປັບໂທດຫລັງຄວາມຕາຍ ນິກາຍ ມະນຸດໄດ້ແບ່ງສາສະໜາຄິດໃຫ້ເປັນນິກາຍຕ່າງ ໆ ເຊິ່ງແປໄປຕາມພື້ນທີ່ ວັດທະນະທຳ ແລະຄວາມຄິດຂອງຕົນ ນິກາຍທີ່ສຳຄັນມີ 3 ນິກາຍແມ່ນ ນິກາຍໂລມັງກາໂຕລິກແປວ່າສາກົນ ເປັນນິກາຍດັ້ງເດີມທີ່ຢຶດ-ໝັ່ນໃນຫຼັກຄຳສອນຂອງພະເຢຊູຄິດເຄົາລົບພະນາງມາລີແລະນັກບຸນຕ່າງ ໆ ພາຍໃນວັດຂອງນິກາຍນີ້ຈະມີຮູບເຄົາລົບພະເຍຊູຄິດ ພະແມ່ມາລີ ແລະນັກບຸນຕ່າງ ໆ ມີສູນກາງຢູ່ທີ່ນະຄອນລັດວາຕິກັງ ມີພະສັນຕະປາບປັນປະມຸກ ໂດຍສືບທອດມາຕັ້ງແຕ່ສະໄໝອັກລະສາວົກກຸ່ມທຳອິດ ໂດຍຖືວ່າ ນັກບຸນປີແອກ ແຊັງປີແອກ ແມ່ນພະສັນຕະປາບພະອົງທຳອິກ ເຊິ່ງໄດ້ຮັບການຍິນຍອມຈາກພະເຈົ້າໃຫ້ປົກຄອງສາສະໜາຈັກລະທັງມວນແລະສືບທອດມາເຖິງພະສັນຕະປາບບັງເນດິກທີ 16 ອົງປະຈຸບັນເປັນອົງທີ 265 ກາໂຕລິກນັ້ນຈະມີນັກບວດ ທີ່ເອີ້ນວ່າ ບາດຫຼວງ ແລະເຊີກ ນັກບວດຍິງ ມີຜູ້ນັບຖືນິກາຍນີ້ປະມານ 1000 ລ້ານຄົນ ນິກາຍນີ້ຖືວ່າບາດຫຼວງ ເປັນສື່ກາງລະຫວ່າງພະເຈົ້າແລະມະນຸດ ຕົວແທນພະເຈົ້າໃນໂລກນີ້ ນິກາຍອອກໂຕດົກແປວ່າຖືກຕ້ອງ ນັບຖືໃນປະເທດທາງຝັ່ງເອີລົບຕາເວັນອອກ ເຊັ່ນ ປະເທດລັດເຊຍ ໂດຍແຍກໂຕອອກໄປຈາກພະສາສະນະຈັກຂອງກະສັດແຫ່ງນະຄອນກົງສະຕັງຕີນົບຍ້ອນເຫດຜົນບໍ່ຢາກຢູ່ພາຍໃຕ້ອຳນາດຂອງອົງສັນຕະປາບເຊິ່ງມີອຳນາດຫຼາຍສູງກວ່າກະສັດ ຄືມີອຳນາດແຕ່ງຕັ້ງແລະຖອດຖອນກະສັດໄດ້ ໃນສະໄໝນັ້ນ ໂດຍທີ່ບໍ່ໄດ້ປ່ຽນແປງຂໍ້ຄວາມເຊື່ອ ຂໍ້ຄວາມເຊື່ອຂອງນິກາຍອອກໂຕດົກຄືກັນກັບຂໍ້ຄວາມເຊື່ອຂອງນິກາຍໂລມັງກາໂຕລິກ ມີພະໄອຍະກາ ເປັນປະມຸກ ນິກາຍອອກໂຕດົກຍັງມີຊື່ເອີ້ນອີກຊື່ໜຶ່ງວ່າ ພະສາສະນະຈັກຕາເວັນອອກ ມີຜູ້ນັບຖືລວມກັນປະມານ 500 ລ້ານຄົນ ນິກາຍໂປແຕສະຕັງ ແຍກໂຕມາຈາກນິກາຍໂລມັງກາໂຕລິກໃນຊ່ວງຄິດຕະສະຕະວັດທີ 16 ເປັນນິກາຍທີ່ຖືວ່າສັດທາຂອງແຕ່ລະຄົນທີ່ມີຕໍ່ພະເຈົ້າສຳຄັນກວ່າພິທີກຳ ເຊິ່ງຍັງແຕກຍ່ອຍອອກເປັນຫຼາຍຮ້ອຍນິກາຍເນື່ອງຈາກມີຄວາມເຫັນແຕກຕ່າງກ່ຽວກັບພະຄຳພີ ແລະການປະຕິບັດໃນພິທີກຳ ນິກາຍນີ້ບໍ່ມີນັກບວດເຊື່ອວ່າທຸກຄົນສາມາດເຂົ້າເຖິງພະເຈົ້າໄດ້ໂດຍມິຕ້ອງອາໄສບາດຫຼວງແລະຖືວ່າພະເຢຊູໄດ້ຊົງໄຖ່ບາບແກ່ສາສະນິກທຸກຄົນໄປເມື່ອຖືກຕຶງກາງແຂນແລ້ວ ນິກາຍນີ້ມີພຽງໄມ້ກາງແຂນເປັນເຄື່ອງໝາຍແຫ່ງສາສະໜາເທົ່ານັ້ນ ມີຜູ້ນັບຖືລວມກັນທຸກນິກາຍຍ່ອຍປະມານ 500 ລ້ານຄົນ ພິທີກຳສຳຄັນໃນສາສະໜາຄິດ ພິທີກຳໃນສາສະໜານີ້ ມີສຳຄັນໆ ຢູ່ 7 ພິທີ ເອີ້ນວ່າ ພິທີຮັບສິນສັກສິດ ມີດັ່ງນີ້ • ສິນລ້າງບາບຫຼືການຮັບບັບຕິສະມາ ເປັນພິທີທຳອິດທີ່ໍຊາວຄິດທຸກຄົນຕ້ອງຮັບ ໂດຍສິດຍາພິບານຈະໃຊ້ນ້ຳສັກສິດເທລົງເທິງຫົວພ້ອມເຈີມນ້ຳມັນຄິດມາທີ່ໜ້າຜາກ • ສີນລໍໄພບາບ ເປັນການສາລະພາບບາບກັບພະເຈົ້າໂດຍຜ່ານບາດຫຼວງ ບາດຫຼວງຈະເປັນຜູ້ຕັກເຕືອນສັ່ງສອນບໍ່ໃຫ້ເຮັດບາບນັ້ນອີກ ແລະເຮັດການອະໄພບາບໃຫ້ໃນນາມພະເຈົ້າ • ສິນມະຫາສະນິດ ເປັນພິທີກຳຮັບສິນໂດຍຮັບເຂົ້າຈີ່ແລະແວງມາຮັບປະທານ ໂດຍຄວາມເຊື່ອວ່າພະກາຍແລະພະເລືອດຂອງພະເຢຊູ • ສິນກຳລັງ ເປັນພິທີຮັບສິນໂດຍການເຈີມໜ້າຜາກ ເພື່ອຢືນຢັນຄວາມເຊື່ອວ່າຈະນັບຖືສາສະໜາຄິດຕະຫຼອດໄປແລະໄດ້ຮັບພະພົນຂອງພະຈິດເຈົ້າ ເຮັດໃຫ້ເຂັ້ມແຂງໃນຄວາມເຊື່ອຫຼາຍຂຶ້ນ • ສິນສົມລົດ ເປັນພິທີປະກອບການແຕ່ງງານ ໂດຍບາດຫຼວງເປັນພະຍານ ເປັນການສະແດງຄວາມສຳພັນວ່າຈະຮັກກັນຈົນກວ່າຊີວິດຈະສິ້ນ • ສິນບວດ ສະຫງວນໄວ້ສະເພາະຜູ້ທີ່ຈະບວດເປັນບາດຫຼວງແລະເປັນຊາຍເທົ່ານັ້ນ • ສິນເຈີມຄົນໄຂ້ ເປັນພິທີເຈີມຄົນໄຂ້ໂດຍບາດຫຼວງຈະເຈີມນ້ຳມັນລົງເທິງໜ້າຜາກແລະມືທັງສອງຂ້າງຂອງຜູ້ປ່ວຍ ໃຫ້ລະລຶກວ່າພະເຈົ້າຈະຢູ່ກັບຕົນແລະໃຫ້ພະລັງບັນເທົາອາການເຈັບປ່ວຍ ສຳລັບນິກາຍໂລມັງກາໂຕລິກແລະນິກາຍອອກໂຕດົກ ຈະມີພິທີກຳທັງ 7 ພິທີ ແຕ່ສຳລັບນິກາຍໂປແຕສະຕັງ ຈະມີພຽງ 3 ພິທີຄືພິທີບັບຕິດມາ ພິທີມະຫາສະນິດ ແລະ ພິທີສົມລົດສັກສິດ ອ້າງອີງ ;ບັນນານຸກົມ Barrett David; Kurian Tom and others ed World Christian Encyclopedia Oxford University Press 2001 Albright William F From the Stone Age to Christianity Alexander T Desmond New Dictionary of Biblical Theology Bahnsen Greg '' '' Ball Bryan; Johnsson William ed The Essential Jesus Pacific Press 2002 ISBN 0-8163-1929-4 Barry John F One Faith One Lord A Study of Basic Catholic Belief William H Sadlier 2001 ISBN 0-8215-2207-8 Benton John Is Christianity True? Darlington Eng Evangelical Press 1988 ISBN 0-85234-260-8 Bettenson Henry ed Documents of the Christian Church Oxford University Press 1943 Bokenkotter Thomas A Concise History of the Catholic Church Doubleday 2004 ISBN 0-385-50584-1 Bruce FF The Canon of Scripture Chambers Mortimer; Crew Herlihy Rabb Woloch The Western Experience Volume II The Early Modern Period Alfred A Knopf 1974 ISBN 0-394-31734-3 Coffey John Persecution and Toleration in Protestant England 1558–1689 Pearson Education 2000 Cross F L; Livingstone E A ed The Oxford Dictionary of the Christian Church Oxford University Press 1997 ISBN 0-19-211655-X Deppermann Klaus Melchior Hoffman Social Unrest and Apocalyptic Vision in the Age of Reformation ISBN 0-567-08654-2 Dilasser Maurice The Symbols of the Church Collegeville MN Liturgical Press 1999 ISBN 0-8146-2538-X Duffy Eamon Saints and Sinners a History of the Popes Yale University Press 1997 ISBN 0-300-07332-1 Elwell Walter A; Comfort Philip Wesley Tyndale Bible Dictionary Tyndale House Publishers 2001 ISBN 0-8423-7089-7 Esler Phillip F The Early Christian World Routledge 2004 Farrar FW '' Macmillan London New York 1904 Foutz Scott '' Martin Luther and Scripture Fowler Jeaneane D World Religions An Introduction for Students Sussex Academic Press 1997 ISBN 1-898723-48-6 Fuller Reginald H The Foundations of New Testament Christology Scribners 1965 ISBN 0-684-15532-X Froehle Bryan; Gautier Mary Global Catholicism Portrait of a World Church Orbis books; Center for Applied Research in the Apostolate Georgetown University 2003 ISBN1-57075-375-X Funk Robert The Acts of Jesus What Did Jesus Really Do? Polebridge Press 1998 ISBN 0-06-062978-9 Glenny W Edward Typology A Summary Of The Present Evangelical Discussion Gonzalez Justo L The Story of Christianity The Early Church to the Dawn of the Reformation Harper Collins Publishers New York 1984 Hanegraaff Hank Resurrection The Capstone in the Arch of Christianity Thomas Nelson 2000 ISBN 0-8499-1643-7 Harnack Adolf von '' 1894 Hickman Hoyt L and others Handbook of the Christian Year Abingdon Press 1986 ISBN 0-687-16575-X Hinnells John R The Routledge Companion to the Study of Religion 2005 Hitchcock Susan Tyler Geography of Religion National Geographic Society 2004 ISBN 0-7922-7313-3 Kelly JND Early Christian Doctrines Kelly JND The Athanasian Creed Harper & Row New York 1964 Kirsch Jonathan God Against the Gods Kreeft Peter Catholic Christianity Ignatius Press 2001 ISBN 0-89870-798-6 Letham Robert The Holy Trinity in Scripture History Theology and Worship P & R Publishing 2005 ISBN 0-87552-000-6 Lorenzen Thorwald Resurrection Discipleship Justice Affirming the Resurrection Jesus Christ Today Smyth & Helwys 2003 ISBN 1-57312-399-4 McLaughlin R Emmet Caspar Schwenckfeld reluctant radical his life to 1540 New Haven Yale University Press 1986 ISBN 0-300-03367-2 MacCulloch Diarmaid The Reformation A History Viking Adult 2004 MacCulloch Diarmaid A History of Christianity The First Three Thousand Years London Allen Lane 2009 ISBN 978-0-7139-9869-6 Marber Peter Money Changes Everything How Global Prosperity Is Reshaping Our Needs Values and Lifestyles FT Press 2003 ISBN 0-13-065480-9 Marthaler Berard Introducing the Catechism of the Catholic Church Traditional Themes and Contemporary Issues Paulist Press 1994 ISBN 0-8091-3495-0 Mathison Keith The Shape of Sola Scriptura 2001 McClintock John Cyclopaedia of Biblical Theological and Ecclesiastical Literature Harper &Brothers original from Harvard University 1889 McGrath Alister E Christianity An Introduction Blackwell Publishing 2006 ISBN 1-4051-0899-1 McGrath Alister E Historical Theology McManners John Oxford Illustrated History of Christianity Oxford University Press 1990 ISBN 0-19-822928-3 Meconi David Vincent "Pagan Monotheism in Late Antiquity" in Journal of Early Christian Studies Metzger Bruce M Michael Coogan ed Oxford Companion to the Bible Oxford University Press 1993 ISBN 0-19-504645-5 Mullin Robert Bruce A short world history of Christianity Westminster John Knox Press 2008 Norman Edward The Roman Catholic Church An Illustrated History University of California 2007 ISBN 978-0-520-25251-6 Olson Roger E The Mosaic of Christian Belief InterVarsity Press 2002 ISBN 978-0-8308-2695-7 Orlandis Jose A Short History of the Catholic Church Scepter Publishers 1993 ISBN 1-85182-125-2 Ott Ludwig Grundriß der Dogmatik Herder Freiburg 1965 Otten Herman J Baal or God? Liberalism or Christianity Fantasy vs Truth Beliefs and Practices of the Churches of the World Today Second ed New Haven Mo Lutheran News 1988 Pelikan Jaroslav; Hotchkiss Valerie ed Creeds and Confessions of Faith in the Christian Tradition Yale University Press 2003 ISBN 0-300-09389-6 Putnam Robert D Democracies in Flux The Evolution of Social Capital in Contemporary Society Oxford University Press 2002 Riley-Smith Jonathan The Oxford History of the Crusades New York Oxford University Press 1999 Robinson George Essential Judaism A Complete Guide to Beliefs Customs and Rituals New York Pocket Books 2000 Schama Simon A History of Britain Hyperion 2000 ISBN 0-7868-6675-6 Servetus Michael Restoration of Christianity Lewiston New York Edwin Mellen Press 2007 Simon Edith Great Ages of Man The Reformation Time-Life Books 1966 ISBN 0-662-27820-8 Smith JZ 1998 Spitz Lewis The Protestant Reformation Concordia Publishing House 2003 ISBN 0-570-03320-9 Sproul RC Knowing Scripture Spurgeon Charles '' Sykes Stephen; Booty John; Knight Jonathan The Study of Anglicanism Augsburg Fortress Publishers 1998 ISBN 0-8006-3151-X Talbott Thomas ''" 1995 Ustorf Werner "A missiological postscript" in McLeod Hugh; Ustorf Werner ed The Decline of Christendom in Western Europe 1750–2000 Cambridge University Press 2003 Walsh Chad Campus Gods on Trial Rev and enl ed New York Macmillan Co 1962 tp 1964 xiv 154 p White Howard A '' Woodhead Linda An Introduction to Christianity ;ອ່ານຕື່ມ MacCulloch Diarmaid Christianity The First Three Thousand Years Viking; 2010 1161 pages; survey by leading historian Roper JC Bp 1923 et al Faith in God in series Laymans Library of Practical Religion Church of England in Canada vol 2 Toronto Ont Musson Book Co NB The series statement is given in the more extended form which appears on the books front cover ແຫຼ່ງຂໍ້ມູນ Encyclopædia Britannica Online A number of introductory articles on Christianity An overview of Christianity The origin of Christianity Adena L Clio History Journal 2008 ການຄົມມະນາຄົມ ແມ່ນ ການເຄື່ອນຍ້າຍ ຄົນ ສິນຄ້າ ຈາກ ແຫ່ງໜຶ່ງ ໄປຫາອີກ ແຫ່ງໜຶ່ງ ອຸດສາຫະກຳ ທີ່ ສະໜອງ ອຸປະກອນ ວິທີການ ຫລື ການບໍລິການ ໃນ ການເຄື່ອນຍ້າຍ ຄົນ ຫລື ສິນຄ້າ ຖືກເອີ້ນລວມກັນວ່າ ຂະແໜງຄົມມະນາຄົມ ວິທີການຄົມມະນາຄົມ ການຄົມມະນາຄົມທາງບົກ ຈະປະກອບມີ ການຄົມມະນາຄົມ ໂດຍ ກວຽນລົດມ້າລົດຖີບລົດຈັກລົດ ລົດໄຟ ແລະ ຍານພະຫານະອື່ນໆ ຕາມ ຫົນທາງ ລາງ ເທິງໜ້າດິນ ຫລື ຂົວ ການຄົມມະນາຄົມທາງນ້ຳ ຈະປະກອບມີ ການຄົມມາຄົມ ໂດຍ ເຮືອ ກຳປັ່ນ ແທັງເກີ ແລະ ຍານພາຫານະອື່ນໆ ທາງ ເທິງ ຫລື ໃຕ້ໜ້ານ້ຳ ເຊັ່ນ ແມ່ນ້ຳ ທະເລ ມະຫາສະໝຸດ ການຄົມມະນາຄົມທາງອາກາດ ຈະປະກອບມີ ການຄົມມະນາຄົມ ໂດຍ ຍົນ ບາລູນແລະຍານພະຫານະ ທີ່ສາມາດບິນໄດ້ ເທິງອາກາດອື່ນໆ ຄິດຕະສັກກະລາດ 1583 ໃກ້ຄຽງກັບ ພຸດທະສັກກະລາດ 2126 ມະຫາສັກກະລາດ 1505 ເຫດການ ວັນເກີດ ວັນເຖິງແກ່ກຳ ຈິຕະກຳ ຄຳເຄົ້າ ຈິຕຣກັມ ແມ່ນ ສິລະປະການສະແດງ ອອກໂດຍ ການແຕ້ມ ທາສີ ໃສ່ ເຈ້ຍ ຜ້າ ໜັງຮອດ ຝາ ແກ້ວ ແລະອື່ນໆ ໃນຍຸກທີ່ ຄອມພິວເຕີພວມຖືກນຳໃຊ້ ຢ່າແຜ່ຫຼາຍ ຄື ປະຈຸບັນ ການສ້າງຜົນງານ ທາງ ຈິດຕະກຳ ໂດຍ ບໍ່ໃຊ້ອຸປະກອນທີ່ກ່າວມາ ໃນ ຂ້າງເທິງ ເຊັ່ນ ການແຕ້ມ ໃນ ຄອມພິວເຕີເລີຍ ກໍ່ມີເຊັ່ນກັນ ຜູ້ທຳການແຕ້ມ ຈະຖືກເອີ້ິ້ນ ວ່າ ຈິດຕະກອນ ອ້າງອີງ ຈິຕະນິຍົມ ມີສອງຄວາມໝາຍໃນທາງຈະລິຍະສາດໃຊ້ຄຳວ່າ Idealist ໝາຍເຖິງບຸກຄົນທີ່ມອງເຫັນເປົ້າໝາຍອັນສູງສົ່ງຂອງຊີວິດແລະພະຍາຍາມຈະເຂົ້າສູ່ເປົ້າໝາຍອັນນັ້ນໃຫ້ໄດ້ໃນພາສາລາວເອີ້ນບຸກຄົນແນວນີ້ວ່າ ນັກອຸດມຄະຕິນິຍົມ ແຕ່ໃນທາງອະພິປັດຊະຍາ Idealist ໝາຍເຖິງຜູ້ສຶກສາຄົ້ນຄວ້າວ່າອັນໃດແມ່ນຄວາມຈິງ ແມ່ນຫຍັງແມ່ນສະພາບມູນຖານຂອງສິ່ງທັງຫຼາຍທີ່ສົມໄນກັນຫຼືເຂົ້າກັນໄດ້ໃນຄວາມຮູ້ສຶກນຶກຄຶດແລະຈິດໃຈຂອງມະນຸດ ໃນພາສາລາວເອີ້ນບຸກຄົນເຊັ່ນນີ້ວ່າ ນັກຈິຕະນິຍົມ ກຸ່ມຈິຕະນິຍົມ ຖືວ່າຈິດເປັນຄວາມແທ້ຈິງສູງສຸດພຽງສິ່ງດຽວເທົ່ານັ້ນ ສະສານແມ່ນພຽງປາກົດການຂອງຈິດເທົ່ານັ້ນ ເຊັ່ນ ຮ່າງກາຍມະນຸດແມ່ນພຽງປາກົດການຊົ່ວຄາວຂອງຈິດ ເປັນບ່ອນຢູ່ອາໄສຊົ່ວຄາວຂອງຈິດ ເມື່ອຮ່າງກາຍສູນສະຫຼາຍຈິດສຳພັດກໍຍັງຄົງຢູ່ ເຊິ່ງບາງທີອາດເມືອຄືນສູ່ແຫຼ່ງເດີມຂອງຕົນແມ່ນຈິຕະສຳບູນອັນເປັນຕົ້ນຕໍຂອງສັບພະສິ່ງ ທຸກສິ່ງທຸກຢ່າງລ້ວນແຕ່ອະທິບາຍໄດ້ດ້ວຍອາການປາກົດຂອງຈິຕະສຳບູນທັງສິ້ນ ຈິດເປັນທຳທີ່ມີພຽງຊື່ຫາຮູບບໍ່ໄດ້ ຜູ້ມີບັນຫາເທົ່ານັ້ນຈຶ່ງຈະຮູ້ຈັກຈິດໄດ້ ອ້າງອີງ ;ບັນນານຸກົມ Immanuel Kant's Critique of Pure Reason with an historical introduction by Ludwig Noiré available at Kierkegaard Søren Concluding Unscientific Postscript Princeton ISBN 978-0-691-02081-5 Neujahr Philip J Kant's Idealism Mercer University Press 1995 ISBN 0-86554-476-X Watts Michael Kierkegaard Oneworld ISBN 978-1-85168-317-8 ອ່ານຕື່ມ Gustavus Watts Cunningham Idealistic Argument in Recent British and American Philosophy Books For Libraries Press 1967 Hugh Joseph Tallon The concept of self in British and American idealism Catholic University of America Press 1939 Gerald Thomas Baskfield The idea of God in British and American personal idealism Catholic University of America 1933 Vergilius Ture Anselm Ferm A history of philosophical systems Littlefield Adams 1968 ISBN 0-8226-0130-3 ແຫຼ່ງຂໍ້ມູນອື່ນ idealism in religious thought lecture by Professor Keith Ward offering a positive view of Idealism at Gresham College 13 March 2008 available in text audio and video download ຈິຕະວິທະຍາ ຄຳເຄົ້າ ຈິຕວິທຍາ ແມ່ນ ວິທະຍາສາດ ທີ່ ສຶກສາກ່ຽວກັບ ພຶດຕິກຳ ແລະ ຂະບວນການຂອງ ຈິດໃຈ ນອກນັ້ນ ຍັງໄດ້ສຶກສາ ແນວຄິດ ຈິດໃຈ ຄວາມຄິດ ຄວາມຮູ້ສຶກ ຄວາມສົນໃຈ ແຮງຈູງໃຈ ໂດຍຜ່ານພຶຕິກຳທີ່ສະແດງອອກທັງພາຍໃນ ແລະ ພາຍນອກ ມັນຈະແຕກຕ່າງ ກັບ ສັງຄົມສາດອື່ນໆ ຢູ່ ບ່ອນວ່າ ເປົ້າໝາຍ ການຄົ້ນຄວ້າແມ່ນ ລະດັບບຸກຄົນໃນ ຂະນະທີ່ ຫົວໜ່ວຍການຄົ້ນຄວ້າ ໃນສັງຄົມສາດ ຂະແໜງອື່ນໆ ຈະແມ່ນ ລະດັບສັງຄົມເປັນສ່ວນໃຫຍ່ ອ້າງອີງ ຊາຍບອກ ອັງກິດ cyborg ຫຼື ຊີບອກ ແມ່ນວັດຖຸປະກອບຮ່ວມຂອງເຄື່ອງຈັກກົນນຳສິ່ງມີຊີວິດ ແມ່ນແນວຄຶດອັນຄິດຄົ້ນຂຶ້ນເມື່ອປີ ຄສ 1950​ ມີເປົ້າໝາຍແມ່ນການໃສ່ອະໄວຍະວະປອມເຂົ້າໄປໃນຮ່າງຄີງມະນຸດ ເພື່ອໃຫ້ອາໄສຢູ່ໃນສິ່ງແວດລ້ອມຕ່າງດາວຫຼືໃນອະວະກາດໄດ້ ຢ່າງໃດກໍດີ ບັດດຽວນີ້ມີການນຳອະໄວຍະວະປອມເຊັ່ນໝາກຫົວໃຈຫຼືດູກໄປໃສ່ໃນຮ່າງຄີງຂອງຜູ້ຄົນແທ້ໆ ສຳລັບຄົນໄຂ້ຫຼືຄົນຜູ້ປະສົບອຸປະຕິເຫດຈົນສູບເສຍອະໄວຍະວະລາງສ່ວນໄປ ຊີວະປະຫວັດ ແມ່ນແບບຟອມທີບັນທືປະຫວັດສວ່ນຕົວຂອງບຸກຄົນໃດຫນື່ງໂດຍແບບຟອມຂອງຊີວະປະຫວັດແມ່ນມີຫລາຍຮູບແບບ ແລະການຂຽນຊີວະປະຫວັດຂອງແຕ່ຮູບແບບນັ້ນຈະແຕກຕ່າງກັນໄປຂື້ນກັບແຕ່ລະອົງການຈັດຕັ້ງຈະກຳນົດ ຊີວະປະຫວັດແຕ່ລະສະນິດ ຊີວະປະຫວັດນັກຮຽນ ຊີວະປະຫວັດພະນັກງານພະນັກງານເອກະຊົນ ຊີວະປະຫວັດພະນັກງານລັດ ນອກຈາກນີ້ແລ້ວກໍ່ຍັງມີຊີວະປະຫວັດອື່ນໆອີກ ຊີວະສາດ ສຶກສາ ຄວາມຫຼາກຫຼາຍ ຂອງ ສິ່ງມີຊີວິດ ຕາມທິດເຂັມໂມງປິ່ນ ຈາກ ເບື້ອງຊ້າຍທາງເທິງ ຈຸນລະຊີບ ຕົ້ນໄມ້ ກວາງ ແມງໄມ້ ຊີວະສາດ ຄຳເຄົ້າ ຊີວສາສຕຣ໌ ພາສາອັງກິດ biology ມາຈາກ ພາສາເກຣັກ ແປວ່າ ການສຶກສາຊີວິດ ແມ່ນ ວິທະຍາສາດ ທີ່ສຶກສາ ກ່ຽວກັບ ສິ່ງມີຊີວິດ ອ້າງອີງ ຍົນ ຄຳເຄົ້າ ຍົນຕ໌ ແມ່ນ ຍານພາຫະນະ ທີ່ສາມາດບິນໄດ້ ໂດຍ ແຮງຍົກ ທີ່ເກີດຂຶ້ນ ໂດຍ ແຮງດັນ ຂອງ ອາກາດ ຕໍ່ ປີ ລິ້ງຄ໌ພາຍນອກ ພາສາອັງກິດ ພາສາອັງກິດ ຜູ້ຜະລິດຍົນລາຍໃຫຍ່ ພາສາອັງກິດ ພາສາອັງກິດ ພາສາອັງກິດ ອ້າງອີງ ດາລາສາດ ຄຳເຄົ້າ ດາຣາສາສຕຣ໌ ໝາຍເຖິງ ວິທະຍາສາດທີ່ ສຶກສາກ່ຽວກັບ ການສັງເກດແລະອະທິບາຍທຳມະຊາດຂອງດວງດາວ ໝູ່ດາວແລະວັດຖຸເທິງທ້ອງຟ້າ ເປັນການສືກສາຕົ້ນກຳເນີດ ວິວັດທະນາການ ຄຸນລັກສະນະທາງໂຄງສ້າງແລະທາງເຄມີຂອງວັດຖຸຕ່າງໆ ເຊັ່ນ ດາວຫາງ ການປ່ຽນແປງຄວາມສະຫວ່າງຂອງດາວເປັ່ງແສງ ບາງຄົນອາດເຂົ້າໃຈຜິດ ໂດຍການນຳດາລາສາດໄປປະປົນ ກັບໂຫລາສາດ ເຖິງວ່າທັງສອງຢ່າງນີ້ຈະມີຈຸດກຳເນີດຮ່ວມກັນ ແຕ່ປັດຈຸບັນມັນມີຄວາມແຕກຕ່າງຫຼາຍ ຄື ນັກດາລາສາດໃຊ້ວິທີທາງວິທະຍາສາດ ແລະ ບໍ່ແມ່ນ ເພື່ອ ການຄາດເດົາອານາຄົດ ໃນຂະນະທີ່ ນັກໂຫລາສາດຈະ ໃຊ້ຫລັກສະຖິຕິ ແລະ ຄະນິດສາດ ເພື່ອ ຄາດຄະເນອານາຄົດ ອ້າງອີງ ໄດໂນເສົາ ຫຼື ດີໂນໂຊ ແມ່ນຊື່ເອີ້ນໂດຍລວມຂອງສັດເດິກດຳບັນໃນອັນດັບໃຫຍ່ Dinosauria ເຊິ່ງເຄີຍຄອງລະບບນິເວດເທິງພື້ນພິພົບ ໃນມະຫາຍຸກມີໂຊໂຊອິກ ເປັນເວລາດົນເຖິງ 165 ລ້ານປີ ກ່ອນຈະສູນພັນ ໄປເມື່ອ 65 ລ້ານປີທີ່ແລ້ວ ຄົນສ່ວນໃຫຍ່ເຂົ້າໃຈວ່າໄດໂນເສົາເປັນສັດເລືອຄານ ແຕ່ອັນທີ່ຈິງໄດໂນເສົາແມ່ນສັດໃນອັນດັບນຶ່ງທີ່ມີລັກສະນະກ້ຳກຶ່ງລະຫວ່າງສັດເລືອຄານແລະນົກ ອ້າງອີງ ;ບັນນານຸກົມ ອ່ານຕື່ມ Bakker Robert T 1986 '' New York Morrow ISBN 0-688-04287-2 Holtz Thomas R Jr 2007 '' New York Random House ISBN 978-0-375-82419-7 Paul Gregory S 2000 The Scientific American Book of Dinosaurs New York St Martin's Press ISBN 0-312-26226-4 Paul Gregory S 2002 Dinosaurs of the Air The Evolution and Loss of Flight in Dinosaurs and Birds Baltimore The Johns Hopkins University Press ISBN 0-8018-6763-0 Sternberg C M 1966 Canadian Dinosaurs in Geological Series no 54 Second ed National Museum of Canada 28 p amply ill ISBN 1-55670-596-4 Article The Humongous Book of Dinosaurs ແຫຼ່ງຂໍ້ມູນອື່ນ ;ທົ່ວໄປ ;ຮູບພາບ Influential paleontologist's anatomy art and paintings Professional restorations of numerous dinosaurs and discussions of dinosaur anatomy ;ວີດີໂອ BBC Nature ;ທາງການບັນເທີງ From the Natural History Museum a well illustrated dinosaur directory wwwdinosaurnewsorg The dinosaur-related headlines from around the world Recent news on dinosaurs including finds and discoveries and many links From UC Berkeley Museum of Paleontology Detailed information – scroll down for menu All about dinosaurs with current featured articles wwwenchantedlearningcom From Enchanted Learning Kids' site info pages and stats theories history contains data tables on nearly every published Mesozoic dinosaur genus as of January 2011 Giant Dinosaurs Get Downsized by LiveScience June 21 2009 ;ວິຊາການ From Coquina Press Online technical journal A searchable dinosaur database from the University of Bristol with dinosaur lists classification pictures and more wwwdinodataorg Technical site essays classification anatomy By Justin Tweet Includes a cladogram and small essays on each relevant genera and species ດົນຕີ ຄຳເຄົ້າ ດົນຕຣີ ແມ່ນ ສິນລະປະ ໃນການຈັດລຽງ ສຽງ ແລະ ຈັງຫວະ ນັກດົນຕີ ບາງເທື່ອ ກໍ່ໝາຍເຖິງ ນັກແຕ່ງ ນັກເສບ ນັກຮ້ອງ ດົນຕີ ທີ່ຖືກແຕ່ງຂຶ້ນນັ້ນ ດົນຕີ ທີ່ເກີດຂຶ້ນ ແລະ ວິວັດທະນາ ໃນ ປະເທດ ຫຼື ເຂດແຄ້ວນໃດໜຶ່ງ ມັກຖືກເອີ້ນວ່າ ແມ່ນ ດົນຕີພື້ນເມືອງ ຫຼື ດົນຕີ ແລະ ຊື່ປະເທດນັ້ນໆ ເຊັ່ນ ດົນຕີລາວ ເບິ່ງຕື່ມ ນັກດົນຕີ ນັກແຕ່ງ ນັກເສບ ນັກຮ້ອງ ອ້າງອີງ ຕຳນານ ລາແຕັງ legenda ໝາຍເຖິງ "ອ່ານເພື່ອຄຶດ" ແມ່ນ ເລື່ອງເລົ່າຂານທີ່ມີມາແຕ່ອະດີດ ປຽບໄດ້ຄ້າຍຄືເຄື່ອງມືທີ່ຊ່ອຍຖ່າຍທອດເລື່ອງລາວທາງປະຫວັດສາດ ເຊິ່ງເລື່ອງລາວເຫຼົ່ານີ້ສະທ້ອນໃຫ້ເຫັນເຖິງວິຖີຊີວິດ ຄວາມຄຶດ ຄວາມເຊື່ອ ລວມເຖິງປະເພນີຕ່າງໆ ຂອງຄນໃນຍຸກອະດີດ ອ້າງອີງ ;ບັນນານຸກົມ Chapter I Preliminary Definitions et passim Karl Kerenyi The Heroes of the Greeks 1959 Literary or Profane Legends Timothy R Tangherlini "It Happened Not Too Far from Here A Survey of Legend Theory and Characterization" Western Folklore 494 October 1990371-390 A condensed survey with extensive bibliography ແຫຼ່ງຂໍ້ມູນອື່ນ ພຣະທາດຫລວງ ໄດ້ຖືກສ້າງຂຶ້ນໃນສັດຕະວັດທີ 3 ປະມານປີ ຄສ 236 ໂດຍການນຳຂອງພຣະຍາ ຈັນທະບູລີ ປະສິດ ທິສັກ ພ້ອມດ້ວຍພຣະອໍຣະຫັນ 5 ອົງຄື 1 ພຣະມະຫາ ຣັຕຕະນະເຖຣະ 2 ພຣະມະຫາ ຈຸນລະລັຕຕະນະເຖຣະ 3ພຣະມະຫາ ສຸວັນນະປາສາທະເຖຣະ 4 ພຣະມະຫາ ຈຸນລະສຸວັນນະປາສາທະເຖຣະ 5 ພຣະມະຫາ ສັງຄະວິຊາເຖຣະ ພຣະອໍຣະຫັນທັງ 5 ອົງນີ້ ແມ່ນພຣະສົງລາວ ເຊິ່ງໄດ້ໄປສຶກສາຢູ່ທີ່ລາຊະຄຶ ປະເທດອິນເດຍ ເມື່ອສຳເລັດການສຶກສາ ແລ້ວ ຈຶ່ງໄດ້ກັບມາພ້ອມທັງໄດ້ອັນເຊີນ ພຣະບໍຣົມ ມະສາຣິຣິກະທາດ ກະດູກຫົວເນົ່າ ຂອງພຣະພຸດທະເຈົ້າມານຳ ເມື່ອ ເຖິງ ປະເທດລາວແລ້ວ ກໍໄດ້ຊັກຊວນພຣະຍາຈັນທະບູລີ ປະສິທິສັກ ຜູ້ຄອງເມືອງວຽງຈັນໃນສະໄໝນັ້ນ ພ້ອມດ້ວຍຣາຊະດອນ ເມືອງວຽງຈັນ ສ້າງພຣະທາດຂຶ້ນໜ່ວຍໜຶ່ງ ສຳລັບບັນຈຸພຣະບໍຣົມມະສາຣິຣິກະທາດນັ້ນ ໄວ້ເພື່ອເປັນບ່ອນຂາບສັກກະຣະບູ ຊາພຣະທາດ ໜ່ວຍທີ່ພຣະຍາຈັນທະບູລີ ແລະ ພຣະອໍຣະຫັນ 5 ອົງນຳພາສ້າງຂຶ້ນນັ້ນ ເປັນພຣະທາດທີ່ກໍ່ດ້ວຍຫີນ ມີຮູບລັກສະນະເປັນອຸບໂມງ ກວ້າງຂ້າງລະ 5 ວາ ໝາ 2 ວາ ລວງສູງ 4 ວາ 3 ສອກ ຕໍ່ມາພຣະເຈົ້າໄຊຍະເສດຖາທິລາດ ບໍຣົມມະຂັດຕິຍະວົງສາທຳມິກະຣາດ ໄດ້ສ້າງພຣະທາດໃຫຍ່ກວມພຣະທາດນ້ອຍ ໃນສັດຕະວັດທີ 16 ຈຸນລະສັງກາດ 928 ກົງກັບ ພສ 2109 ຄສ 1566 ກໍ່ດ້ວຍດິນຈີ່ແລະເມື່ອສ້າງເສັດແລ້ວໄດ້ໃສ່ຊື່ພຣະທາດນີ້ວ່າ ເຈດີໂລກະຈຸລະມະນີ ແຕ່ຄົນສ່ວນຫລາຍນິຍົມເອີ້ນວ່າ ພຣະທາດຫລວງ ເພາະວ່າມີພຣະທາດໜ່ວຍດຽວນີ້ ທີ່ໃຫຍ່ທີ່ສຸດໃນປະເທດລາວ ແລະໄດ້ສ້າງທາດນ້ອຍໄວ້ເທິງເຕົ້າທາດໃຫຍ່ຖານທີ 2 ອ້ອມທັງ 4 ດ້ານ ລວມທັງໝົດ 30 ໜ່ວຍ ທາດນ້ອຍ 30 ໜ່ວຍນີ້ເອີ້ນວ່າ ສັມມະຕິງສະປາຣະມີ ໃນທາດນ້ອຍ 30 ໜ່ວຍນີ້ ເພິ່ນໄດ້ເອົາຄຳມາຫລໍ່ເປັນຮູບທາດນ້ອຍໄດ້ 30 ໜ່ວຍ ແຕ່ລະໜ່ວຍມີນ້ຳໜັກ 4 ບາດຄຳ ແລະເອົາຄຳຈຳນວນໜຶ່ງມາຕີແຜ່ ອອກເປັນຮູບໃບລານ ເອີ້ນວ່າ ໃບລານຄຳ ໄດ້ 30 ແຜ່ນ ແລ້ວຂຽນຄຳສອນເປັນອັກສອນທັມ ໃສ່ໃບລານຄຳນັ້ນທຸກໆໃບມີຂໍ້ຄວາມດັ່ງນີ້ ເຍ ທັມມາ ເຫຕຸບປະພະວາ ເຕສັງ ເຫຕຸງ ຕະຖາຄະໂຕ ເຕສັນຈະໂຍ ນິໂລໂທຈະ ເອວັງວາ ທິ ມະຫາສະມະໂນ ແປວ່າທັມທັງຫລາຍເຫລົ່າໃດ ມີເຫດເປັນທີ່ເກີດພຣະຕະຖາຄົດ ສະແດງເຫດຂອງທັມເຫລົ່ານັ້ນ ແລະ ຕ້ອງໄດ້ດັບເຫດຂອງທັມເຫລົ່ານັ້ນດ້ວຍ ເມື່ອຂຽນແລ້ວ ກໍເອົາໃບລານຄຳນັ້ນລົງຮອງ ໄວ້ໃນພື້ນທາດນ້ອຍທັງ 30 ໜ່ວຍ ການສ້າງທາດນ້ອຍໄວ້ນີ້ ແມ່ນມີຄວາມ ໝາຍໃຫ້ຮູ້ວ່າ ຜູ້ທີ່ບັນຈຸເປັນພຣະສັມມາສັມພຸດທະເຈົ້າ ຈະຕ້ອງໄດ້ສ້າງສົມຄຸນງາມຄວາມດີໃຫ້ເຖິງ 30 ປະການ ຕັ້ງແຕ່ທານະປາຣະມີ ເປັນຕົ້ນຈົນເຖິງ ອຸເປກຂາ ປາຣະມັດຖະປາຣະມີ ເປັນປະຣິໂຍສານ ທາດຄຳ ແລະ ໃບລານຄຳ ທີ່ກ່າວມານັ້ນດຽວນີ້ບໍ່ຍັງແລ້ວ ເພາະພວກກອງໂຈນຫໍ້ໄດ້ຂຸດຄົ້ນເອົາໄປໝົດ ໃນຄັ້ງທີ່ເຂົາໄດ້ ເຂົ້າມາຮຸກຮານປະເທດລາວ ທາງດ້ານຕາເວັນອອກຫາຕາເວັນຕົກ ມີຄວາມຍາວດ້ານລະ 69 ແມັດ ສ່ວນດ້ານ ເໜືອຫາດ້ານໃຕ້ ມີຄວາມຍາວດ້ານລະ 68 ແມັດ ໃນຖານລຸ່ມມີໃບສີມາອ້ອມທັງ 4 ດ້ານ ມີທັງຫມົດ 323 ໃບ ແລະ ພ້ອມທັງຫໍໄຫວ້ ທັງ 4 ດ້ານ ແຕ່ລະຫໍໄຫວ້ມີຂັ້ນໃດຂຶ້ນໄປໄຫວ້ທຸກຫໍ ແຕຢູ່ທາງຫໍໄຫວ້ດ້ານຕາເວັນອອກນັ້ນ ຢູ່ພັກເທິງ ຖັດຈາກຫໍໄຫວ້ຂຶ້ນໄປ ມີທາດນ້ອຍໜ່ວຍໜຶ່ງທີ່ປະກອບດ້ວຍລວດລາຍຢ່າງຈົບງາມ ມີຫໍກວມໄວ້ສະເພາະ ຫໍກວມທີ່ວ່ານີ້ ປະກອບດ້ວຍລວດລາຍຢ່າງວິຈິດ ເປັນການສະແດງໃຫ້ເຫັນເຖິງຄວາມສີວິໄລຂອງຍຸກສະໄໝຢ່າງຈະແຈ້ງ ຖານທີສອງຕໍ່ ຈາກຖານຫໍໄຫວ້ຂຶ້ນໄປມີດ້ານລະ 46 ແມັດ ມີກາບດອກບົວໃຫຍ່ອ້ອມຮອບທັງໝົດ ມີ 120 ກາບ ຢູ່ປາຍກາບດອກບົວເພິ່ນເຮັດເປັນດູກູງ ຫລື ເສັ້ນລວດເປັນຂອບອ້ອມທັງ 4 ດ້ານແລະ ຕັ້ງໃບສີມມາ ເທິງດູກູງນັ້ນ ໃບສີມມາໃນຖານນີ້ມີທັງຫມົດ 228 ໃບ ໃນໃຈກາງຂອງໃບສີມມາທຸກໆໃບ ເພິ່ນເຮັດເປັນໂກນສຳຫລັບໃສ່ພຣະພິມໃບລະອົງ ໃນຖານນີ້ ເພິ່ນເຮັດປະຕູໂຂງໄວ້ເພື່ອເກັບຍອດປະສາດ ຖັດໃບສີມມາເຂົ້າໄປມີທາງອ້ອມຮອບທາດ ຢູ່ຕາມທາງນີ້ເອງ ເພິ່ນກໍ່ທາດນ້ອຍລຽນໄປຕາມທາງມີຈຳນວນ 30 ໜ່ວຍດັ່ງກ່າວແລ້ວ ຢູ່ເທິງກາງເຕົ້າທາດນ້ອຍທັງ 30 ໜ່ວຍນີ້ ເພິ່ນໄດ້ຂຽນຫນັງສືເປັນອັກສອນທັມ ບອກຊື່ແຕ່ລະທາດໄວ້ທຸກໆໜ່ວຍ ຊື່ຂອງແຕ່ລະທາດນັ້ນ ກໍແມ່ນເອີ້ນຕາມປາຣະມີທັງ 30 ນັ້ນເອງ ຄື ຕັ້ງແຕ່ທານະປາຣະມີໄປຈົນຄົບ 30 ທັດພໍດີຖານທີ 3 ແມ່ນຖັດຈາກທານປາຣະມີ 30 ຂຶ້ນໄປ ຖານນີ້ກວ້າງດ້ານລະ 30 ແມັດ ເຕົ້າຂອງຖານທີ 3 ນີ້ແມ່ນເປັນຫລັງເຕົ້າ ຫລື ຮູບໂອຂວ້ຳ ມີລັກສະນະຄືກັບພຣະທາດສັນຈິດ ຂອງພຣະເຈົ້າອະໂສກມະຫາຣາດໃນປະເທດອິນເດຍ ເທິງຖານຫລັງເຕົ້າ ອັນເປັນຖານຕີນຂອງຍອດທາດນັ້ນ ມີຮູບເປັນ 4 ຫລ່ຽມ ອ້ອມດ້ວຍກາບດອກບົວໃຫຍ່ ເຊິ່ງມີປາຍກາບດອກບົວບານອອກ ຖັດຈາກດອກບົວໄປເປັນເຕົ້າອີກເຕົ້າໜຶ່ງ ຈຶ່ງມີພັກເປັນຮູບໂອຂວ້ຳ ໂອຫງາຍຂຶ້ນເປັນພັກເຕົ້າສ້ວຍເຂົ້າອີກ ແລ້ວຈຶ່ງມີແອວຂັນ ຖັດຈາກແອວຂັນໄປເປັນເຕົ້າຈອມທາດ ເຕົ້ານີ້ແມ່ນມີຮູບເປັນ 4 ຫລ່ຽມເຫວີຂຶ້ນເທິງໜ້ອຍ ໜຶ່ງ ຕໍ່ຈາກເຕົ້ານີ້ ບູຮານເອີ້ນວ່າ " ເຈດີດົ້ວດວງປີພົ້ນພຸ້ງ " ຢູ່ເທິງດວງປີຈຶ່ງແມ່ນເສດຕະສັດອັນເປັນຍອດພຣະທາດ ໃນດ້ານເສດຖະກິດ ທຸລະກິດ ຄຳເຄົ້າ ທຸຣກິຈ ແມ່ນ ວິທະຍາສາດໃນການ ບໍລິຫານ ຄຸ້ມຄອງ ຄົນ ອົງການຈັດຕັ້ງເພື່ອ ທຳການຜະລິດ ຫຼື ສະໜອງການບໍລິການທີ່ ໂດຍທົ່ວໄປ ແມ່ນ ເພື່ອ ສະແຫວງຫາ ຜົນກຳໄລ ບຸກຄົນ ເຮັດທຸລະກິດ ແມ່ນ ນັກທຸລະກິດແລະ ອົງການຈັດຕັ້ງທີ່ເຮັດທຸລະກິດ ມັກຖືກເອີ້ນວ່າ ບໍລິສັດຫຼື ວິສາຫະກິດ ປະເພດບໍລິສັດວິສາຫະກິດ ຕາມ ກຳມະສິດ ວິສາຫະກິດສ່ວນບຸກຄົນ ວິສາຫະກິດຫຸ້ນສ່ວນ ລັດວິສາຫະກິດ ວິສາຫະກິດມະຫາຊົນ ປະເພດບໍລິສັດວິສາຫະກິດ ຕາມ ຂະໜາດ ວິສາຫະກິດຂະໜາດໃຫຍ່ ວິສາຫະກິດຂະໜາດນ້ອຍແລະກາງ ປະເພດບໍລິສັດວິສາຫະກິດ ຕາມ ຂອບເຂດການເຄື່ອນໄຫວ ວິສາຫະກິດຂ້າມຊາດ ວິສາຫະກິດພາຍໃນປະເທດ ວິສາຫະກິດຕ່າງປະເທດ ອ້າງອີງ ທໍລະນີສາດ ຄຳເຄົ້າ ທໍຣນີສາສຕຣ໌ ແມ່ນ ວິທະຍາສາດ ທີ່ສຶກສາກ່ຽວກັບ ພາກສ່ວນແຂງ ຂອງ ໂລກ ສ່ວນປະກອບ ໂຄງສ້າງ ຄຸນລະສັກນະ ຄວາມເປັນມາ ແລະ ຂະບວນວິວັດ ຂອງ ມັນ ນັກທໍລະນີສາດ ແມ່ນ ຜູ້ມີຄວາມຮູ້ດ້ານ ທໍລະນີສາດ ທີ່ສາມາດນຳໃຊ້ ໄດ້ໃນວຽກງານຕ່າງໆ ເຊັ່ນ ການຄິດໄລ່ອາຍຸຂອງຊັ້ນດິນ ຊອກຫາບ່ອນທີ່ມີແຮ່ທາດ ເຊັ່ນ ຖ່ານຫີນ ເຫລັກ ນ້ຳມັນ ທອງ ແລະອື່ນໆ ອ້າງອີງ ນິເວດສາດ ຄຳເຄົ້າ ນິເວສສາສຕຣ໌ ແມ່ນ ວິທະຍາສາດ ທີ່ສຶກສາກ່ຽວກັບ ການກະຈາຍ ຄວາມສຳພັນຊຶ່ງກັນແລະກັນ ລະຫວ່າງສິ່ງມີຊີວິດ ລວມທັງ ກັບ ສິ່ງແວດລ້ອມ ຄຳວ່າ ນິເວດ ໃນພາສາອັງກິດ ຫລື ecologyນັ້ນ ບາງເທື່ອ ກໍ່ ຖືກໃຊ້ ເພື່ອໝາຍຄວາມເຖິງ ຄວາມເປັນທຳມະຊາດ ເຊັ່ນ ຄຳວ່າ ເອໂກທູລິສມ໌ ecotourism ສ່ວນຫລາຍກໍ່ຈະແປ ເປັນພາສາລາວ ວ່າ ການທ່ອງທ່ຽວແບບທຳມະຊາດ ອ້າງອີງ ບູຮານວິທະຍາ ຄຳເຄົ້າ ບູຮານວິທຍາ archaeology ແມ່ນວິທະຍາສາດ ທີ່ ສຶກສາກ່ຽວກັບ ມະນຸດຊາດ ແລະ ວິວັດທະນາການ ຂອງ ມັນ ໂດຍ ຜ່ານ ການຄົ້ນຄ້ວາ ບູຮານສະຖານ ຮ່ອງຮອຍ ທີ່ ມະນຸດຊາດ ໄດ້ ປະຖິ້ມໄວ້ ແຕ່ ບູຮານມາ ອະທິຍະທຳບູຮານ ອະລິຍະທຳເອຢິບບູຮານ ອະລິຍະທຳເມໂສອາເມລິກາບູຮານ ອະລິຍະທຳອານເດັສ 7 ສິ່ງມະຫັດສະຈັນ ປີລະມິດ ກຳແພງຍັກ ອ້າງອີງ ປະຊາທິປະໄຕ ແມ່ນແນວຄິດທີ່ເຊື່ອວ່າປະຊາຊົນມີສິດທີ່ຈະປົກຄອງຕົນເອງ ເຊິ່ງແຕກຕ່າງຈາກແນວຄິດກ່ອນໜ້າ ທີ່ເຊື່ອວ່າປະຊາຊົນມີຊີວິດເພື່ອການຮັບໃຊ້ພະມະຫາກະສັດ ຫຼື ມີຊິວິດຕາມຄວາມຕ້ອງການຂອງພະເຈົ້າ ການປ່ຽນກະບວນທັດນີ້ ແມ່ນຜົນຈາກຍຸກແສງສະຫວ່າງ ປະຊາທິປະໄຕນັ້ນ ກ່າວໄດ້ວ່າ ມີຄວາມໝາຍທັງໃນແງ່ອຸດົມການຫຼືລັດທິຄວາມຄິດທາງການເມືອງ ແລະ ຄວາມໝາຍໃນເຊິງລະບອບການປົກຄອງ ໂດຍແມ່ນທີ່ປະຈັກກັນທົ່ວໄປວ່າ ລະບອບການປົກຄອງທີ່ສາມາດຕອບສະໜອງຄວາມຕ້ອງການຂອງປະຊາຊົນໄດ້ຢ່າງມີປະສິດພາບແລະປະສິດຜົນ ໂດຍມີກົນໄກ ເງື່ອນໄຂຮອງຮັບສັກສີ ສິດທິເສລີພາບ ແລະ ຄວາມເທົ່າທຽມກັນຂອງບຸຄຄົນ ໃນສັງຄົມ ແມ່ນການປົກຄອງໃນລະບອບປະຊາທິປະໄຕ ເຊິ່ງເປັນລະບອບການປົກຄອງທີ່ຖືວ່າປະຊາຊົນແມ່ນອຳນາດອະທິປະໄຕ ແລະທຶກຄົນບໍ່ເວັ້ນພະມະຫາກະສັດຈະຕ້ອງຢູ່ພາຍໃຕ້ລັດຖະທຳມະນູນ ຄຳວ່າ ປະຊາທິປະໄຕ ມາຈາກພາສາເກຣັກບູຮານວ່າ Democratia ແມ່ນຄຳຜະສົມລະຫວ່າງຄຳວ່າ Demo ໝາຍເຖິງປະຊາຊົນຫຼືສາທາລະນະຊົນທົ່ວໄປ ແລະຄຳວ່າ cratia ເຊິ່ງໝາຍເຖິງລະບອບການປົກຄອງ ປະດິດໃຊ້ເອງ ຄຳເຄົ້າ ປດິສຖ໌ໃຊ້ເອງ ແມ່ນວິທີການປະດິດ ສ້ອມແປງ ຫຼື ປັບປຸງ ບາງສິ່ງ ໂດຍບໍ່ຕ້ອງພຶ່ງພາອາໄສຄວາມຊ່ອຍເຫຼືອຈາກຊ່າງຫຼືຜູ້ຊຳນານ ແຟຊັ້ນ ທາງດ້ານແຟຊັ້ນ ຜູ້ຄົນສາມາດຕັດເສື້ອຜ້າຫຼືນຳເສື້ອຜ້າມາແປຮູບເອງຕາມໃຈມັກ ເຊັ່ນ ການນຳເສື້ອແຂນຂາວມາຕັດແຂນເອງ ໂດຍບໍ່ຕ້ອງພຶ່ງຊ່າງຕັດເສຶ້ອ ອ້າງອີງ ປະຫວັດສາດ ຄຳເຄົ້າ ປວັຕສາສຕຣ໌ ເປັນການຄົ້ນພົບ ຮິບໂຮມ ຈັດລະບຽບແລະນຳສະເໜີຂໍ້ມູນກ່ຽວກັບເຫດການໃນອະດີດ ປະຫວັດສາດຍັງອາດໝາຍເຖິງຊ່ວງເວລາຫຼັງມີການປະດິດໂຕອັກສອນຂຶ້ນ ນັກວິຊາການຜູ້ຂຽນກ່ຽວກັບປະຫວັດສາດເອີ້ນນັກປະຫວັດສາດ ປະຫວັດສາດເປັນສາຂາການວິໄຈເຊິ່ງໃຊ້ການບັນຍາຍເພື່ອພິຈາລະນາແລະວິເຄາະລຳດັບຂອງເຫດການ ອ້າງອີງ ປະເທດເອກົດ ແມ່ນປະເທດທາງຕາເວັນຕົກສຽງເໜືອຂອງທະວີບເອີລົບ ແລະເປັນນຶ່ງງໃນຊາດສະມາຊິກຂອງສະຫະລາຊະອານາຈັກ ມີພື້ນທີ່ຄອບຄຸມ 1 ໃນ 3 ທາງຕອນເໜືອຂອງເກາະເບຕາຍໃຫຍ່ ມີພົມແດນຕອນໃຕ້ຮ່ວມກັບອັງກິດ ດ້ານຕາເວັນອອກຕິດທະເລເໜືອ ດ້ານຕາເວັນຕົກຕິດມະຫາສະໝຸດອັດລັງຕິກ ນະຄອນຫຼວງແມ່ນເອແດມບວກສ່ວນເມືອງທີ່ມີປະຊາກອນຫຼາຍທີ່ສຸດແມ່ນກາສະໂກ ອ້າງອີງ ອ່ານຕື່ມ Brown Dauvit 1999 Anglo-French acculturation and the Irish element in Scottish Identity in Smith Brendan ed Insular Responses to Medieval European Change Cambridge University Press pp 135–53 Brown Michael 2004 The Wars of Scotland 1214–1371 Edinburgh University Press pp 157–254 Devine TM 2000 The Scottish Nation 1700–2000 New Ed edition LondonPenguin ISBN 0-14-023004-1 Flom George Tobias Scandinavian influence on Southern Lowland Scotch A Contribution to the Study of the Linguistic Relations of English and Scandinavian Columbia University Press New York 1900 MacLeod Wilson 2004 Divided Gaels Gaelic Cultural Identities in Scotland and Ireland c1200–1650 Oxford University Press Pope Robert ed Religion and National Identity Wales and Scotland c1700–2000 University of Wales Press 2001 Sharp L W The Expansion of the English Language in Scotland Cambridge University PhD thesis 1927 pp 102–325; Trevor-Roper Hugh The Invention of Scotland Myth and History Yale 2008 ISBN 0-300-13686-2 ລິງຄ໌ພາຍນອກ official site of Scotland's national tourist board official website on the independence referendum consultation and at the National Library of Scotland official site of the National Archives of Scotland official government site for Scotland's census results pdf from the Scottish Executive official site of the Scottish Government the official online gateway to Scotland managed by the Scottish Government official site of the Scottish Parliament official government resource for Scottish genealogy the Scottish Government's programme of small area statistics in Scotland an extensive guide to the places and people of Scotland by the Royal Scottish Geographical Society and University of Edinburgh photos from Scotland's streets ປະໂລເຕອິນ ແມ່ນສານປະກອບຊີວະເຄມີ ເຊິ່ງປະກອບດ້ວຍໂປລີແປບຕິດນຶ່ງສາຍຫຼືຫຼາຍກວ່າ ທີ່ພັບກັນເປັນຮູບຊົງກົມຫຼືເສັ້ນໃຍ ໂດຍເຮັດໜ້າທີ່ອຳນວຍຂະບວນການທາງຊີວະວິທຍາ ໂປລີແປບຕິດເປັນໂປລີມໍສາຍດ່ຽວທີ່ເປັນເສັ້ນກົງຂອງກົດອາມີເນທີ່ເຊື່ອມເຂົ້າກັນດ້ວຍພັນທະແປບຕິດລະຫວ່າງໝູ່ກາບົກຊີລິກແລະໝູ່ອາມີເນຂອງກົດອາມີເນເຫຼືອຄ້າງ residue ທີ່ຢູ່ຕິດກັນ ລຳດັບກົດອາມີເນໃນປະໂລເຕອິນກຳໜົດໂດຍລຳດັບຂອງແຊນ ເຊິ່ງເຂົ້າລະຫັດໃນລະຫັດພັນທຸກຳ ໂດຍທົ່ວໄປ ລະຫັດພັນທຸກຳປະກອບດ້ວຍກົດອາມີເນມາຕະຖານ 20 ຊະນິດ ອ້າງອີງ ;ບັນນານຸກົມ Lehninger AL Nelson DL and Cox MM 1993 Principle of Biochemistry 2nd ed New York Worth Branden C Tooze J 1999 Introduction to Protein Structure New York Garland Pub ISBN 0-8153-2305-0 Murray RF Harper HW Granner DK Mayes PA Rodwell VW 2006 Harper's Illustrated Biochemistry New York Lange Medical Books McGraw-Hill ISBN 0-07-146197-3 Van Holde KE Mathews CK 1996 Biochemistry Menlo Park Calif Benjamin Cummings Pub Co Inc ISBN 0-8053-3931-0 ອ່ານຕື່ມ ແຫຼ່ງຂໍ້ມູນອື່ນ When a "tape" of mRNA passes through the "playing head" of a ribosome the "notes" produced are amino acids and the pieces of music they make up are proteins ຖານຂໍ້ມູນແລະໂຄງການ curates protein-chemical interactions as well as gene protein-disease relationships and chemical-disease relationships A Meta search engine 29 databases for gene and protein information see also presenting short accounts on selected proteins from the PDB rotatable zoomable 3D model with wiki annotations for every known protein molecular structure ເວັບໄຊທາງການສຶກສາ on proteins ນິກາຍປະໂລແຕສະຕັງ ຫຼືສະກດ ປະໂຣແຕສະຕັງ ຫຼື ໂປຣແຕສະຕັງ ແມ່ນນິກາຍນຶ່ງໃນສາສະໜາຄິດ ໃຊ້ໝາຍເຖິງຄິດຕະສາສະນິກະຊົນໃດໆ ທີ່ບໍ່ແມ່ນໂລມັງກາໂຕລິກແລະອອກໂຕດົກ ປະໂລແຕສະຕັງແມ່ນຂະບວນການສາສະໜາທີ່ມີຈຸດເລີ່ມຕົ້ນທີ່ປະເທດເຢຍລະມັນຊ່ວງຕົ້ນຄິດຕະສະຕະວັດທີ 16 ເພື່ອຄັດຄ້ານຫຼັກຄວາມເຊື່ອແລະການປະຕິບັດແບບໂລມັງກາໂຕລິກ ໂດຍສະເພາະແມ່ນໃນປະເດັນທີ່ກ່ຽວກັບຄວາມລອດ ການເຮັດໃຫ້ຊອບທຳ ແລະຄິດຕະຈັກວິທະຍາ ນິກາຍຍ່ອຍ ປະໂລແຕສະຕັງແບ່ງອອກເປັນຫຼາຍນິກາຍຍ່ອຍ ເຊິ່ງຍຶດຫຼັກຄວາມເຊື່ອແຕກຕ່າງກັນໄປ ແຕ່ໂດຍທົ່ວໄປຈະຍອມຮັບຫຼັກການຄືກັນວ່າມະນຸດຈະເປັນຄົນຊອບທຳໄດ້ກໍໂດຍອາໄສພະຄຸນຈາກພະເຈົ້າຜ່ານທາງຄວາມສັດທາເທົ່ານັ້ນ ເອີ້ນວ່າຫຼັກໂຊລາກາເຊຍແລະໂຊລາຟີເດ ເຊື່ອວ່າຜູ້ເຊື່ອທຸກຄົນເປັນປຸໂລຫິດ ແລະຄຳພີໄບເບິນມີອຳນາດສູງສຸດໃນການກຳໜົດຫຼັກຄວາມສັດທາແລະສີລະທຳ ເອີ້ນວ່າຫຼັກໂຊລາສະກິບຕູລາ ອ້າງອີງ ;ອ່ານຕື່ມ by Greg Bahnsen from Catalyst United Methodist perspective World body for mainline protestant churches ແຫຼ່ງຂໍ້ມູນອື່ນ ປຣັດຊະຍາ ຄຳເຄົ້າ ປຣັຊຍາ ເປັນຄຳສັບມາຈາກພາສາສັນສະກິດ ເຊິ່ງມີຄວາມໝາຍວ່າ ຄວາມຮູ້ອັນປະເສີດ < font>ໂດຍໄດ້ມາຈາກສອງຄຳສັບຄື ປະຣະ< font> ທີ່ແປວ່າປະເສີດ ແລະ ຄຳວ່າ ຊະຍາ< font> ທີ່ແປວ່າຄວາມຮູ້ອັນປະເສີດ ໝາຍເຖິງຄວາມຮູ້ທີ່ເກີດຂຶ້ນພາຍຫຼັງໄດ້ຮັບການພິຈາລະນະຢ່າງຖີ່ຖ້ວນ ໃນພາສາອັງກິດໃຊ້ຄຳວ່າ Philosophy ເຊິ່ງມີເຄົ້າເດີມມາຈາກສັບວ່າ philo-sophia Φιλοσοφίαໃນພາສາເກຣັກ philos ແປວ່າ ຄວາມຮັກ ແລະ sophia ແປວ່າຄວາມຮູ້ ເມື່ອຮວມເຂົ້າກັນຈຶ່ງມີຄວາມໝາຍວ່າ ຄວາມຮັກໃນຄວາມຮູ້ ຫຼື ຄວາມປາຖະໜາທີ່ຈະເຂົ້າເຖິງຄວາມຮູ້ ຄືປຣັດຊະຍາ ການສຶກສາດ້ານ ປຣັດຊະຍາ ມີເປົ້າໝາຍທີ່ຄວາມເຂົ້າໃຈ ຄວາມຮູ້ ຫຼື ປັນຫາບາງອັນທີ່ກ່ຽວພັນກັບແນວຄິດຮາກຖານ ເຊັ່ນ ສະພາບຄວາມເປັນຈິງ ຄວາມຮູ້ ຄວາມໝາຍ ຄ່ານິຍົມ ສິ່ງທີ່ມີຢູ່ ແລະ ຄວາມຈິງ ເຖິງຢ່າງໃດກໍຕາມຍັງບໍ່ທັນມີຂໍສະຫຼຸບທີ່ແນ່ນອນວ່າ ຄວນໃຊ້ແນວທາງໃດທີ່ຄວນຈະເປັນແນວທາງໃນການສຶກສານີ້ ເຊິ່ງລວມໄປຮອດຄວາມຖືກຕ້ອງຂອງຫຼັກການ ອ້າງອີງ ການຜັງເມືອງ ຫຼື ການວາງແຜນຊຸມຊົນເມືອງ ອັງກິດ Urban planning ແມ່ນສາດໜຶ່ງ ກ່ຽວຂ້ອງກັບສະຫະສາຂາວິຊາ ເຊັ່ນ ການວາງແຜນ ກົດໝາຍ ສະຖາປັດຕະຍະກຳ ສັງຄົມສາດ ເສດຖະສາດ ສິ່ງແວດລ້ອມ ວິສະວິກຳຈະລາຈອນ ເພື່ອເປັນການກຳໜົດນະໂຍບາຍ ກົດໝາຍ ເກນ ລະບຽບ ການຈັດວາງຜັງແລະແຜນການໃຊ້ພື້ນທີ່ຂອງເມືອງ ຊຸມຊົນ ໂຄງຂ່າຍການຈະລາຈອນ ໃນ ອຸດສາຫະກຳ industry ພະລັງງານໄຟຟ້າ electric power ຈະໝາຍ ເຖິງ ຂະແໜງການທີ່ ທຳການຜະລິດ ແລະ ແຈກຢາຍ ກະແສໄຟຟ້າ ຫຼື ພະລັງງານໄຟຟ້າ ການຜະລິດ ພະລັງງານໄຟຟ້າ ແມ່ນ ການປ່ຽນແປງ ພະລັງງານ ໃນ ຮູບອື່ນ ເຊັ່ນ ການໄຫຼຂອງນໍ້າ ທີ່ ເອີ້ນວ່າ ໄຟຟ້າພະລັງນໍ້າhydro power ແລະ ຄວາມຮ້ອນຈາກການເຜົາໃໝ້ ທີ່ ເອີ້ນວ່າ ໄຟຟ້າພະລັງໄຟ ເປັນຕົ້ນ ໂຮງງານຜະລິດໄຟຟ້າ ພະລັງນໍ້າ ທີ່ ໃຊ້ວິທີ ເຮັດເຂື່ອນກັນນໍ້າ ເພື່ອປ່ຽນພະລັງງານນໍ້າ ທີ່ ຕົກລົງມາພັດໄບພັດ ໃຫ້ ເປັນ ກະແສໄຟຟ້າ ແມ່ນ ເຂື່ອນໄຟຟ້ານໍ້າຕົກ ໄຟຟ້າພະລັງໄຟ ແມ່ນ ການຜະລິດໄຟຟ້າ ໂດຍ ເຜົາ ຖ່ານcoal​ນໍ້າມັນoil ຫຼື ແມ່ນແຕ່ ຂີ້ເຫຍື້ອ ເຊັ່ນ ຢູ່ ປະເທດທີ່ພັດທະນາແລ້ວ ຄື ເຢຍລະມັນ ຫຼື ຍີ່ປຸ່ນ ນອກຈາກນີ້​ ມັນຍັງມີ ການຜະລິດພະລັງງານໄຟຟ້າ ທີ່ ມີຄວາມອັນຕະລາຍສົມຄວນ ໃນການນຳໃຊ້ ເຊັ່ນ ໄຟຟ້າພະລັງປະລະມະນູatomic power ແລະ ການຜະລິດ ທີ່ ເວົ້າກັນວ່າ ມີຜົນກະທົບໜ້ອຍ ຕໍ່ທຳມະຊາດ ເຊັ່ນ ໄຟຟ້າພະລັງລົມwind power​ໄຟຟ້າພະລັງແສງຕາເວັນsolar power ແລະອື່ນໆ ] ພາສາຝະລັ່ງ ຄຳເຄົ້າ ພາສາຝຣັ່ງສ໌ ແມ່ນພາສາໜຶ່ງທີ່ເວົ້າໃນປະເທດຝະລັ່ງ ມີຕົ້ນກຳເໜີດມາຈາກ ພາສາລາແຕັງ ຢູ່ໃນກຸ່ມພາສາໂລມັງ ເວົ້າໃນຫຼາຍປະເທດທົ່ວໂລກ ແລະແມ່ນພາສາທາງການໜຶ່ງຂອງສະຫະປະຊາຊາດ ເບິ່ງຕື່ມ ອ້າງອີງ ພາສາລາວ ແມ່ນພາສາໄຕພາສານຶ່ງ ຈັດຢູ່ໃນຕະກູນພາສາໄທ-ກະໄດ Tai-Kadai languages ເຊິ່ງເປັນພາສາທີ່ມີວັນນະຍຸດ ພາສາລາວແມ່ນພາສາລັດຖະການຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະເປັນພາສາແມ່ຂອງຄົນເຊື້ອຊາດລາວ ທັງຢູ່ພາຍໃນ ແລະຕ່າງປະເທດ ມີການປາກເວົ້າໃນພາກຕາເວັນອອກສຽງເໜືອຂອງປະເທດໄທ ແລະພາກຕາເວັນອອກສຽງເໜືອຂອງປະເທດກຳປູເຈຍ ທາງລັດຖະບານປະເທດໄທມີການສະໜັບສະໜຸນໃຫ້ເອີ້ນພາສາລາວຖິ່ນໄທວ່າ "ພາສາອີສານ" ລະບົບການຂຽນຈະໃຊ້ ໂຕອັກສອນລາວເຊິ່ງເປັນລະບົບອັກສອນສະຫຼະປະກອບ abugida script ລະບົບການຂຽນທີ່ປະກອບດ້ວຍສັນຍາລັກແທນພະຍັນຊະນະ ແລະຕິດຕາມດ້ວຍສະຫຼະທີ່ຈະຢູ່ທາງໜ້າ ທາງຫຼຼັງ ທາງເທິງ ທາງລຸ່ມ ຂອງພະຍັນຊະນະ ພາສາລາວມີຄວາມຄ້າຍຄຶງກັບພາສາໄທ ຄວາມເປັນມາຂອງພາສາລາວ ພາສາລາວສືບທອດມາຈາກ ພາສາໄຕ ຢູ່ພາກໃຕ້ຂອງຈີນເຊິ່ງເປັນຈຸດດັ່ງເດີມຂອງຫຼາຍພາສາຕ່າງໆ ທີ່ຍັງໃຊ້ແລະເວົ້າຢູ່ໂດຍຫຼາຍຊົນເຜົ່າ ເນື່ອງຈາກຖືກຄວາມກົດດັນຈາກການຂະຫຍາຍຕົວຂອງອານາຈັກຈີນ ການບຸກລຸກຂອງຊາວມົງໂກລ ແລະການປູກຝັງທຳນາຫາກິນ ຄົນໄຕໄດ້ຍົກຍ້າຍລົງມາພາກໃຕ້ສູ່ດິນແດນສຸວັນນະພູມ ຕາມຮິມຝັ່ງແມ່ນ້ຳຂອງ ການອົບພະຍົບຂອງຊາວໄຕກໍ່ໄດ້ມີກ່າວໄວ້ໃນຕຳນານຂອງເຈົ້າພະຍາ ຂຸນບູຣົມຣາຊາທິຣາສ ສໍານຽງທ້ອງຖິ່ນ ສໍານຽງວຽງຈັນເປັນສໍານຽງທີ່ຊາວລາວຕ່າງເຂົ້າໃຈ ແລະຖືວ່າເປັນສໍານຽງທາງການທີ່ຄົນທົ່ວໄປມັກໃຊ້ໃນການເວົ້າລົມປະຈຳວັນ ລະບົບສຽງ ເບິ່ງຕື່ມຢູ່ ລະບົບສຽງພາສາລາວ ພະຍັນຊະນະ ສຽງສັດທະອັກສອນພະຍັນຊະນະໃນພາສາລາວ ສຽງແປ ມີຢູ່ນຳກັນ 21 ສຽງ < sup> ສຽງ ມີປາກົດຢູ່ໃນຄຳທີ່ມີສະລະສຽງສັ້ນແລະບໍ່ມີພະຍັນຊະນະສະກົດ ສະລະ ສຽງສະລະໃນພາສາລາວແບ່ງອອກເປັນ 3 ຊະນິດແມ່ນ ສະລະດ່ຽວ ສະລະປະສົມ ແລະສະລະເກີນ ສະກົດດ້ວຍຮູບສະລະພື້ນຖານນຶ່ງໂຕຫຼືຫຼາຍໂຕຮ່ວມກັນ ສະລະດ່ຽວ ຫຼື ສະລະແທ້ ແມ່ນສະລະທີ່ເກີດຈາກຖານພຽງຖານດຽວ ມີທັງໝົດ 18 ສຽງ ສະລະດ່ຽວ ສະລະປະສົມ ສະລະປະສົມ ແມ່ນສະລະທີ່ເກີດຈາກສະລະດ່ຽວສອງສຽງມາປະສົມກັນ ເກີດການປ່ຽນບ່ອນຂອງລີ້ນໃນລະດັບສູງຫຼຸດລົງສູ່ລະດັບຕ່ຳ ດັ່ງນັ້ນຈຶ່ງສາມາດເອີ້ນອີກຊື່ນຶ່ງວ່າ "ສະລະປ່ຽນບ່ອນ" ມີ 3 ສຽງດັ່ງນີ້ ເxຍ ປະສົມຈາກສະລະ ອີ ແລະ ອາ ເxືອ ປະສົມຈາກສະລະ ອື ແລະ ອາ xົວ ປະສົມຈາກສະລະ ອູ ແລະ ອາ ວັນນະຍຸດ ພາສາລາວມີວັນນະຍຸດ 6 ສຽງ ສະແດງໃນຕາລາງດັ່ງຕໍ່ໄປນີ້ ໃນຄໍລັມເສັ້ນສະແດງຮູບຮ່າງສຽງວັນນະຍຸດ 1 ໝາຍເຖິງລະດັບສຽງຕ່ຳ 3 ໝາຍເຖິງລະດັບສຽງກາງ ແລະ 5 ໝາຍເຖິງລະດັບສຽງສູງ ໄວຍາກອນ ໄວຍາກອນພາສາລາວມີລັກສະນະຄ້າຍຄືກັບພາສາໄຕອື່ນໆ ເຊັ່ນ ໃນປະໂຫຍກທຳມະດາ ກັດຕຸວາຈົກ ລຳດັບຄຳຈະລຽນເປັນ ຄຳໂຕຕັ້ງ-ຄຳກຳມະ-ຄຳປະກອບ subject-verb-object ເຊັ່ນ ຂ້ອຍເວົ້າພາສາລາວ ໂດຍ ຂ້ອຍ ເປັນ ຄຳໂຕຕັ້ງ ເວົ້າ ເປັນຄຳກຳມະ ແລະ ພາສາລາວ ເປັນຄຳປະກອບ ສະນັ້ນຕາມຫຼັກໄວຍາກອນລາວ ຈະບໍ່ສາມາດເວົ້າວ່າ ພາສາລາວເວົ້າຂ້ອຍ ຫຼື ເວົ້າຂ້ອຍພາສາລາວ ເພື່ອທີ່ຈະໃຫ້ມີຄວາມໝາຍດຽວກັນ ບໍ່ມີການບົ່ງບອກການ tense ຢ່າງຊັດເຈນຄືພາສາເອີລົບທັງຫຼາຍ ເຊັ່ນ ໃນພາສາອັງກິດ go ມີຫຼາຍການ I go ຂ້ອຍໄປ I went ຂ້ອຍໄປແລ້ວ I have gone ຂ້ອຍໄດ້ໄປແລ້ວ ບໍ່ມີເພດໄວຍາກອນ grammatical gender ເຊັ່ນ ພາສາຝະລັ່ງ le chien ໝາຜູ້ la chienne ໝາແມ່ ລະບົບການຂຽນ ອັກສອນລາວ ແມ່ນອັກສອນທີ່ລັດຖະບານລາວຮັບຮອງໃຫ້ໃຊ້ຂຽນພາສາລາວ ເຊິ່ງໃຊ້ເປັນພາສາລາຊະການໃນປັດຈຸບັນ ຄຳສັບ ຄຳສັບພາສາລາວມີຮາກເຫງົ້າຈາກຫຼາຍບ່ອນ ຄຳສັບລາວເດີມ ຫຼື ຄຳສັບລາວແທ້ ໄດ້ພັດທະນາມາຈາກພາສາໄຕບູຮານ proto-Tai language ໂດຍພັດທະນາພ້ອມໆ ກັບພາສາໃນຕະກູນພາສາໄຕ Tai languages ອື່ນໆ ອັນມີພາສາໄທ ພາສາໂຍນ ພາສາພວນ ພາສາໄທລື້ ຯລຯ ເຊິ່ງບັນດາພາສາເຫຼົ່ານີ້ເຄີຍເປັນພາສາດຽວກັນມາກ່ອນກັບພາສາລາວໃນອະດີດ ຍ້ອນມີຊົນຊາດອື່ນໆ ທີ່ເວົ້າພາສາຕະກູນມອນ-ຂະເໝນ Mon-Khmer languages ຢູ່ລ້ອມຮອບຊົນຊາດລາວ ກໍໄດ້ມີຄຳສັບຈາກພາສາເຫຼົ່ານີ້ອີກ ເຊັ່ນພາສາຂະເໝນບູຮານ ນອກຈາກນັ້ນ ຍ້ອນພຸດທະສາສະໜາ ພາສາລາວຍັງມີຄຳສັບຈາກພາສາປາລີ ແລະ ພາສາສັນສະກິດອີກ ຕອນຍຸກສະໄໝປະເທດລາວເປັນຫົວເມືອງຂອງຝະລັ່ງ ກໍໄດ້ມີການຢືມຄຳສັບຝະລັ່ງມາຫຼາຍ ປັດຈຸບັນ ພາສາລາວມີຄຳສັບຈາກພາສາອັງກິດ ແລະ ພາສາໄທ ຜ່ານສື່ຕ່າງໆ ເຊັ່ນ ຈາກໂທລະພາບ ຮູບເງົາ ປຶ້ມ ຯລຯ ອ້າງອີງ ອ່ານຕື່ມ ANSI Z3935-1979 System for the Romanization of Lao Khmer and Pali; ISBN 0-88738-968-6 Hoshino Tatsuo and Marcus Russel 1989 Lao for Beginners An Introduction to the Spoken and Written Language of Laos Tuttle Publishing ISBN 0-8048-1629-8 Enfield N J 2007 A Grammar of Lao Mouton de Gruyter Publishers ISBN 3-11-018588-1 Cummings Joe 2002 Lao Phrasebook A Language Survival Kit Lonely Planet ISBN 1-74059-168-2 Mollerup Asger Thai–Isan–Lao Phrasebook White Lotus Bangkok 2001 ISBN 974-7534-88-6 Kerr Allen 1994 Lao–English Dictionary White Lotus ISBN 974-8495-69-8 Simmala Buasawan and Benjawan Poomsan Becker 2003 Lao for Beginners Paiboon Publishing ISBN 1-887521-28-3 ແຫຼ່ງຂໍ້ມູນອື່ນ ພາສາສາດ ຄຳເຄົ້າ ພາສາສາສຕຣ໌ ແມ່ນ ວິທະຍາສາດສັງຄົມ ທີ່ ສຶກສາ ກ່ຽວກັບ ພາສາ ເຊິ່ງ ແມ່ນ ວິທີການສື່ ລະຫວ່າງ ຄົນ ດ້ວຍ ສຽງ ໂຕໜັງສື ເຄື່ອງໝາຍ ສັນຍານ ແລະອື່ນໆ ການສື່ ລະຫວ່າງ ຄົນ ກັບ ສັດ ຫລື ສັດ ກັບ ສັດ ດ້ວຍສຽງ ສັນຍານ ບາງເທື່ອກໍ່ອາດຈະສາມາດຖືໄດ້ ວ່າ ແມ່ນ ພາສາແບບປະຖົມປະຖານໄດ້ ບັນດາຂະແໜງສຶກສາໃນພາສາສາດ ການອອກສຽງ ໄວຍະກອນ ພາສາຄອມພິວເຕີ ບັນດາພາສາໃນໂລກ ພາສາລາວ ພາສາໄທ ພາສາອັງກິດ ພາສາຝຣັ່ງ ພາສາຍີ່ປຸ່ນ ພາສາຈີນ ພາສາຫວຽດນາມ ພາສາລັດເຊຍ ພາສາອາຣັບ ພາສາເກົາຫຼີ ອ້າງອີງ ພາສາອັງກິດ English ຄຳເຄົ້າ ພາສາອັງກລິສ ແມ່ນພາສາເຢຍລະມັນຕາເວັນຕົກພາສາໜຶ່ງ ອັນມີຕົ້ນກຳເນີດແຕ່ປະເທດອັງກິດ ຈົນປະຈຸບັນນີ້ ມີການເວົ້າກັນທົ່ວໂລກ ແມ່ນພາສາທາງການ ຢູ່ສະຫະລາຊະອານາຈັກປະເທດອະເມລິກາ ແລະ ຫຼາຍປະເທດໃນໂລກ ນອກຈາກນີ້​ ຍັງເປັນ ພາສາທຸລະກິດ ພາສາສື່ສານ ແລະ ພາສາຕ່າງປະເທດທີ່ໜຶ່ງທີ່ໃຊ້ກັນແຜ່ຫຼາຍທີ່ສຸດໃນໂລກພາສາໜຶ່ງ ຄວາມເປັນມາ ພາສາອັງກິດມາຈາກບັນດາອານາຈັກອັງກະໂລ-ຊັກຊັງແຫ່ງເມືອງອັງກິດ ແລະແຫ່ງເມືອງເອກົດຕອນຕະເວັນອອກສຽງໃຕ້ໃນປະຈຸບັນ ຢ່າງໃດກໍ່ດີ ແຕ່ກ່ອນນັ້ນແມ່ນບ່ອນທີ່ຢູ່ພາຍໃຕ້ການປົກຄອງຂອງອານາຈັກນອກແຕມບະລີ ພາສາອັງກິດແມ່ນພາສາທີ່ມີການໃຊ້ແຜ່ຫຼາຍທົ່ວແຫຼ່ງຫຼ້າຍ້ອນມາຈາກອິທິພົນໃຫຍ່ຂອງອານາຈັກອັງກິດແຕ່ສະຕະວັດທີ 17 ຫາສະຕະວັດທີ 20 ຊ່ວງກາງ ແລະກໍ່ຂອງອິທິພົນຂອງອາເມລິກາຕັ້ງແຕ່ສະຕະວັດທີ 20 ຊ່ວງກາງ ອ້າງອີງ ພະພຸດທະສາສະໜາ ຄຳເຄົ້າ ພຣະພຸທທສາສນາ ເປັນສາສະໜາເຊິ່ງຖືກຄົ້ນພົບໂດຍພຣະໂຄດົມສຳມາສຳພຸດທະເຈົ້າ ກ່ອນຄຣິດຕະສັກກະລາດ ໕໔໓ ປີ ຢູ່ປະເທດອິນເດຍ ພະນາມເດີມຂອງພະພຸດທະເຈົ້າມີພະນາມວ່າ ສິດທັດຖະ ແປວ່າ ຜູ້ມີຄວາມສຳເລັດທຸກປະການ ພະອົງເປັນພະລາຊະໂອລົດຂອງພະເຈົ້າສຸດໂທທະນະ ແລະພະມະເຫສີມີນາມວ່າ ສີລິມະຫາມາຍາແຫ່ງກຸງກະບີນລະພັດປັດຈຸບັນເປັນດິນແດນປະເທດເນປານ ສາສະໜາພຸດແມ່ນສາສະໜາຂອງທ່ານຜູ້ຮູ້ ຄຳວ່າພຸດທະສາສະໜາ ມາຈາກຄຳວ່າ "ພຸດທະ" ແປວ່າ ຮູ້ ຕື່ນ ເບີກບານ ສະນັ້ນ ພະພຸດທະສາສະໜາຈຶ່ງເປັນສາສະໜາຂອງຜູ້ຮູ້ ຜູ້ຕື່ນ ຜູ້ເບີກບານ ຈຸດສູງສຸດຂອງພະພຸດທະສາສະໜາແມ່ນ "ຄວາມດັບບໍ່ເຫຼືອແຫ່ງເຊື້ອ" ຄວາມສິ້ນໄປເຊິ່ງອາສະວະ ຄືກິເລດທີ່ໝັກດອງຢູ່ໃນຂັນທະສັນດານຂອງປຸຖຸະຊົນທັງຫຼາຍ ບໍ່ວຽນວ່າຍຕາຍເກີດໃນໂລກທັງສາມອີກ ເພິ່ນເອີ້ນວ່ານິບພານ ການຈະເຂົ້າເຖິງເຊິ່ງຄວາມດັບບໍ່ເຫຼືອແຫ່ງເຊື້ອນີ້ ແມ່ນນິບພານນີ້ ຕ້ອງເປັນໄປຕາມຫຼັກແຫ່ງ ສີນ ສະມາທິ ປັນຍາທີ່ອົງສົມເດັດພະສຳມາສຳພຸດທະເຈົ້າ ໄດ້ຊົງຄົ້ນພົບ ແລະນຳມາເຜີຍແຜ່ໃຫ້ກັບເຫຼົ່າສັດທັງຫຼາຍເຊິ່ງວຽນວ່າຍຕາເກີດໃນສັງສາລະວັດ ຫຼັກທຳຄຳສອນທາງພຸດທະສາສະໜາ ໄດ້ຖືກບັນທຶກຮວບຮວມໄວ້ໃນຄຳພີຊື່ ພະໄຕປິດົກ ອັນປະກອບໄປດ້ວຍ ພະສູດ ຄື ຄວາມຮູ້ໃນສັດຈະທຳຕ່າງໆ ເຊິ່ງພະພຸດທະເຈົ້າຊົງໄດ້ຕັດສະຮູ້ໄດ້ດ້ວຍພະອົງເອງ ແລ້ວນຳມາສະແດງແກ່ຊາວໂລກ ກັບ ພະວິໄນ ຄືຂໍ້ບັງຄັບຕ່າງໆ ທີ່ຊົງບັນຍັດໄວ້ສຳລັບຜູ້ທີ່ບວດເປັນສາວົກໃນສາສະໜານີ້ ຜູ້ຖືກເອີ້ນວ່າ ພະພິກສຸສົງ ຊາຍ ແລະ ພະພິກສຸນີສົງ ຍິງ ແລະ ພະອະພິທຳ ພະພຸດທະເຈົ້າ ໄດ້ລິເລີ່ມອອກເຜີຍແຜ່ຄຳສອນດັງກ່າວໃນພູມິພາກທີ່ເປັນປະເທດອິນເດຍໃນປັດຈຸບັນ ຕັ້ງແຕ່ເມື່ອ 45 ປີກ່ອນພຸດທະສັກກະລາດ ປັດຈຸບັນ ສາສະໜາພຸດໄດ້ມີການຖືກເຜີຍແຜ່ທົ່ວໄປໃນທົ່ວ ໂລກ ອ້າງອີງ ພູມສາດ​ ພາສາອັງກິດ Geography ແມ່ນ ວິທະຍາສາດທຳມະຊາດ ທີ່ ສຶກສາກ່ຽວກັບ ໂລກ ຄຸນລັກສະນະມັນ ສິ່ງມີຊີວິດ ທີ່ອາໄສຢູ່ ແລະ ປະກົດທຳມະຊາດຕ່າງໆ ພູມສາດໃນຍຸກໃໝ່ ສຶກສາ ແລະ ພະຍາຍາມເຂົ້າໃຈໂລກ ໂດຍນຳໃຊ້ ຫຼາຍໆຂະແໜງວິທະຍາສາດ ລວມທັງ ສັງຄົມ ແລະ ທຳມະຊາດ ບັນດາຂະແໜງ ໃນ ພູມສາດ ພູມສາດວັດຖຸ Physical geography ຫຼື ໂລກສາດEarth science ເນັ້ນໜັກໃສ່ ການພະຍາຍາມເຂົ້າໃຈ ຄຸນລະສະນະທາງວັດຖຸ ຂອງ ໂລກ ແລະ ສາມາດແຍກອອກເປັນ ປະເພດຍ່ອຍໃຫຍ່ ດັ່ງຕໍ່ໄປນີ້ ພູມສາດມະນຸດ Human geography ແມ່ນ ຂະແໜງໃນພູມສາດ ທີ່ ເນັ້ນໃສ່ ການສຶກສາ ຮູບແບບ ຂະບວນການ ທີ່ ກຳໜົດ ການຕອບສະໜອງ ຂອງ ຄົນກັບສິ່ງແວດລ້ອມຕ່າງໆ ບັນດາປະເທດໃນໂລກ ການາດາ ກຳປູເຈຍ ຈີນ ສິງກະໂປ ຍີ່ປຸ່ນ ໄທ ຟິລິປິນ ມາເລເຊຍ ມຽນມາ ລາວ ຫວຽດນາມ ອະເມລິກາ ອິນໂດນີເຊຍ ອິນເດຍ ກະລຸນາຂຽນຕື່ມໃສ່ດ້ວຍ ມະນຸດສາດ ຄຳເຄົ້າ ມນຸສຍ໌ສາສຕຣ໌ anthropology ແມ່ນ ວິທະຍາສາດ ທີ່ ສຶກສາ ກ່ຽວກັບ ມະນຸດຊາດ ເຄົ້າຂອງ ຄຳວ່າ '' ເຊິ່ງແປວ່າ ຄົນ ຂະແໜງຄົ້ນຄວ້າໃຫຍ່ ຢູ່ ມະນຸດສາດຈະມີ 4 ຂະແໜງ ຄື 1 ກາຍຍະມະນຸດສາດphysical anthropology ທີ່ ພະຍາຍາມເຂົ້າໃຈ ມະນຸດຊາດ ໂດຍຜ່ານ ການສຶກສາ ຕໍກັບ ກຳມະພັນ ການສືບທອດຕ່າງໆ ຫຼື ເວົ້າງ່າຍໆ ຄື ວິວັດທະນາການ ແລະ ການປັບໂຕ ຂອງມະນຸດຊາດ 2 ສັງຄົມມະນຸດສາດ social anthropology ທີ່ ຄົ້ນຄວ້າກ່ຽວກັບ ວັດທະນະທຳ ເຊັ່ນ ພາສາ ຮູບແບບເສດຖະກິດ ການສື່ສານ ລະບອບການປົກຄອງ ແລະອື່ນໆ 3 ພາສາມະນຸດສາດlinguistic anthropology ທີ່ ພະຍາຍາມສຶກສາ ວິວັດທະນາການ ຂອງ ພາສາຕ່າງໆ ໃນໂລກ ທັງທີ່ອອກສຽງ ແລະ ບໍ່ອອກສຽງ ສຸດທ້າຍ 4 ແມ່ນ ບູຮານສາດ archaeology ທີ່ ສຶກສາດມະນຸດຊາດ ຜ່ານ ຄຸ້ນຄົ້ນ ຮ່ອງຮອຍ ສິ່ໍງຄົງເຫຼືອຈາກອະດີດ ອ້າງອີງ ມະຫາຍານ ເປັນນິກາຍໃນສາສະໜາພຸດຝ່າຍອາຈະລິຍະວາດ ທີ່ນັບຖືກັນຢູ່ປະເທດແຖບຕອນເໜື້ອຂອງອິນເດຍ ເນປານ ຈີນ ຍີ່ປຸ່ນ ເກົາຫຼີ ຫວຽດນາມ ມົງໂກລີ ໄປຈົນຮອດບາງສ່ວນຂອງລັດເຊຍ ຈຸດເດັ່ນຂອງນິກາຍນີ້ຢູ່ທີ່ແນວຄິດເລື່ອງການບຳເພັນຕົນເປັນພະໂພທິສັດສ້າງບາລະມີເພື່ອຊ່ອຍເຫຼືອສັບພະຊີວິດໃນໂລກໄປສູ່ຄວາມພົ້ນທຸກ ດ້ວຍເຫດທີ່ມີຜູ້ນັບຖືຢູ່ຫຼາຍໃນປະເທດແຖບເໜືອຈຶ່ງເອີ້ນໄດ້ອີກຊື່ນຶ່ງວ່າ ອຸດຕະລະນິກາຍ ປັດຈຸບັນພຸດທະສາສະນິກະຊົນສ່ວນໃຫຍ່ຂອງໂລກເປັນຜູ້ນັບຖືນິກາຍມະຫາຍານ ອ້າງອີງ ;ບັນນານຸກົມ คณะสงฆ์จีนนิกายพระพุทธศาสนามหายานกรุงเทพ ฯ ธนาคารกรุงเทพพิมพ์เป็นธรรมบรรณาการ2531 ประสงค์ แสนบุราณ พระพุทธศาสนามหายาน กทมโอเดียนสโตร์ 2548 เสฐียร พันธรังษีพุทธศาสนามหายานกรุงเทพ ฯ สุขภาพใจ2543 เสถียร โพธินันทะปรัชญามหายานกรุงเทพ ฯ มหามกุฏราชวิทยาลัย2541 อภิชัย โพธิประสิทธิศาสตร์พระพุทธศาสนามหายาน กรุงเทพ ฯ มหามกุฏราชวิทยาลัย2539 Conze Edward Buddhist Scripture London Penguin Book 1973 DTSuzukiOutline of Mahayana BuddhismNew York Schocken Book1973 Davids Rhys Buddhism India Patna Indological Book House1973 Dayal H The Bodhisattva Doctrine In Buddhist Sanskrit Literature Delhi Motilal Banarasidas1970 Dutt Nalinaksha Mahayana Buddhism Delhi Motilal Banarasidas1977 Kimura Ryukan History of Term Hinayana and Mahayana and The Origin of Mahayana Buddhism Patana Indological Book1978 McGovernWMAn Introduction to Mahayana BuddhismVanarasi Sahityaratan Malakarijalaya1967 ແຫຼ່ງຂໍ້ມູນອື່ນ ມະຫາວິທະຍາໄລ ຄຳເຄົ້າ ມຫາວິທຍາລັຍ ໝາຍເຖິງ ສະຖານສຶກສາທີ່ຈັດການສຶກສາລະດັບອຸດົມສຶກສາ ໃນດ້ານວິຊາການແລະວິຊາຊີບຊັ້ນສູງຫຼາກຫຼາຍສາຂາວິຊາ ເພື່ອໃຫ້ປະກາສະນີຍະບັດ ອະນຸປະລິນຍາ ຫຼືປະລິນຍາ ແກ່ຜູ້ສຳເລັດການສຶກສາໃນຫຼາຍລະດັບລວມເຖິງ ປະລິນຍາຕີ ປະລິນຍາໂທ ແລະ ປະລິນຍາເອກ ລວມທັ້ງການເຮັດການວິໄຈແລະໃຫ້ບໍລິການທາງວິຊາການແກ່ສັງຄົມ ອ້າງອີງ ມະຫາວິທະຍາໄລເອແດມບວກ ກໍ່ຕັ້ງເມືອປີ ຄສ 1583 ແມ່ນມະຫາວິທະຍາໄລທີ່ມີຊື່ສຽງໃນດ້ານການສອນແລະການວິໄຈ ຕັ້ງຢູ່ເມືອງເອແດມບວກ ປະເທດເອກົດ ແຫ່ງ ສະຫະລາຊະອານາຈັກ ເອແດມບວກແມ່ນນຶ່ງໃນມະຫາວິທະຍາໄລບູຮານຂອງເອກົດ ແລະແມ່ນນຶ່ງໃນມະຫາວິທະຍາໄລທີ່ໃຫຍ່ທີ່ສຸດແລະມີຊື່ສຽງທີ່ສຸດໃນສະຫະລາຊະອານາຈັກ ເອແດມບວກເປັນສະມາຊິກຂອງກຸ່ມລັດເຊນ Russell Group ເຊິ່ງເປັນກຸ່ມມະຫາວິທະຍາໄລວິໄຈຂອງສະຫະລາຊະອານາຈັກ ນອກຈາກນີ້ຍັງເປັນມະຫາວິທະຍາໄລດຽວຂອງເອກົດ ແລະມະຫາວິທະຍາໄລດຽວໃນສະຫະລາຊະອານາຈັກ ນອກເໜືອຈາກ ແຄມບະລິດ ແລະອົກສະເຟີດ ເຊິ່ງເປັນສະມາຊິກຂອງ Coimbra Group ແລະ LERU ສອງກຸ່ມມະຫາວິທະຍາໄລຊັ້ນນຳຂອງເອີລົບ ແລະຍັງເປັນສະມາຊິກຂອງເຄືອຂ່າຍມະຫາວິທະຍາໄລວິໄຈ Universitas 21 ອີກນຳ ໃນຊ່ວງຄິດຕະສະຕະວັດທີ 18 ມະຫາວິທະຍາໄລເອແດມບວກໄດ້ກາຍເປັນສູນກາງຂອງຍຸກຮູ້ແຈ້ງຂອງເອີລົບ European Enlightenment ແລະກາຍເປັນນຶ່ງໃນມະຫາວິທະຍາໄລທີ່ສຳຄັນທີ່ສຸດຂອງທະວີບເອີລົບ ປະຫວັດ ເອແດມບວກເປັນນຶ່ງໃນສີ່ມະຫາວິທະຍາໄລເກົ່າແກ່ຂອງເອກົດ ເຊິ່ງປະກອບໄປດ້ວຍ ມະຫາວິທະຍາໄລແຊັງອັງ ມະຫາວິທະຍາໄລກະລາສະໂກ ມະຫາວິທະຍາໄລອາເບີດີນ ແລະ ມະຫາວິທະຍາໄລເອແດມບວກ ລຽນຕາມຄວາມເກົ່າແກ່ຈາກຫຼາຍໄປໜ້ອຍ ກໍ່ຕັ້ງເມືອປີ ຄສ 1583 ໃນຊ່ວງແຫ່ງການປ່ຽນແປງຢ່າງໄວວາຂອງເມືອງເອແດມບວກ ແລະນັບເປັນມະຫາວິທະຍາໄລທຳອິດ ທີ່ໄດ້ເງິນທຶນສະໜັບສະໜູນມາຈາກສະພາເມືອງ ແທນທີ່ຈະເປັນຈາກໂບດດັ່ງເຊັ່ນມະຫາວິທະຍາໄລທົ່ວໄປໃນສະໄໝນັ້ນ ສາຂາວິຊາທຳອິດທີ່ເປີດສອນແມ່ນ ກາຍະວິພາຄະສາດ ແລະວິຊາເຊິ່ງຕໍ່ມາໄດ້ພັດທະນາກາຍເປັນວິຊາສັນຍະກຳ ຈາກນັ້ນກໍໄດ້ຂະຫຍາຍການຮຽນການສອນໄປສູ່ສາຂາອື່ນໆ ຕຶກຫຼັງທຳອິດຂອງມະຫາວິທະຍາໄລ ແມ່ນ ໂອນຄໍເລດ Old College ຕັ້ງຢູ່ເທິງຖະໜົນເຊົາບິດ ບໍລິເວນເມືອງເກົ່າ ໂອນທາວ; Old town ຂອງເມືອງ ປັດຈຸບັນແມ່ນບ່ອນຕັ້ງຂອງຄະນະນິຕິສາດ ແລະສຳນັກງານຝ່າຍບໍລິຫານຂອງມະຫາວິທະຍາໄລ ບັດດຽວນີ້ມະຫາວິທະຍາໄລມີຫຼັກສູດຄອບຄຸມເກືອບທຸກສາຂາວິຊາ ຍົກເວ້ນດ້ານກະສິກຳ ວິທະຍາໄລກະສິກຳເອກົດ ມີຕຶກຕັ້ງຢູ່ໃນບໍລິເວນວິທະຍາເຂດຄິງບິນດິ້ງຂອງມະຫາວິທະຍາໄລ ແຕ່ບໍ່ໄດ້ເປັນສ່ວນນຶ່ງຂອງມະຫາວິທະຍາໄລ ແລະມີສຳນັກວິຊາວິທະຍາການສາລະສົນເທດທີ່ໃຫຍ່ຫຼາຍ ໂດຍເປັນນຶ່ງໃນຜູ້ນຳຂອງໂລກໃນສາຂານີ້ ໂດຍສະເພາະແມ່ນດ້ານປັນຍາປະດິດ ພາສາສາດເຊີງຄຳນວນ ຊີວະວິທະຍາລະບົບ ແລະວິທະຍາການຄອມພິວເຕີເຊີງທິສະດີ ບ່ອນຕັ້ງ ຕຶກຂອງມະຫາວິທະຍາໄລຕັ້ງກະຈາຍຢູ່ໂດຍອ້ອມຮອບເມືອງ ໂດຍມີສອງວິທະຍາເຂດໃຫຍ່ແມ່ນ ຈອດສະແຄວ ແມ່ນບ່ອນຕັ້ງຂອງກຸ່ມຄະນະມະນຸສະຍະສາດແລະສັງຄົມມະສາດ ແລະ ຄິງບິນດິ້ງ ເປັນບ່ອນຕັ້ງຂອງກຸ່ມຄະນະວິທະຍາສາດແລະວິສະວະກຳສາດ ນອກຈາກນີ້ຍັງມີວິທະຍາເຂດອື່ນໆ ຕື່ມອີກ ໄດ້ແກ່ ຄະນະເທວະວິທະຍາ ຢູ່ the Mound ຄະນະສຶກສາສາດ ທີ່ປາຍຖະໜົນລໍຍັນໄມ ຄະນະສັດຕະວະແພທະຍະສາດ ຢູ່ Summerhall ຕິດກັບສວນສາທາລະນະ the Meadows ກຸ່ມຄະນະແພທະຍະສາດ ຢູ່ Little France ແລະ Pollock Halls ເຊິ່ງເປັນກຸ່ມຕຶກຫໍພັກນັກສຶກສາ ຊີວິດນັກສຶກສາ ການກິລາຂອງນັກສຶກສາ ກິລາຂອງນັກສຶກສາຂອງມະຫາວິທະຍາໄລເອແດມບວກປະກອບດ້ວຍສະມາຄົມ 67 ສະມາຄົມ ໂດຍມີຕັ້ງແຕ່ບານແຕະແລະລັກບີ້ຈົນເຖິງຄອບບານ korfball ສະມາຄົມເຫຼົ່ານີ້ບໍລິຫານໂດຍສະຫະພາບການກິລາຂອງມະຫາວິທະຍາໄລເອແດມບວກ Edinburgh University Sports Union ໃນປີ 2006-07 ບັນດາສິດໄດ້ມີການແຂ່ງຂັນກິລາຊະນະເປັນອັນດັບທີ 4 ຂອງສະມາຄົມການກິລາແຫ່ງສະຫະລາຊະອານາຈັກ British Universities' Sports Association ລະຫວ່າງການແຂ່ງຂັນໂອລິມປິກລະດູຮ້ອນ 2008 ໃນນະຄອນຫຼວງປັກກິ່ງ ສິດເກົ່າແລະນັກສຶກສາຂອງມະຫາວິທະຍາໄລເອແດມບວກໄດ້ຫຼຽນຄຳ 3 ຫຼຽນ ແລະ ຫຼຽນເງິນ 1 ຫຼຽນ< ref> ຊື່ສຽງ ການຈັດອັນດັບມະຫາວິທະຍາໄລໂດຍ ເດິກາດ້ຽນ ປີ 2008 ໄດ້ຈັດອັນດັບມະຫາວິທະຍາໄລເອແດມບວກໄວ້ດັ່ງນີ້ ທີ 1 ຂອງ UK ທາງດ້ານຄອມພິວເຕີ ທີ 1 ຂອງ UK ທາງດ້ານຟິສິກ ທີ 2 ຂອງ UK ທາງດ້ານການແພດ ທີ 2 ຂອງ UK ทາງດ້ານສັດຕະວະແພດ ທີ 7 ຂອງ UK ໂດຍພາບລວມ ການຈັດອັນດັບມະຫາວິທະຍາໄລໂລກໂດຍ ທາມໄຮເອີ້ເອຈູເຄຊັ້ນຊັບພີເມ້ນ ເມື່ອປີ ຄສ 2005 The 2005 Times Higher Education Supplement World University Rankings ຈັດອັນດັบມະຫາວິທະຍາໄລເອແດມບວກດັ່ງນີ້ ທີ 16 ຂອງໂລກ ດ້ານຊີວະເວດ ທີ 14 ຂອງໂລກ ຈາກມູມມອງຂອງຜູ້ຈ້າງງານ ທີ 27 ຂອງໂລກ ດ້ານສິລະປະສາດແລະມະນຸສະຍະສາດ ທີ 38 ຂອງໂລກ ດ້ານວິທະຍາສາດ ທີ 30 ຂອງໂລກ ໂດຍພາບລວມ ການຈັດອັນດັບມະຫາວິທະຍາໄລໂລກໂດຍ ມະຫາວິທະຍາໄລຊ້ຽງໄຮ້ ຈ່ຽວທົ່ງ The Academic Ranking of World Universities 2005 ຈັດອັນດັບມະຫາວິທະຍາໄລເອແດມບວກດັ່ງນີ້ ທີ 5 ຂອງສະຫະລາຊະອານາຈັກ ທີ 9 ຂອງເອີລົບ ທີ 47 ຂອງໂລກ ປີ ຄສ 2005 ມະຫາວິທະຍາໄລໄດ້ຮັບເລືອກຈາກໜັງສືພິມຊັນເດທາມ ສະຫະລາຊະອານາຈັກ ເປັນມະຫາວິທະຍາໄລເອກົດແຫ່ງປີ Sunday Times Scottish University of the Year ປີ ຄສ 2006 ໜັງສືແນະນຳມະຫາວິທະຍາໄລໂດຍໜັງສືພິມທາມ ສະຫະລາຊະອານາຈັກ The Times Good University Guide 2006 ຈັດອັນດັບມະຫາວິທະຍາໄລເອແດມບວກເປັນອັນດັບທີ 5 ຂອງສະຫະລາຊະອານາຈັກໃນພາບລວມ ແລະອັນດັບທີ 4 ໃນດ້ານຄຸນພາບການຮຽນການສອນ ສິດເກົ່າແລະອາຈານ ເອແດມບວກເປັນມະຫາວິທະຍາໄລທີ່ມີສິດເກົ່າເປັນນາຍົກລັດຖະມົນຕີສະຫະລາຊະອານາຈັກຫຼາຍຮອງຈາກອອກສະຟອດແລະແຄມບິດ< ref> ກໍດ້ອນ ບະລາວ ນາຍົກລັດຖະມົນຕີແຫ່ງສະຫະລາຊະອານາຈັກ ເຊີ ອາເຕີ້ ໂຄແນນ ດອຍ ຜູ້ຂຽນ ເຊີລັອກ ໂຮມ ໂລເບີດ ລູວີ ສະຕີເວນຊັ້ນ ຜູ້ແຕ່ງ Treasure Island ແລະ Strange Case of Dr Jekyll and Mr Hyde ອາເລັກຊານເດີ ກະແລແຮມ ເບນ ຜູ້ປະດິດໂທລະສັບເຄື່ອງທຳອິດຂອງໂລກ ຊາກ ດາວິ້ນ ນັກທຳມະຊາຕິວິທະຍາ ຜູ້ສະເໜີທິສະດີວິວັດທະນາການ ໂຈເຊບ ລິສະເຕີ້ Joseph Lister ສັນລະຍະແພດຜູ້ວາງຮາກຖານການປາດແບບປອດເຊື້ອ ເຈມ ຄະເລີກ ແມກສະເວນ James Clerk Maxwell ນັກຟິສິກ ພໍ່ແຫ່ງທິສະດີແມ່ເຫຼັກໄຟຟ້າ ວິນລ້ຽມ ແລງຄາຍ William John Macquorn Rankine ນັກຟິສິກຜູ້ອຸທິດຜົນງານສຳຄັນຕໍ່ເທີໂມໄດນາມິກ ເຊັ່ນ Rankine Cycle ດາວິດ ຮູມ David Hume ນັກຄຶด ນັກປັດຊະຍາ ແລະ ນັກເສດຖະສາດ ທີ່ສຳຄັນທີ່ສຸດຜູ້ນຶ່ງຂອງເອີລົບ David MacRitchie ນັກບູຮານະຄະດີ Stella Rimington ອະດີດຜູ້ນວຍການ MI5 ໜ່ວຍຮັກສາຄວາມໝັ້ນຄົງແຫ່ງຊາດ ຂອງສະຫະລາຊະອານາຈັກ Peter Roget ຜູ້ຮິບໂຮມອະພິທານະສັບ ວອນເຕີ ສະກອດ Sir Walter Scott ນັກຂຽນແລະກະວີ David Steel ຫົວໜ້າພັກເສລີນິຍົມ British Liberal Party ເຈມ ເຮກເຕີ James Hector ນັກທໍລະນີວິທິຍາ ທ້າວວິລາກອນ ກຸນລິນ Wirakorn Kulrin ອາຈານມະຫາວິທະຍາໄລ ອ້າງອີງ ແຫຼ່ງຂໍ້ມູນອື່ນ ມະຫາວິທະຍາໄລເອແດມບວກ   ໜັງສືພິມນັກສຶກສາຂອງມະຫາວິທະຍາໄລ ລະບອບການປົກຄອງ ໝາຍເຖິງ ສະຖາບັນທາງການເມືອງເຊິ່ງລັດຖະບານແຫ່ງລັດໄດ້ຈັດຕັ້ງຂຶ້ນເພື່ອໃຊ້ອຳນາດໃນການປົກຄອງປະເທດ ຄຳນີ້ຍັງນິຍາມລວມໄປເຖິງລັດຖະບານອັນບໍ່ປະສົບຄວາມສຳເລັດໃນການໃຊ້ອຳນາດປົກຄອງປະເທດນຳ ອ່ານຕື່ມ Bunce Valerie 2003 Rethinking Recent Democratization Lessons from the Postcommunist Experience World Politics 552167-192 Dahl Robert Polyarchy Yale University Press 1971 Heritage Andrew Editor-in-Chief 2000 World Desk Reference Linz Juan 2000 Totalitarian and Authoritarian Regimes Boulder Lynne Rienner Linz Juan and Stepan Alfred 1996 Problems of Democratic Transition and Consolidation Southernn Europe South America and Post-Communist Europe Baltimore Johns Hopkins Press Lichbach Mark and Alan Zukerman eds 1997 Comparative Politics Rationality Culture and Structure Cambridge Cambridge University Press 1997 Luebbert Gregory M 1987 Social Foundations of Political Order in Interwar Europe World Politics 39 4 Moore Barrington Jr 1966 Social Origins of Dictatorship and Democracy Lord and Peasant in the Making of the Modern World Cambridge Beacon Press ch 7-9 Comparative politics interests identities and institutions in a changing global order edited by Jeffrey Kopstein Mark Lichbach 2nd ed Cambridge University Press 2005 O’Donnell Guillermo 1970 Modernization and Bureaucratic-Authoritarianism Berkeley University of California O’Donnell Guillermo Schmitter Philippe C and Whitehead Laurence eds Transitions from Authoritarian Rule comparative Perspectives Baltimore Johns Hopkins University Press Przeworski Adam 1992 Democracy and the Market Political and Economic Reforms in Eastern Europe and Latin America New York Cambridge University Press Przeworski Adam Alvarez Michael Cheibub Jose and Limongi Fernando 2000 Democracy and Development Political Institutions and Well Being in the World 1950-1990 New York Cambridge University Press Shugart Mathhew and John M Carey Presidents and Assemblies Constitutional Design and Electoral Dynamics'' New York Cambridge Univ Press 1992 Taagepera Rein and Matthew Shugart 1989 Seats and votes The effects and determinants of electoral systems Yale Univ Pressjimmy ແຫຼ່ງຂໍ້ມູນອື່ນ http stutzfamilycom mrstutz WorldAffairs typesofgovthtml ລະບອບຜະເດັດການ ໝາຍເຖິງ ຮູບແບບການປກຄອງແບບອັດຕາທິປະໄຕ ເຊິ່ງລັດຖະບານຢູ່ພາຍໃຕ້ການບໍລິຫານຂອງບຸກຄົນພຽງຜູ້ເດີຢວ ຫຼື ຜູ້ຜະເດັດການ ໂດຍບໍ່ມີການສືບທອດຕຳແໜ່ງຕາມສາຍເລືອດ ລະບົບສຸລິຍະ ຄຳເຄົ້າ ຣະບົບສຸຣິຍະ ປະກອບດ້ວຍ ດວງອາທິດ ແລະວັດຖຸອື່ນໆ ທີ່ໂຄຈອນຢູ່ຮອບດວງອາທິດ ໄດ້ແກ່ ດາວພຸດ ດາວສຸກ ໂລກ ດາວອັງຄານ ດາວພະຫັດ ດາວເສົາ ດາວຢູລານຸດ ດາວເນບຕູນ ນັບເຖີງກາງປີ ຄສ 2008 ວັດຖູຂະໜາດຍ່ອມກວ່າດາວເຄາະຈຳນວນ 5 ດວງ ໄດ້ຮັບການຈັດອັນດັບໃຫ້ເປັນດາວເຄາະແຄະ ໄດ້ແກ່ ຊີລີໃນແຖບດາວເຄາະນ້ອຍ ກັບວັດຖູອີກ 4 ດວງທີ່ໂຄຈອນອ້ອມຂ້າງດວງອາທິດຢູ່ໃນຍ່ານພົ້ນດາວເນັບຈູນ ຄື ດາວພູໂຕ ເຊີ່ງເດີມເຄີຍຖຶກຈັດລະດັບໄວ້ເປັນດາວເຄາະ ເຮົາເມອາ ມາຄີມາຄີ ແລະ ອີຣີ ມີດາວເຄາະ 6 ດວງແລະດາວເຄາະແຄະ 3 ດວງທີ່ມີດາວບໍລິວານໂຄຈອນຢູ່ອ້ອມຂ້າງ ເຮົາເອີ້ນດາວບໍລິວານເຫຼົ່ານີ້ວ່າ "ດວງຈັນ" ຕາມຢ່າງດວງຈັນຂອງໂລກ ນອກຈາກນີ້ດາວເຄາະຊັ້ນນອກຍັງມີວົງແຫວນດາວເຄາະຢູ່ອ້ອມຂ້າງໂຕອັນປະກອບດ້ວຍເສດຝຸ່ນແລະອະນຸພາກຂະໜາດເລັກ ອ້າງອີງ ລັດທິ ຄຳເຄົ້າ ລັທທິ ແມ່ນຄຳສັ່ງສອນ ທີ່ມີຜູ້ເຊື່ອຖືແລະມີອິດທິພົນຕໍ່ການດຳເນີນຊີວິດຂອງມະນຸດ ເຊັ່ນລັດທິທາງການເມືອງ ລັດທິເສດຖະກິດ ລັດທິປັດຊະຍາ ລັດທິທາງສາສະໜາ ຯລຯ ລັດທິທາງສາສະໜາຈະມີຄວາມໝາຍແຄບກວ່າສາສະໜາ ເຊິ່ງເປັນຄຳສອນສະເພາະກຸ່ມຂອງຜູ້ນັບຖືສາສະໜາດຽວກັນ ແຕ່ມີຄວາມແຕກຕ່າງກັນໃນສາລະສຳຄັນ ເຊັ່ນ ພຸດທະສາສະໜາ ມີລັດທິມະຫາຍານ ລັດທິຫິນະຍານ ເຖລະວາດ ຫຼືໃຊ້ຄຳວ່າ ນິກາຍ ແທນກໍໄດ້ ລັດທິທີ່ສະແດງເຖິງຄວາມເຊື່ອຫຼືແນວທາງປະຕິບັດເພື່ອຄວາມໝັ້ນຄົງທາງຈິດໃຈຂອງມະນຸດແຕ່ບໍ່ມີລັກສະນະທີ່ເອີ້ນວ່າສາສະໜາໄດ້ ເຊັ່ນ ລັດທິບູຊາບັນພະບຸລຸດ ລັດທິນັບຖືຜີສາງເທວະດາ ຯລຯ ລັທທິເຫຼົ່ານີ້ມີແຕ່ຄຳສັ່ງແລະພິທີກຳ ແຕ່ບໍ່ມີຫຼັກຄຳສອນທາງຈະລິຍະທຳ ບໍ່ມີຄຳພີຫຼືອົງສາສະດາ ຈຶ່ງບໍ່ອາດເອີ້ນວ່າສາສະໜາໄດ້ ອ້າງອີງ ເຊັນ ຍີ່ປຸ່ນ 禅 ぜん; ຝະລັ່ງ ອັງກິດ Zen ເປັນນິກາຍນຶ່ງໃນສາສະໜາພຸດຝ່າຍມະຫາຍານ ນັບຖືກັນຢ່າງແພ່ຫຼາຍໃນແຖບອາຊີຕາເວັນອອກ ຈີນ ຍີ່ປຸ່ນ ເກົາຫຼີ ຄຳວ່າ ເຊັນ ແມ່ນຊື່ຍີ່ປຸ່ນຂອງຄຳວ່າ ສານ ຈີນ 禅 Chán ໃນພາສາຈີນ ແຫຼ່ງກຳເນີດຈາກຄຳວ່າ ທຍານ ໃນພາສາສັນສະກິດອີກທອດນຶ່ງ ກົງກັບຄຳວ່າ ຊານ ໃນພາສາປາລີ ເຊິ່ງໝາຍເຖິງ ການເພ່ງອາລົມຈົນໃຈແນ່ວແນ່ເປັນອັບປະນາສະມາທິ ມີຈິດທີ່ສະຫງົບແລະປະນີດ ອ້າງອີງ ;ບັນນານຸກົມ ກາຊິກສະໄໝໃໝ່ ຫວ່ານເມັດ DT Suzuki Essays in Zen Buddhism First Series 1927 Second Series 1933 Third Series 1934 R H Blyth Zen and Zen Classics 5 volumes 1960–1970; reprints of works from 1942 into 1960's Alan Watts The Way of Zen 1957 Lu Kuan Yu Charles Luk Chan and Zen Teachings 3 vols 1960 1971 1974 The Transmission of the Mind Outside the Teaching 1974 ຮາກເຫງົ້າງອກງາມ Paul Reps & Nyogen Senzaki Zen Flesh Zen Bones 1957 Philip Kapleau The Three Pillars of Zen 1966 Shunryu Suzuki Zen Mind Beginner's Mind 1970 Katsuki Sekida Zen Training Methods & Philosophy 1975 ປະຫວັດສາດວິທະຍາກາຊິກ Dumoulin Heinrich 2005 Zen Buddhism A History Volume 1 India and China World Wisdom Books ISBN 978-0-941532-89-1 Dumoulin Heinrich 2005 Zen Buddhism A History Volume 2 Japan World Wisdom Books ISBN 978-0-941532-90-7 ປະຫວັດສາດວິທະຍາວິຈານ ໂດຍລວມ Formation of Chán in Tang & Song China Mcrae John 2003 Seeing through Zen Encounter Transformation and Genealogy in Chinese Chan Buddhism The University Press Group Ltd ISBN 978-0-520-23798-8 ປະເທດຍີ່ປຸ່ນ ຍຸກປັດຈຸບັນ ຕາເວັນອອກນິຍົມ ແລະ ການແລກປ່ຽນລະຫວ່າງຕາເວັນອອກ-ຕາເວັນຕົກ McMahan David L 2008 The Making of Buddhist Modernism Oxford University Press ISBN 978-0-19-518327-6 ແຫຼ່ງຂໍ້ມູນອື່ນ ລາຊາທິປະໄຕ ແມ່ນຮູບແບບການປົກຄອງບ່ອນຕຳແໜ່ງປະມຸກແຫ່ງລັດ ໂດຍປົກກະຕິແມ່ນຖືຢູ່ຈົນຮອດສິ້ນພະຊົນຫຼືສະຫຼະລາຊະສົມບັດ ສ່ວນຫຼາຍມັກໄດ້ອຳນາດມາໂດຍການສືບລາຊະສົມບັດ ແລະໂດຍປົກກະຕິມັກໃຫ້ແກ່ພະບໍລົມມະວົງສານຸວົງແຫ່ງລາຊະວົງ ເຊິ່ງປົກຄອງຢູ່ກ່ອນຢ່າງເປັນທາງການ ພະມະຫາກະສັດມັກມີຖານັນດະລະສັກເປັນພະລາຊາຫຼືພະລາຊິນີ ຢ່າງໃດກໍດີ ຈັກກະພັດ ຈັກກະພັດດິນີ ກະລັງດຸກ ກະລັງດຸຍເຊ ເຈົ້າຊາຍ ເຈົ້າຍິງ ແລະຄຳອື່ນ ຖືກໃຊ້ເພື່ອລະບຸຕຳແໜ່ງພະມະຫາກະສັດນຳ ແມ່ນຄຳວ່າ "monarch" ມາຈາກຄຳວ່າ "ຜູ້ປົກຄອງຜູ້ດຽວ" ແຕ່ໂດຍປະເພນີ ປະມຸກແຫ່ງລັດເຊິ່ງມີຕຳແໜ່ງປະທານປະເທດຫຼືຜູ້ນຳ premier ບໍ່ຖືກພິຈາລະນາວ່າເປັນພະມະຫາກະສັດຢ່າງເປັນທາງການ ລົດ ຄຳເຄົ້າ ຣົຖ ແມ່ນ ຍານພາຫະນະ ເຄື່ອນທີ່ ໂດຍ ໂມເຕີ ໃນ ປີ 2002 ມີ ລົດໂດຍສານ ທັງໝົດ ປະມານ 590 ລ້ານ ຄັນ ໃນ ທົ່ວໂລກ ປະມານ 1 ຄັນ ຕໍ່ ທຸກໆ 7 ຄົນ< ref> ອ້າງອີງ ລົດຈັກ ຄຳເຄົ້າ ຣົຖຈັກຣ ແມ່ນ ລົດຖີບທີ່ຂັບເຄື່ອນໂດຍແຮງຈັກ ສ່ວນຫຼາຍຈະມີ 2​ ກົງແຕ່ກໍ່ມີປະເພດ 3 ກົງ ແບບ ທີ່ ຕຳຫຼວດ ທະຫານໃຊ້ ອ້າງອີງ ຕັກຊີ ແມ່ນການໂດຍສານສາທາລະນະປະເພດໜຶ່ງສຳລັບຜູ້ໂດຍສານຄົນດຽວ ຫຼືກຸ່ມນ້ອຍໆ ລົດຕັກຊີແມ່ນຍານພາຫະນະໄວ້ສຳລັບວ່າຈ້າງໂດຍຜູ້ຂັບຈະສົ່ງຜູ້ໂດຍສານລະຫວ່າງບ່ອນໜຶ່ງໄປຍັງບ່ອນໜຶ່ງຕາມທີ່ຜູ້ໂດຍສານຢາກຈະໄປ ຕັກຊີ ແມ່ນຄຳຫຍໍ້ມາຈາກ ຕັກຊີ ແຄັບ Taxicab ຄິດຄົ້ນໂດຍແຮລີ້ ເອັນ ອັນເລນ ນັກທຸລະກິດຊາວນີວຢອກທີ່ນຳເຂົ້າລົດຕັກຊີມາຈາກປະເທດຝະລັ່ງ ໂດຍຫຍໍ້ມາຈາກຄຳວ່າ ຕັກຊີມິເຕີ້ ແຄັບ Taximeter cab ອີກທີ ສ່ວນຄຳວ່າ cab ມາຈາກຄຳວ່າ cabriolet ແມ່ນລົດມ້າລາກຈູງ ແລະຄຳວ່າ taxi ເປັນຄຳເຄົ້າພາສາລາແຕັງໃນຍຸກກາງ ອັນມາຈາກ ຄຳວ່າ taxa ທີ່ໝາຍເຖິງ ພາສີຫຼືການຄິດເງິນ ແລະຄຳວ່າ meter ມາຈາກພາສາເກັກຄຳວ່າ metron ແປວ່າ ວັດໄລຍະທາງ ລົດສະນິຍົມທາງເພດ ຄຳເຄົ້າ ຣົສນິຍົມທາງເພສ ມີຄວາມໝາຍເຖິງຮູບແບບພື້ນຖານຂອງອາລົມ ຄວາມໃຄ່ ແລະ ຫຼື ຄວາມສົນໃຈທາງເພດຕໍ່ຊາຍ ຍິງ ຫຼືທັງສອງເພດ ຫຼືບໍ່ແມ່ນເພດໃດ ຫຼືເພດທີ 3 ລົດສະນິຍົມທາງເພດ ມັກແບ່ງອອກເປັນສີ່ປະເພດ ໄດ້ແກ່ ຮັກຕ່າງເພດ ຮັກຮ່ວມເພດ ຮັກຮ່ວມສອງເພດ ແລະ ໄຮ້ເພດ ອ້າງອີງ ລົດເມ ຄຳເຄົ້າ ຣົຖເມລ໌ ແມ່ນລະບົບຂົນສົ່ງມວນຊົນລະບົບນຶ່ງທີ່ໃຫ້ບໍລິການເທິງຖະໜົນ ໂດຍມີລັກສະນະເປັນລົດຂະໜາດໃຫຍ່ທີ່ບັນທຸກຜູ້ໂດຍສານເປັນຈຳນວນຫຼາຍ ໂດຍກຳໜົດເສັ້ນທາງ ແລະສ່ວນໃຫຍ່ເອິ້ນຊື່ເສັ້ນທາງເປັນໂຕເລກ ເຊັ່ນ ສາຍ 1 ສາຍ 2 ແລະມີເກັບຄ່າໂດຍສານໂດຍວິທີຕ່າງໆ ກັນໄປ ອ້າງອີງ ລົດໄຟ ຄຳເຄົ້າ ຣົຖໄຟ ອັງກິດ ແມ່ນ ຍານພາຫະນະ ປະເພດນຶ່ງ ເຊິ່ງຖືກປະດິດຂຶ້ນໃຊ້ແຕ່ຕົ້ນສັດຕະວັດທີ 19 ຢູ່ ປະເທດອັງກິດ ມີໂຄງສ້າງຫຼັກ ປະກອບດ້ວຍ ຕູ້ ແລະ ກົງ ເຊິ່ງແລ່ນຢູ່ເທິງລາງ ໂດຍເຄື່ອງຈັກອາຍນ້ຳ ແລະ ນ້ຳມັນ ເປັນຕົ້ນ ປະຈຸບັນ ລົດໄຟ ສ່ວນຫຼາຍຈະແລ່ນ ໂດຍ ພະລັງງານໄຟຟ້າ ເຊິ່ງ ບາງເທື່ອກໍ່ຖືກເອີ້ນກັນວ່າ ລົດໄຟຟ້າ ເພື່ອຈຳແໜກກັບລົດໄຟປະເພດອື່ນໆ ອານບຳ FileTren a las nubes cruzando Viaducto la Polvorillajpg FileChuoTrainTokyojpg|ລົດໄຟຟ້າ FileID_diesel_loco_CC_201-05_060327_4217_ktajpg|GE U20C in Indonesia CC201-05 FileDiesel_locomotiveJPG|GE U20C "Full-Width Cabin" in Indonesia CC203-22 FileID_diesel_loco_CC_204-06_060403_2512_mrijpg|GE U20C full computer control locomotive in Indonesia CC204-06 < gallery> ອ້າງອີງ ;ບັນນານຸກົມ Atchison Topeka and Santa Fe Railway 1948 Rules Operating Department p 7 Central Japan Railway 2006 Central Japan Railway Data Book 2006 p 16 ອ່ານຕື່ມ Glancey Jonathan 2005 The Train Carlton Publishing Group ISBN 978-1-84442-345-3 256 pp ແຫຼ່ງຂໍ້ມູນອື່ນ ວັດຖຸວິທະຍາ ພາສາອັງກິດ physics ນັ້ນ ເບິ່ງຕາມພາສາລາວ ກໍ່ຈະໝາຍເຖິງ ວິທະຍາສາດ ທີ່ສຶກສາກ່ຽວກັບ ວັດຖຸ ແຕ່ ເຄົ້າຂອງຄຳວ່າ physics ໃນພາສາເກຣັກນັ້ນ ຈະໝາຍເຖິງ ການສຶກສາກ່ຽວກັບ ທຳມະຊາດ ມັນແມ່ນ ຂະແໜງວິທະຍາສາດ ທີ່ສຶກສາ ກ່ຽວກັບ ວັດຖຸ ພະລັງງານ ອາວະກາດ ເວລາ ເປັນຫລັກ ສະມາຄົມລາວເວັບບລັອກ ຮ່ວມຮ່ວມສາລະຂ່າວສານທີ່ເປັນປະໂຍດໃນໂລກອອນລາຍ ມາໄວ້ທີ່ຫນ້າເຄື່ອງຄອມພິວເຕີ້ຂອງທ່ານ http samakomlaoblogspotcom ວັນນະຄະດີ ຄຳເຄົ້າ ວັນຄດີ ພາສາອັງກິດ Literature ແມ່ນ ສິ່ງທີ່ແຕ່ງ ຂີດຂຽນຂຶ້ນ ຈາກ ຄວາມຄຶດ ຈິນຕະນາການ ຫລື ອີງໃສ່ຄວາມເປັນຈິງ ມັນມີ ທັງ ບັນທຶກໄວ້ ໂດຍໂຕໜັງສື ແລະ ທີ່ ບອກເລົ່າປາກຕໍ່ປາກ ໂດຍ ສະເພາະໃນ ສັງຄົມທີ່ ລະບົບການຂີດຂຽນ ຍັງບໍ່ພັດທະນາ ຫຼື ບໍ່ແຜ່ຫຼາຍເທື່ອ ຕົວຢ່າງ ຂອງ ວັນນະຄະດີ ມີ ທັງ ນິທານ ຕຳນານ ກາບກອນ ເຫຼົ່ານີ້ເປັນຕົ້ນ ຄຳວ່າ " ວັນນະຄະດີ " ແມ່ນຄຳສະໝາດໃນພາສາປາລີ ເຊິ່ງມາຈາກຄຳວ່າ ວັນນະ+ຄະຕິ "ວັນນະ" ແປວ່າ ເພັດສີສັນຕົວອັກສອນຫນັງສື ສ່ວນຄຳວ່າ "ຄະຕິ" ຫລື "ຄະດີ" ແປວ່າ ການໄປ ການຫຍັບຍ້າຍທາງວິທີແບບແຜນເລື່ອງ ເມື່ອໂຮມ ວັນນະ ກັບ ຄະຕິ ເຂົ້າກັນເປັນ ວັນນະຄະຕິ ຫລື ວັນນະຄະດີ ອ້າງອີງ ວາລະສານ ຄຳເຄົ້າ ວາຣສາຣ ແມ່ນສິ່ງພິມລາຍຄາບອັນອອກເປັນໄລຍະສຳລັບຜູ້ອ່ານທົ່ວໄປ ມີເນື້ອຫາຫຼາກຫຼາຍ ມຸ່ງທັງໃຫ້ຄວາມຮູ້ແລະຄວາມບັນເທີງ ຄວາມຮູ້ມັກເປັນໄປໃນລັກສະນະອັນໃຫ້ຄວາມຮອບຮູ້ ມີການຫາລາຍໄດ້ຈາກການໂຄສະນາແລະວາງຂາຍທົ່ວໄປ ຜູ້ອ່ານສາມາດບອກກ່າວຮັບເປັນສະມາຊິກໄດ້ ອ້າງອີງ ວິກິພີເດຍ Wikipedia ແມ່ນສາລານຸກົມອອນລາຍເຊິ່ງມີຫລາກຫຼາຍພາສາ ທີ່ເຜີຍແຜ່ເນ້ືອໃນແບບອິດສະຫລະ ມີການຄຸ້ມຄອງບໍລິຫານໂດຍມູນລະນິທິ ວິກິມີເດຍ ຄຳວ່າ "ວິກິພີເດຍ" ມາຈາກການປະສົມຄຳວ່າ "ວິກິ" ເຊິ່ງແມ່ນການສ້າງເວັບໄຊ້ທີ່ເປີດກວ້າງການປັບປຸງຮ່ວມກັນ ແລະ ຄຳວ່າ "ເອນໄຊໂຄຼພີເດຍ" ທີ່ແປວ່າ ສາລານຸກົມເວັບໄຊ້ ສ້າງຕັ້ງຂຶ້ນເມື່ອປີ 2001 ໂດຍແມ່ນທ່ານ ຈິມມີ້ ເວວ ແລະ ແລຣີ້ ແຊງເຈີ້ ປັດຈຸບັນ ວິກິພີເດຍ ເປັນເວັບໄຊ້ສາລານຸກົມອອນລາຍທີ່ມີຂະຫນາດໃຫຍ່ ແລະ ຂະຫຍາຍໂຕທີ່ສຸດໃນໂລກ ຂ່າວຈາກນິດຕະຍະສານທາມ ໂດຍທົ່ວໄປ ວິຊາຊີບພາສາອັງກິດ profession ຈະໝາຍເຖິງ ຄວາມຮູ້ ຄວາມຊຳນານ ທີ່ ຈຳເປັນ ໃນ ການຄອງອາຊີບ ໃດໜື່ງ ເຊັ່ນ ນາຍຊ່າງ ນາຍໝໍ ນາຍຄູ ແລະອື່ນໆ ມັນ ແມ່ນ ຄຳປະສົມ ລະຫວ່າງ ຄຳວ່າ ວິຊາ ທີ່ແປວ່າ ຄວາມຮູ້ ແລະ ອາຊີບ ທີ່ ໝາຍເຖິງ ວຽກງານໃດໜຶ່ງທີ່ ຄົນຜູ້ໃດໜຶ່ງເຮັດເພື່ອ ຄອງຊີບ ຫຼື ດຳລົງຊີວິດ ໂຮງຮຽນ ທີ່ ທຳການສິດສອນ ວິຊາຊີບ ມັກຖືກເອີ້ນວ່າ ໂຮງຮຽນວິຊາຊີບ ຫຼື ໂຮງຮຽນອາຊີວະສຶກສາ professional training school ວິຕາມິນ ແມ່ນສານອອກການິກທີ່ສິ່ງມີຊີວິດຈຳເປັນຕ້ອງໄດ້ຮັບໃນປໍລິມານເລັກນ້ອຍ ສຳລັບການເຕີບໂຕ ຂະຫຍາຍພັນ ແລະຊ່ອຍໃຫ້ມີສຸຂະພາບດີ ຖ້າຫາກສິ່ງມີຊີວິດຂາດວິຕາມິນໂຕໃດໂຕໜຶ່ງຈະມີອາການປ່ວຍເຊິ່ງມີລັກສະນະສະເພາະຂຶ້ນກັບວິຕາມິນທີ່ຂາດ ວິຕາມິນແບ່ງອອກເປັນ 2 ຈຳພວກ ແມ່ນ ວິຕາມິນທີ່ລະລາຍໃນໄຂມັນ ໄດ້ແກ່ A D E K ແລະ ວິຕາມິນທີ່ລະລາຍໃນນ້ຳ ໄດ້ແກ່ B C ປະໂຫຍດຂອງວິຕາມິນ ວິຕາມິນອາ ແມ່ນສານຕ້ານອະນຸມູນອິສະລະ ຊ່ອຍໃນການມອງເຫັນ ປ້ອງກັນພະຍາດຕາບອດ ບຳລຸງສາຍຕາ ບຳລຸງ ຜົມ ແລະ ເລັບ ວິຕາມິນເບ 1 ບຳລຸງປະສາດ ແກ້ເໜັບຊາ ຊ່ອຍເຜົາພານກະລູຊິດ ໄປເປັນພະລັງງານ ຖ້າຂາດຈະຫງຸດຫງິດງ່າຍ ວິຕາມິນເບ 2 ຊ່ອຍເຜົາພານກະລູຊິດ ຄັນຂາດຈະເປັນແຜຢູ່ມູມສົບ ຜິວຈະແຕກຫຍາບກະດ້າງ ວິຕາມິນເບ 3 ຊ່ອຍເຜົາພານໄຂມັນ ແລະກະລູຊິດ ບຳລຸງຜິວໜັງແລະລະບົບປະສາດ ວິຕາມິນເບ 5 ຊ່ອຍເຜົາພານກະລູຊິດ ໄຂມັນແລະປະໂລເຕອິນ ລົດອາການພູມແພ້ ຫອບຫືດ ນອນບໍ່ຫຼັບ ວິຕາມິນເບ 6 ຊ່ອຍບັນເທົາອາການກ່ອນຈະມີປະຈຳເດືອນ ແກ້ແພ້ທ້ອງ ບຳລຸງປະສາດ ລົດອາການໄຂມັນອຸດຕັນໃນເສັ້ນເລືອດ ວິຕາມິນເບ 7 ຊ່ອຍໃນການຍ່ອຍຫຼືແຕກໂຕຂອງປະໂລເຕອິນແລະໄຂມັນ ວິຕາມິນເບ 9 ຊ່ອຍສ້າງເມັດເລືອດແດງ ເສີມຄວາມຈຳ ຊ່ອຍປ້ອງກັນພະຍາດມະເຮັງລຳໄສ້ ແລະມະເຮັງເຕົ້ານົມ ຄັນໃນເລືອດມີກົດໂຟລິກຕ່ຳ ເຮັດໃຫ້ຈິດໃຈຫົດຫູ່ ຂາດຄວາມຮູ້ສຶກທາງເພດ ວິຕາມິນເບ 12 ຊ່ອຍເສີມສ້າງເມັດເລືອດ ບຳລຸງປະສາດ ປ້ອງກັນອາການອ່ອນເພຍ ເນື່ອງຈາກພະຍາດໂລຫິດຈາງ ວິຕາມິນຊີ ຕ້ານອະນຸມູນອິສະລະ ສ້າງໂກນລາແຊນ ຊ່ອຍຄວບຄຸມລະດັບໂກແລສະເຕໂລນ ບຳລຸງຜິວພັນແລະດູກ ປ້ອງກັນພະຍາດມະເຮັງ ລົດອາການພູມແພ້ ຊ່ອຍບັນເທົາອາການຫວັດ ວິຕາມິນເດ ບຳລຸງດູກແລະແຂ້ວ ປ້ອງກັນພະຍາດດູກອ່ອນໃນເດັກນ້ອຍ ເຮັດໜ້າທີ່ຄວບຄຸມການດູດຊຶມການຊຽມ ວິຕາມິນເອ ຕ້ານອະນຸມູນອິສະລະ ຊ່ອຍໃຫ້ເລືອດໄຫຼວຽນດີ ປ້ອງກັນການແຂງໂຕຂອງເລືອດ ວິຕາມິນກາ ຊ່ອຍໃຫ້ເລືອດແຂງໂຕ ອ້າງອີງ ;ບັນນານຸກົມ Bender David A 2003 Nutritional biochemistry of the vitamins Cambridge UK Cambridge University Press ISBN 978-0-521-80388-5 Lieberman S and Bruning N 1990 The Real Vitamin & Mineral Book NY Avery Group 3 ISBN 0-89529-769-8 Maton Anthea; Jean Hopkins Charles William McLaughlin Susan Johnson Maryanna Quon Warner David LaHart Jill D Wright 1993 Human Biology and Health Englewood Cliffs New Jersey USA Prentice Hall ISBN 0-13-981176-1 OCLC 32308337 ອ່ານຕື່ມ ແຫຼ່ງຂໍ້ມູນອື່ນ A web server for predicting vitamin interacting residues in vitamin binding proteins ວິທະຍາສາດ ຄຳເຄົ້າ ວິທຍາສາສຕຣ໌ ໝາຍເຖິງ ຄວາມຮູ້ກ່ຽວກັບສິ່ງຕ່າງໆໃນທຳມະຊາດທັງທີ່ມີຊີວິດແລະບໍ່ມີຊີວິດ ລວມທັງກະບວນການປະມວນຄວາມຮູ້ເຊີງປະຈັກ ທີ່ເອີ້ນວ່າກະບວນການທາງວິທະຍາສາດ ແລະກຸ່ມຂອງອົງຄວາມຮູ້ທີ່ໄດ້ຈາກກະບວນການດັ່ງກ່າວ ການສຶກສາໃນດ້ານວິທະຍາສາດຍັງຖືກແບ່ງຍ່ອຍອອກເປັນ ວິທະຍາສາດທຳມະຊາດ ແລະ ວິທະຍາສາດປະຍຸກ ຄຳວ່າ science ໃນພາສາອັງກິດ ເຊິ່ງແປວ່າ ວິທະຍາສາດນັ້ນ ມາຈາກພາສາລາແຕັງ ຄຳວ່າ scientia ເຊິ່ງໝາຍຄວາມວ່າ ຄວາມຮູ້ ອ້າງອີງ ວິນຍານນິຍົມ ໝາຍເຖິງ ການນຳຖືຜີສ່າງນາງໄມ້ແມ່ນການເຊື່ອຖືຜີ ຫຼື ວ່າ ນັບຖືສາສະຫນາຜີ ອ້າງອີງ ;ບັນນານຸກົມ ແຫຼ່ງຂໍ້ມູນອື່ນ ໃນດ້ານຊີວະວິທະຍາ ວິວັດທະນາການ ແມ່ນການປ່ຽນແປງທາງພັນທຸກຳໃນປະຊາກອນຂອງສິ່ງມີຊີວິດ ຈາກລຸ້ນນຶ່ງສູ່ລຸ້ນນຶ່ງ ວິວັດທະນາການເກີດຈາກຂະບວນການຫຼັກ 3 ຂະບວນການ ໄດ້ແກ່ ຄວາມແປຜັນ ການສືບພັນ ແລະ ການຄັດເລືອກ ໂດຍອາໄສແຊນ gène ເປັນໂຕກາງໃນການສົ່ງຜ່ານລັກສະນະທາງພັນທຸກຳ ອັນເປັນພື້ນຖານຂອງການເກີດວິວັດທະນາການ ລັກສະນະເຊັ່ນນີ້ ແມ່ນເກີດຂຶ້ນໃນປະຊາກອນເພື່ອໃຫ້ເກີດຄວາມແປຜັນທາງພັນທຸກຳເມື່ອສິ່ງມີຊີວິດໃຫ້ກຳເນີດລູກຫຼານມັກເກີດລັກສະນະໃໝ່ ຫຼືປ່ຽນແປງລັກສະນະເດີມ ລັກສະນະໃໝ່ທີ່ເກີດຂຶ້ນນີ້ມີສາເຫດສຳຄັນ 2 ປະການ ປະການນຶ່ງ ເກີດຈາກຂະບວນການກາຍພັນຂອງແຊນ ສ່ວນປະການສອງ ເກີດຈາກການແລກປ່ຽນແຊນລະຫວ່າງປະຊາກອນ ແລະລະຫວ່າງແອສະແປດ espèce ໃນສິ່ງມີຊີວິດທີ່ມີການສືບພັນແບບອາໄສເພດ ສິ່ງມີຊີວິດໃໝ່ທີ່ເກີດຂຶ້ນຈະຜ່ານຂະບວນການແລກປ່ຽນແຊນ ອັນກໍ່ໃຫ້ເກີດຄວາມແປຜັນທາງພັນທຸກຳທີ່ຫຼາກຫຼາຍໃນສິ່ງມີຊີວິດ ວິວັດທະນາການເກີດຂຶ້ນເມື່ອຄວາມແຕກຕ່າງທາງພັນທຸກຳເກີດຂຶ້ນ ຈົນເກີດຄວາມແຕກຕ່າງຫຼາຍຂຶ້ນເລື້ອຍໆ ຈົນກາຍເປັນລັກສະນະທີ່ແຕກຕ່າງກັນ ອ້າງອີງ ;ບັນນານຸກົມ Cracraft J; Donoghue M J eds 2005 Assembling the tree of life Oxford University Press ISBN 0-19-517234-5 Darwin Charles 1859 "XIV" On The Origin of Species p 503 ISBN 0-8014-1319-2 Futuyma Douglas J ed 1999 "Evolution Science and Society Evolutionary Biology and the National Research Agenda" Office of University Publications Rutgers The State University of New Jersey Hall B K; Hallgrímsson B eds 2008 Strickberger's Evolution 4th ed Jones & Bartlett p 762 ISBN 0-7637-0066-5 Kimura M 1991 "The neutral theory of molecular evolution a review of recent evidence" Jpn J Genet 664 367–86 doi101266 jjg66367 PMID 1954033 Lewontin R C 1970 "The units of selection" Annual Review of Ecology and Systematics 1 1–18doi101146 annureves01110170000245JSTOR 2096764 Moore R; Decker M; Cotner S 2009 Chronology of the Evolution-Creationism Controversy Greenwood p 454ISBN 0-313-36287-4 National Academy of Science Institute of Medicine 2008Science Evolution and Creationism National Academy Press ISBN 0-309-10586-2 Panno Joseph 2005 The Cell Evolution of the First Organism Facts on File INC ISBN 0-8160-4946-7 Provine W B 1988 "Progress in evolution and meaning in life" Evolutionary progress University of Chicago Press pp 49–79 ອ່ານຕື່ມ ບົດຄວາມສຳລັບຜູ້ເລີ່ມຕົ້ນສຶກສາ ປະຫວັດສາດຄວາມເປັນມາຂອງຄວາມຄຶດທາງວິວັດທະນາການ ບົດຄວາມອ່ານລະດັບສູງ Minelli A 2009 – Forms of Becoming 242 pp Princeton Princeton University Press ແຫຼ່ງຂໍ້ມູນອື່ນ ;ຂໍ້ມູນທົ່ວໄປ ;ປະຫວັດຄວາມເປັນມາຂອງຄວາມຄຶດທາງວິວັດທະນາການ ;ການທົດລອງກ່ຽວກັບວິວັດທະນາການທາງຊີວະວິທະຍາ ;ຄຳປາໄສທາງອິນເຕີເນັດ ວິສະວະກຳ ຄຳເຄົ້າ ວິສວກັມ ແມ່ນ ການອອກແບບ ວິເຄາະ ແລະ ຫຼື ສ້າງສິ່ງໃດສິ່ງໜຶ່ງ ເພື່ອ ຜົນປຸະໂຫຍດ ຕົວຈິງ ຜູ້ກະທຳການ ວິສະວະກຳ ແມ່ນ ວິສະວະກອນ ວິສະວະກອນ ຈະເຮັດວຽກ ໂດຍ ນຳໃຊ້ ຄວາມຄິດສ້າງສັນ ການຕັດສິນ ເຫດຜົນ ໃນການໝູນໃຊ້ ວິທະຍາສາດ ເຕັກໂນໂລຢີ ຄະນິດສາດ ແລະ ປະສົບການ ຕົວຈິງ ຜົນ ຈາກການເຮັດວຽກ ຂອງ ວິສະວະກອນ ຈະກາຍເປັນ ການອອກແບບ ການຜະລິດ ແລະ ການນຳໃຊ້ ທິດສະດີ ໃຫ້ເປັນປະໂຫຍດ ໃນຕົວຈິງ ບັນດາຂະແໜງການ ໃນ ວິສະວະກຳ ຈະປະກອບມີ ເຊັ່ນ ວິສະວະກຳໄຟຟ້າ ວິສະວະກຳເອເລັກໂຕຣນິກ ວິສະວະກໍາໂຍທາ ວິສະວະກໍາຂົວ-ທາງວິສະວະກຳຄອມພິວເຕີ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານວິສະວະກຳການສື່ສານວິສະວະກໍາຊົນລະປະທານວິສະວະກຳກົນຈັກ ແລະອື່ນໆ ອ້າງອີງ ສວນຄົວ ແມ່ນບໍລິເວນທີ່ປູກພືດຜັກທີ່ໃຊ້ເປັນອາຫານໃນເຮືອນຄົວ ເຊັ່ນ ໝາກເຜັດ ໝາກເຂືອ ຂ່າ ຫົວສີໄຄ ແລະ ໝາກຂີ້ຫູດ ຯລຯ ອ້າງອີງ ;ອ່ານຕື່ມ Davies Jennifer 1987 The Victorian Kitchen Garden London BBC Books ISBN 978-0-563-20442-8 M D 1901 "Formation of the Fruit and Kitchen Garden" in Thompson Robert The Gardener's Assistant; new edition revised under the direction and general editorship of William Watson Vol IV pp 1–32 London Gresham Publishing Company Shewell-Cooper W E 1947 The ABC of Vegetable Gardening London English Universities Press first published 1937 Wilson C A ed 1998 The Country House Kitchen Garden 1600-1950 How Produce Was Grown and How it Was Used Sutton Publishing ISBN 978-0-7509-1423-9 ແຫຼ່ງຂໍ້ມູນອື່ນ A nonprofit group promoting kitchen gardens worldwide Science Tracer Bullet Library of Congress Cornell University Mann Library United States National Arboretum University of Washington USA ສວນສາທາລະນະ ຄຳເຄົ້າ ສວນສາທາຣນະ ໝາຍເຖິງບໍລິເວນສາທາລະນະທີ່ພາກລັດ ເຊິ່ງສ່ວນໃຫຍ່ມັກເປັນໜ່ວຍການປົກຄອງສ່ວນທ້ອງຖິ່ນ ເຊັ່ນ ເທສະບານ ອົງການບໍລິຫານສ່ວນແຂວງ ຫຼືອົງການບໍລິຫານສ່ວນເມືອງ ຈັດໃຫ້ເປັນບ່ອນພັກຜ່ອນຢ່ອນໃຈແກ່ປະຊາຊົນຕາມຊຸມຊນແລະເມືອງຕ່າງໆ ໂດຍລັດເປັນເຈົ້າຂອງແລະເປັນຜູ້ເບິ່ງແຍງປົກປັກຮັກສາ ປັດຈຸບັນ ການຈັດບ່ອນພັກຜ່ອນຢ່ອນໃຈຖືເປັນໜ້າທີ່ຂອງລັດ ແຕ່ສວນສາທາລະນະໃນຄວາມໝາຍນີ້ ອາດຈັດສ້າງໂດຍເອກະຊົນແລ້ວອຸທິດໃຫ້ແກ່ປະຊາຊົນກໍໄດ້ ອ້າງອີງ ສະຖາປັດຕະຍະກຳ ຄຳເຄົ້າ ສຖາປັຕຍກັມ architecture ແມ່ນ ສິລະປະ ຫຼື ວິທະຍາສາດ ກ່ຽວກັບ ການອອກແບບ ອາຄານ ແລະ ສິ່ງປຸກສ້າງ ນອກຈາກນີ້​ ຄຳວ່າ ສະຖາປັດຕະຍະກຳ ຍັງ ຖືກໃຊ້ ເພື່ອ ໝາຍຄວາມເຖິງ ອາຄານ ຫຼື ສິ່ງປຸກສ້າງນັ້ນເລີຍ ກໍ່ມີ ຜູ້ ທຳການອອກແບບ ຈະຖືກເອີ້ນວ່າ ສະຖາປະນິກພາສາອັງກິດ architect ຫຼື ນັກສະຖາປະນິກ ອ້າງອີງ ສະຖິຕິສາດແມ່ນ ສາຂາໜຶ່ງຂອງ ຄະນິດສາດ ທີ່ສຶກສາ ການຮີບໂຮມ ການວິເຄາະ ການຕີຄວາມໝາຍ ແລະ ການສະແດງ ຂໍ້ມູນເປັນໂຕເລກ ເປັນຈຳນວນຫຼາຍ ມັນສາມາດຖືກນຳໃຊ້ ໃນຫຼາຍໆຂະແໜງສຶກສາ ຕັ້ງແຕ່ ວິທະຍາສາດທຳມະຊາດ ຮອດ ວິທະຍາສາດສັງຄົມ ລວມທັງ ໃນ ຂະແໜງ ທຸລະກິດ ລັດຖະບານ ແລະ ອຸດສາຫະກຳ ບັນດາຄຳສັບສຳຄັນ ໃນ ສະຖິຕິສາດ ຄ່າສະເຫຼ່ຍmean ການທົດສອບສົມມຸດຕິຖານສະຖິຕິstatistical hypothesis testing ສະຫະລາຊະອານາຈັກ ຄຳເຄົ້າ ສຫຣາຊອານາຈັກຣ ຫຼືຊື່ເຕັມແມ່ນ ສະຫະລາຊະອານາຈັກເບຕາຍໃຫຍ່ແລະອຽກລັງເໜືອ ເປັນລັດເອກະລາດຕັ້ງຢູ່ນອກຊາຍຝັ່ງຕາເວັນຕົກສຽງເໜືອຂອງເອີລົບພາກພື້ນທະວີບ ປະເທດນີ້ປະກອບດ້ວຍເກາະເບຕາຍໃຫຍ່ ສ່ວນຕາເວັນອອກສຽງເໜືອຂອງເກາະອຽກລັງ ແລະເກາະທີ່ນ້ອຍກວ່າຈຳນວນຫຼາຍ ອຽກລັງເໜືອເປັນພຽງສ່ວນດຽວຂອງສະຫະລາຊະອານາຈັກທີ່ມີພົມແດນທາງບົກຕິດຕໍ່ກັບລັດອື່ນ ແມ່ນ ສາທາລະນະລັດອຽກລັງ ນອກເໜືອຈາກນີ້ແລ້ວ ສະຫະລາຊະອານາຈັກລ້ອມຮອບດ້ວຍມະຫາສະໝຸດອັດລັງຕິກທາງທິດຕາເວັນຕົກແລະເໜືອ ທະເລເໜືອທາງທິດຕາເວັນອອກ ຊ່ອງແຄບອັງກິດທາງທິດໃຕ້ ແລະທະເລອຽກລັງທາງທິດຕາເວັນຕົກ ການແບ່ງເຂດການປົກຄອງ ສະຫະລາຊະອານາຈັກປະກອບດ້ວຍສີ່ສ່ວນໃຫຍ່ໆ ເຊິ່ງບາງເທື່ອເອີ້ນໃນພາສາລາວວ່າ ແຄວ້ນ ອ້າງອີງ ອ່ານຕື່ມ Hitchens Peter 2000 The Abolition of Britain from Winston Churchill to Princess Diana Second ed San Francisco Calif Encounter Books xi 332 p ISBN 1-893554-18-X Lambert Richard S 1964 The Great Heritage a History of Britain for Canadians House of Grant 1964 and earlier editions and or printings ເບິ່ງຕື່ມ ປະເທດອັງກິດ ແຫຼ່ງຂໍ້ມູນອື່ນ ; ລັດຖະບານ ວິຊາ ສັງຄົມສາດ social science ຄືສາຂາວິຊາທີ່ໃຊ້ລະບຽບວິທີທາງວິທະຍາສາດເພື່ອສຶກສາໂລກໃນເລື່ອງທີ່ກ່ຽວຂ້ອງກັບຄວາມສຳພັນລະຫວ່າງມະນຸດໜ່ວຍສັງຄົມຕ່າງໆຂອງມະນຸດ ລວມທັງພຶດຕິກຳຂອງມະນຸດໃນທິດທາງຕ່າງໆ ວິຊາໃນສັງຄົມສາດແຕກຕ່າງຈາກວິຊາໃນກຸ່ມມະນຸດສາດ ເນື່ອງຈາກຫຼາຍໆສາຂາວິຊາໃນສັງຄົມສາດເນັ້ນການຫາຄວາມຮູ້ ແລະ ຄວາມສຳພັນຂອງປັດໄຈຕ່າງໆ ທີ່ສົ່ງຜົນຕໍ່ການດຳເນີນພຶດຕິກຳຂອງມະນຸດ ແລະ ປາກົດການທາງສັງຄົມດ້ວຍຂະບວນການແບບປະຕິຖານ ແລະ ປະຈັກນິຍົມ ທາງດ້ານປະລິມານ quantitative method ແລະ ທາງດ້ານຄຸນນະພາບ qualitative method ຢ່າງເປັນວິທະຍາສາດ ເຖິງຢ່າງໃດກໍ່ຕາມບາງສາຂາກໍ່ອາດຈະນຳລະບຽບວິທີທາງຄຸນນະພາບແບບຕີຄວາມການຄາດຄະເນ ວິເຄາຕາມຫຼັກປັດຊະຍາ ແລະ ຕະກະ ຫຼື ຄວາມເຊື່ອສ່ວນບຸກຄົນ ແລະ ການວິຈານມາໃຊ້ໃນການອະທິບາຍພຶດຕິກຳໃນບາງກໍ່ລະນີທີ່ເໝາະສົມຫາກຈຳເປັນ ເຖິງແມ່ນວ່າ ລະບຽບວິທີການການສຶກສາທາງສັງຄົມແບບໃໝ່ໄດ້ຮັບອິດທິພົນຈາກສັງຄົມສາດແບບອາເມຣິກາສ່ວນຫຼາຍ ເຮັດໃຫ້ການສຶກສາແບບປະຕິຖານນິຍົມໄດ້ຮັບຄວາມນິຍົມ ແລະ ການຍອມຮັບຫຼາຍກວ່າລະບຽບວິທີແບບເກົ່າທີ່ຄ້າຍຄືກັບສາຂາມະນຸດສາດ ສາຂາວິຊາຕ່າງໆໃນກຸ່ມສັງຄົມສາດ ມະນຸດວິທະຍາ ນິເທດສາດ ອາຊະຍາວິທະຍາ ເສດຖະສາດ ຄະຕິຊົນວິທະຍາ ພາສາສາດ ລັດຖະສາດ ນິຕິສາດ ຈິດຕະວິທະຍາ ສັງຄົມວິທະຍາ ອ້າງອີງ ສັດ ຄຳເຄົ້າ ສັຕວ໌ ເປັນສິ່ງມີຊີວິດກຸ່ມທີ່ໃຫຍ່ທີ່ສຸດ ຈັດຢູ່ໃນ ອານາຈັກສັດ ຄຳເຄົ້າ ອານາຈັກຣ໌ສັຕວ໌ ເປັນສິ່ງມີຊີວິດພວກທີ່ນິວຄຽສມີຜະໜັງຫໍ່ຫຸ້ມ ປະກອບດ້ວຍ ຫຼາຍເຊລລ໌ມີການແບ່ງໜ້າທີ່ຂອງແຕ່ລະເຊລລ໌ເພື່ອເຮັດໜ້າທີ່ສະເພາະຢ່າງແບບຖາວອນ ບໍ່ມີຄໍໂລຟິນ ສ້າງອາຫານຜູ້ດຽວບໍ່ໄດ້ ດຳລົງຊີວິດໄດ້ຫຼາຍລັກສະນະທັງເທິງບົກໃນນ້ຳ ແລະບາງຊະນິດເປັນປໍລະສິດ ອານາຈັກນີ້ໄດ້ແກ່ສັດທຸກຊະນິດ ຕັ້ງແຕ່ສັດບໍ່ມີດູກສັນຫຼັງຈົນຮອດສັດທີ່ມີດູກສັນຫຼັງ ໄດ້ແກ່ ພະຍາດໃບໄມ້ ກົບ ລີງ ກະຕ່າຍ ດາວທະເລ ແມງດາທະເລ ຫອຍສອງຝາ ແມງສາບ ໃນທາງຊີວະວິທະຍາ ມະນຸດ ກໍຈັດຢູ່ໃນອານາຈັກສັດ ໂດຍຄຳວ່າສັດ ກາຍຄວາມໝາຍມາຈາກຄຳວ່າ "ສຕຕວ" ໃນພາສາປາລີເຊິ່ງແປວ່າ "ສິ່ງມີຊີວິດ" ອ້າງອີງ ສາລານຸກົມແມ່ນເຮື່ອງທີ່ຄັດຍໍ່ທີ່ຖຶກຂຽນຂຶ້ນສຳຫຼັບການຮວບຮວມຄວາມຮູ້ ກລ່າວຄືເປັນຄວາມຮູ້ທີ່ເປັນເຮື່ອງຮາວທີ່ຖຶກຈັດຮຽງໃນລຳດັບ ຈະມີທັ້ງປະເພດຄວາມຮູ້ທັ່ວໄປ ແລະຄວາມຮູ້ດ້ານສະເພາະ ເຊັ່ນ ສາລານຸກົມກ່ຽວກັບການແພດ ຄະນິດສາດ ປະຫວັດສາດ ຫຼືອ ຈັດທຳເພື່ອຈຸດປະສົງສະເພາະ ເຊັ່ນ ສາລານຸກົມສຳຫຼັບເຍົາວະຊົນ ສາລານຸກົມທີ່ເປັນທີ່ຮູ້ຈັກກັນດີຄື ສາລານຸກົມບຣິເຕນນິກາ Encyclopædia Britannica ສາລານຸກົມທີ່ເກົ່າແກ່ທີ່ສຸດໃນໂລກ ທີ່ມີການຕີພິມ ຕີພິມສະບັບແຮກໃນພາສາອັງກິດໃນຊ່ວງປີ ພສ 2311 2314 ຄສ 1768–1771 ໃນເມືອງເອດິນບະຣະ ປະເທດສະກອດແລນດ໌ ຊຶ່ງໃນປັດຈຸບັນ ໄດ້ມີການຕີພິມແລະຈຳໜ່າຍໃນສະບັບຊີດີ ອ້າງອິງ ເບິ່ງຕື່ມ ວິກິພີເດຍ ສາສະໜາ ຄຳເຄົ້າ ສາສນາ ໝາຍເຖິງ ຄວາມເຊື່ອໃນສິ່ງສັກສິດ ສິ່ງເໜືອທຳມະຊາດ ສະຖາບັນ ປະເພນີ ເຊິ່ງເປັນບ່ອນເຄົາລົບ ໂດຍທົ່ວໄປແລ້ວອາດກ່າວໄດ້ວ່າ ສາສະໜາ ເປັນສິ່ງເຊິ່ງຄວບຄຸມ ແລະປະສານຄວາມສຳພັນຂອງມະນຸດໃຫ້ຢູ່ຮ່ວມກັນໄດ້ຢ່າງເປັນສຸກ ແມ່ນ ຫຼັກການແລະວິຖີທາງເຊິ່ງມະນຸດເລືອກໃຊ້ໃນການດຳລົງຊີວິດ ພັດທະນາການຂອງສາສະໜາ ມີຄວາມເຊື່ອວ່າສາສະໜານັ້ນ ເກີດມາຈາກຄວາມຢ້ານກົວທຳມະຊາດ ກ່າວຄື ສິ່ງໃດເຊິ່ງມະນຸດຢ້ານກົວ ເຊື່ອ ເລື່ອມໃສ ແລະໃຫ້ຄວາມເຄົາລົບນັບຖື ໄດ້ຊື່ ວ່າເປັນສາສະໜາຂອງບຸກຄົນນັ້ນໆ ໃນການສຶກສາປັດຈຸບັນ ຄຳອະທິບາຍຂອງການເກີດຂຶ້ນ ແລະພັດທະນາການຂອງສາສະໜາ ສາມາດແບ່ງໄດ້ເປັນສາມກຸ່ມ ກຸ່ມເຊິ່ງເບິ່ງວ່າສາສະໜາ ແມ່ນສິ່ງເຊິ່ງມະນຸດສ້າງຂຶ້ນ ກຸ່ມເຊິ່ງເບິ່ງວ່າສາສະໜາຄ່ອຍໆ ພັດທະນາການ ໄປສູ່ສະພາວະແຫ່ງຄວາມຈິງຫຼາຍຂຶ້ນເລື້ອຍໆ ກຸ່ມເຊິ່ງເບິ່ງວ່າສາສະໜາ ບາງສາສະໜານັ້ນແມ່ນຄວາມຈິງແທ້ ອ້າງອີງ ສາສະໜາຊິກ ຫຼື ສາສะໜາສິກ ປັນຈາບ ਸਿੱਖੀ ເປັນສາສະໜາທີ່ຖືກຳເນີດຂຶ້ນໃນຮາວຄິດສະຕະວັດທີ 16 ໃນຕອນເໜືອຂອງອິນເດຍ ຈາກຄຳສອນຂອງ ນານັກ ແລະຄຸລຸຜູ້ສືບທອດອີກ 9 ອົງ ຫຼັກປັດຍາຂອງສາສະໜາຊິກແລະການປະຕິບັດຕາມຫຼັກສາສະໜາ ນິຍົມເອີ້ນວ່າ "ຄຸລມັດ" ຄວາມໝາຍໂດຍພະຍັນຊະນະ ໝາຍເຖິງ "ຄຳສອນຂອງຄຸລຸ" ຫຼື "ທຳມະຂອງຊິກ" ສາສະໜາຢິວ ອັງກິດ Judaism ຫຼື ສາສະໜາຊູດາ ແມ່ນວິຖີຊີວິດ ປັດຊະຍາ ແລະສາສະໜາປະເພດເອກະເທວະນິຍົມຕາມຄວາມເຊື່ອຂອງຊາວຢິວ ມີຕົ້ນກຳເນີດໃນຄຳພີຮີບູ ຫຼືຄຳພີທານັກ ໂຮມເຖິງຄຳພີຊັ້ນຫຼັງ ເຊັ່ນ ຄຳພີທາວມຸດ​ ສາສະນິກະຊົນຢິວຖືວ່າວິຖີນີ້ແມ່ນພັນທະສັນຍາລະຫວ່າງພະຢາເວກັບວົງວານອິສະລາເອວ​ ສາສະໜາຢິວແບບຮັບບີຖືວ່າພະຢາເວໄດ້ປະທານທຳມະບັນຍັດອັນເອີ້ນວ່າຄຳພີທໍລ້າແກ່ໂມເສດຢູ່ພູຊີນາຍ ສາສະໜາພາມ ແມ່ນສາສະໜາແບບພະຫຸເທວະນິຍົມ ເຊື່ອເທບຫຼາຍອົງ ບໍ່ປາກົດແນ່ຄັກວ່າແມ່ນໃຜເປັນສາສະດາ ມີຄຳພີສາສະໜາເອີ້ນວ່າພະເວດ ມີສາສະນິກະຊົນຫຼາຍເປັນອັນດັບທີ 4 ຂອງໂລກ ມີຈຳນວນປະມານ 900 ລ້ານຄົນ ອ້າງອີງ ;ບັນນານຸກົມ ;ອ່ານຕື່ມ Richards Glyn ed 1985 A Sourcebook of Modern Hinduism London Curzon Press x 212 p ISBN 0-7007-0173-7 ແຫຼ່ງຂໍ້ມູນອື່ນ ສາສະໜາອິສະລາມ ອັງກິດ Islam ແມ່ນສາສະໜາເອກະເທວະນິຍົມ monotheism ນັບຖືພະເຈົ້າອົງດຽວ ບັນຍັດໄວ້ໃນຄຳພີອັນກຸລະອານ ເຊິ່ງຜູ້ນັບຖືເບິ່ງວ່າເປັນພະວະຈະນະຄຳຕໍ່ຄຳຂອງພະເຈົ້າ ອາຫຼັບ الله‎ ອັລລອຮ ແລະໂດຍຄຳສອນແລະໂຕຢ່າງອອກໄປທາງປະທັດສະຖານ ເອີ້ນວ່າ ສຸນັດ ແລະ ປະກອບດ້ວຍຫະດີດ ຂອງມຸຮຳມັດ ເຊິ່ງຜູ້ນັບຖືເບິ່ງວ່າເປັນສາສະດາຫຼືນະບີອົງຫຼ້າຂອງພະເຈົ້າ ຜູ້ນັບຖືຂອງສາສະໜາອິສະລາມ ເອີ້ນວ່າ ມຸສະລິມ ສິລະປະ ຄຳເຄົ້າ ສິລປະ ແມ່ນ ການສ້າງ​ການສະແດງອອກໂດຍ ບໍ່ວ່າ ຈະແມ່ນ ດ້ວຍການຂີດຂຽນ ແຕ້ມ ປັ້ນ ຫຼ່ ຫລື ດ້ວຍ ການເຄື່ອນຍ້າຍຮ່າງກາຍ ວັດຖຸ ຫຼື ແມ່ນແຕ່ ສຽງ ຈັງຫວະ ໂດຍທົ່ວໄປ ສິລະປະ ຈະຖືກ ສະແດງອອກ ເພື່ອ ຄວາມພໍໃຈ ຂອງ ຜູ້ຊົມ ຜູ້ຟັງລວມທັງ ຜູ້ກະທຳ ອ້າງອີງ ສິລະປະປະຍຸກ ຄຳເຄົ້າ ສິລປປຍຸກຕ໌ ໝາຍເຖິງສິລະປະທີ່ສາມາດເຂົ້າໄປໝູນໃຊ້ໄດ້ ເຊັ່ນ ສະຖາປັດຕະຍະກຳ ພູມິສະຖາປັຕະຍະກຳ ມັນທະນະສິນ ລວມທັງເຄື່ອງປັນດິນເຜົາທີ່ໃຊ້ເປັນພາຊະນະ ປະເພດຂອງສິລະປະປະຍຸກ ສິລະປະປະຍຸກ ສາມາດແບ່ງອອກເປັນ 4 ສາຂາ ໄດ້ແກ່ ພານິດສິນ Commercial Art ມັນທະນະສິນ Decorative Art ອຸດສາຫະກຳສິນ Industrial Art ການອອກແບບ Design ອ້າງອີງ ແຫຼ່ງຂໍ້ມູນອື່ນ ສິ່ງແວດລ້ອມ​ພາສາອັງກິດ environment ໝາຍເຖິງ ວັດຖຸ ປະກົດການ ທັງທຳມະຊາດ ແລະ ທີ່ສ້າງຂຶ້ນ ໂດຍ ຄົນ ຢູ່ອ້ອມຮອບ ສະຖານທີ່ ຫຼື ເຂດແຄວ້ນໃດໜຶ່ງ ໂດຍທົ່ວໄປ ມັນມັກຖືກ ໃຊ້ ເພື່ອໝາຍເຖິງ ສິ່ງແວດລ້ອມທຳມະຊາດແລະ ໃນຄວາມໝາຍດຽວກັນ ກັບ ຄຳວ່າ "ສະພາບແວດລ້ອມ" ໃນຂະນະທີ່ ມະນຸດຊາດ ໄດ້ ທຳການດັດແປງ ສິ່ງແວດລ້ອມທຳມະຊາດ ເພື່ອສ້າງ ຄວາມສະດວກໃນການດຳລົງຊີວິດ ໃນໄລຍະຜ່ານມາ ປະຈຸບັນ ຜົນຮ້າຍທີ່ເກີດຈາກ ການພັງທະລາຍຂອງ ຄວາມສົມດຸນ ຂອງ ສິງແວດລ້ອມ ໄດ້ປະກົດຂຶ້ນຢ່າງເຫັນໄດ້ແຈ້ງ ແລະ ເປັນທີ່ຮັບຮູ້ກັນຢ່າງ ກ້ວາງຂວາງ ສິ່ງແວດລ້ອມ ແມ່ນ ຫົວຂໍ້ຫຼັກ ໃນ ການພັດທະນາແບບຍືນຍົງ ພາສາອັງກິດ sustainable development ແລະ ແມ່ນ ສິ່ງທີ່ ອົງກອນເຄື່ອນໄຫວທາງດ້ານເສດຖະກິດ ເຊັ່ນ ວິສາຫະກິດຕ່າງ ຕ້ອງໃຫ້ຄວາມສຳຄັນ ຜົນຮ້າຍທີ່ເກີດຈາກ ການພັງທະລາຍ ຂອງ ຄວາມສົມດຸນ ຂອງ ສິ່ງແວດລ້ອມ ໂດຍສະເພາະ ທີ່ເກີດ ຈາກການພັດທະນາເສດຖະກິດ ມັກຖືກເອີ້ນວ່າ ມົນລະພາວະ ພາສາອັງກິດ pollution ມົນລະພາວະ ແມ່ນ ບັນຫາໃຫຍ່ທາງສັງຄົມ ເສດຖະກິດແລະ ການເມືອງ ທີ່ສາມາດເວົ້າໄດ້ວ່າ ທຸກໆປະເທດທີ່ພັດທະນາແລ້ວທາງດ້ານອຸດສາຫະກຳເຄີຍປະສົບ ແລະ ກໍ່ແມ່ນສິ່ງທີ່ ປະເທດພວມພັດທະນາ ບໍ່ຄວນເບິ່່ງຂ້າມ ປະເພດຂອງມົນລະພາວະ ມົນລະພາວະທາງອາກາດ ສະພາວະໂລກຮ້ອນ ການປົດປ່ອຍອາຍກັກໂບນິກ ຝົນກົດ ມົນລະພາວະທາງນ້ຳ ນ້ຳເປື້ອນ ນ້ຳເປື້ອນທາດບາຫຼອດ ມົນລະພາວະທາງດິນ ຝັ່ງເຈື່ອນ ດິນຫຼົ່ມ ມົນລະພາວະທາງສຽງ ມົນລະພາວະສຽງລົດ ມົນລະພາວະສຽງຍົນ ມົນລະພາວະສຽງອຸດສາຫະກຳ ສິ້ນ ແມ່ນຜ້ານຸ່ງຂອງແມ່ຍິງ ມີຮູບຮ່າງໜ້າຕາອັນແຕກຕ່າງກັນໄປຕາມທ້ອງຖິ່ນ ທັງສ່ຳ ການນຸ່ງ ແລະລວດລາຍເທິງຜືນຜ້າ ສ່ວນປະກອບ ສິ້ນສ່ວນຫຼາຍ ແມ່ນມີໂຄງສ້າງຄ້າຍຄືກັນ ແມ່ນ ປະກອບດ້ວຍ 3 ສ່ວນຫຼັກ ໄດ້ແກ່ ຫົວສິ້ນ ແມ່ນສ່ວນເທິງສຸດຂອງສິ້ນ ບໍ່ນິຍົມຊົມຊື່ນຕ່ຳລວດລາຍ ບາງແຫ່ງໃຊ້ຜ້າຂາວຫຍິບເປັນຫົວສິ້ນ ແລະເໜັບພົກໄວ້ ເບິ່ງບໍ່ເຫັນຈາກພາຍນອກ ໂຕສິ້ນ ຫຼື ພື້ນສິ້ນ ແມ່ນສ່ວນຫຼັກຂອງສິ້ນ ອາດມີການຕ່ຳລວດລາຍແດ່ເລັກນ້ອຍໃນລັກສະນະຂອງລວດລາຍອັນກົມກືນ ບໍ່ແມ່ນລາຍໂດດເດັ່ນ ມັກເປັນສີດຽວຕະຫຼອດ ຕີນສິ້ນ ແມ່ນສ່ວນສຸດຂອງສິ້ນ ໃນບາງທ້ອງຖິ່ນນິຍົມຊົມຊື່ນຕ່ຳລວດລາຍເປັນພິເສດ ສຳລັບຕີນສິ້ນໂດຍສະເພາະ ແຄບແດ່ ກວ້າງແດ່ ອ້າງອີງ Dolly Brittan 1997 The People of Laos New York PowerKids Press ISBN 082-3951-24-3 Edeltraud Tagwerker 2009 Siho and NagaLao Textiles Reflecting a People's Tradition and Change Frankfurt am Main Peter Lang ISBN 363-1586-89-2 ເບິ່ງຕື່ມ ເສື້ອປັດ ຊຸດລາວ ລິງຄ໌ພາຍນອກ ສຶກສາສາດ ຄຳເຄົ້າ ສຶກສາສາສຕຣ໌ ພາສາອັງກິດ pedagogy ແມ່ນ ວິທະຍາສາດ ທີ່ ຄົ້ນຄ້ວາກ່ຽວກັບ ການສຶກສາ ເຄົ້າຂອງຄຳວ່າ ສຶກສາສາດ ແມ່ນ ພາສາເກຣັກ ທີ່ວ່າ paidos ເຊິ່ງວ່າ ເດັກນ້ອຍ ຂະແໜງຄົ້ນຄ້ວາທີ່ອາດຈະສາມາດຍົກຂຶ້ນມາໄດ້ ໃນ ສຶກສາສາດ ກໍຈະມີ ປະຫວັດສາດການສຶກສາ ປັດຊະຍາສຶກສາສາດ ສັງຄົມສຶກສາສາດ ບໍລິຫານທຸລະກິດສຶກສາສາດ ການປົກຄອງການສຶກສາ ວິທີສຶກສາສາດ ແລະອື່ນໆ ຄຳມະຫາວິທະຍາໄລສ້າງຄູ ໃນ ພາສາອັງກິດ ບາງເທື່ອກໍໃຊ້ຄຳວ່າ Pedagogical University ອ້າງອີງ ສື່ ຖ້າເປັນຄຳໂດດໃນພາສາລາວແປວ່າການນຳສະເຫນີສີ່ງໃຫມ່ໆຫລືການສະເຫນີແນາະໃຫ້ຮັບຮູ້ແຕ່ຖ້ານຳເອົາຄຳວ່າ ສື່ ນີ້ໄປປະສົມກັບຄຳອື່ນແລ້ວຈະເຮັດໃຫ້ຄຳເວົ້າມີຄວາມຫມາຍກ້ວາງອອກແລະເຂົ້າໃຈໄດ້ດີຂື້ນອີກ ຕົວຢ່າງເຊັ່ນ ການສື່ສານສື່ມວນຊົນສື່ໂຄສະນາໆລໆ ສຸຂະພາບ ຄຳເຄົ້າ ສຸຂພາພ ໝາຍເຖິງລະດັບຂອງປະສິດທິພາບເຊີງການເຮັດວຽກຫຼືເຊີງເມຕາບໍລິກຂອງສິ່ງມີຊີວິດສຳລັບມະນຸດນັ້ນ ໂດຍທົ່ວໄປແລະຕາມນິຍາມຂອງອົງການອະນາໄມໂລກໝາຍເຖິງສະພາວະອັນສົມບູນຂອງພາວະທາງກາຍ ຈິດ ຈິດວິນຍານ ແລະສັງຄົມຂອງບຸກຄົນ ອັນບໍ່ໄດ້ໝາຍເຖິງຄວາມປາສະຈາກພະຍາດຫຼືຄວາມບົກພ່ອງພຽງຢ່າງດຽວ ແມ້ນຄວາມໝາຍນີ້ຈະເປັນບ່ອນວິພາກວິຈານໂດຍສະເພາະແມ່ນໃນປະເດັນຂອງຄວາມບໍ່ມີໂຕຊີ້ວັດທີ່ຊັດເຈນຫຼືປະເດັນປັນຍາທີ່ຕາມມາຈາກການໃຊ້ຄຳວ່າ "ສົມບູນ" ກໍຕາມ ແຕ່ກໍຍັງແມ່ນຄວາມໝາຍທີ່ໄດ້ຮັບການຍອມຮັບຫຼາຍທີ່ສຸດຢູ່ ລະບົບຈຳແນກປະເພດຕ່າງໆ ເຊັ່ນ Family of International Classifications ຂອງອົງການອະນາໄມໂລກ ອັນປະກອບດ້ວຍ International Classification of Functioning Disability and Health ICF ແລະ International Classification of Diseases ICD ເປັນເກນທີ່ເປັນທີ່ນິຍົມໃຊ້ຫຼາຍທີ່ສຸດໃນການນິຍາມແລະວັດອົງປະກອບຂອງສຸຂະພາບ ອ້າງອີງ ຫີນະຍານ ປາລີ; ສັນສະກິດ हीनयान Hīnayāna ແປວ່າ ຍານຊັ້ນເລວຫຼືຍານຊັ້ນຕ່ຳ ເປັນຄຳທີ່ຄະນາຈານຝ່າຍມະຫາຍານໃຊ້ເອີ້ນແນວການປະຕິບັດໃດໆ ໃນສາສະໜາພຸດທີ່ບໍ່ໄດ້ຍຶດແນວທາງແບບພະໂພທິສັດ ແຕ່ເນ້ນການປະຕິບັດເພື່ອຄວາມຫຼຸດພົ້ນສະເພາະຕົນແບບພະສາວົກຫຼືພະປັດເຈກພຸດທະເຈົ້າ ຈຶ່ງເອີ້ນອີກຢ່າງວ່າສາວົກຍານແລະປັດເຈກຍານ ຕ່າງຈາກມະຫາຍານເຊິ່ງແມ່ນແນວທາງທີ່ເນ້ນໃຫ້ຜູ້ປະຕິບັດເປັນພະໂພທິສັດບຳເພັນບາລະມີມຸ່ງບັນລຸເປັນພະພຸດທະເຈົ້າ ເພື່ອຈະໄດ້ຊ່ອຍເຫຼືອສັບພະສັດຈຳນວນຫຼາຍໄດ້ພົ້ນທຸກຕາມໄປດ້ວຍ ແນວທາງຢ່າງຫຼັງນີ້ຈຶ່ງເອີ້ນວ່າ ມະຫາຍານ ແປວ່າຍານໃຫຍ່ ອ້າງອີງ ;ບັນນານຸກົມ Romila Thapar Early India from the Origins to AD 1300 Penguin 2001 Tsongkhapa The great treatise on the stages of the path to enlightenment Snowlion 2000 Paul Williams Mahayana Buddhism Routledge 1989 Andrew Skilton Concise history of Buddhism Windhorse 1999 Donald Lopez "The H Word" '' Fall 1995 pp84–85 R S Cohen "Discontented Categories Hinayana and Mahayana in Indian History" Journal of the American Academy of Religion 6311-25 1995 Ryukan Kimura A Historical Study of the Terms Hinayana and Mahayana and the Origin of Mahayana Buddhism Indological Book Corp 1978 ແຫຼ່ງຂໍ້ມູນອື່ນ Dr W Rahula's article ວິທະຍາການຫຸ່ນຍົນ ຫຼື ຫຸ່ນຍົນສາດ ຫຼື ໂຣໂບຕິກ ເປັນສາດທາງວິທະຍາສາດແລະເຕັກໂນໂລຊີທີ່ສຶກສາກ່ຽວກັບການອອກແບບ ການຜະລິດ ແລະການປະຍຸກໃຊ້ງານໂຣບົດ ຫຸ່ນຍົນສາດກ່ຽວຂ້ອງກັບ ເອເລັກໂຕນິກ ກົນລະສາດ ແລະ ຊອບແວ ອ້າງອີງ ;ບັນນານຸກົມ K S Fu & RC Gonzalez & CSG Lee Robotics Control Sensing Vision and Intelligence CAD CAM robotics and computer vision CSG Lee & RC Gonzalez & KS Fu Tutorial on robotics accessed November 22 2008 accessed November 22 2008 accessed November 22 2008 Marco Ceccarelli "Fundamentals of Mechanics of Robotic Manipulators" ອ່ານຕື່ມ ແຫຼ່ງຂໍ້ມູນອື່ນ ຫໍສະໝຸດ ແມ່ນແຫຼ່ງສາລະນິເທດ ບໍລິການຊັບພະຍາກອນນິເທດໃນຮູບແບບຕ່າງຯ ເຊັ່ນ ປຶ້ມ ວາລະສານ ໜັງສືພິມ ວັດສະດຸເທບແລະໂທລະພາບ CD-ROM DVD VCD ໂດຍມີບັນນາລັກ ເປັນຜູ້ດຳເນີນການ ແລະບໍລິຫານການຕ່າງໆ ໃນຫໍສະໝຸດ ໂດຍຈັດລະບົບເປັນໝວດ ແລະລະບຽບຮຽບຮ້ອຍ ເພື່ອໃຫ້ຜູ້ໃຊ້ຫໍສະໝຸດ ມີຄວາມສະດວກສືບຄົ້ນໄດ້ງ່ານ ກົງກັບຄວາມຕ້ອງການ ອ້າງອີງ ອ່ານຕື່ມ Barnard T D F ed 1967 Library Buildings design and fulfilment; papers read at the Week-end Conference of the London and Home Counties Branch of the Library Association held at Hastings 21st-23 April 1967 London Library Association London and Home Counties Branch Terry Belanger Lunacy & the Arrangement of Books New Castle Del Oak Knoll Books 1983; 3rd ptg 2003 ISBN 978-1-58456-099-9 Bieri Susanne & Fuchs Walther 2001 Bibliotheken bauen Tradition und Vision Building for Books traditions and visions Basel Birkhäuser ISBN 3-7643-6429-7 Ellsworth Ralph E 1973 Academic Library Buildings a guide to architectural issues and solutions 530 pp Boulder Associated University Press Fraley Ruth A & Anderson Carol Lee 1985 Library Space Planning how to assess allocate and reorganize collections resources and physical facilities New York Neal-Schuman Publishers ISBN 0-918212-44-8 Irwin Raymond 1947 The National Library Service London Grafton & Co x 96 p Lewanski Richard C 1967 Lilbrary Directories Library Science Dictionaries in Bibliography and Reference Series no 4 1967 ed Santa Barbara Calif Clio Press NB Publisher also named as the "American Bibliographical Center" Mason Ellsworth 1980 Mason on Library Buildings Metuchen NJ Scarecrow Press ISBN 0-8108-1291-6 Monypenny Phillip and Guy Garrison 1966 The Library Functions of the States Commentary on the Survey of Library Functions of the States Survey and Standard Committee American Association of State Libraries Chicago Ill American Library Association xiii 178 p Orr J M 1975 Designing Library Buildings for Activity; 2nd ed London Andre Deutsch ISBN 0-233-96622-6 Thompson Godfrey 1973 Planning and Design of Library Buildings London Architectural Press ISBN 0-85139-526-0 ແຫຼ່ງຂໍ້ມູນອື່ນ Directory of library servers in 146 countries via WWW hssedacuk ibiblioorg by John Cotton Dana 1903 setting out the basics of organizing and running a library from Project Gutenberg ຄອມພິວເຕີ ຄຳເຄົ້າ ຄອມພິວເຕີຣ໌ ຫຼື ອອກດີນາເຕີ ແມ່ນເຄື່ອງຈັກທີ່ສາມາດທຳການ ຄຳນວນ ຄິດໄລ່ ແລະປະມວນຜົນ ທີ່ມີຄວາມຊັບຊ້ອນ ການທຳງານຂອງມັນແມ່ນ ຈະເຮັດໄປຕາມ ໂປຣແກຣມ Program ເຊິ່ງຈະຢູ່ໃນຮູບແບບຂອງລາຍການຂອງຄຳສັ່ງ ຄຳສັ່ງເຫຼົ່ານີ້ ສ່ວນຫຼາຍຈະທຳການ ຈັດການ Process ຂໍ້ມູນ ທີ່ລວມມີທັງ ໂຕເລກ ໂຕໜັງສື ຮູບພາບ ຫຼື ສຽງ ຄອມພິວເຕີ ມີເປັນຫຼາຍໆຂະໜາດ ຄອມພິວເຕີໃນຍຸກເລີ່ມຕົ້ນນັ້ນ ຈະມີຂະໜາດເທົ່າກັບຫ້ອງໃຫຍ່ຫ້ອງໜຶ່ງ ແລະໃນຄອມພິວເຕີທີ່ມີຂະໜາດໃຫຍ່ ດັ່ງກ່າວກໍ່ຍັງມີຢູ່ ເຊັ່ນ "ຊຸບເປີຄອມພິວເຕີ" Super Computer ທີ່ໃຊ້ສຳຫຼັບຄິດໄລ່ ທາງວິທະຍາສາດໃດໜຶ່ງ ທີ່ມີຄວາມຊັບຊ້ອນຫລາຍ ເຊັ່ນ ການພະຍາກອນອາກາດ ການວິເຄາະໂມເລກຸນ; "ເມນເຟຣມ" Mainframe ທີ່ ໃຊ້ສຳຫຼັບຄິດໄລ່ ການຊຳລະສະສາງ ໃນ ບໍລິສັດໃຫຍ່ໆ ຄອມພິວເຕີທີ່ນ້ອຍກ່ວານັ້ນ ແລະ ເພື່ອການນຳໃຊ້ສ່ວນບຸກຄົນ ເອີ້ນວ່າ "ຄອມພິວເຕີສ່ວນບຸກຄົນ" Personal Computer ແລະ ຄອມພິວເຕີ ທີ່ສາມາດຖືຕິດໂຕໄປມາໄດ້ ເຊັ່ນ "ໂນດບຸກ"Notebook computer ນອກຈາກນີ້ ມັນຍັງມີ ຄອມພິວເຕີນ້ອຍໆ ທີ່ຖືກໃຊ້ ເພື່ອຄວບຄຸມບັນຊາ ເຄື່ອງຈັກ ທີ່ໃຫຍ່ກ່ວາ ເຊັ່ນ ກ້ອງດີຈີຕອລ ຍົນ ແລະອື່ນໆ ຮາດແວHardware ຄຳວ່າ ຮາດແວ hardware ໝາຍຄວາມເຖິງ ທຸກໆພາກສ່ວນ ຂອງ ຄອມພິວເຕີ ທີ່ ແມ່ນວັດຖຸ ເຊັ່ນ ແຜງວົງຈອນ ໜ້າຈໍ ໜ່ວຍສະໜອງພະລັງງານໄຟຟ້າ ສາຍເຄເບິນ ຄີບອດ ຈັກພິມ ເມົາສ໌ ແລະອື່ນໆ ຊອຟແວSoftware ຊອຟແວ Software ແມ່ນແງ່ໜື່ງຂອງຂໍ້ມູນທົ່ວໄປ ທີ່ຖືກບັນທືກລົງໃນອຸປະກອນ ຍົກຕົວຢ່າງ ເມື່ອເຈົ້າໄປທີ່ຮ້ານວີດີໂອ ແລະ ເຊົ່າ ຫຼື ຊື້ ເທບ tape ຫຼື ວີດີໂອ video ສີ່ງທີ່ເຈົ້າໄດ້ແທ້ນັ້ນ ກໍ່ຄື ຊອຟແວSoftwareທີ່ບັນທືກຢູ່ໃນ ເທບ tape ຫຼື ວີດີໂອ video ນັ້ນ ເຄື່ອງ VCR or DVD player ຂອງເຈົ້າ ນັ້ນແມ່ນ ອຸປະກອນ ຮາດແວ hardware devices ທີ່ສາມາດອ່ານ ຊອຟແວ Software ຈາກ ເທບ tape or ແຜ່ນດິດຊ disk ແລະ ສາຍອອກສູ່ໜ້າຈໍໂທລະທັດ TV output device ໂຕໜັງສືເຂັ້ມໂຕໜັງສືເຂັ້ມໂຕໜັງສືເຂັ້ມ'' ຄວາມຮຼ້ເບື້ອງຕົ້ນກ່ຽວກັບ ຄອມພິວເຕີ ກ່ອນທີ່ເຮົາຈະນຳໃຊ້ຄອມພິວເຕີ ສິ່ງທີ່ສຳຄັນທີ່ສຸດເຮົາຈຳເປັນທີ່ຈະຕ້ອງໄດ້ຮຼ້ຈັກບັນດາອົງປະກອບທີ່ສຳຄັນຂອງຄອມພິວເຕີເສຍກ່ອນ ອົງປະກອບທີ່ສຳຄັນໃນຄອມພິວເຕີ Computer ຫນ່ວຍສະແດງຜົນ ຈໍພາບ Monitor ຫມໍ້ເກັບໄຟຟ້າ UPS ຄີບອດ ແປ້ນພີມ Keyboard ຕົວຊີ້ຄຳສັ່ງ ຊ້າຍ-ຂວາ ເມົາ Mouse ຫນ່ວຍປະມວນຜົນ CPU Notes ຄິດຕະຈັກອອກໂຕດົກ ຫຼື ຄິດຕະຈັກບີຊັງແຕງ The Byzantine Church ແມ່ນນິກາຍນຶ່ງໃນຄິດຕະສາສະໜາ ອອກໂຕດົກແມ່ນຄິດຕະຈັກທີ່ໃຫຍ່ເປັນທີສອງຂອງຄິດສາສະໜາໃນໂລກ ຄິດຕະຈັກນີ້ປະຕິບັດຕາມຫຼັກການທາງເທວະວິທະຍາຢ່າງບໍ່ມີການປ່ຽນແປງມາຕັ້ງແຕ່ສະໄໝສາສະໜາຄິດຍຸກທຳອິດ ຄິດຕະຈັກອອກໂຕດົກແບ່ງເປັນຄິດຕະຈັກຍ່ອຍໆ ແຕ່ລະຄິດຕະຈັກມີອັກຄະລະບິດອນຫຼືມຸກນາຍົກເປັນຂອງຕົນເອງ ຜູ້ມີໜ້າທີ່ເປັນຜູ້ພິທັກປະເພນີຂອງສາສະນະຈັກ ແລະສາມາດສືບສາຍຄືນໄປໄດ້ເຖິງອັກຄະລທູດຂອງພະເຢຊູໂດຍສະເພາະນັກບຸນອັງເດ ອ່ານຕື່ມ ;ບັນນານຸກົມ John Anthony McGuckin ed The Encyclopedia of Eastern Orthodox Christianity Vol 1–2 Chichester Wiley-Blackwell 2011 ແຫຼ່ງຂໍ້ມູນອື່ນ published by the Russian Orthodox Church at Kursk Root Hermitage of the Birth of the Most Holy Theotokos – Lives of Holy People at sketecom ອະນາທິປະໄຕ ໂດຍທົ່ວໄປແປວ່າເປັນປັດຍາການເມືອງອັນຖືວ່າລັດນັ້ນແມ່ນສິ່ງບໍ່ພຶງປາຖະໜາ ບໍ່ຈຳເປັນແລະໃຫ້ໂທດ ຫຼືອີກຢ່າງນຶ່ງວ່າ ແມ່ນການຄັດຄ້ານຜູ້ມີອຳນາດແລະອົງການມີລຳດັບຊັ້ນບັງຄັບບັນຊາໃນການຊີ້ນຳຄວາມສັມພັນຂອງມະນຸດ ຜູ້ສະເໜີອະນາທິປະໄຕ ຫຼືຮູ້ຈັກກັນວ່າ "ຜູ້ນິຍົມລັດທິອະນາທິປະໄຕ" anarchist ສະໜັບສະໜູນສັງຄົມເຊິ່ງປາສະຈາກລັດ ໂດຍຕັ້ງຢູ່ເທິງການລວມກຸ່ມຢ່າງສະໝັກໃຈອັນບໍ່ມີລຳດັບຊັ້ນ ຄວາມຈິງແລ້ວ ມັນບໍ່ມີກຳນົດເອກະພາບວ່າ ແຕ່ໃສໄປ ແມ່ນ ອາວະກາດ ຄຳເຄົ້າ ອວກາສ ສະຫະພັນການບິນສາກົນ FAI ກຳນົດເອົາ ຈຸດທີ່ສູງ 100 km ຂຶ້ນໄປ ເປັນອາວະກາດ ໃນຂະນະທີ່ ທະຫານອາເມລິກາ ກຳນົດເອົາ ຈຸດທີ່ສູງກ່ວາ 926 km ຂຶ້ນໄປ ເປັນ ອາວະກາດ ວົງໂຄຈອນ ຂອງ ກະສວຍອາວະກາດ ທີ່ບິນອ້ອມໂລກ ຂອງ ສະຫະລັດອາເມລິກາ ໃນ ປະຈຸບັນ ທີ່ກໍຖືວ່າ ແມ່ນ ການບິນອາວະກາດຄືກັນນັ້ນ ແມ່ນ ຢູ່ ໃນລະດັບຄວາມສູງ ແຕ່ 185 ຫາ 578 km ເທົ່ານັ້ນ ອ້າງອີງ ອະເທວະນິຍົມ ຄຳເຄົ້າ ອເທວນິຍົມ ແມ່ນການປະຕິເສດຫຼືບໍ່ເຊື່ອໃນການດຳລົງຢູ່ຂອງພະເຈົ້າ ແລະເຊື່ອໃນກົດທຳມະຊາດ ກົງກັນຂ້າມກັບເທວະນິຍົມ ອ້າງອີງ ອິນເຕີເນັດຫມາຍເຖິງ ເຄືອຂ່າຍຄອມພີວເຕີນານາຊາດ ທີ່ມີການເຊື່ອມຕໍ່ໄປຍັງສະຖາບັນ ຫຼື ຫນ່ວຍງານຕ່າງໆ ທົ່ວທຸກມຸມໂລກ ໂດຍໃຊ້ພາສາມາດຕະຖານທີ່ເອີ້ນວ່າTCP IPໃນການເຊື່ອມຕໍ່ ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ໃຊ້ທົ່ວໂລກ ໃນການຄົ້ນຫາຂໍ້ມູນ ແລະ ດາວໂຫຼດໂປຼແກຼມຕ່າງໆມາໃຊ້ໄດ້ ແລະ ບໍລິການອື່ນໆ ເຊັ່ນຈົດຫມາຍອີເລັກໂຕຼນິກ ຫຼື ທີ່ເອີ້ນກັນທົ່ວໄປວ່າອີເມລ໌e-mailສົນທະນາອອນໄລ ປະຫວັດ ການນໍາໃຊ້ ອົງການໄປສະນີ ແລະ ໂທລະຄົມມະນາຄົມ ແຫ່ງຊາດ ອີແມລ ເວັບໄຊຕ໌ ອອນໄລນ໌ ແລກປ່ຽນຂໍ້ມູນ ໂທລະສັບ ໂທລະພາບ ເຂົ້າຫາລະບົບທາງໄກ ລິ້ງຄ໌ພາຍນອກ ອິສະລະພາບ ໃນຄວາມໝາຍທົ່ວໄປ ໝາຍເຖິງສະພາວະເຊິ່ງເປັນອິສະລະ ແມ່ນ ບໍ່ຖືກຈຳກັດ ບໍ່ຖືກກັກຂັງຫຼືຖືກຕີຕວນ ໃນທາງປັດຍາແລະປະຫວັດສາດ ຊອງ-ຊາກ ລຸດໂຊ ນັກປັດຍາຊາວຝະລັ່ງ ໄດ້ຢືນຢັນວ່າສະພາບທີ່ເປັນອິສະລະນັ້ນ ເປັນສິ່ງທີ່ຕິດມາກັບຄວາມເປັນມະນຸດ ແມ່ນໜ້າທີ່ຫຼີກລ່ຽງບໍ່ໄດ້ຂອງການມີວິນຍານແລະຮ່າງກາຍ ຜົນສືບເນື່ອງກໍແມ່ນການປະຕິສຳພັນຕໍ່ມາຫຼັງຈາກການເກີດ ລ້ວນແຕ່ເປັນການສູນເສຍຄວາມເປັນອິສະລະພາບໄປ ບໍ່ວ່າຈະເປັນທັງໂດຍຄວາມສະໝັກໃຈແລະບໍ່ສະໝັກໃຈ ການໂຫຍຫາອິສະລະພາບມັກຖືກໃຊ້ເພື່ອປຸກລະດົມການປະຕິວັດ ໂຕຢ່າງເຊັ່ນ ໃນບັນທຶກໃນໄບເບິນອັນກ່າວເຖິງການທີ່ໂມເສດໄດ້ນຳຜູ້ຄົນອົບພະຍົບລີ້ຈາກຄວາມເປັນຂ້າຂ້ອບໄປສູ່ຄວາມເປັນອິສະລະ ໃນສຸນທະລະພົດທີ່ມີຊື່ສຽງຂອງມາຕິນ ລູເທີ ຄິງ ຈູເນຍ ລາວກ່າວວ່າ ຄຳວ່າ ອາມາ-ກິ ໂຕອັກສອນຂຽນຂອງຊາວສຸເມລຽນ ແມ່ນສັນຍະລັກຂຽນເກົ່າແກ່ທີ່ສຸດທີ່ຮູ້ກັນ ທີ່ມີຄວາມໝາຍເຖິງອິສະລະພາບ ອຸດສາຫະກຳ ຄຳເຄົ້າ ອຸຕສາຫກັມ ແມ່ນ ຂະແໜງການເສດຖະກິດ ທີ່ກ່ຽວຂ້ອງ ກັບການຜະລິດ ສິນຄ້າ ອຸດສາຫະກຳ ໃນຮູບແບບປະຈຸບັນ ເລີ່ມພັດທະນາແຕ່ ຊຸມປີ 1800 ທີ່ອີງໃສ່ ການພັດທະນາທາງດ້ານ ເຕັກນິກວິທະຍາສາດ ເຊິ່ງພັດທະນາມາຢ່າງຕໍ່ເນື່ອງຈົນເຖິງທຸກມື້ນີ້ ຫຼາຍໆປະເທດທີ່ພັດທະນາແລ້ວ ໃນໂລກ ເຊັ່ນ ອາເມລິກາ ຍີ່ປຸ່ນ ຈະມີເສດຖະກິດ ທີ່ ອີງໃສ່ ຂະແໜງອຸດສາຫະກໍາ ໃນລະດັບສູງ ອ້າງອີງ ຮູບເງົາ ຫຼື ໜັງ ໝາຍເຖິງ ພາບເຄື່ອນໄຫວທີ່ມີຄວາມຕໍ່ເນື່ອງກັນ ຂອງ ຮູບແທ້ ຫຼື ຮູບແຕ້ມ ທີ່ຖືກອັດໃສ່ ຕົວກາງເອີ້ນວ່າ ຟິມ ເຊິ່ງເປັນທີ່ນິຍົມຫລາຍ ໃນເມື່ອກ່ອນ ແຕ່ໃນປະຈຸບັນ ມີການນຳໃຊ້ສື່ການບັນທຶກແບບທີ່ທັນສະໄຫມກວ່າເຊັ່ນ VCD DVD ແທນ ຮູບເງົາ ແມ່ນ ທຳການສາຍ ແລະ ຊົມ ຢູ່ ໂຮງຮູບເງົາ ຫຼື ໂຮງໜັງ ແຕ່ ປະຈຸບັນ ການຊົມຮູບເງົາ ຢູ່ ບ້ານ ຂອງ ຕົນເອງ ໂດຍ ເຄື່ອງຫຼິ້ນວີຊີດີ ເຄື່ອງຫຼິ້ນດີວີດີ ກໍ່ມີກັນຢ່າງແຜ່ຫຼາຍສົມຄວນ ຜູ້ກຳກັບ ເປັນຜູ້ຄວບຄຸມ ການຖ່າຍທຳ ຮູບເງົາ ແລະ ນັກສະແດງ ຫຼື ສຳລັບ ຜູ້ທີ່ມີຊື່ສຽງໂດ່ງດັງ ມັກຖືກເອີ້ນວ່າ ດາລາ ຈະເປັນຜູ້ ທຳການສະແດງ ປະເພດຮູບເງົາ ຮູບເງົາຊວນຫົວ ຮູບເງົາຕະຫຼົກ ຟິມເອກະສານ ໜັງຊີວິດ ໝັງສະຫຍອງຂວັນ ໜັງວິທະຍາສາດ ໜັງໂລດໂຜນ ໜັງຄາວບອຍ ໜັງມະຫັດສະຈັນ ໜັງກາຕູນ ຮູບເງົາລາວ ປະຈຸບັນຮູບເງົາລາວຍັງມີຫນ້ອຍ ແລະ ຍັງໄດ້ຮັບຄວາມນິຍົມຕໍ່າ ແຕ່ໄລຍະຫລັງ ການຜະລິດຮູບເງົາ ກໍ່ເລີ່ມປະກົດມີຂື້ນ ເຊັ່ນ ເສັ້ນທາງແຫ່ງຄວາມຫວັງ ທີ່ນຳສະແດງໂດຍນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ເກມ ຫຼື ເຊີ ແມ່ນການລະເລ່ນ ເພື່ອຄວາມບັນເທີງ ເພື່ອເຝິກທັກສະ ອາດມີຜູ້ເລ່ນຄົນດຽວ ຫລື ຫລາຍຄົນ ການທຳຜິດກົດຂອງເກມ ເອີ້ນວ່າ ການໂກງ ແຕ່ກ່ອນ ມັກຫຼີ້ນເກມເພື່ອຄວາມບັນເທິງ ຫລື ເພື່ອຕັດສິນບາງຢ່າງ ສ່ວນປະກອບຂອງເກມ ຜູ້ຫຼີ້ນ Player ຕາມຈຳນວນຂອງເກມນັ້ນໆ ອຸປະກອນການຫຼີ້ນເກມນັ້ນໆ ຈຸດຫມາຍຂອງເກມ ໂດຍຜູ້ເລ່ນສາມາດເລືອກວິທີເລ່ນໄດ້ ແນວທາງຂອງເກມ ໂດຍຜູ້ເລ່ນຈະຕ້ອງທຳຕາມ ປະເພດຂອງເກມຈັດຕາມປະເພດອຸປະກອນ ເກມການລະຫຼີ້ນ ເກມການລະເລ່ນເກິດຈາກການສືບທອດທາງວັດທະນະທຳຂອງໃນແຕ່ລະພື້ນທີ່ນັ້ນໆ ໂດຍມີຈຸດຫມາຍເພື່ອ ການສ້າງສັມພັນໃນຊຸມຊນ ຊຶ່ງຈະມີຜູ້ເລ່ນຈຳນວນມາກ ເຂ້າມາຮ່ວມເລ່ນໄດ້ ງູກິນຫາງ ເຊືອງໝອນ ຂີ່ມ້າສົ່ງເມືອງ ເກມພະນັນ ເພື່ອໃຊ້ໃນການຕັດສິນໃຈ ໂດຍອາດມີເດິມພັນ ຫຼື ບໍ່ມີແລ້ວແຕ່ຜູ້ເລ່ນຈະຕົກລົງ ຮູເລ໊ດ ສະລ້ອດ ໂປ້ກເກີ້ ເລກ lottery ເກມກະດານ ເພື່ອຝຶກທັກສະ ແລະ ວາງແຜນ ຫມາກຮຸກໄທ ຫມາກຮຸກຝຣັ່ງ ຫມາກຮຸກຈີນ ຫມາກລ້ອມ ສແຄບເບິ່ນ Scrabble ເກມເສດຖີ ໂອເອ້ກ OX ເກມເອເລັກໂຕຣນິກ ເກມເອເລັກໂຕຣນິກ ແມ່ນ ອຸປະກອນເກມແບບໃຫມ່ ໂດຍມີຄວາມສາມາດໃນການປ່ຽນແປງ ຮຸບແບບເກມ ປັດຈຸບັນ ແບ່ງໄດ້ດັງນີ້ ເກມເຄື່ອງພື້ນຖານ ເກມມືຖື ເກມຕູ້ ເກມຄອມພິວເຕີ ເກມອອນໄລນ໌ ເກມກ້າດ Card Game ພັດທະນາມາຈາກໄພ່ ໂດຍກ້າດແຕ່ລະໃບຈະມີຄ່າແຕກຕ່າງກັນອອກໄປ ເວັບໄຊ້ທ໌ອື່ນ ເຄມີສາດ chemistry ແມ່ນ ວິທະຍາສາດ ທີ່ສຶກສາ ກ່ຽວກັບ ທາດມູນ ໃນລະດັບ ປະລະມະນູຫຼື ອາຕອມ ຫຼື ໂມເລກຸນ ລົງໄປ ເຄມີສາດ ຈະສຶກສາ ກ່ຽວກັບ ໂຄງສ້າງ ຄຸນລັກສະນະ ການປ່ຽນແປງສະພາວະ ຂອງ ທາດມູນ ຫຼື ທາດທີ່ປະກອບຂຶ້ນຈາກມັນ ແລະ ປະຕິກິລິຍາ ເອີ້ນກັນໂດຍທົ່ວໄປວ່າ ປະຕິກິລິຍາເຄມີລະຫວ່າງສິ່ງເຫຼົ່ານີ້ ໂຣເບີຕ ບອຍ Robert Boyle ອັງຕວນ ລາວົວຊິເອ Antoine Lavoisier ແລະຈອນ ດອນຕັນ John Dalton ຖືເປັນບິດາຂອງເຄມີສາດສະໄໝໃຫມ່ ແລະ ຢັງມີນັກວິທະຍາສາດຄົນອື່ນ ໆ ທີ່ມີສ່ວນຮ່ວມດ້ວຍ ເບິ່ງເພີ່ມ ຕາລາງທາດ ເຕັກໂນໂລຊີແມ່ນຫຍັງ? ແມ່ນການນຳເອົາຄວາມຮູ້ ຫລື ຄວາມກ້າວຫນ້າທາງດ້ານວິທະຍາສາດຕ່າງໆ ມານຳໃຊ້ເຂົ້າໃນການປະດິດຄິດແຕ່ງສິ່ງຂອງຕ່າງໆ ໃຫ້ສາມາດນຳໃຊ້ໄດ້ຢ່າງສະດວກງ່າຍດາຍ ແລະ ມີປະສິດທິພາບສູງ ເຊັ່ນ ເຕັກໂນໂລຊີດ້ານຂໍ້ມູນຂ່າວສານInformation Technologyເຕັກໂນໂລຊີການສື່ສານCommunication Technology ສຳຄັນ ຕົວຢ່າງ ເຕັກໂນໂລຊີດ້ານຂໍ້ມູນຂ່າວສານ ກໍ່ແມ່ນການນຳເອົາວິທະຍາສາດທາງດ້ານຄອມພີວເຕີເຂົ້າມາຈັດການປະມວນຜົນ ຫລື ທຳການໃດນຶ່ງກັບຂໍ້ມູນ ເພື່ອໃຫ້ໄດ້ມາຊື່ງຂ່າວສານທີ່ດີ ຖືກຕ້ອງ ແລະ ສາມາດນຳໄປໃຊ້ໄດ້ຈິງ ເທວະດາ ປາລີ devatā ຫຼື ເທບ ປາລີ deva ຫຼື ແຖນ ຕາມຄະຕິຄວາມເຊື່ອທາງສາສະໜາຕ່າງໆ ໝາຍເຖິງ ຜູ້ທີ່ມີຊີວິດເປັນທິບ ບໍ່ໄດ້ມີຊີວິດເປັນກາຍເນື້ອຢູ່ເທິງໂລກນີ້ ແດ່ກໍວ່າມີກາຍເປັນແສງສະຫວ່າງ ແລະສະເຫວີຍສຸກໃນສວງສະຫວັນຊັ້ນຕ່າງໆ ເຊິ່ງຖືວ່າເປັນພົບພູມທີ່ດີ ເທວະດາຜູ້ຍິງເອີ້ນວ່າ ນາງຟ້າ ຫຼື ເທພີ ເທວະດາຜູ້ມີມິຈະສາທິຖິ ເອີ້ນວ່າ ມານ ອ້າງອີງ ;ບັນນານຸກົມ C Scott Littleton ed 2005 Gods Goddesses and Mythology Volume 11 Marshall Cavendish p 378 ແຫຼ່ງຂໍ້ມູນອື່ນ ເທວະວິທະຍາ ໃນຄວາມໝາຍຢ່າງແຄບແມ່ນວິຊາວ່າດ້ວຍພະເຈົ້າແລະຄວາມສຳພັນລະຫວ່າງພະເຈົ້າກັບມະນຸດ ຄວາມໝາຍຢ່າງກວ້າງແມ່ນການສຶກສາເລື່ອງສາສະໜາ ອິດທິພົນຂອງສາສະໜາ ທຳມະຊາດຂອງຄວາມຈິງທາງສາສະໜາ ຢ່າງເປັນລະບົບແລະມີເຫດຜົນ ຫຼືໝາຍເຖິງວິຊາຊີບທີ່ມາຈາກການເຝິກຝົນຮຽນຮູ້ທາງດ້ານສາສະນະສຶກສາທີ່ມະຫາວິທະຍາໄລ ສຳນັກເທວະສາດ ຫຼືເຊມີແນກ< ref> ອ້າງອີງ ;ບັນນານຸກົມ ແຫຼ່ງຂໍ້ມູນອື່ນ on Encyclopædia Britannica http www3oupcouk theolj http wwwtheologyie http wwwutorontoca stmikes theobookhtm http shiurimbtyaorg MP3s Rav%20Binyamin%20Jacobson Rav%20Binyamin%20Jacobson%20-%20Kuzari%20-%20shiur%2023%2020130416%2097-98mp3 at about 17minutes ເທວາທິປະໄຕ ແມ່ນລະບອບການປົກຄອງເຊິ່ງມີພະເຈົ້າຫຼືເທບເປັນປະມຸກ ຫຼືໃນຄວາມໝາຍກວ້າງ ໆ ແມ່ນລະບອບການປົກຄອງເຊິ່ງລັດປົກຄອງໂດຍອຳນາດຈາກເທບ divine guidance ຫຼືໂດຍຜູ້ທີ່ຖືກັນວ່າໄດ້ຮັບອຳນາດຫຼືການດົນໃຈໂດຍກົງຈາກເທບ ໃນພາສາກະເລັກກອຍເນ Koine Greek ຫຼືພາສາກະເລັກສາມັນຄຳວ່າ theocracy ມາຈາກຄຳວ່າ kra′tos ໂດຍ theos ຫຼື ປົກຄອງໂດຍພະເຈົ້າ ສຳລັບຜູ້ມີຄວາມເຊຶ່ອຖືແລ້ວ ລະບົບນີ້ກໍແມ່ນລະບອບການປົກຄອງເຊິ່ງໃຊ້ອຳນາດຈາກເທບໃນການປົກຄອງມວນມະນຸດໃນໂລກ ບໍ່ໂດຍຜູ້ທີ່ເປັນເທບຄືນຊາດມາເກີດ incarnation ກໍມັກຈະໂດຍຜູ້ແທນຂອງສາສະນະຈັກເຊິ່ງມີອຳນາດເໜືອອານາຈັກ ລັດຖະບານຜູ້ປົກຄອງໂດຍລະບົບເທວາທິປະໄຕປົກຄອງໂດຍເທພະທຳມະນູນ theonomy ເພດສຶກສາ ເປັນການຮຽນຮູ້ກ່ຽກັບ ເພດຊາຍ ແລະ ເພດຍິງ ມີເນື້ອຫາກ່ຽວກັບສະລີລະຮ່າງກາຍຂອງແຕ່ລະເພດ ລັກສະນະການປ່ຽນແປງຈາກໄວເດັກສູ່ໄວລຸ້ນ ເຊິ່ງເປັນໄວຈະເລີນພັນ ເນື້ອຫາຈະລວມໄປເຖິງການປະຕິບັດເພື່ອດູແລຮ່າງກາຍຂອງຕົນເອງ ແລະເພື່ອການປະຕິບັດຕົວຕໍ່ເພດກົງກັນຂ້າມ ຊິວິດຄູ່ ການມີເພດສຳພັນ ການຄຸມກຳເນີດ ກາມມະໂລກ ແລະເນື້ອຫາຕ່າງໆ ທີ່ກ່ຽວກັບເພດ ລິ້ງຄ໌ພາຍນອກ ເສດຖະກິດ ຄຳເຄົ້າ ເສຣສຖກິຈ ແມ່ນ ລະບົບ ທີ່ປະກອບດ້ວຍ ຄົນ ອົງການຈັດຕັ້ງ ແລະ ກິດຈະກຳ ທີ່ກ່ຽວກັບ ການຜະລິດ ການແຈກຢາຍ ການແລກປ່ຽນ ຂອງ ສິນຄ້າ ແລະ ການບໍລິການ ບາງແນວຄວາມຄິດທີ່ສຳຄັນໃນເສດຖະກິດ ເສດຖະກິດຕະຫລາດ ເສດຖະກິດລວມສູນ ເສດຖະກິດຂະຫຍາຍຕົວສູງ ເສດຖະກິດຕົກຕໍ່າ ອັດຕາຂະຫຍາຍຕົວຂອງເສດຖະກິດ ອ້າງອີງ ຄຳວ່າ ເສດຖະສາດ ຄຳເຄົ້າ ເສຣສຖສາສຕຣ໌ ຄຳວ່າ Economics ໃນພາສາອັງກິດ ມາຈາກ ຄຳວ່າ ໃນ ພາສາເກຣັກ ເຊິ່ງ ແປວ່າ ເຮືອນ ແລະ ເຊິ່ງ ແປວ່າ ປົກຄອງ ແລະ ສາມາດແປລວມໄດ້ວ່າ "ການປົກຄອງເຮືອນ" ແມ່ນ ສັງຄົມສາດ ຂະແໜງໜຶ່ງ ທີ່ສຶກສາ ກ່ຽວກັບ ການຜະລິດ Production ການແຈກຢາຍ Distribution ການຄ້າ Trade ແລະ ການຊົມໃຊ້ Consumption ສິນຄ້າ Goods ແລະ ການບໍລິການ Services ເສດຖະສາດ ພັດທະນາມາຈາກ ເສດຖະກິດການເມືອງPolitical Economy ໃນທ້າຍ ສັດຕະວັດທີ 19 ຍ້ອນຄວາມຕ້ອງການຢາກສ້າງມັນໃຫ້ເປັນ ວິທະຍາສາດສັງຄົມ ທີ່ໃຊ້ວິທີການ ທີ່ມີລັກສະນະ ວິທະຍາສາດທຳມະຊາດຫຼາຍຂຶ້ນ ເປົ້າໝາຍໜຶ່ງ ຂອງ ເສດຖະສາດ ແມ່ນການອະທິບາຍ ກົນໄກຂອງ ແລະ ການຕອບໂຕ້ກັນ ລະຫວ່າງ ອົງກອນ ຂອງ ເສດຖະກິດ ເສດຖະສາດ ຖືກນຳໃຊ້ ຂະແໜງ ການປົກຄອງ ການບໍລິຫານທຸລະກິດເປັນຫຼັກ ແຕ່ສາຂາອື່ນໆໃນສັງຄົມສາດ ເຊັ່ນ ການສຶກສາກ່ຽວກັບ ການສຶກສາ ອາດຊະຍາກຳ ສາທາລະນະສຸກ ກົດໝາຍ ການເມືອງ ແລະອື່ນໆອີກ ເສດຖະສາດຈຸນລະພາກ ບົດຄວາມຫຼັກ ຢູ່ ເສດຖະສາດຈຸນລະພາກ ແມ່ນສາຂາເສດຖະສາດໜຶ່ງ ທີ່ ສຶກສາ ການເຄື່ອນໄຫວທາງເສດຖະກິດ ຂອງ ໂຕແທນທາງເສດຖະກິດ ທີ່ນ້ອຍກວ່າ ເຊັ່ນ ບຸກຄົນ ແລະ ບໍລິສັດ ເຊິ່ງຈະແຕກຕ່າງກັບ ເສດຖະສາດມະຫາພາກ ທີ່ສຶກສາ ກ່ຽວກັບ ພາບລວມທີ່ໃຫຍ່ກວ່າ ຂອງ ເສດຖະກິດ ເຊັ່ນ ໄພຫວ່າງງານ ໄພເງິນເຟີ້ ນະໂຍບາຍເງິນ ນະໂຍບາຍການເງິນແລະອື່ນໆ ເສດຖະສາດຈຸນລະພາກ ຈະຄົ້ນຄວ້າ ກ່ຽວກັບ ປະຕິກິລະຍາທາງເສດຖະກິດ ໃນ ແຕ່ລະຕະຫຼາດ ຜະລິດຕະພັນ ຫຼື ການບໍລິການໃດໜຶ່ງ ແລະ ເບິ່ງວ່າ ລະດັບ ຄວາມຕ້ອງການ ເສດຖະສາດ ແລະ ການສະໜອງ ເສດຖະສາດ ຈະມີການປ່ຽນແປງ ແນວໃດ ໃນແຕ່ລະ ລະດັບລາຄາ ເສດຖະສາດຈຸນລະພາກ ຈະພະຍາຍາມຊອກຫາຄຳຕອບວ່າ ບັນດາໂຕແທນທາງເສດຖະກິດເຫຼົ່ານີ້ ຈະບັນລຸ ຈຸດດຸນຍະພາບທາງເສດຖະກິດໄດ້ຄືແນວໃດ ຕະຫຼາດ ຄວາມອາສາມາດຜະລິດ ຕົ້ນທຶນໂອກາດ ບົດຄວາມຫຼັກ ຢູ່ ຄວາມອາດສາມາດຜະລິດທິດສະດີການຜະລິດ ໃນ ເສດຖະສາດຈຸນລະພາກ ການຜະລິດ ແມ່ນການປ່ຽນແປງ ປັດໃຈເຂົ້າ ໃຫ້ເປັນ ຜົນອອກ ຫຼື ເວົ້າອີກແບບໜຶ່ງ ແມ່ນ ຂະບວນການທາງເສດຖະກິດ ທີ່ ໃຊ້ ຊັບພະຍາກອນ ເພື່ອສ້າງ ຜະລິດຕະພັນ ທີ່ຈະສາມາດ ຊື້ຂາຍ ຫຼື ແລກປ່ຽນໄດ້ ອັນນີ້ ຈະລວມ ທັງ ການປຸງແຕ່ງ ຫຼື ການແປຮູບ ການເກັບຮັກສາ ການຫຸ້ມຫໍ່ ແລະ ການຂົນສົ່ງ ບາງນັກເສດຖະສາດ ນິຍາມ ຄຳວ່າການຜະລິດ ແບບກວ້າງໆ ວ່າ ແມ່ນທຸກໆກິດຈະກຳທາງເສດຖະກິດ ນອກຈາກ ການຊົມໃຊ້ ປັດໃຈການຜະລິດ ບົດຄວາມຫຼັກ ຢູ່ ປັດໃຈການຜະລິດ ແມ່ນ ປັດໃຈເຂົ້າ ຫຼື ຊັບພະຍາກອນ ທີ່ຖືກໃຊ້ ໃນຂະບວນການການຜະລິດ ແລະ ໂດຍທົ່ວໄປ ຈະສາມາດຈັດແບ່ງອອກໄດ້ ເປັນ 4 ຈຳພວກ ເຊັ່ນ ວັດຖຸດິບ ກົນຈັກ ແຮງງານ ທຶນ ດິນ ວິສາຫະກິດ ປະສິດທິພາບທາງເສດຖະກິດ ບົດຄວາມຫຼັກ ຢູ່ ຄວາມອາດສາມາດຜະລິດ ປະສິດທິພາບທາງເສດຖະກິດ ປະສິດທິພາບ ຂອງ ລະບົບໃດໜຶ່ງ ໃນການສ້າງຜົນອອກສູງສຸດ ໂດຍ ປັດໃຈເຂົ້າ ແລະ ເຕັກໂນໂລຢີໃດໜຶ່ງ ຈະສາມາດເວົ້າໃດ້ວ່າ ປະສິດທິພາບສູງຂຶ້ນ ຖ້າຫາກສາມາດ ຜະລິດໄດ້ຫຼາຍກວ່າ ໂດຍ ປັດໃຈເຂົ້າຄືເກົ່າ ການແບ່ງງານ ຜົນໄດ້ຮັບຈາກການຄ້າ ບົດຄວາມຫຼັກ ຢູ່ ການແບ່ງງານຜົນໄດ້ຮັບຈາກການຄ້າ ຄວາມໄດ້ປຽບທຽບຖານ ການແບ່ງງານ ແມ່ນ ແນວຄວາມຄິດຫຼັກໜຶ້່ງ ໃນ ປະສິດທິພາບທາງເສດຖະກິດ ເພາະຖືກັນວ່າ ບຸກຄົນ ວິສາຫະກິດ ຫຼື ປະເທດໃດໆໜຶ່ງນັ້ນ ຈະມີ ຄວາມໄດ້ປຽບທຽບຖານ ທີ່ບໍ່ຄືກັນ ການສະໜອງ ແລະ ຄວາມຕ້ອງການ ລາຄາ ແລະ ປະລິມານ ບົດຄວາມຫຼັກ ຢູ່ ການສະໜອງ ແລະ ຄວາມຕ້ອງການ ຢູ່ໃນຕະຫຼາດໃດໜຶ່ງ ຄວາມຕ້ອງການ ແມ່ນ ປະລິມານ ທີ່ ຜູ້ຊົມໃຊ້ຢາກຊື້ ໃນ ລະດັບລາຄາໃດໜຶ່ງ ຜູ້ຊົມໃຊ້ໃດໜຶ່ງ ຈະພະຍາຍາມ ເລືອກຊົມໃຊ້ ກຸ່ມຜະລິດຕະພັນ ເພື່ອເຮັດແນວໃດ ໃຫ້ໄດ້ ເສດຖະສາດສູງສຸດ ພາຍໃຕ້ ຂໍ້ຈຳກັດ ທາງ ລາຍຮັບ ລາຄາ ລົດນິຍົມແລະອື່ນໆ ການສະໜອງ ແມ່ນ ຄວາມສຳພັນລະຫວ່າງ ລາຄາ ແລະ ປະລິມານການສະໜອງ ຂອງ ຜູ້ຜະລິດ ເພື່ອເຮັດແນວໃດໃຫ້ໄດ້ຜົນກຳໄລສູງສຸດ ຄວາມລົ້ມເຫຼວຂອງຕະຫຼາດ ໝາຍເຖິງ ຫຼາຍບັນຫາ ທີ່ ສົມມຸດຕິຖານຂອງທິດສະດີເສດຖະສາດ ບໍ່ເປັນຈິງ ເຊັ່ນ ວ່າ 1 ລາຄາແມ່ນຕະຫຼາດເປັນຜູ້ກຳໜົດ ເພາະໃນສະພາບທີ່ມີການຜູກຂາດ ຫຼື ເຄິ່ງຜູກນັ້ນ ສ່ວນຫຼາຍແມ່ນຜູ້ຜະລິດຈະເປັນຜູ້ ກຳໜົດລາຄາ 2 ຜູ້ຊົມໃຊ້ມີຄວາມສະເໝີພາບ ເພາະໃນໂຕຈິງ ຜູ້ຊົມໃຊ້ມີກຳລັງຕໍ່ລອງທີ່ບໍ່ເທົ່າທຽມກັນ 3 ຕະຫຼາດສົມບູນ 4 ສາທາລະນູປະໂພກ 5 ຜົນກະທົບທາງນອກ 6 ອັດຕາສ່ວນກົງຂອງຜົນໄດ້ຮັບ ແລະ ຂະໜາດ 7 ຄວາມສົມບູນຂອງຂໍ້ມູນ ວິສາຫະກິດ ສົມມຸດຕິຖານໜຶ່ງ ຂອງ ຕະຫຼາດແຂ່ງຂັນສົມບູນ ແມ່ນສິ່ງທີ່ວ່າ ຢູ່ຕະຫຼາດມີຜູ້ຜະລິດເປັນຈຳນວນຫຼວງຫຼາຍ ແລະ ບໍ່ມີຜູ້ໃດສາມາດປ່ຽນແປງລາຄາ ແບບອິດສະຫຼະຈາກ ກຳລັງຂອງຕະຫຼາດໄດ້ ໂດຍທົ່ວໄປ ຜູ້ຊົມໃຊ້ ຫຼື ໂຕແທນທາງເສດຖະກິດຢູ່ຕະຫຼາດ ຈະບໍ່ຕິດຕໍ່ົພົວພັນກັນໂດຍກົງຢູ່ຕະຫຼາດ ແຕ່ຈະ ຜະລິດສິນຄ້າທີ່ຈະຖືກແລກປ່ຽນຊື້ຂາຍກັນຢູ່ຕະຫຼາດ ຢູ່ ວິສາຫະກິດ ໂດຍທົ່ວໄປ ຜູ້ຄົນຮ່ວມກັນທຳການຜະລິດຢູ່ ວິສາຫະກິດ ຍ້ອນວ່າ ຕົ້ນທຶນຈະຕໍ່າລົງ ພາກສ່ວນລັດ ການເງິນລັດຖະບານ ແມ່ນ ຂະແໜງໜຶ່ງໃນເສດຖະສາດ ທີ່ສຶກສາກ່ຽວກັບ ງົບປະມານ ລາຍຮັບ ແລະ ລາຍຈ່າຍ ຂອງ ອົງກອນລັດ ສ່ວນຫຼາຍມັນໃຫ້ຄວາມສົນໃຈ ບັນຫາ ການແບກຫາບ ແລະ ໄດ້ຮັບຜົນປະໂຫຍດ ຈາກ ການເກັບສ່ວຍສາອາກອນ ຕົ້ນທຶນແລະຜົນປະໂຫຍດຂອງໂຄງການລັດຖະບານ ແລະອື່ນໆ ເສດຖະສາດມະຫາພາກ ເສດຖະສາດມະຫາພາກ ສຶກສາ ເສດຖະກິດ ໂດຍລວມ ແບບ ແຕ່ເທິງລົງລຸ່ມ ໂດຍໃຊ້ ຮູບແບບງ່າຍດາຍ ຂອງ ທິດສະດີ ດຸນຍະພາບທົ່ວໄປ ມັນສຶກສາກ່ຽວກັບ ອັດຕາຫວ່າງງານ ອັດຕາເງິນເຟີ້ ແລະອື່ນໆ ນອກຈາກນີ້​ ມັນຍັງສຶກສາກ່ຽວກັບ ຜົນຂອງ ນະໂຍບາຍເງິນຕາ ນະໂຍບາຍການເງິນແລະອື່ນໆອີກ ການຂະຫຍາຍໂຕ ເສດຖະສາດການຂະຫຍາຍໂຕ ສຶກສາ ປັດໃຈ ທີ່ອະທິບາຍ ການຂະຫຍາຍໂຕທາງເສດຖະກິດ ຫຼື ການເພີ່ມຂຶ້ນ ຂອງ ຜົນອອກຕໍ່ຫົວຄົນ ຂອງ ປະເທດໃດໜຶ່ງ ໃນ ໄລຍະເວລາໃດໜຶ່ງ ເສດຖະກິດຕົກຕໍ່າ ແລະ ໄພຫວ່າງງານ ໄພເງິນເຟີ້ ແລະ ນະໂຍບາຍເງິນຕາ ເງິນ ແມ່ນ ສິ່ງທີ່ໃຊ້ເພື່ອຊຳລະ ຕໍ່ກັບ ສິນຄ້າ ໃນເກືອບທຸກໆ ເສດຖະກິດ - ເຫດທີ່ພາໃຫ້ເງິນເຟີ້ ມີຫຼາຍປັດໄຈ ຄື ກ ສິນຄ້າຂາດແຄນ ຂ ຄົນບໍ່ນຳເງິນເຂົ້າກັບມາທະນາຄາຄືນ ເມື່ອທະນາຄານປ່ອຍເງິນອອກແລ້ວ ຄ ການຄວບຄຸມລະດັບເງິນຂອງລັດບໍໄດ້ປະສິດທິພາບ ງ ລະດັບການເກັບພາສີ ກໍເປັນຕົວເລັ່ງເຮັດໃຫ້ເງິນເຟີ້ ຈ ຈິດຕະວິທະຍາທາງການເງິນບໍ່ສ້າງຄວາມໝັ້ນໃຈ ຕໍ່ສະກຸນເງິນ ຍ ລັດທະບານປະກາດລົດອັດຕາເງິນລົງ ຈ ການກູ້ຢືມເງິນນອກລະບົບຈາກຕ່າງປະເທດ ໂດຍບໍ່ຜ່ານລົດຖະບານ ກໍເປັນເຫດ ໃຫ້ເງິນ ເຂົ້າມາໃນປະເທດໂດຍທີ່ກຳນົດປະລິມານເງິນໃນທ້ອງຕະຫຼາດບໍ່ໄດ້ ສ ການໃຊ້ເງິນລົງທຶນຈາກຕ່າງໂດຍບໍ່ມີປະສິດທິພາບ ກໍເປັນເຫດໃຫ້ເງິນຮົ່ວໄຫຼ ກາຍເປັນການຜັກດັນໃຫ້ເງິນເຟີ້ໄດ້ ຊ ການນຳເງິນອອກນອກປະເທດ ໂດຍບໍ່ຜ່ານລະບົບ ກໍເປັນເຫດໃຫ້ເງິນເຟີ້ໄດ້ ເຊັ່ນການນຳເງິນສົດອອກໄປຊື້ຂອງນອກປະເທດ - ອະທິບາຍແຕ່ ຂໍ້ ຂ ຄື ຄົນບໍ່ນຳເງິນເຂົ້າກັບມາທະນາຄາຄືນ ເມື່ອທະນາຄານປ່ອຍເງິນອອກແລ້ວ ໝາຍຄວາມວ່າ ເມື່ອລັດຖະບານຈໍລະຈອນເງິນອອກສູ່ຕະຫຼາດແລ້ວ ຄົນກັກເງິນໄວ້ໃນຄົວເຮືອນ ໂດຍບໍ່ກັບໄປຝາກທະນາຄານຄືນ ເມື່ອເຖິງເທດສະການ ຄົນເອົາເງິນອອກມາກຈາກຄົວເຮືອນ ມາຈ່າຍໃນທ້ອງຕະຫຼາດ ເຮັດໃຫ້ປະລິມານເງິນ ຫຼາຍ ໃນທ້ອງຕະຫຼາດ ເຖິງຕອນນັ້ນ ເມື່ອຄົນມີເງິນຫຼາຍ ຄວາມຕ້ອງການຕໍ່ສິນຄ້າເພິ່ມຂື້ນ ເອກະຊົນ ຫຼືປັດເຈກຊົນ ຕ້ອງການສິ້ນຄ້າ ກໍສາມາດເອົາເງິນທີີ່ຕົນມີໄປແລກປ່ຽນສິນຄ້ານັ້ນໆ ຕາມຄວາມພໍໃຈຂອງຕົນ ເຮັດໃຫ້ປະລິມານເງິນ ບໍ່ດູນຍະພາບກັບປະລິມານສິຄ້າ ລັກສະນະນີກໍເປັນຕົ້ນເຫດຂອງເງິນເຟີ້ ວຽກງານນີ້ ປະຊາຊົນຊ່ວຍປະເທດຊາດໄດ້ ໂດຍການເອົາເງິນເຂົາທະນາຄານ-ສ່ວນທະນາຄານເອງ ກໍຕ້ອງບໍລິການລົງໃກ້ຊິດກັບປະ ຊາຊົນ ແລະສ້າງຄວາມໝັ້ນໃຈກັບລະບົບທະນາຄານ ໂດຍເອົາດອກເບັ້ຍ ເປັນຕົວປະກັນ - ແລະຂໍ້ ງ ລະດັບການເກັບພາສີ ກໍເປັນຕົວເລັ່ງເຮັດໃຫ້ເງິນເຟີ້ ເອົາສະເພາະ ພາສີນຳເຂົ້າສິນຄ້າ ຫາກສິນຄ້າຕົວໃດ ມີລາຄາແພງ ແຕ່ຄົນຕ້ອງການຫຼາຍ ກໍເຊັ່ນດຽວກັບ ຂໍ້ ຂ ຄົນມີເງິນກໍພໍໃຈຊື້ສິນຄ້ານັ້ນ ໃນລາຄາທີ່ເຂົາຮຍກຂາຍ ເປັນເຫດໃຫ້ເງິນເຟິ້ໄດ້ - ມາດຕະການຄວບຄຸມເງີນເຟີ້ ໂດຍທົ່ວໄປມາດຕະການທີ່ດີທີ່ສຸດ ແລະມັກນິຍົມໃຊ້ແຜ່ຫຼາຍທີ່ສຸດໂດຍລັດຖະບານຂອງແຕ່ລະປະເທດແມ່ນການຄວບຄຸມອັດຕາດອກເບັ້ຍນະໂຍບາຍໂດຍທະນາຄານກາງເປັນຜູ້ຄວບຄຸມ ຕົວຢ່າງ ການປັບຂຶ້ນອັດຕາ ດອກເບັ້ຍເພື່ອຄວບຄຸມບໍ່ໃຫ້ມີເງີນສົດອອກໄປຈໍລະຈອນໃນຕະລາດຫຼາຍເກີນຄວາມຕ້ອງການ ນະໂຍບາຍການເງິນ ແລະ ລະບຽບການ ເສດຖະສາດສາກົນ ຄວາມໄດ້ປຽບທຽບຖານ ການຄ້າສາກົນ ຄວາມທຸກຍາກ ແລະ ການພັດທະນາ ການເງິນສາກົນ ປະຫວັດສາດ ທິດສະດີເສດຖະສາດ ເສດຖະກິດການເມືອງດັ້ງເດີມ ເສດຖະສາດມາກ ແລະ ທິດສະດີດັ້ງເດີມໃໝ່ ເນໂອຄະລາຊິກ ເສດຖະສາດເຄນ ທິດສະດີອື່ນໆ ເສດຖະສາດ ໃນ ໂຕຈິງ ການເປັນນັກເສດຖະສາດ ເຄື່ອງມືຂອງນັກເສດຖະສາດ ເສດຖະຄະນິດສາດ ທີ່ລວມເຖິງ ຈຸນລະຄະນິດ ພຶດຊະຄະນິດເສັ້ນຊື່ ສະຖິຕິສາດ ທິດສະດີເກມ ແລະ ວິທະຍາສາດຄອມພິວເຕີ ນັກເສດຖະສາດອາຊີບ ສ່ວນຫຼາຍ ຈະມີຄວາມຊຳນານ ໃນ ການໃຊ້ບັນດາເຄື່ອງມື້ເຫຼົ່ານີ້ ແຕ່ກໍ່ມີ ສາຂາເສດຖະສາດ ເຊັ່ນ ປະຫວັດສາດເສດຖະກິດ ທີ່ຈະບໍ່ໃຊ້ຄະນິດສາດຫຼາຍປານໃດ ທິດສະດີ ທິດສະດີຂອງທ່ານ ການວິເຄາະຢັ້ງຢືນ ທິດສະດີເກມ ເສດຖະສາດ ແລະ ວິທະຍາສາດສາຂາອື່ນ ການວິພາກວິຈາກຕໍ່ເສດຖະສາດ ການວິພາກວິຈາກຕໍ່ສົມມຸດຕິຖານ ອ້າງອີງ ເສລີພາບໃນການເວົ້າ ຫຼື ເສລີພາບໃນການສະແດງອອກ ແມ່ນສິດທິການເມືອງໃນການສື່ສານຄວາມຄຶດຂອງບຸກຄົນຜ່ານການເວົ້າ ຄຳວ່າ ເສລີພາບໃນການສະແດງອອກ ບາງເທື່ອໃຊ້ແມ່ນຄຳໄວພົດ ແຕ່ຍັງລວມໄປເຖິງພຶຕິການໃດໆ ໃນການສະແຫວງຫາ ໄດ້ຮັບແລະນຳຂໍ້ສົນເທດຫຼືຄວາມຄຶດໂດຍບໍ່ຄຳນຶງຮອດສື່ທີ່ໃຊ້ ໃນທາງປະຕິບັດ ສິດທິໃນເສລີພາບການເວົ້າບໍ່ໄດ້ມີສົມບູນໃນທຸກປະເທດ ແລະສິດທິນີ້ໂດຍທົ່ວໄປມັກຖືກຈຳກັດ ເຊັ່ນດຽວກັບການໝິ່ນປະມາດ ການດູໝິ່ນຊຶ່ງໜ້າ ຄວາມລາມົກ ແລະການຍຸຍົງໃຫ້ກໍ່ອາຊະຍາກຳ ແຫຼ່ງຂໍ້ມູນອື່ນ http wwwthaimedialaworg indexphp?optioncom_content&viewarticle&id39&Itemid9&langen ເອເລັກໂຕຣນິກ electronics ໝາຍເຖິງ ຂະແໜງວິຊາ ທີ່ ສຶກສາກ່ຽວກັບ ການຄວບຄຸມ ການໄຫຼ ຫຼື ກະແສ ຂອງ ເອເລັກຕຣົງ ລວມທັງ ອຸປະກອນ ທີ່ ນຳໃຊ້ ກະແສເອເລັກຕຣົງນີ້ປະຈຸບັນ ເຄື່ອງເອເລັກໂຕຣນິກ electronic appliance ແມ່ນ ສິ່ງທີ່ຖືກນຳໃຊ້ກັນແຜ່ຫຼາຍ ແລະ ເກືອບເວົ້າໄດ້ວ່າ ທຸກໆອຸປະກອນ ຫຼື ຜະລິດຕະພັນຊົມໃຊ້ ທີ່ ໃຊ້ໄຟຟ້າ ຈະນຳໃຊ້ ເອເລັກໂຕຣນິກ ບໍ່ຫຼາຍກໍ່ໜ້ອຍ ເອແດມບວກ ; ແມ່ນນະຄອນຫຼວງຂອງແຄວ້ນເອກົດ ສະຫະລາຊະອານາຈັກ ຕັງຢູ່ທາງຕາເວັນອອກຂອງເອກົດ ເປັນເມືອງເກົ່າແກ່ທີ່ມີປະຫວັດຄວາມເປັນມາຕັ້ງແຕ່ຍຸກກາງ ລັກສະນະພູມິປະເທດເປັນພູສູງຢູ່ກາງເມືອງ ແມ່ນບ່ອນຕັ້ງຂອງວັງເອແດມບວກ ແມ່ນທຳເລເຊິ່ງໄດ້ປຽບເຊີງຍຸດທະສາດໃນສະໄໝແຕ່ກີ້ແຕ່ກ່ອນ ໂດຍຮອບພູຖືກປັບພື້ນທີ່ເປັນຄູເມືອງເພື່ອປະໂຫຍດໃນເຊີງການທະຫານ ຮອບນອກເປັນທີ່ຮາບລົດຫຼັ່ນເປັນຂັ້ນໆ ກະຈາຍອອກໂດຍຮອບ ອ້າງອີງ ;ບັນນານຸກົມ ອ່ານຕື່ມ S Mullay The Edinburgh Encyclopedia Mainstream Publishing Edinburgh and London 1996 ISBN 1-85158-762-4 A Massie Edinburgh Sinclair-Stevenson London 1994 ISBN 1-85619-244-X H Coghill Edinburgh The Old Town John Donald Edinburgh 1990 ISBN 0-85976-289-0 A Herman How The Scots Invented The Modern World The True Story of How Western Europes Poorest Nation Created Our World & Everything in It Three Rivers Press New York 2001 ISBN 0-609-80999-7; also published as The Scottish Enlightenment The Scots Invention Of The Modern World HarperCollins London 2001 ISBN 1-84115-275-7 S Mullay The Illustrated History of Edinburgh's Suburbs Breedon Books Derby 2008 ISBN 978-1-85983-665-1 ເບິ່ງຕື່ມ ມະຫາວິທະຍາໄລເອແດມບວກ ແຫຼ່ງຂໍ້ມູນອື່ນ ຂໍ້ມູນທ່ອງທ່ຽວໃນເອແດມບວກ ສະພາເມືອງເອແດມບວກ ເຮລີກົບແຕກ ແມ່ນ ຍົນ ບໍ່ມີປີກ ມີໃບພັດຂະໜາດໃຫຍ່ຕິດຕັ້ງເໜືອລຳໂຕ ໃບພັດໝຸນຮອບໂຕໃນແນວນອນ ເຮັດໜ້າທີ່ຊ່ອຍພະຍຸງໂຕແລະບັງຄັບໃຫ້ບິນໄປຕາມທິດທາງທີ່ຕ້ອງການໄດ້ ໃຊ້ເຄື່ອງຍົນຂັບເຄື່ອນແລະບິນຂຶ້ນລົງໃນແນວດິ່ງໄດ້ ສາມາດເຄື່ອນທີ່ໄດ້ຢ່າງສະດວກເຖິງແມ່ນແຕ່ໃນບ່ອນແຄບກໍຂຶ້ນລົງໄດ້ຢ່າງສະບາຍ ອ້າງອີງ ລິ້ງຄ໌ພາຍນອກ ເຮືອ ແມ່ນ ພາຫະນະທາງນໍ້າ ທີ່ສາມາດຟູ ແລະ ເຄື່ອນຍ້າຍເທິງໜ້ານໍ້າ ໂດຍ ແຮງຄົນ ເຮືອພາຍ ແຮງລົມ ເຮືອໃບແຮງຈັກ ເຮືອຈັກ ໃນ ພາສາລາວ ເຮືອ ຈະໃຊ້ສະເພາະ ພາຫະນະທາງນໍ້າ ຂະໜາດນ້ອຍ ຫາ ກາງ ແລະ ຄຳວ່າ ກຳປັ່ນຈະຖືກໃຊ້ ຕໍ່ກັບ ເຮືອຂະໜາດໃຫຍ່ ທີ່ ສາມາດເດີນທະເລ ເປັນທາງໄກໄດ້ ຫົງແມ່ຍ່າ ຕຳນານເຮືອຊ່ວງຂອງລາວ ຖ້າເວົ້າເຖິງເຮືອຊ່ວງ ຕຳນານເຮືອຊ່ວງແລ້ວ ຫຼາຍຄົນອາດຈະຮູ້ດີວ່າ ເຮືອຫົງແມ່ຍ່າ ແມ່ນເຮືອທີ່ເປັນຕຳນານທີ່ແທ້ຈິງ ຫົງແມ່ຍ່າ ແມ່ນເຮືອ ປະຈຳບ້ານ ຍະພະ ຄົນສ່ວນຫຼາຍຮັບຮູ້ກັນວ່າແມ່ນເຮືອຂອງບ້ານສີໄຄ ບ້ານຍະພະ ແມ່ນບ້ານໜື່ງທີ່ມີຊາຍແດນຕິດຕໍ່ກັນກັບບ້ານ ສີໄຄ ກ່ອນຈະຮອດເຂດບ້ານສີໄຄແມ່ນຜ່ານບ້ານຍະພະໄປ ປະຈຸບັນເຂດນັ້ນຄົນສ່ວນຫຼາຍຍັງເອີ້ນວ່າບ້ານ ສີໄຄ ບ້ານຍະພະແມ່ນມີທີ່ຕັ້ງຢູ່ຕໍ່ໜ້າເດີນບິນວັດໄຕ ຕັ້ງຢູ່ເມືອງ ສີໂຄດ ກຳແພງນະຄອນວຽງຈັນ ຕຳນານເຮືອແຂ່ງບ້ານນີ້ແມ່ນມີມາແຕ່ດຶກດຳບັນບໍ່ສາມາດສືບຫາຈໍ້ມູນໄດ້ ຕົກມາຮອດຍຸກ 60 ຕໍ່ໃສ່ຍຸກ 70 ໃດ້ມີຄົນກຸ່ມໜື່ງທີ່ມີພູມລຳເນົາຢູ່ບ້ານ ຍະພະ ສີໄຄ ສີບຸນເຮືອງ ທັ້ງສາມບ້ານມີຊາຍແດນຕິດຈອດກັນ ພາກັນລຸລ່ວງປຶກສາຫາລຶກັນເພື່ອສ້າງເຮືອຊ່ວງປະຈຳໝູ່ບ້ານຂື້ນ ໃນຕອນນນັ້ນມີ ຄົນໃນຕະກູນຫຼວງໂຄດ ຕະກູນ ອາດຕະນາພອນ ຕະກູນທັມມະວົງສາ ແລະອື່ນໆ ຈື່ບໍ່ໃດ້ ໂດຍມີ ຜູ້ນຳພາແມ່ນ ຫຼວງໂຄດ ປະຈຸບັນເອີ້ນ ພໍ່ຕູ້ຫຼວງໂຄດ ເປັນຜູ້ທີ່ຊົງຄຸນນະວຸດຖິແລະນັບໜ້າຖືຕາ ຫຼວງໂຄດ ແມ່ນເປັນຕົວຕັ້ງຕົວຕີ ລະດົມທຶນຈາກພໍ່ແມ່ປະຊາຊົນ ບວກກັບເປັນຄົນທີ່ມີຊັບສິນ ຄົນລວຍວ່າຊ້ານຊາເນາະ ຫຼັງຈາກຕົກລົງກັນໄດ້ແລ້ວກໍ່ມີການວາງແຜນໄປເລືອກເອົາໄມ້ ຂ່າວນີ້ໄດ້ລຸລ່ວງກັນໄປຫຼາຍໝູ່ບ້ານ ຫຼາຍເດືອນຜ່ານໄປຈຶ່ງມີຂ່າວການຄົນພົບໄມ້ແຄນເຮືອ ລຳງາມໃຫຍ່ ຂ່າວມາຮອດຫູຂອງຄະນະກຳມຳການຈັດສ້າງເຮືອ ຈື່ງໃດ້ມີມະຕິຕົກລົງເຫັນດີໃຫ້ ຫຼວງໂຄດເປັນຜູ້ໄປຈັດຕັ້ງປະຕິບັດ ເຊົ້າມື້14ຄ່ຳເດືອນຈຽງ ຫຼວງໂຄດຈັດຕັ້ງຂະບວນກວຽນ ພ້ອມງົວ ຄວາຍ ຊ້າງ ມ້າ ເດີນທາງຜ່ານແສງຕາເວັນສີທອງອອຈາກວັດ ຍະພະ ພ້ອມດ້ວຍຂະບວນ ດອກໄມ້ ທູບ ທຽນ ສະບຽງອາຫານຈຳນວນໜື່ງ ເພື່ອເຂົ້າໄປເອົາໄມ້ໃນປ່າ ຢູ່ເຂດບ້ານ ອີ່ໄລ-ນາຂ່າ ປະຈຸບັນຂື້ນກັບເມືອງນາຊາຍທອງ ໃນເວລາທີ່ພົບຕົ້ນໄມ້ຕົ້ນນັ້ນ ຄືດັ່ງມີເທພາລັກບັນດານລົມມາຢ່າງແຮງເຮັດໃຫ້ຂະບວນຂອງຫຼວງໂຄດ ຄຶດໃນໃຈຂອງໃຜມັນວ່າ ມາຮອດຮົ່ມເງົາຄວາມເສົ້າຄວາມເມື່ອຍກະຫົດຫາຍໄປ ແສງແດດທີ່ແຜດເຜົານັກເດີນທາງມາໝົດມື້ ປະຈຸບັນຖືກບົດບັງໄປກ້ວຍລັດສະໝີຂອງຮົ່ມເງົາຕົ້ນແຄນເຮືອ ລຳໃຫຍ່ ຍຽດຊື່ຍາວ ເບິ່ງຄືວ່າຄ້ຳຟ້າໄວ້ປານນັ້ນ ພິທີອັນເຊີນໄດ້ດຳເນີນໄປຢ່າງຈູບຈ້າວຫ້າວຫັນ ກ່ອນການຕັດລຳໄມ້ໃຫຍ ມັນເປັນເລື້ອງທຳມະໄປແລ້ວເລື້ອງການຂໍຂະມາກັບສິ່ງສັກສິດ ກ່ອນການຕັດຕົ້ນໄມ້ໃຫຍ່ ພາຍຫຼັງໄດ້ໄມ້ມາ ຈື່ງໄດ້ຈັດຕຽມເຮັດພິທີ ຂຸດເຮືອຂື້ນຢູ່ທີ່ເດີ່ນວັດຂອງໝູ່ບ້ານ ພາຍຫຼັງທີ່ສ້າງເຮືອສຳເລັດແລ້ວເຮືອຂອງໝູ່ບ້າຍ ສີໄຄ ກໍ່ເປັນທີ່ໂດ່ງດັງ ສີພາຍ ແລະເຮືອຊ່ວງ ບໍ່ວ່າມາຈາກແຄ້ວນແດນໃດ ເມື່ອມາທຽບຫຼໍຈຸດປ່ອຍເຮືອ ກັບເຮືອບ້ານນີ້ຮູ້ຜົນກ່ອນການແຂ່ງທຸກເທື່ອ ຈົນຊື່ສຽງໂດ່ງດັງໄປຮອດກຳປູຈ້ຽຍ ທັ້ງຝັ່ງບາງກອກກໍ່ຍອມຮັບ ເຮັດໃຫ້ຊື່ສຽງຂອງບ້ານ ສີພາຍ ແລະນາຍຊ່າງບ້ານນີ້ ໂດ່ງດັງໄປທົ່ວອານາຈັກຣາຊອານາຈັກລາວແຕ່ກ່ອນ ກຫົງແກ້ວປ່າ ແມ່ນແລ້ວ ເຮືອລຳນີ້ໃສ່ຊື່ນີ້ເໝາະສົມທີ່ສຸດ ສຽງຄົນໃນໝູ່ບ້ານອອກຄວາມເຫັນໃນການຕັ້ງຊື່ເຮືອ ຫຼັງຈາກທີ່ຍາທ່ານໃຫຍ່ເພິ່ນໄດ້ສະເໜີຊື່ ຫົງແກ້ວປ່ານີ້ຂື້ນ ນັບແຕ່ນັ້ນເປັນຕົ້ນມາ ງານຊ່ວງເຮືອປະຈຳປີແຕ່ລະປີ ເຮືອທີ່ຄອງລາງວັນຊະນະເລີດອັນດັບ 1 ແມ່ນຖືກບັນທຶກໄວ້ມາເປັນເວລາຍາວນານວ່າ ເຮືອຫົງແກ້ວປ່າ ຈາກບ້ານສີໄຄເວລາຜ່ານໄປບໍ່ດົນ ກໍ່ມີພໍ່ຄ້າຄົນໄທ ເຂົ້າມາຕິດຕໍ່ກັບທີມງານສ້າງເຮືອ ເພື່ອສະເໜີທອງຄຳ ຊ້າງ ມ້າ ຈຳນວນໜື່ງເພື່ອແລກປ່ຽນກັບຫົງແກ້ວປ່າ ແຕ່ກໍ່ຖືກປະຕິເສດໄປ ຂ ພາຍຫຼັງຕໍ່ມາຈື່ງມີການຂຸດເຮືອລຳໃໝ່ຂື້ນມາ ຍັງບໍ່ທັນມີຊື່ຍັງບໍ່ທັນໄດ້ແຂ່ງຂັນ ກໍ່ມີການຂົນສົ່ງໄປບ່ອນອື່ນ ເຊື່ອວ່າ ເຮືອລຳທີ2ຂອງບ້ານສີໄຄ ແມ່ນຂຸດຂື້ນມາເພື່ອຂາຍໃຫ້ ພໍ່ຄ້າຄົນໄທ ຄເຮືອລຳທີສາມທີ່ຖືກຂຸກຈາກຕົ້ນໄມ້ແຄນເຮືອ ໂດຍນາຍຊ່າງປະຈຳບ້ານນີ້ ຊື່ວ່າເຮືອ ຫົງຍະພະ ເຮືອລຳນີ້ເປັນເຮືອວິເສດອີກລຳໜື່ງ ທີ່ໄປລ່າລາງວັນຢູ່ສາຍນ້ຳຕ່າງໆ ທັ້ງເໝືອແລະໄຕ້ ເຮືອລຳນີ້ກໍ່ຖືກຊື້ໄປເຊັ່ນດຽວກັນຫຼັງຈາກທີ່ເປັນເຮືອລ່າລາງວັນ ແລະເຮືອທັ້ງສາມລຳທີ່ຖືກຂຸດຂື້ນຈາກນາຍຊ່າງບ້ານນີ້ກໍ່ເຂົ້າໄປທຽບຫຼໍເພື່ອຊິງໄຊໃນການເປັນອຳດັບໜື່ງ ເວົ້າໃດ້ວ່າ ເຮືອຈາກບ້ານນີ້ແມ່ນ ເຂົ້າຮອບສຸດທ້າຍຂອງການແຂ່ງຂັນເຮືອຊ່ວງຕະຫຼອດ ພາຍຫຼັງຕໍ່ມາສີພາຍເຮືອຊ່ວງຈາກເຂດນ້ຳຕອນນີ້ຈື່ງຖືກຊື້ຈ້າງໄປເປັນຜູ້ຝຶກສອນ ບາງຄົນກໍ່ໄປເປັນສີພາຍໃຫ້ບ້ານອື່ນ ໄປເປັນລູກເຂີຍ ແລະລົງແຂ່ງໃຫ້ບ້ານນັ້ນໆ ຈື່ງມີຂ່າວວ່າເຮືອບ້ານອື່ນໄດ້ຄອງແຊັ້ມຂື້ນມາ ປະຫວັດສາດການແຂ່ງຂັນເຮືອເລີ້ມມີເຮືອຊ່ວງແລະສີພາຍຈາກບ້ານອື່ນໆມາບັນທຶກເຂົ້າມາອີກ ງ ຫົງແມ່ຍ່າ ແມ່ນເຮືອລຳທີ 4ຂອງໝູ່ບ້ານທີ່ຖືກຂຸດສ້າງຂື້ນ ໂດຍນາຍຊ່າງທີມງານບ້ານນີ້ເອງ ໄມ້ເປັນໄມ້ແຄນເຮືອແບບທີ່ນິຍົມໄຊ້ສ້າງເຮືອທົ່ວໄປ ຫຼັງຈາກນັ້ນມາຊື່ເຮືອ ຫົງແກ້ວປ່າ ກໍ່ຖືກລືມ ແລະຊື່ສຽງຂອງຫົງແມ່ຍ່າ ກໍ່ໄດ້ລະເບີດຂື້ນທຸກສາຍນ້ຳ ທຸກໄຊຊະນະ ທຸກການແຂ່ງຂັນແມ່ນເປັນທີ່ກ່າວລື ຈົນວ່ານາຍຊ່າງບ້ານນີ້ບໍ່ມີເວລາພັກຜ່ອນ ແລະປະຕິເສດການສ້າງເຮືອໃຫ້ກັບບ້ານອື່ນໆ ເພາະວຽກງານາງດ້ານການເມືອງ ບວກກັບ ເຫດຜົນທາງການເມືອງບາງເຫດຜົນ ເຮືອຫົງແມ່ຍ່າແມ່ນຖືກຮູ້ຈັກໃນເລື້ອງສີພາຍທີ່ເກັ່ງ ລຳເຮືອທີ່ໄປໄວປານຈະຫຼວດ ແລະທີ່ສຳຄັນແມ່ນນາຍຊ່າງບ້ານນີ້ທີ່ຖືວ່າເປັນອັນດັບ 1 ໃນເຂດແຄ້ວນແດນດຶນ ພາຍຫຼັງຕໍ່ມາຈື່ງມີເພງເຊີ້ງເຮືອຊ່ວງປະຈຳບ້ານຂື້ນ ປະຈຸບັນຍັງສືບຕໍ່ ແລະເຊີ້ງເຮືອຊ່ວງ ແລະໄດ້ຮັບລາງວັນຊະນະເລີດມາຕະຫຼອດກອງຊຽຍ ກອງເຊີ້ງເຮືອ ຈ ຕໍ່ມາໃນປີ 1967 ຫຼື 1967 ບໍ່ແນ່ໃຈ ໝູ່ບ້ານນີ້ໃດ້ໄມ້ລຳໜື່ງເປັນໄມ້ແຄນເຮືອລຳງາມມາໄວ້ໃນບໍລິເວນວັດ ຂ່າວເລົ່າລືເລື້ອງບ້ານສີໄຄສິສ້າງເຮືອ ໄດ້ແພ່ໄປໄກຄົນມາຈາກສາລະພັດທິດ ທັ້ງ ໄທຍ ພະມ້າ ຂະເມນ ແລະຈາກເໜືອຮອດໄຕ້ ພາກັນຫຼັ້ງໃຫຼມາເບິ່ງ ຫຼວງໂຄດ ແລະທີມງານບໍ່ໃດ້ເປັນຜູ້ສ້າງເຮືອລຳໃໝ່ນີ້ ເອົ້າເປັນທີມງານທາງໃດຊ້ານນະເປັນຄຳຖາມທີ່ຫຼາຍຄົນສົງໃສ ທະຫານຈາກກົມຊ່າງແສງເປັນຜູ້ຮັບຜິດຊອບ ມີຄຳສັ່ງແນະນຳຈາກ ຣາຊສຳນັກ ຫຼັງຈາກນັ້ນ ຈື່ງໃສ່ຊື່ເຮືອລຳໃໝ່ນີ້ວ່າ ຫົງທະຫານສ້າງ ຫົງທະຫານສ້າງ ຖືກສ້າງຂື້ນທີ່ເດີນວັດນີ້ກະແມ່ນຢູ່ ແຕ່ເຮືອລຳນີ້ເປັນເຮືອທີ່ບໍ່ມີຊື່ສຽງປານໃດ ບໍ່ຮູ້ເປັນຍ້ອນຫຍັງ ພາຍຫຼັງຕໍ່ມາກໍ່ບໍ່ຮູ້ຈັກປະຫວັດວ່າໄດ້ຖືກຊື້ຂາຍໄປທາງໃດ ຫຼັ້ງຈາກນັ້ນຫົງແມ່ຍ່າ ກໍາເປັນເຮືອປະເພນີທີ່ໂດງດັງຕະຫຼອດມາທຸກໄລຍະ ຕົກມາຮອດຍຸກປີ ປີ 2000 ເຮືອລຳທຳອິດທີ່ສ້າງຂື້ນຢູ່ບ້ານສີໄຄ ຫົງແກ້ວປ່າກໍ່ຖືກຂາຍໃຫ້ກັບຄົນຈາກໝູ່ບ້ານ ສີຖານໄຕ້ ປັດຈຸບັນ ຫົງແກ້ວປ່າ ປົດປະຈຳການໄປແລ້ວ ແຕ່ກໍ່ຍັງເປັນເຮືອຊ້ອມຂອງບ້ານສີຖານໄຕ້ຢູ່ ສາມາດໄປສອບຖາມໄດ້ທີ່ວັດສີຖານ ສ່ວນເຮືອຫົງແມ່ຍ່າ ຍ້ອນວັນເວລາທີ່ຜ່ານໄປເຮັດໃຫ້ເຮືອມີສະພາບເກົ່າ ແລະພາຍຫຼັງຕໍ່ມາກໍປະລາໄຊ ໃຫ້ກັບເຮືອບ້ານສີຖານໄຕ້ທີ່ມີ ສີພາບຈາກບ້ານສີຖານ ສະປ໋ອນເຊີ່ໃຫຍ່ ເບຍລາວສະໜັບສະໜຸນການຜຶກຊ້ອມ ທັ້ງເປັນເຈົ້າພາບໃຫຍາໃນງານຊ່ວງເຮືອປະເພນີ ຫຼາຍປີຜ່ານ ໜາວຍງານທີ່ຄວບຄຸມສີພາຍເຮືອຊ່ວງກໍ່ບໍ່ມີຫຼາຍ ເຮັດໃຫ້ເຮືອຫົງແມ່ຍ່າ ຕົກອັນດັບໄປ ແລະເຮືອເບຍລາວ ຫຼືເຮືອຈາກບ້ານສີຖານໄຕ້ ກໍ່ຂື້ນມາຄອງແຊັ້ມນັບຕັ້ງແຕ່ຍຸກ 97 ເຖິງກາງປີ 2005 ແບບບໍ່ມີເຮືອລຳໃດມາທຽບຊັ້ນເຊີງ ໃນຍຸກນີ້ເອງສີພາຍເຮືອຊ່ວງຈາກບ້ານສີໄຄເລີ້ມບໍ່ຫອມ ແລະບໍ່ເປັນທີ່ສົນໃຈຈາກຄົນບ້ານອື່ນ ຫຼືນາຍທຶນທີ່ມາຊື້ໂຕສີພາຍ ໄປພາຍໃຫ້ໃນງານອື່ນໆ ທີ່ບໍ່ແມ່ນງານທີ່ບ້ານວັດຈັນ ຫຼື ບຸນຊ່ວງເຮືອປະຈຳປີນັ້ນເອງ ຊື່ສຽງຂອງສີພາຍບ້ານສີຖານໄຕ້ ດັງຫຼາຍໃນຍຸກປີ 1997-2005 ບໍ່ມີບ້ານໃດອີກແລ້ວນອກຈາກບ້ານນີ້ ເມື່ອສືບເອົາຄັກໆແລ້ວ ມີການນຳເຂົ້ານັກພາຍເຮືອຈາກບ້ານອື່ນເຊັ່ນກັນ ເປັນໄປໄດ້ຈັ່ງໃດ ? ແມ່ນແລ້ວ ບ້ານຖິ່ນຕົມ ກໍ່ມີສີພາຍເຮືອຊ່ວງທີ່ເກັ້ງກ້າເຊັ່ນດຽວກັນ ລູກສິດ ຫຼວງໂຄດເປັນຜູ້ຝຶກສອນໃຫ້ ເຂດຊຽງຄວນ ຖິ່ນຕົມ ສິມມະໂນຄວາຍແດງ ເມືອງຫາດຊາຍຟອງທັ້ງສີພາຍ ແລະນາຍທ້າຍ ແມ່ນເຂົ້າຮ່ວມເປັນທີມງານເຮືອ ເບຍລາວ ຫຼືເຮືອບ້ານສີຖານ ບໍ່ມີຜູ້ສິມາຕໍ່ກອນເປັນເວລາຫຼາຍສິບປີ ນັກລງເຮືອຊ່ວງຮູ້ກັນດີເລື້ອງນີ້ ເຖົ້າແກ່ນ້ອຍໃຫຍ່ ຂຸດເຮືອລຳໃໝ່ ໄຊ້ສີພາຍຈາກຫຼາຍໝູ່ບ້ານກໍ່ບໍສາມາດໂຄ້ນແຊັ້ມຕະຫຼອດການ ເຮືອ ເບຍລາວໃດ້ ຊື່ສຽງຂອງສີພາຍໂດ່ງດັງໄປຮອດທາງຝັ່ງໄທ ຈັງຫວັດນ່ານ ກໍ່ມີພະເພນີແຂ່ງເຮືອທີ່ໃຫຍ່ ລາງວັນໃຫຍາເຊັ່ນດຽວກັນ ມີຫຼາຍຫາງສຽງຕ້ອງການເອົາເຮືອ ແລະສີພາຍເບຍລາວໄປກວດລາງວັນມາ ແຕ່ ສະປອນເຊີໃຫຍ່ ບໍ່ສົ່ງເຂົ້າ ຈື່ງມີຄົນຈາກໝູ່ບ້ານທາງຈັງຫວັດນານ ມາຈ້າງສີພາຍຈາກບ້ານນີ້ ໄປພາຍເຮືອໃຫ້ ໂດຍມີຄ່າໂຄນັບແຕ່ 30000 ໄປຈົນຮອດ 80000 ຕໍ່ລາຍການ ຕໍ່ຄົນ ໃນຈັງຫວະນີ້ເອງ ທ້າວນ້ອຍ ອິນທິລິດ ໄດ້ຂຸດສ້າງເຮືອລຳໃຫມ່ຂື້ນ ປຸກລະດົມເອົາ ສີພາຍລ່ອງງື່ມ ສ່ວນຫຼາຍແມ່ນປະຊາຊົນສຳນຽງທາງໄທທົ່ງ ສຳນຽງໂພນໂຮງ ສຳນຽງໄທທົ່ງເພີ່ນິຍົມເອີ້ນແນວນັ້ນ ສີພາຍທາງງື່ມເລີ້ມມີຊື່ສຽງ ແລະເປັນກຸ່ມແນວໜ້າທາງດ້ານ ພາຍເຮືອ ຍຸກນີ້ ບໍ່ມີສີພາຍຫຼືເຮືອຊ່ວງທາງໃດອີກແລ້ວຈະມາຕໍ່ກອນ ແຕ່ກະຍັງບໍ່ແນ່ ເພາະ ມີຂ່າວວ່າ ນາຍທ້າຍບ້ານຖິ່ນຕົມກຳລັງຊຸ້ມແລະມີແຜນຈະຂຸດເຮືອຂື້ນມາໃໝ່ ແລະຈະສ້າງປະຊາຊົນເຂດຖິ່ນຕົມ ສິມມະໂຮຄວາຍແດງ ຂື້ນມາທວງຄວາມຫຍິ່ງໃຫຍ່ຄືມາອີກ ຫຼັງຈາກທີ່ ເຮືອນ້ອຍອິນທິລິດ ຫຼືເຮືອບ້ານໂພນໂຮງມີຊື່ສຽງ ແລະສີພາຍກໍ່ຖືກ ຊື້ໂຕໄປແຕ່ລະງານ ສ້າງທັ້ງຊື່ສຽງ ແລະລາຍໄດ້ໃຫ້ຄົນໃນໝູ່ບ້ານ ບົດຄວາມທີ່ທ່ານໄດ້ອ່ານໄປແລ້ວນັ້ນມາຈາກປະສົບການ ແລະຄຳບອກເລົ່າຂອງເຖົ້າແກ່ແນວນໂຮມ ແລະການຕິດຕາມຂອງຜູ້ຂຽນ ຍ້ອນຄວາມອາວຸໂສບໍ່ຫຼາຍ ຈື່ງບໍ່ສາມາດເກັບກຳ ແລະບັນທຶກຕຳນານເຮືອຊ່ວງຈາກໝູ່ບ້ານອື່ນໆໄດ້ ຖ້າມີຫຍັງຕົກຫຼົ່ນຫຼືຜິດພາກ ຜູ້ຂຽນຍັງຕ້ອງການແລກປ່ຽນຄຳຄິດເຫັນຈາກທ່ານຜູ້ຮູ້ອື່ນໆອີກ ຂໍໃຫ້ທ່ານຜູ້ອ່ນໃຫ້ອະໄພ ມານະທີ່ນີ້ດ້ວຍ ບົດຂຽນນີ້ຜູ້ຂຽນຫວັງແຕ່ພຽງວ່າມັນຈະເປັນແນວທາງ ໃຫ້ຜູ້ທີ່ຮູ້ແທ້ ປະສົບກັບເຫດການແທ້ໃດ້ມາຂຽນ ເລົ່າປະສົບການ ແລກປ່ຽນ ໃຫ້ຜູ້ທີ່ມັກຊອກຮູ້ໃດ້ ອ່ານນຳຫັນ ຮັກແພງແລະນັບຖື ອະຣຸນີ ສີສຸຣິຍາ ສ້າງ ເຮືອນຄົວ ແມ່ນ ໂຮງ ຫຼື ຫ້ອງສຳລັບແຕ່ງກິນ ໃນທາງຕາເວັນຕົກ ເຮືອນຄົວທັນສະໄໝຈະປະກອບດ້ວຍອຸປະກອນຢ່າງເຕົາ ອ່າງລ້າງຈານທີ່ອາດມີອຸປະກອນເຮັດນ້ຳຮ້ອນ ນ້ຳເຢັນ ມີຕູ້ເຢັນແລະຊັ້ນໃສ່ຂອງ ບາງບ້ານມີຕູ້ອົບ ເຄື່ອງລ້າງຈານຫຼືອຸປະກອນໄຟຟ້າອື່ນໆ ໜ້າທີ່ຂອງເຮືອນຄົວມີໄວ້ສຳລັບປະກອບອາຫານ ແຊນ ຫຼື ຢີນ ຫຼື ສິ່ງສືບຕໍ່ພັນທຸກຳ ແມ່ນ ສ່ວນນຶ່ງຂອງກະໂລໂມຊົມ Chromosome segment ທີ່ຖອດລະຫັດ encode ໄດ້ເປັນສາຍໂປລີແປບຕິດນຶ່ງສາຍທີ່ເຮັດວຽກໄດ້ single functional polypeptide ຫຼືໄດ້ເປັນອາກແອັນເອ ແຊນ ປະກອບດ້ວຍ ສ່ວນທີ່ສາມາດຖອດລະຫັດເປັນອາກແອັນເອໄດ້ ເອີ້ນວ່າ exon ແລະ ບໍລິເວນທີ່ບໍ່ສາມາດຖອດລະຫັດໄດ້ ເອີ້ນວ່າ intron ອ້າງອີງ ;ບັນນານຸກົມ Dawkins Richard 1990 The Selfish Gene Oxford University Press ISBN 0-19-286092-5 Google Book Search; first published 1976 Dawkins Richard 1995 River Out of Eden Basic Books ISBN 0-465-06990-8 Ridley Matt 1999 Genome The Autobiography of a Species in 23 Chapters Fourth Estate ISBN 0-00-763573-7 ແຫຼ່ງຂໍ້ມູນອື່ນ an Open Access journal Encyclopedia of mammalian gene function Leading non-profit organization supporting people living with genetic diseases Characterization of intergenic regions and gene definition Nature journal ຄວາມຫມາຍ ແພດສາດເປັນສາຂາໜຶ່ງຂອງ ວິທະຍາສາດສຸຂະພາບ ທີ່ສຶກສາ ກ່ຽວກັບ ການດູແລສຸຂະພາບ ແລະ ການຮັກສາ ການແພດ ແມ່ນ ຂະແຫນງອາຊີບ ທີ່ຕ້ອງໃຊ້ຄວາມຮູ້ ແລະ ທັກສະຍົກສູງ ແພດສາດເປັນສາດບູຮານທີ່ມີຄວາມສຳຄັນ ຜູ້ປະກອບອາຊີບ ທາງການແພດມັກໄດ້ຮັບ ຄວາມເຊື່ອຖືໃນສັງຄົມ ແພດສາດມີສາດອື່ນໆອີກຫລາຍ ເຊ່ນ ອາຍຸຮະກັມ ສັນລະຍະກັມ ສັນລະຍະກັມກະດູກ ສູຕິກັມ ຮັງສີວິດຍາ ແລະ ອື່ນໆອີກຫລາຍ ແລະໃນແຕ່ລະສາຂາກໍຍັງແບ່ງຍ່ອຍລງໄປອີກ ແອສະແປດ ຫຼື ສະປີຊີ ໝາຍເຖິງ ກຸ່ມສິ່ງມີຊີວິດທີ່ເຫັນວ່າມີຄວາມຄ້າຍຄຶງກັນຫຼາຍ ດັ່ງເຊັ່ນ ແອສະແປດ "ນົກມາກາເລີ" Macareux ໝາຍເຖິງ ນົກກຸ່ມນຶ່ງທີ່ພົບທົ່ວໄປໃນແຖບອັດລັງຕິກເໜືອ ມາກາເລີປະສົມພັນໃນໂພງເທິງພື້ນດິນ ແລະມີຈະງອຍສົບຫຼາຍສີ ຕີນສີສົ້ມ ແລະມີທ່າຍ່າງໜ້າຂົບຂັນ ຄຳອະທິບາຍເຊັ່ນນີ້ມີປະໂຫຍດ ແຕ່ນັກວິວັດທະນາການແຍກສິ່ງມີຊີວິດອອກເປັນແອສະແປດໄດ້ດ້ວຍວິທີທີ່ງ່າຍກວ່ານີ້ຫຼາຍ ກ່າວແມ່ນສິ່ງມີຊີວິດແອສະແປດດຽວກັນ ຈະຕ້ອງປະສົມພັນກັນໄດ້ແລະມີລູກດ້ວຍກັນໄດ້ ມາກາເລີຈະປະສົມກັບມາກາເລີດ້ວຍກັນເອງ ບໍ່ແມ່ນກັບນົກຊະນິດອື່ນ ເຊັ່ນ ນົກແປງກູແອງນ້ອຍ petit-pingouin ຫຼືນົກກີໂມ guillemot ສະນັ້ນນົກເຫຼົ່ານີ້ຈຶ່ງເປັນນົກຕ່າງແອສະແປດໄປຈາກນົກມາກາເລີ ອ້າງອີງ ;ບັນນານຸກົມ Sahney S Benton MJ and Ferry PA 2010 "Links between global taxonomic diversity ecological diversity and the expansion of vertebrates on land" Biology Letters 6 4 544–547 doi101098 rsbl20091024 PMC 2936204 PMID 20106856 ແຫຼ່ງຂໍ້ມູນ ;ບົດຄວາມ – UC Berkeley ໂກແລສະເຕໂລນ ແມ່ນທັງສານ ສະເຕໂລອິດ stéroïde ລີປິດ lipide ແລະ ອານໂກໂອນ alcool ພໍ້ໃນ ເຍື່ອຫຸ້ມແຊນລູນຂອງທຸກເນື້ອເຍື້ອໃນຮ່າງກາຍແລະຖືກຂົນສົ່ງໃນກະແສເລືອດຂອງສັດ ໂກແລສະເຕໂລນສ່ວນໃຫຍ່ບໍ່ໄດ້ມາກັບອາຫານແຕ່ຈະຖືກສັງເຄາະຂຶ້ນພາຍໃນຮ່າງກາຍ ຈະສະສົມຢູ່ຫຼາຍໃນເນື້ອເຍື້ອຂອງອະໄວຍະວະທີ່ສ້າງມັນຂຶ້ນມາເຊັ່ນ ຕັບ ໄຂສັນຫຼັງ moelle épinière ສະໝອງ ແລະ ຜະນັງຫຼອດເລືອດແດງ athérome ໂກແລສະເຕໂລນມີບົດບາດໃນຂະບວນການທາງຊີວະເຄມີຫຼາຍຫຼາຍ ແຕ່ທີ່ຮູ້ຈັກກັນດີແມ່ນ ມັນເປັນສາເຫດເຮັດໃຫ້ເກີດພະຍາດຫົວໃຈແລະລະບົບຫຼອດເລືອດ les maladies cardiovasculaires ແລະພາວະໂກແລສະເຕໂລນໃນເລືອດສູງ hypercholestérolémie ອ້າງອີງ ;ບັນນານຸກົມ Chevreul 1816 "Recherches chimiques sur les corps gras et particulièrement sur leurs combinaisons avec les alcalis Sixième mémoire Examen des graisses dhomme de mouton de boeuf de jaguar et doie" Chemical researches on fatty substances and particularly on their combinations o filippos ine kapios with alkalis Sixth memoir Study of human sheep beef jaguar and goose fat Annales de Chimie et de Physique 2 339-372 From page 346 "Je nommerai cholesterine de χολη bile et στερεος solide la substance cristallisée des calculs biliares humains " I will name cholesterine — from χολη bile and στερεος solid — the crystalized substance from human gallstones Ohvo-Rekilä H Ramstedt B Leppimäki P Slotte JP January 2002 "Cholesterol interactions with phospholipids in membranes" Prog Lipid Res 41 1 66–97 doi101016 S0163-78270100020-0 PMID 11694269 Shmuel Razin Joseph Tully May 1970 "Cholesterol Requirement of Mycoplasmas" Journal Of Bacteriology 102 2 306–310 ອ່ານຕື່ມ ແຫຼ່ງຂໍ້ມູນອື່ນ US National Institutes of Health Adult Treatment Panel III – "About Cholesterol" Cholesterol at from The Association for Clinical Biochemistry and Laboratory Medicine ການໂທລະຄົມມະນາຄົມແມ່ນ ການສົ່ງ ການຮັບ ຫຼື ການແຜ່ກະຈ່າຍ ເຄື່ອງໝາຍ ສັນຍານ ຮູບພາບ ແລະ ສຽງ ຫຼື ການເຮັດໃຫ້ເຂົ້າໃຈກັນຂອງທຳມະຊາດໃດນຶ່ງ ໄປຕາມສາຍ ຄື້ນວິທະຍຸ ສາຍໄຍແກ້ວ ແລະ ອື່ນໆ ດ້ວຍລະບົບຄື້ນແມ່ເຫຼັກໄຟຟ້າ ວິທະຍຸແມ່ນຫຍັງ? ແມ່ນເຄື່ອງມືຕ່າງໆ ທີ່ສາມາດນຳໃຊ້ຄື້ນວິທະຍຸ ຄື້ນວິທະຍຸ ຫຼື ຄື້ນhertzian ແມ່ນຫຍັງ? ແມ່ນຄື້ນແມ່ເຫຼັກໄຟຟ້າຊື່ງມີຄວາມຖີ່ຕ່ຳກວ່າ 3000 GHz ລົງໄປທີ່ແຜ່ກະຈ່າຍອອກໄປໃນອາກາດ ທີ່ວ່າງເປົ່າປັດສະຈາກສິ່ງນຳພາທຽມໃດໆ ວິທະຍຸສື່ສານແມ່ນຫຍັງ? ແມ່ນການໂທລະຄົມມະນາຄົມທີ່ມີຄື້ນວິທະຍຸເປັນພາຫະນະ ຕາຕະລາງຄວາມຖີ່ວິທະຍຸ VLF 3 30 kHz LF 30 300 kHz MF 300 3000 kHz HF 3 30 MHz VHF 30 300 MHz UHF 300 3000 MHz SHF 3 30 GHz EHF 30 300 GHz ຍັງພັດທະນາ 300 3000 GHz ຄວາມຖີ່ຂອງຄື້ນວິທະຍຸ ໝາຍເຖິງ ຮອບວຽນ ການປ່ຽນແປງຂອງການສັ່ນໄກ່ວຂອງຄື້ນໃນ 1 ວິນາທີ ຊື່ງມີຫົວໜ່ວຍເປັນ Hertz ຫຼືຂຽນຫຍໍ້ແມ່ນ Hz ຕົວຢ່າງ ຖ້າຄື້ນທີ່ເກີດຂື້ນ 2 ຮອບຕໍ່ 1 ວິນາທີ ຈະມີຄ່າເທົ່າກັບ 2 Hz ຖ້າເກີດຂື້ນ 10000 ຮອບຕໍ່ 1 ວິນາທີ່ ຈະມີຄ່າເທົ່າກັບ 1 KHz ດັ່ງນີ້ເປັນຕົ້ນ ຫົວໜ່ວຍການນັບຄວາມຖີ່ຂອງຄື້ນວິທະຍຸ 1000 Hz 1 KHz 1 ພັນແຮັກ ເທົ່າກັບ 1 ກິໂລແຮັກ 1000 KHz 1 MHz 1 ພັນກິໂລແຮັກ ເທົ່າກັບ 1 ເມັກກາແຮັກ 1000 MHz 1 GHz 1 ພັນເມັກກາແຮັກ ເທົ່າກັບ 1 ຈິກາແຮັກ ຄວາມໄວໃນການເດີນທາງຂອງຄື້ນວິທະຍຸ ຄື້ນວິທະຍຸແມ່ນຄື້ນແມ່ເຫຼັກໄຟຟ້າ ເປັນພຽງຊ່ວງນຶ່ງໃນສະເປັກຕຼັມ Spectrumເທົ່ານັ້ນ ສາມາດເດີນທາງດ້ວຍຄວາມໄວເທົ່າກັບແສງ ຫຼື ປະມານ 3 ຄູນກັບ 10 ກຳລັງ 8 ແມັດຕໍ່ວິນາທີ ໃນຄວາມເປັນຈິງຄື້ນວິທະຍຸທີ່ເຮົາໃຊ້ກັນໃນປະຈຸບັນນີ້ບໍ່ໄດ້ເກີດຂື້ນຕາມທຳມະຊາດ ໂດຍອາໃສຂະບວນການໜຽວນຳທີ່ໄດ້ກ່າວໄວ້ແລ້ວໃນ ຫົວຂໍ້ ສົນທະນາ ຊື່ງມີຂັ້ນຕອນຄືການປ່ອຍກະແສໄຟຟ້າເປັນຄວາມຖີ່ຜ່ານ ຂົດລວດຕົວນຳເປັນຈັ່ງຫວະຊ້ຳໆກັນ ຈາກນັ້ນສະໜາມໄຟຟ້າກໍ່ຈະແຜ່ອອກຈາກຂົດລວດນັ້ນ ໂດຍຈະມີຄວາມເຂັ້ມສູງຂື້ນແລ້ວຄ່ອຍໆລຸດລົງໃນທິດທາງກົງກັນຂ້າມສະລັບກັນໄປຕາມກະແສໄຟຟ້າທີ່ໄຫຼເຂົ້າໄປ ໃນຂົດ ລວດນັ້ນ ໂດຍມີລັກສະນະຄ່າຍຄືກັນກັບຮູບຂອງກະເບືອງມຸງຫຼັງຄາ ທີ່ເບິ່ງທາງຕັດ ອົງການຈັດຕັ້ງຂອງລັດທີ່ມີຫນ້າທີ່ກ່ຽວຂ້ອງກັບການຄຸ້ມຄອງຄວາມຖີ່ວິທະຍຸໃນສປປລາວ ອົງການໄປສະນີ ແລະ ໂທລະຄົມມະນາຄົມ ແຫ່ງຊາດ ສຳຄັນ ຄື້ນວິທະຍຸມີປະໂຫຍດແນວໃດຕໍ່ຊີວິດປະຈຳວັນຂອງມະມຸດ? ມະນຸດໄດ້ນຳເອົາຄຸນລັກຊະນະສະເພາະຂອງຄື້ນວິທະຍຸ ເຂົ້າມານຳໃຊ້ປະໂຫຍດໃນຊີວິດປະຈຳວັນຂອງຄົນເຮົາ ໂດຍການປະຍຸກໃຊ້ ຄຸນລັກຊະນະເພາະ ຂອງຄື້ນວິທະຍຸ ທີ່ປະກອບມີ ຄຸນລັກຊະນະ ພື້ນຖານດັ່ງນີ້ ຄື້ນວິທະຍຸ ມີການສັ່ນໄກ່ວໄປຕາມລັກຊະນະຂອງການໄຫລຂອງກະແສໄຟຟ້າ ເຂົ້າໄປໃນຄົດລວດ ເຮັດໃຫ້ເກີດ ມີການສັ່ນໄກ່ວໄປຕາມການປ່ຽນແປງດັ່ງກ່າວ ຊື່ງມີຈັ່ງຫວະຂອງການໄກ່ວ ຖີ່ຫລາຍ ຫລື ຖີ່ໜ້ອຍ ທີ່ແຕກຕ່າງກັນຂື້ນກັບຄວາມເຂັ້ມຂອງກະແສໄຟຟ້າ ຖ້າເຂັ້ມຫລາຍຈະມີຄວາມຖີ່ສູງ ຈາກລັກຊະນະດັ່ງກ່າວມະນຸດຈຶ່ງໄດ້ແບ່ງຄວາມຖີ່ຂອງການສັ່ນໄກ່ວດັ່ງກ່າວ ອອກເປັນຍ່ານຄວາມຖີ່ ດັ່ງສະແດງໄວ້ໃນບົດຂ້າງເທິງນີ້ ຄື້ນວິທະຍຸ ມີການກະຈາຍຂອງ ທົ່ງແມ່ເຫລັກ ແລະ ທົ່ງໄຟຟ້າ ທີ່ມີທິດທາງ ການກະຈາຍ ຕັ້ງສາກກັນເປັນມູມ 90 ອົງສາ ຊື່ງເອີ້ນວ່າທົ່ງແມ່ເຫລັກໄຟຟ້າ ສາມາດກະຈາຍອອກໄປໃນອາກາດ ແລະ ສາຍນຳຕ່າງໆໄດ້ ເອີ້ນວ່າ ສື່ຊັກນຳ ຫລື ຕົວກາງMedia ຈາກລັກຊະນະດັ່ງກ່າວມະນຸດໄດ້ຈັດແບ່ງຂົ້ວ ຂອງການກະຈາຍຄື້ນ ດັ່ງກ່າວອອກເປັນ ສອງຂົ້ວທີ່ແຕກຕ່າງກັນ ຄື ທາງນອນHorizontal Polarizationແລະ ທາງຕັ້ງVertical Polarization ດູເພິ່ມ ລາວໂທລະຄົມ ໂພຊະນາການ ຄຳເຄົ້າ ໂພຊນາກາຣ ເປັນສາຂາວິຊາທາງວິທະຍາສາດສຸຂະພາບ ເຊິ່ງສຶກສາກ່ຽວກັບຄວາມສຳພັນລະຫວ່າງອາຫານກັບສຸຂະພາບແລະໂລກໄພໄຂ້ເຈັບ ນັກໂພຊະນາການເປັນຜູ້ຊ່ຽວຊານທາງດ້ານສຸຂະພາບຜູ້ມີຄວາມຮູ້ຄວາມຊຳນິຊຳນານໃນສາຂານີ້ ອ້າງອີງ ໂຣບົດ ຫຼື ຫຸ່ນຍົນ ອັງກິດ robot ແມ່ນເຄື່ອງຈັກກົນຊະນິດໜຶ່ງ ອັນເຄື່ອນໄຫວດ້ວຍໂຕເອງຕາມແຕ່ຄຳສັ່ງທີ່ມະນຸດໃສ່ເອົາໄວ້ ມີໜ້າຕາໂຄງກໍ່ສ້າງແລະຮູບຮ່າງແຕກຕ່າງກັນ ໂຣບົດໃນແຕ່ລະປະເພດມີໜ້າທີ່ການເຮັດວຽກໃນດ້ານຕ່າງໆ ຕາມແຕ່ການຄວບຄຸມໂດຍກົງຂອງຜູ້ຄົນ ການຄວບຄຸມລະບົບຕ່າງໆ ໃນການສັ່ງການລະຫວ່າງໂຣບົດແລະຜູ້ຄົນ ແມ່ນສາມາດເຮັດໄດ້ໂດຍທາງອ້ອມແລະອັດຕະໂນມັດ ໂດຍທົ່ວໄປແລ້ວ ໂຣບົດຖືກກໍ່ສ້າງຂຶ້ນເພື່ອສຳລັບວຽກອັນມີຄວາມຍາກລຳບາກ ແມ່ນ ວຽກສຳຫຼວດໃນສະຖານທີ່ບໍລິເວນແຄບ ຫຼື ວຽກສຳຫຼວດດວງຈັນດາວເຄາະອັນບໍ່ມີສິ່ງມີຊີວິດ ບັດດຽວນີ້ເຕັກໂນໂລຊີຂອງໂຣບົດຮຸ່ງເຮືອງກ້າວໜ້າຢ່າງໄວວາ ລິເລີ່ມເຂົ້າມາມີບົດບາດກັບຊີວິດຂອງຜູ້ຄົນໃນດ້ານຕ່າງໆ ຄື ດ້ານອຸດສາຫະກຳການຜະລິດ ອັນແຕກຕ່າງຈາກແຕ່ກີ້ແຕ່ກ່ອນ ເຊິ່ງໂຣບົດມັກຖືກນຳໄປໃຊ້ໃນວຽກອຸດສາຫະກຳເປັນສ່ວນຫຼາຍ ບັດດຽວນີ້ມີການນຳໂຣບົດມາໃຊ້ງານຫຼາຍຫຼວງຂຶ້ນ ແມ່ນ ໂຣບົດອັນໃຊ້ໃນທາງການແພດ ໂຣບົດສຳລັບວຽກສຳຫຼວດ ໂຣບົດອັນໃຊ້ງານໃນອະວະກາດ ຫຼືແມ້ນແຕ່ໂຣບົດອັນຖືກສ້າງຂຶ້ນມາເພື່ອເປັນເຄື່ອງຫຼິ້ນຂອງຜູ້ຄົນ ຈົນຮອດບັດດຽວນີ້ ແມ່ນໄດ້ມີການພັດທະນາໃຫ້ໂຣບົດນັ້ນມີໜ້າຕາອັນຄ້າຍຄືຜູ້ຄົນ ເພື່ອໃຫ້ອາໄສຢູ່ຮ່ວມກັນນຳຜູ້ຄົນ ໃຫ້ໄດ້ໃຊ້ຊີວິດປະຈຳວັນ ເຄົ້າຄຳສັບ ຄຳວ່າ ໂຣບົດ ແມ່ນມາຈາກຄຳວ່າ ໂຣໂບຕ້າ ອັນເປັນພາສາເຊັກໂກ ມີຄວາມໝາຍວ່າແຮງງານອັນແຂງແຮງຫຼືຂ້າຂ້ອຍມີການໃຊ້ຄຳວ່າ ໂຣບົດ ເປັນເທື່ອທຳອິດໃນລະຄອນເວທີເລື່ອງລອດຊ້ຳ ຢູນີເວີໂຊ້ ໂຣບົດ ອັງກິດ Rossum's Universal Robots 1920 ຄວາມເປັນມາ ໃນສະໄໝບູຮານເຄີຍມີການລອງຄຶດກໍ່ສ້າງໂຣບົດຂຶ້ນມາເປັນເຄື່ອງມືຕາມທາງຄຶດທາງດ້ານສາສະໜາ​ ຫຼັງຈາກນັ້ນ ໃນຍຸກກາງມີການກໍ່ສ້າງເຄື່ອງຈັກສຳລັບເປີດ-ອັດປະຕູໃນໂຕເຮືອນ ຫຼືຕຸກກະຕາອັນຫຼິ້ນດົນຕີໄດ້ ໃນຍຸກນີ້ມີການປະດິດໂຣບົດໃນຍຸກທຳອິດໆ ຂຶ້ນ ເຊິ່ງເປັນໂຣບົດອັນກໍ່ສ້າງຊຶ້ນມາຈາກໄມ້ອັດກັບເຟືອງຈັກ ພໍຮອດສະຕະວັດທີ 20 ໂຣບົດກໍໄດ້ຮັບການພັດທະນາໃຫ້ມີຄວາມລະອຽດລະອໍຊັບຊ້ອນຍິ່ງຂຶ້ນ ອ້າງອີງ กีซองโด วิทยาศาสตร์ฉลาดรู้ เรื่อง หุ่นยนต์ กรุงเทพมหานคร อมรินทร์คอมมิกส์ 2008 Print ໂຫລາສາດ ເປັນສາດທີ່ກ່ຽວຂ້ອງກັບການທຳນາຍອະນາຄົດ ຫຼື ໂຊກຊະຕາຂອງມະນຸດ ປາກົດການຕ່າງໆ ຂອງບ້ານເມືອງ ແລະຂອງໂລກ ໂດຍອາໄສ ເວລາ ແລະ ຕຳແໜ່ງຂອງດວງດາວຕ່າງໆ ເທິງທ້ອງຟ້າ ເປັນສຳຄັນ ແລ້ວບັນທຶກໄວ້ເປັນສະຖິຕິ ໂຫລາສາດ ເປັນວິຊາທີ່ຕ່າງກັບວິທະຍາສາດ ດ້ວຍແມ້ນຈະສາມາດພິສູດຊາບໄດ້ໂດຍໃຊ້ກົດເກນ ແລະເຫດຜົນໃນທາງໂຫລາສາດ ນຳມາທົດລອງ ພິສູດໃຫ້ເຫັນປະຈັກ ສາມາດສະຫຼຸບອອກມາເປັນທິສະດີໄດ້ ບໍ່ວ່າຈະທົດລອງຈັກເທື່ອ ທີ່ໃດໆ ໃນໂລກເຊັ່ນເດີຍວກັບວິທະຍາສາດ ໂຫລາສາດກໍຍັງຄງເປັນວິຊາທີ່ຄ່ອນຂ້າງເລິກລັບ ດ້ວຍເຫດນີ້ນັກວິທະຍາສາດຈຶ່ງບໍ່ຮັບຮອງໂຫລາສາດ ວ່າເປັນສາດຢ່າງນຶ່ງ ຢ່າງໃດກໍດີທາງລັດຖະບານອິນເດຍໄດ້ມີການປະກາດເມື່ອວັນທີ 11 ພຶດສະພາ 2001 ໃຫ້ມີການສອນວິຊາໂຫລາສາດໃນມະຫາວິທະຍາໄລໄດ້ ອ້າງອີງ ;ບັນນານຸກົມ ອ່ານຕື່ມ ແຫຼ່ງຂໍ້ມູນອື່ນ at International Astrology Research Center ໜັງສືພິມ ຄຳເຄົ້າ ໜັງສືພິມພ໌ ແມ່ນສິ່ງພິມທີ່ສະເໜີຂ່າວ ການເຄື່ອນໄຫວໃໝ່ໆ ທັງພາຍໃນແລະພາຍນອກປະເທດ ມີກຳໜົດການອອກທີ່ແນ່ນອນຕາຍໂຕ ໂດຍສ່ວນໃຫຍ່ຈະອອກເປັນລາຍມື້ ນອກຈາກນີ້ແລ້ວຍັງມີໜັງສືພິມລາຍສາມມື້ ລາຍສັບປະດາ ແລະລາຍເດືອນ ໜັງສືພິມມັກຈະພິມລົງໃນເຈ້ຍສຳລັບພິມໜັງສືພິມໂດຍສະເພາະ ເຊິ່ງມີລາຄາຖືກ ອ້າງອີງ