ກະລູຊິດ (, ) ຫຼື ແມ່ນສານຊີວະໂມເລກູນທີ່ສຳຄັນທີ່ເປັນອົງປະກອບຂອງສິ່ງມີຊີວິດທຸກຊະນິດ. ຄຳວ່າ carbohydrate ໃນພາສາອັງກິດ ມີເຄົ້າມາຈາກຄຳວ່າ ກາກບົນ (carbone) ແລະຄຳວ່າຮີດະລັດ (hydrate) ອິ່ມໂຕໄປດ້ວຍນ້ຳ ເຊິ່ງລວມກັນກໍໝາຍເຖິ່ງກາກບົນທີ່ອິ່ມໂຕໄປດ້ວຍນ້ຳ ເນື່ອງຈາກສູດເຄມີຢ່າງງ່າຍກໍແມ່ນ (C•H2O) n ເຊິ່ງ n≥3 ໂດຍກະລູຊິດຈັດເປັນສານປະກອບອານເດຮິດ (aldéhyde) ຫຼຶເຊຕົນ (cétone) ທີ່ມີໝູ່ຮີດະລົກຊີນ (hydroxyle group, -OH) ເກາະຢູ່ເປັນຈຳນວນຫຼາຍ ຈຶ່ງເອີ້ນວ່າ ສານປະກອບໂປລີຮິດະລົກຊີອານເດຮິດ (polyhydroxyaldéhyde) ຫຼື ໂປລີຮີດະລົກຊີເຊຕົນ (polyhydroxycétone) ເຊິ່ງການທີ່ມີໝູ່ຮີດະລົກຊີນໃນໂມເລກູນນັ້ນ ເຮັດໃຫ້ເກີດການວາງໂຕຂອງໝູ່ດັ່ງກ່າວທີ່ແຕກຕ່າງກັນ ແລະຍັງສາມາດເຮັດປະຕິກິລິຍາຫຼືສ້າງພັນທະກັບສານອື່ນໆໄດ້. ດັ່ງນັ້ນ ກະລູຊິດຈຶ່ງມີຄວາມຫຼາກຫຼາຍທັງໃນດ້ານຂອງໂຄງສ້າງທາງເຄມີ ແລະບົດບາດທາງຊີວະພາບອີກນຳ. ໜ່ວຍທີ່ນ້ອຍທີ່ສຸດຂອງກະລູຊິດແມ່ນນ້ຳຕານໂມເລກູນດ່ຽວຫຼືອົດ (ose). ໝວດ:ກະລູຊິດ ໝວດ:ສານອາຫານ ການຂັບລຳ ແມ່ນ ສິລະປະການສະແດງອອກ ດ້ວຍສຽງຂອງຄົນ ທີ່ ອາດຈະປະກອບກັບ ສຽງດົນຕີແລະ ເປັນຈັງຫວະ. ການຂັບລຳພື້ນເມືອງ ຂອງ ລາວ ມັກຈະໃຊ້ ຄຳວ່າ ຂັບ ຫຼື ລຳ ເຊັ່ນ ຂັບທຸ້ມຫຼວງພະບາງ, ລຳຄອນສະຫວັນ ເປັນຕົ້ນ. ສຳລັບ ເພງ ແບບຕ່າງ ປະເທດນັ້ນ ໂດຍໄປ ຈະໃຊ້ ຄຳວ່າ ຮ້ອງ. ປະເພດການຂັບລຳພື້ນເມືອງລາວ ໝວດ:ການຂັບລຳ ການຄ້າ (Trade) ແມ່ນ ການແລກປ່ຽນ ສິນຄ້າ, ການບໍລິການ ຫຼື ທັງສອງ. ກົນໄກ ທີ່ ເຮັດໃຫ້ສາມາດ ເຮັດການຄ້າໄດ້ ເອີ້ນວ່າ ຕະຫຼາດ (Market). ຮູບແບບດັ້ງເດີມ ຂອງ ການຄ້າ ແມ່ນ ການປ່ຽນເຄື່ອງດ້ວຍເຄື່ອງ (barter) , ຫຼື ການ ແລກປ່ຽນໂດຍກົງ ດ້ວຍ ສິນຄ້າ ຫຼື ການບໍລິການ. ແຕ່ ການຄ້າໃນຍຸກໃໝ່ ໂດຍທົ່ວໄປ ຈະເຮັດ ດ້ວຍ ສິ່ງແລກປ່ຽນ ທີ່ເປັນຕົວກາງ ເຊັ່ນ ເງິນ. ອັນນີ້ ສົ່ງຜົນເຮັດໃຫ້ ການຊື້ ສາມາດຖືກແຍກອອກຈາກ ການຂາຍ ໄດ້. ການ ນຳໃຊ້ ເງິນ ( ຫຼື ສິນເຊື່ອ, ເງິນເຈ້ຍ ແລະ ເງິນບໍ່ມີຕົວຕົນ ໃນຕໍ່ມາ) ທັງ ສົ່ງເສີມ ແລະ ເຮັດໃຫ້ ການຄ້າສະດວກຂຶ້ນ. ໝວດ:ເສດຖະສາດ ການຖ່າຍຮູບ (ຄຳເຄົ້າ: ກາຣຖ່າຍຮູປ) ແມ່ນການບັນທຶກເອົາພາບເຫດການຕ່າງໆນັ້ນໄວ້ດ້ວຍເຄື່ອງມືທາງວິທະຍາສາດທີ່ເອີ້ນກັນ ແລະ ເປັນທີ່ຮູ້ຈັກວ່າ ກ້ອງບັນທຶກພາບ(ກ້ອງຖ່າຍຮູບ),ຊື່ງປະຈຸບັນນີ້ ມີສອງແບບຄື: ແບບໃຊ້ຟີມ ແລະ ແບບດີຊີຕານ. ຫຼັກການເຮັດວຽກຂອງກ້ອງທັງສອງແບບນີ້ແມ່ນອາໃສຫຼັກການຂອງການສະທ້ອນແສງຈາກວັດຖຸທີ່ຕ້ອງການບັນທຶກພາບ ກັບຄືນເຂົ້າໄປຫາເລນຂອງກ້ອງຖ້າເປັນກ້ອງແບບໃຊ້ໃຊ້ຟີມແສງດັ່ງກ່າວກໍ່ ຈະໄປທຳປະຕິກິຍາທາງເຄມີກັບຟີມແລ້ວຖືກເກັບໄວ້ໃນຟີມ, ສ່ວນກ້ອງແບບດີຊີຕານແສງດັ່ງກ່າວຈະຖືກວັດຂະໜາດແລະປະລິມານຄວາມເຂັ້ມຂອງແສງແລ້ວຈະຖືກແປງເປັນຮູບຂອງສັນຍານໄຟຟ້າແລ້ວຖືກເກັບໄວ້ ໃນໜ່ວຍຄວາມຈຳຂອງກ້ອງ. ໝວດ:ສິລະປະ ການທ່ອງທ່ຽວ (, ) ໝາຍເຖິງການເດີນທາງເພື່ອພັກຜ່ອນຢ່ອນໃຈຫຼືເພື່ອຄວາມມ່ວນຊື່ນຕື່ນເຕັ້ນຫຼືເພື່ອຫາຄວາມຮູ້. ອົງການການທ່ອງທ່ຽວຂອງສະຫະປະຊາຊາດ () ກຳໜົດໄວ້ວ່າ ການທ່ອງທ່ຽວໝາຍເຖິງການເດີນທາງ ໂດຍໄລຍະທາງຫຼາຍກວ່າ 80 ກິໂລແມັດຈາກເຮືອນ ເພື່ອຈຸດປະສົງໃນການພັກຜ່ອນຢ່ອນໃຈ. ໝວດ:ການທ່ອງທ່ຽວ ການບັນເທີງ (ຄຳເຄົ້າ: ກາຣບັນເທີງ) ແມ່ນກິຈະກຳຮູບແບບໜຶ່ງທີ່ດຶງດູດຄວາມສົນໃຈຈາກຜູ້ຊົມ ຫຼືໃຫ້ຄວາມມ່ວນຊື່ນສະໜຸກສະໜານ. ສາມາດເປັນໃນທາງຄວາມຄຶດຫຼືໃນທາງປະຕິບັດ ແຕ່ສ່ວນຫຼາຍຈະເປັນໜຶ່ງໃນກິຈະກຳເຊິ່ງມີພັດທະນາການມາເປັນພັນໆ ປີ ໂດຍຄິດຄົ້ນມາເພື່ອດຶງດູດຄວາມສົນໃຈຜູ້ຊົມໂດຍສະເພາະ. ແມ້ນວ່າມີຫຼາຍສິ່ງຫຼາຍຢ່າງທີ່ສາມາດເປັນແຮງດຶດດູດຄວາມສົນໃຈຂອງຜູ້ຄົນ ຍ້ອນແຕ່ລະບຸກຄົນມີຄວາມມັກໃນການບັນເທີງແຕກຕ່າງກັນ ການບັນເທີງສ່ວນຫຼາຍມັກຢູ່ໃນຮູບແບບທີ່ຜູ້ຊົມຄຸ້ນເຄີຍແລ້ວ. ທຸກວັດທະນາທຳໃນໂລກຕ່າງມີການເລົ່ານິທານ ການຫຼິ້ນດົນຕີ ການສະແດງລະຄອນ ການຟ້ອນ ແລະ ການສະແດງອື່ນໆ ເຊິ່ງມີຕົ້ນກຳເນີດມາຈາກລາຊະສຳນັກ ອັນເປັນບ່ອນທີ່ການສະແດງເຫຼົ່ານີ້ໄດ້ຮັບພັດທະນາເປັນເວລາດົນນານ ຈົນແພ່ກະຈາຍມາຮອດປະຊາກອນທຳມະດາ. ປັດຈຸບັນການບັນເທີງໄດ້ຮັບການພັດທະນາຈາກວົງການບັງເທີງ ເຊິ່ງອັດສຽງແລະຈຳໜ່າຍພະລິຕະພັດບັນເທີງຕ່າງໆ. ການບັນເທີງມີການວິວັດທະນາການມາຍາວນານແລະປັດຈຸບັນສາມາດແປຮູບເປັນຮູບແບບໃດກໍໄດ້ ເພື່ອທີ່ຈະຮັບຮອງຜູ້ຊົມທຸກຮູບແບບທຸກຂະໜາດ ຕັ່ງແຕ່ບຸກຄົນກຸ່ມນ້ອຍທີ່ຊົມຢູ່ໃນເຮືອນຂອງເຂົາເຈົ້າ ຈົນຮອດ ບຸກຄົນກຸ່ມໃຫຍ່ທີ່ຊົມຢູ່ໃນບ່ອນໃຫຍ່ເຊັ່ນໂຮງຮູບເງົາ. ການບັງເທີງບາງຮູບແບບສາມາດມີຜູ້ຊົມໄປເຖິງທົ່ວໂລກ. ໝວດ:ການບັນເທີງ ການບິນອາວະກາດ ໝາຍເຖິງ ການສົ່ງ ຫຼື ການທີ່ ນັກອາວະກາດ ຂັບຂີ່ ຍານອາວະກາດ ໄປ ສູ່ ອາວະກາດ. ປະຈຸບັນ ມີ ແຕ່ 3 ປະເທດ ໃນໂລກ ຄື ລັດເຊຍ, ອາເມລິກາ ແລະ ຈີນ ທີ່ ປະສົບຜົນສຳເລັດ ໃນ ການບິນອາວະກາດ. ໃນ ທຸລະກິດ, ການບໍລິຫານ ຈະປະກອບ ດ້ວຍ ການສ້າງ ແລະ ປະຕິບັດ ການຕັດສິນໃຈຕ່າງໆ. ເວົ້າງ່າຍໆ ມັນແມ່ນ ຂະບວນການຕ່າງໆ ໃນການ ບໍລິຫານ ຄົນ (ຫຼື ຊັບພະຍາກອນມະນຸດ) ແລະ ຊັບພະຍາກອນ ໃຫ້ ມີປະສິດທິຜົນ. category:ການບໍລິຫານ category:ເສດຖະສາດ ເຖິງແມ່ນວ່າ ຄຳວ່າ ການປ້ອງກັນຊາດ ແມ່ນ ຄຳສັບທີ່ເຂົ້າໃຈງ່າຍ ແຕ່ ມັນບໍ່ມີນິຍາມ ທີ່ ຈະແຈ້ງ ຂອບເຂດ ຂອງມັນກ້ວາງຊໍ່າໃດ ແລະ ກວມເອົາ ຂະແໜງໃດແດ່. ໂດຍທົ່ວໄປ ປະຈຸບັນ ຂະແໜງຫຼັກໆ ທີ່ສາມາດເວົ້າໄດ້ວ່າ ກ່ຽວຂ້ອງກັບ ການປ້ອງກັນຊາດ ໃນ ປະຈຸບັນ ຄົງ ຈະແມ່ນ ການທະຫານ ທີ່ ເຄີຍມີບົດບາດສູງທີ່ສຸດ ໃນອາດີດ ແລະ ການທູດ(ການພົວພັນລະຫວ່າງປະເທດ) ທີ່ ເລີ່ມ ມີບົດບາດສູງຂຶ້ນເລື້ອຍ ໃນ ປະຈຸບັນ. ການຟ້ອນລຳ (ຄຳເຄົ້າ: ກາຣຟ້ອນຣຳ) ໝາຍເຖິງ ການເຄື່ອນຍ້າຍຮ່າງກາຍ, ອຸປະກອນ ເພື່ອ ການສະແດງອອກທາງສັງຄົມ ເປັນຈັງຫວະ ໄປກັບ ຫຼື ບໍ່ໄປກັບ ດົນຕຣີ. ການຟ້ອນລຳ ທີ່ກຳເນີດຂຶ້ນ ແລະ ພັດທະນາ ຢູ່ ເຂດ, ເມືອງ ປະເທດໃດນຶ່ງ ມັກຖືກເອີ້ນວ່າ ການຟ້ອນລຳພື້ນເມືອງ. ການຟ້ອນລຳ ຢູ່ ລາວ ກໍ່ ມີ ຫຼາຍປະເພດ ເຊັ່ນ ຟ້ອນລຳວົງ, ຟ້ອນອວຍພອນ ແລະອື່ນໆ. ສຳລັບ ການຟ້ອນລຳ ທີ່ຮຽນເອົາມາຈາກ ຕ່າງປະເທດ ໂດຍສະເພາະ ແມ່ນ ເອີຣົບ ມັກໃຊ້ຄຳວ່າ ເຕັ້ນລຳ ຫຼື ເຕັ້ນ ເຊັ່ນ ເຕັ້ນດິສໂກ, ເຕັ້ນບັດສະລົບ ເປັນຕົ້ນ. ໝວດ:ການຟ້ອນລຳ ການສຶກສາ ໂດຍທົ່ວໄປ ຈະໝາຍເຖິງ ລະບົບທີ່ຖ່າຍທອດຄວາມຮູ້ ຈາກ ຄົນ ຫລື ລຸ້ນຄົນໜຶ່ງ ໃຫ້ ຄົນອື່ນ ຫລື ລຸ້ນຄົນອື່ນ ຢູ່ ໂຮງຮຽນ, ມະຫາວິທະຍາໄລ, ໂຮງຮຽນວິຊາຊີບ ຫລື ແມ່ນແຕ່ ການສຶກສາ ໂດຍ ພໍ່ແມ່ຕໍ່ລູກ. ການສຶກສາພາກບັງຄັບ ຈະໝາຍເຖິງ ການສຶກສາ ທີ່ ໂດຍຫລັກການແລ້ວ ບຸກຄົນໃດໜຶ່ງ ໃນປະເທດນັ້ນໆ ຈະຕ້ອງເຂົ້າຮັບ ເຊັ່ນ ຢູ່ ປະເທດລາວ ແມ່ນ ປະຖົມປີທີ 5 ໃນຂະນະທີ່ ຢູ່ ຍີ່ປຸ່ນ ແມ່ນ ມັດທະຍົມປີທີ 3 (ຫລື ຫ້ອງ 9 ເພາະ ຢູ່ ຍີ່ປຸ່ນ ໃຊ້ ປະຖົມ ລະບົບ 6 ປີ). ການເມືອງແມ່ນ ລະບົບ ທີ່ ກຸ່ມຄົນ, ອົງກອນ ທຳການຕັດສິນໃຈ ກ່ຽວກັບ ບັນຫາ ກ່ຽວເນື່ອງກັບ ການເຄື່ອນໄຫວ ຂອງ ລັດຖະບານ ແລະ ສັງຄົມ. ລັດຖະສາດ (political sciences) ແມ່ນ ວິທະຍາສາດ ທີ່ ສຶກສາ ກ່ຽວກັບ ການເມືອງ. ມັນເປັນການຍາກ ທີ່ ຈະຈັດປະເພດລະບອບການເມືອງ ຢ່າງຊັດເຈນ ແລະ ກຳວ່າ ປະເທດໃດສັງກັດຢູ່ ໃນ ປະເພດໃດແທ້, ແຕ່ ລະບອບການເມືອງ ອາດຈະສາມາດແບ່ງໃຫຍ່ໆ ຕາມ ລັກສະນະຂອງມັນ ອອກເປັນ ລະບອບສັກດີນາ, ລະບອບສັງຄົມນິຍົມ, ລະບົບທຶນນິຍົມ,ລະບອບປະຊາທິປະໄຕ, ລະບອບອານາທິປະໄຕ, ລະບອບຜະເດັດການ ເປັນຕົ້ນ. ໝວດ:ວິທະຍາສາດສັງຄົມ ກາບກອນ (ຄຳເຄົ້າ: ກາພຍ໌ກລອນ) ຫຼື ການແຕ່ງກອນ ແມ່ນສີລະປະປະເພດນຶ່ງທີ່ຖືກຈັດເຂົ້າໃນວິຊາທີ່ຄົນບູຮານຖືວ່າເປັນວິຊາທີ່ສຳຄັນ ໂດຍສະເພາະແມ່ນຜູ້ທີ່ຈະເປັນເຈົ້າຊີວິດ ນອກຈາກວິຊາອື່ນໆ ເພີ່ນຈຳຕ້ອງໄດ້ສຶກສາວິຊານີ້ນຳ, ການແຕ່ງກອນບໍ່ຍາກສຳລັບຜູ້ມີພອນສະຫວັນ ແລະພອນສະແຫວງ ພຽງແຕ່ເຮົາແຕ່ງໃຫ້ຖືກຫຼັກ ແລະແຕ່ງເປັນປະຈຳ ສຶກສານຳຜູ້ທີ່ຂຽນດີ ໂດຍການອ່ານ ພວກເຮົາກໍຈະແຕ່ງໄດ້ສະບາຍ. ການແຕ່ງກາບກອນ ແມ່ນມີຫຼາຍວິທີ ແຕ່ວິທີທີ່ຊາວລາວນິຍົມໃຊ້ແມ່ນກອນຫົວສາມທ້າຍສີ ຊຶ່ງປະກອບ ສີ່ວັກ ທີ່ມີການຈັກວາງສຽງໄປຕາມ ສຽງສາມັນ ສຽງເອກ ສຽງໂທ ເຊັ່ນ: ກາກ່າກ້າ....ກາກ່າກາກາ ກາກາກາ...ກ່າກາກາກ້າ ກາກາກ້າ...ກາກາກ້າກ່າ ກາກ່າກ້າ...ກາກ້າກ່າກາ ນອກນັ້ນກໍຍັງມີ ຄຳນຳຫນ້າ ເຊັ່ນ: ເມື່ອນັ້ນ, ພໍເມື່ອ ແລະອື່ນໆໆໆ ແລ້ວແຕ່ຜູ້ຂຽນຈະໃສ່ ຄຳຫ້ອຍຫຼັງ: ແທ້ແລ້ວ ແທ້ໃດ ທ່ານເອີຍ ແລະອື່ນໆ ຕົວຢ່າງ ສຸລິຍາແຈ່ມແຈ້ງ___ແສງຊ່ອງນະພາ ເມຄາຂາວ___ຄ່ອງງາມຍາມແຈ້ງ ພໍເມື່ອແຍງໃຈຈັ້ງ___ທັງຄິງໂອ້ອຸ່ນ ເປັນຈັ່ງບຸນເສກສ້າງ___ປາງກີ້ກ່ອນເດີມ ແທ້ແລ້ວ ຄຳສຳພັດ ແຈ່ມ ກັບແຈ້ງສຳພັດກັນ ເອີ້ນວ່າສຳພັດຜະຫຍັນສະນະ ຈ ກັບ ຈ ແຈ້ງ ກັບ ແສງ ສຳພັດກັນ ເອີ້ນວ່າສຳພັດສະລະ ແXງ ກັບ ແXງ ທັງສອງນີ້ເອີ້ນວ່າສຳພັດໃນ ພາ ກັບ ຄາ ສຳພັດກັນ ແຈ້ງ ກັບ ແຍງ ສຳພັດກັນ ອຸ່ນ ກັບ ບຸນ ສຳພັດກັນ ທັງສາມນັ້ນ ເອີ້ນກັນວ່າສຳພັດນອກ ໃຫ້ທ່ານສຶກສາ ແລະແອບຂຽນຕາມນີ້ ຈະຂຽນຍາວ ຂຽນສັ້ນປານໃດກໍໄດ້ ແຕ່ຕ້ອງຈັດວາງສຽງໃຫ້ໄດ້. ກາບກອນທີ່ດີຕ້ອງມີການສຳພັດທີ່ດີ ແລະມີການແຈກສຽງ ສາມັນ ສຽງເອກ ສຽງໂທ ໃຫ້ຖືກບ່ອນ ຖ້າບໍ່ດັ່ງນັ້ນ ກອນນັ້ນກໍຈະບໍ່ເປັນຕາຟັງ ແລະຜູ້ອ່ານຈະມີຄວາມຮູ້ສຶກຄ້າຄືກັບຕົນແຄ້ນເຂົ້າໃນເວລາອ່ານ. ຖ້າຫາກມີການສຳພັດ ແລະຈັດວາງສຽງໃຫ້ຖືຕາມຫຼັກກອນນັ້ນກໍຈະອ່ານງ່ານ ແລະເປັນຕາອອນຊອນດັ່ງສາຍນໍ້າໄຫຼ. ການຈັດຕັ້ງກາບກອນຂອງລາວໃນສະຕະວັດທີ 21 ນີ້ເກີດຂຶ້ນໃໝ່ໃນເດືອນ ສິງຫາ 2010, ຕົ້ນກຳເນີດຢູ່ທີ່ສະຫະຣັດອະເມຣິກາ ແລະແຜ່ຂຍາຍອອກໄປທົ່ວທຸກມຸມໂລກ. ຊື່ເປັນທາງການເອີ້ນວ່າ "ວົງການກະວີນິພົນລາວທົ່ວໂລກ" Lao Poetry Society ໃນນີ້ເຮົາສາມາດອ່ານ "ສັງສິນໄຊ" "ສານລຶພສູນ" "ຜຍາລາວລ້ານຊ້າງ" ແລະຄຳກອນຂອງລາວໃນຍຸກສໄມປັດຈຸບັນຫລາຍພັນບົດ ທີ່ສ້າງເປັນ"ອີບຸກກາບກອນ". ແຕ່ງໂດຍ: ຊ.ວົງໂສພາ ລາວກໍ່ຍັງເປັນລາວ..............ບໍ່ແບ່ງປັນພັນເຊື້ອ ລາວທັງເໜືອທັງໃຕ້.............ລາວກາງສຳພັນກ່ຽວ ລວມໜຶ່ງດຽວຮ່ວມສ້າງ...........ແປງບ້ານໃຫ້ຮຸ່ງເຮືອງ ລາວທັງຜອງປອງດອງກັນ........ ສ້າງສາຍສຳພັນໄວ້ ລາວທັງໃດກໍ່ລາວແທ້.......... ຢ່າຜັນແປແຍກແບ່ງ ທານນ້ຳໃຈຢ່າແຫ້ງແລ້ງ........ ໃຫ້ໄຫລລົ້ນບໍ່ຂາດສາຍ ມາຕຸພູມດິນລາວ..............ບ້ານແມ່ເຮົາຈິງແທ້ ເຊື້ອສາຍລາວເດີມເຄົ້າ..........ຂຸນບູຣົມອີ່ພໍ່ໃຫຍ່ ໃສວ່າລາວຕ່າງປ້ອງ...........ພົງເຊື້ອຕ່າງກັນ ຄົນລາວໄປຫົນໃດ............ເຂົ້າໜຽວກໍ່ໄປພ້ອມ ສຽງແຄນສຽງຊໍອູ້.............ຟັງດູຍັງອອ້ຍອິ່ນ ຢູ່ເດ ໃຈຖຫວິນຮັກໝັ້ນ.............ເມືອງບ້ານບໍ່ນ່າຍແໜງ ມີມາໃນຄຳກອນ..............ບອກສອນເອົາໄວ້ ເພິ່ນວ່າ"ຂໍໃຫ້ສາມະຄີໄວ້........ຄືເຂົ້າໜຽວໜຶ້ງໃໝ່ ຢ່າໄດ້ເພແຕກມ້າງ............ຄືນ້ຳຖືກເຂົ້າໜຽວ" ພີ່ນ້ອງເອີຍ. ສາມສະອາດ  ຂ້ອຍບໍ່ ເຄີຍກຽດຄ້ານ ປັດກວາດເຮືອນຊານ ຖ້ວຍບ່ວງ ໂຖໂອຊາມ ເຊັດຖູຊຸລ້າງ ຕາລ່າງ ເຮືອນປັດກ້ຽງ ແປງຄອງນ້ຳລ່ວງ ຢູ່ແຄມ ເຮືອນປ່າຫຍ້າ ຖາງກ້ຽງເປົ່າແປນ.  ສະອາດໜຶ່ງ ຍາມຄົວປາແລະຊີ້ນ ປຸງແຕ່ງອາຫານ ບໍ່ໃຫ້ ແມງວັນມົດ ໄຕ່ຕອມຕາມໝໍ້ ຂອງກິນ ໃດເຫຼືອຄ້າງ ເອາະແກງປີ້ງປົ່ນ ເຫັນວ່າ ບູດເນົ່າແລ້ວ ເທຖິ້ມບໍ່ກິນ.  ສະອາດສອງ ກ່ອນດື່ມນ້ຳ ຕາມແອ່ງອຸໄຫ ນ້ຳສ້າງ ໜອງຄອງບຶງ ແມ່ຂອງເຊຫ້ວຍ ຂ້ອຍຕົ້ມ ຕອງສຸກແລ້ວ ຈຶ່ງເອົາມາກິນດື່ມ ເພື່ອບໍ່ເກີດ ພະຍາດຮ້າຍ ເຈັບໄຂ້ປ່ວຍໂຊ.  ສະອາດສາມບ່ອນທີ່ເຮົາຢູ່ຊົ້ນ ຖຽງຕູບເຮືອນຊານ ບ່ອນນອນ ປົວແປງດີ ກິ່ນບໍ່ມີເໝັນເອົ້າ ຜົມບໍ່ເໝັນ ໝອງຫຍຸ້ງ ເຫົາໄຮບໍ່ຕອມໄຕ່ ໂສ້ງເສື້ອສິ້ນເຄື່ອງໃຊ້ ບໍ່ປົນເປື້ອນຝຸ່ນດິນ. ໝວດ:ວັນນະຄະດີ ໝວດ:ກາບກອນ ກາໂຕລິກ (, ມາຈາກພາສາເກັກຄຳວ່າ καθολικός) ແປວ່າ ສາກົນ ທົ່ວໄປ. ເປັນຮູບແບບນຶ່ງໃນສາສະໜາຄິດ ທີ່ມີແນວສັດທາ ເທວະວິທະຍາ ຫຼັກຄວາມເຊື່ອ ພິທີກຳ ຈະລິຍະສາດ ຈິດວິນຍານ ພຶຕິກຳ ເປັນລັກສະນະສະເພາະຂອງຕົນ ຕະຫຼອດຈົນປະຊາກອນໃນນິກາຍນັ້ນ. ຄຳວ່າກາໂຕລິກ ມີຄວາມໝາຍໂດຍສະຫຼຸບໄດ້ 3 ຢ່າງແມ່ນ ໝວດ:ນິກາຍໃນສາສະໜາຄິດ ກິລາ ແມ່ນ ການແຂ່ງຂັນ ຫຼື ກິດຈະກຳ ຕາມ ຮູບແບບ ຫຼື ກະຕິກາທີ່ກຳນົດໄວ້. ກິລາ ບໍ່ ຈຳກັດສະເພາະ ແຕ່ງການແຂ່ງຂັນທາງດ້ານ ຮ່າງກາຍ ເຊັ່ນ ເຕາະກະຕໍ້, ເຕະບານ ເທົ່ານັ້ນ ແຕ່ ຍັງລວມ ທັງການແຂ່ງຂັນ ດ້ານ ມັນສະໝອງ ເຊັ່ນ ໝາກເສິກ ແລະ ອື່ນໆອີກ. ໝວດ:ກິລາ ກົກໄມ້ (, ) ແມ່ນ ໄມ້ຢືນຕົ້ນຂະໜາດໃຫຍ່ ກົກໄມ້ມີອາຍຸຢືນຍາວເມື່ອຽບທຽບໃສ່ພືດໃນລັກສະນະອື່ນໆ ບາງສາຍພັນສາມາດສູງໄດ້ເຖິງ 115 ແມັດ ແລະບາງພັນສາມາດມີອາຍຸຢືນຍາວສອງເຖິງສາມພັນປີ. ກົກໄມ້ທຸກຊະນິດຈັດວ່າແມ່ນພືດ ແຕ່ພືດບາງຊະນິດອາດບໍ່ຈັດວ່າແມ່ນກົກໄມ້ ເຊັ່ນ ພືດເຖົາຂະໜາດນ້ອຍ ຫຍ້າ ໄຄ ຯລຯ. ໝວດ:ພືດ ກົດໝາຍ (law) ແມ່ນ ບັນດາຂໍ້ກຳນົດທີ່ມີຜົນບັງຄັບໃຊ້ທົ່ວໄປ ແລະ ຮັບປະກັນການຈັດຕັ້ງປະຕິບັດໂດຍລັດ. ລະບຽບ, ຫຼັກການທີ່ ກຳນົດຂຶ້ນ ໂດຍ ອຳນາດລັດ ເຊັ່ນ ອົງກອນນິຕິບັນຍັດ(ສະພາ), ອົງກອນບໍລິຫານ(ລັດຖະບານ) ເປັນຕົ້ນ. ໂດຍທົ່ວໄປ ກົດໝາຍ ຂອງ ປະເທດໃດໜຶ່ງ ຈະປະກອບ ດ້ວຍ ຫຼາຍໆປະມວນກົດໝາຍຕົ້ນຕໍ ເຊັ່ນ ກົດໝາຍແພ່ງ, ກົດໝາຍອາຍາ. ນອກຈາກນີ້ ເກືອບທຸກໆປະເທດ ຈະມີ ລັດຖະທຳມະນູນ ເຊິ່ງ ຖືໄດ້ວ່າ ແມ່ນ ກົດໝາຍ ຂອງ ກົດໝາຍ ຫຼື ທີ່ຈະເປັນພື້ນຖານ ຂອງ ທຸກໆກົດໝາຍ ທີ່ຈະຖືກກຳນົດຂຶ້ນ ໃນ ປະເທດນັ້ນໆ. ກົດໝາຍ ຂ່າວ (, ) ໝາຍເຖິງ ຄຳບອກເລົ່າເລືອງລາວເຊິ່ງໂດຍປົກກະຕິມັກເປັນເລື່ອງເກີດໃໝ່ຫຼືເປັນອັນສົນໃຈ, ຄຳບອກກ່າວ, ຄຳເລົ່າລື. ຄຳວ່າ ຂ່າວ ຄັນເບິ່ງໃນມູມຂອງການສື່ສານຂໍ້ມູນ ກໍຈັດວ່າເປັນຂໍ້ມູນຊະນິດນຶ່ງທີຈະຕ້ອງມີ ຜູ້ທີ່ເຮັດໃຫ້ເກີດຂ່າວ ຜູ້ສົ່ງຂ່າວ ສື່ກາງທີ່ໃຊ້ໃນການສົ່ງຂ່າວ ແລະຜູ້ຮັບຂ່າວ. ໃນລະຫວ່າງສົງຄາມ ຂ່າວສ່ວນຫຼາຍຈະເປັນຂໍ້ມູນຂອງຝ່າຍຕົນເອງ ແລະຝ່າຍກົງຂ້າມ. ໝວດ:ຂ່າວ ໝວດ:ການສື່ສານ ຄວາມສະເໝີພາກທາງເພດ (, ) ຫຼື ຄວາມເທົ່າທຽມກັນທາງເພດ ໝາຍເຖິງຊາຍແລະຍິງມີສິດທິແລະໜ້າທີ່ຄືກັນ ແລະທຸກຄົນມີໂອກາດໃນສັງຄົມເທົ່າກັນ. ຄວາມເທົ່າທຽມກັນທາງເພດຍັງກ່ຽວຂ້ອງກັບຄວາມຍຸຕິທຳແລະການແບ່ງປັນຄວາມຮັບຜິດຊອບທັງໃນຄອບຄົວແລະສັງຄົມ ຄັນເລື່ອງເພດເປັນສິ່ງປິດກັ້ນຄົນຈາກການໄດ້ເຫັນຂໍ້ດີແລະຂໍ້ເສຍຂອງບຸກຄົນ ສິ່ງເຫຼົ່ານີ້ອາດນຳໄປສູ່ການກີດກັດແລະໂອກາດທີ່ຈຳກັດຂອງແຕ່ລະບຸກຄົນ. ໝວດ:ຄວາມສະເໝີພາກທາງເພດ ໝວດ:ສັງຄົມ ຄອບຄົວ ແມ່ນກຸ່ມຂອງຜູ້ຄົນເຊິ່ງສືບເຊື້ອສາຍມາຈາດບັນພະບຸລຸດດຽວກັນ ມີຄວາມໃກ້ຊິດກັນ ແລະອາໄສໃນບ່ອນດຽວກັນ.​ ຄວາມໝາຍຂອງຄອບຄົວໃນທາງພັນທຸສາດ ແມ່ນພິຈາລະນາຮອດຄວາມສຳພັນທາງສາຍເລືອດເປັນຫຼັກ ແຕ່ໃນສັງຄົມ ຄົນທົ່ວໄປມັກເຂົ້າໃຈຄວາມໝາຍຂອງຄອບຄົວໃນທາງພາບລັກຫຼາຍກວ່າທາງພັນທຸສາດ. ໝວດ:ຄອບຄົວ ຄອມພິວເຕີ (ຄຳເຄົ້າ: ຄອມພິວເຕີຣ໌, ) ຫຼື ອອກດີນາເຕີ () ແມ່ນເຄື່ອງຈັກທີ່ສາມາດທຳການ ຄຳນວນ, ຄິດໄລ່ ແລະປະມວນຜົນ ທີ່ມີຄວາມຊັບຊ້ອນ. ການທຳງານຂອງມັນແມ່ນ ຈະເຮັດໄປຕາມ ໂປຣແກຣມ (Program) ເຊິ່ງຈະຢູ່ໃນຮູບແບບຂອງລາຍການຂອງຄຳສັ່ງ. ຄຳສັ່ງເຫຼົ່ານີ້ ສ່ວນຫຼາຍຈະທຳການ ຈັດການ (Process) ຂໍ້ມູນ ທີ່ລວມມີທັງ ໂຕເລກ, ໂຕໜັງສື, ຮູບພາບ ຫຼື ສຽງ. ຄອມພິວເຕີ ມີເປັນຫຼາຍໆຂະໜາດ. ຄອມພິວເຕີໃນຍຸກເລີ່ມຕົ້ນນັ້ນ ຈະມີຂະໜາດເທົ່າກັບຫ້ອງໃຫຍ່ຫ້ອງໜຶ່ງ ແລະໃນຄອມພິວເຕີທີ່ມີຂະໜາດໃຫຍ່ ດັ່ງກ່າວກໍ່ຍັງມີຢູ່ ເຊັ່ນ "ຊຸບເປີຄອມພິວເຕີ" (Super Computer) ທີ່ໃຊ້ສຳຫຼັບຄິດໄລ່ ທາງວິທະຍາສາດໃດໜຶ່ງ ທີ່ມີຄວາມຊັບຊ້ອນຫລາຍ ເຊັ່ນ ການພະຍາກອນອາກາດ, ການວິເຄາະໂມເລກຸນ; "ເມນເຟຣມ" (Mainframe) ທີ່ ໃຊ້ສຳຫຼັບຄິດໄລ່ ການຊຳລະສະສາງ ໃນ ບໍລິສັດໃຫຍ່ໆ. ຄອມພິວເຕີທີ່ນ້ອຍກ່ວານັ້ນ ແລະ ເພື່ອການນຳໃຊ້ສ່ວນບຸກຄົນ ເອີ້ນວ່າ "ຄອມພິວເຕີສ່ວນບຸກຄົນ" (Personal Computer) ແລະ ຄອມພິວເຕີ ທີ່ສາມາດຖືຕິດໂຕໄປມາໄດ້ ເຊັ່ນ "ໂນດບຸກ"(Notebook computer). ນອກຈາກນີ້ ມັນຍັງມີ ຄອມພິວເຕີນ້ອຍໆ ທີ່ຖືກໃຊ້ ເພື່ອຄວບຄຸມບັນຊາ ເຄື່ອງຈັກ ທີ່ໃຫຍ່ກ່ວາ ເຊັ່ນ ກ້ອງດີຈີຕອລ, ຍົນ ແລະອື່ນໆ. ຄຳວ່າ ຮາດແວ (hardware) ໝາຍຄວາມເຖິງ ທຸກໆພາກສ່ວນ ຂອງ ຄອມພິວເຕີ ທີ່ ແມ່ນວັດຖຸ ເຊັ່ນ ແຜງວົງຈອນ, ໜ້າຈໍ, ໜ່ວຍສະໜອງພະລັງງານໄຟຟ້າ, ສາຍເຄເບິນ, ຄີບອດ, ຈັກພິມ, ເມົາສ໌ ແລະອື່ນໆ. ຊອຟແວ (Software) ແມ່ນແງ່ໜື່ງຂອງຂໍ້ມູນທົ່ວໄປ ທີ່ຖືກບັນທືກລົງໃນອຸປະກອນ. ຍົກຕົວຢ່າງ, ເມື່ອເຈົ້າໄປທີ່ຮ້ານວີດີໂອ ແລະ ເຊົ່າ ຫຼື ຊື້ ເທບ (tape) ຫຼື ວີດີໂອ (video), ສີ່ງທີ່ເຈົ້າໄດ້ແທ້ນັ້ນ ກໍ່ຄື ຊອຟແວ(Software)ທີ່ບັນທືກຢູ່ໃນ ເທບ (tape) ຫຼື ວີດີໂອ (video) ນັ້ນ . ເຄື່ອງ VCR or DVD player ຂອງເຈົ້າ ນັ້ນແມ່ນ ອຸປະກອນ ຮາດແວ (hardware devices) ທີ່ສາມາດອ່ານ ຊອຟແວ (Software) ຈາກ ເທບ (tape) or ແຜ່ນດິດຊ (disk) ແລະ ສາຍອອກສູ່ໜ້າຈໍໂທລະທັດ (TV (output device). ໂຕໜັງສືເຂັ້ມໂຕໜັງສືເຂັ້ມໂຕໜັງສືເຂັ້ມ ກ່ອນທີ່ເຮົາຈະນຳໃຊ້ຄອມພິວເຕີ ສິ່ງທີ່ສຳຄັນທີ່ສຸດ,ເຮົາຈຳເປັນທີ່ຈະຕ້ອງໄດ້ຮຼ້ຈັກບັນດາອົງປະກອບທີ່ສຳຄັນຂອງຄອມພິວເຕີເສຍກ່ອນ. ຄະນາທິປະໄຕ (, ) ແມ່ນຮູບແບບໂຄງສ້າງອຳນາດເຊິ່ງອຳນາດຢູ່ກັບກຸ່ມບຸກຄົນຈຳນວນໜ້ອຍຢ່າງຊະງັດ. ບຸກຄົນເຫຼົ່ານີ້ອາດມີເຊື້ອເຈົ້າ ຮັ່ງມີ ມີຄວາມສຳພັນທາງຄອບຄົວ ໝູ່ຄະນະຫຼືຄວບຄຸມທາງທະຫານ. ລັດເຊັ່ນນີ້ມັກຖືກຄວບຄຸມໂດຍບໍ່ຈັກກະກຸນຜູ້ມີຂຶ້ນຊື່ລືຊາເຊິ່ງສົ່ງກາຍອິດທິພົນຂອງກະກຸນຈາກລຸ້ນສູ່ລຸ້ນ. ໝວດ:ລະບອບການປົກຄອງ ບັນດາ ອົງປະກອບ ຂອງ ຄະນິດສາດ ເຊັ່ນ ກຸ່ມ ຂອງ ຈຳນວນ ແລະ ສົມຜົນ ຈະມີຄຸນລັກສະນະ ທາງໂຄງສ້າງ. ຄຸນລັກສະນະ ທາງໂຄງສ້າງນີ້ ແມ່ນ ຖືກສຶກສາຢູ່ ກຸ່ມ, ໜ້າ ແລະ ພຶດຊະຄະນິດ ນາມມະທຳ ອື່ນໆ. ການສຶກສາ ກ່ຽວກັບກາງຫາວ ເລີ່ມຈາກ ໄຕມູມ. ໄຕມູມ ປະກອບດ້ວຍ ກາງຫາວ ແລະ ຈຳນວນ ເປັນຂະແໜງ ທີ່ ຫຼັກເກນປີຕາກໍທີ່ມີຊື່ສຽງສັງກັດຢູ່. ການສຶກສາກາງຫາວ ໃນໄລຍະຫຼັງ ຈະລວມເອົາ ໄຕມູມ ທີ່ມີຫຼາຍມິຕິກ່ວາ. ການສຶກສາ ກ່ຽວກັບ ການປ່ຽນແປງ ແມ່ນ ຫົວຂໍ້ລວມໜຶ່ງ ໃນ ວິທະຍາສາດທຳມະຊາດ, ໃນນີ້​ ຜົນຕຳລາ ແມ່ນ ເຄື່ອງມື ສຳຄັນທີ່ສຸດອັນໜຶ່ງ ທີ່ ຖືກຄົ້ນຄິດຂຶ້ນມາ ເພື່ອ ສຶກສາຄວາມປ່ຽນແປງນີ້. ແນວຄວາມຄິດ ທີ່ ເປັນແກນຫຼັກ ໃນການອະທິບາຍ ການປ່ຽນແປງ ແມ່ນ ສົມຜົນ. ໝວດ:ຄະນິດສາດ ສາສະໜາຄິດ ຫຼືຊື່ອື່ນວ່າ ສາສະໜາຄຣິດ, ສາສະໜາຄະລິດ, ແລະ ຄິດຕະສາສະໜາ (ອັງກິດ: Christianity, ) ແມ່ນສາສະຫນານຶ່ງ. ສາສະໜາຄິດມີຄວາມເຊື່ອວ່າແມ່ນສາສະໜາແຫ່ງຄວາມຮັກ ຍ້ອນພະເຈົ້າຊົງຮັກມະນຸດ ຊົງຮັກປະຊາກອນຂອງພະອົງຊົງສ້າງສັດຕ່າງໆ ຂຶ້ນມາເພື່ອຮັບໃຊ້ ເປັນອາຫານແກ່ມະນຸດ ແລະຊົງໃຫ້ມະນຸດລົງສູ່ນແຮ່ເມື່ອບໍ່ສັດທາໃນພະເຈົ້າ. ສາສະໜາຄິດແມ່ນສາສະໜາທີ່ນັບຖືສັດທາໃນພະເຈົ້າອົງດຽວ ເຊື່ອວ່າພະເຈົ້າເປັນຜູ້ສ້າງໂລກ ແລະ ທຸກສິ່ງທຸກຢ່າງລວມເຖິງມະນຸດໂດຍໃຊ້ເວລາພຽງ 6 ມື້ ແລະ ຢຸດພັກໃນວັນທີ 7 ເມື່ອບໍ່ເຖິງ 6000 ປີກ່ອນ. ພະເຈົ້າ ແມ່ນ ພະເຊໂຮວາ (ພໍ່) ມີພະເຢຊູຄິດເປັນສາສະດາ ສາສະໜາຄິດເຊື່ອໃນພະເຈົ້າໜຶ່ງດຽວເຊິ່ງດຳລົງໃນສາມພະບຸກຄົນ ໃນພະລັກສະນະ "ຕີເອກະພາບ" ຫຼີ "ຕີເອການຸພາບ" (Trinité) ແມ່ນ ພະພໍ່, ພະບຸດ ແລະພະຈິດ (ພະວິນຍານບໍລິສຸດ). ມີພະຄຳພີແມ່ນ ພະຄິດຕະທຳຄຳພີ ຫຼື ຄຳພີໄບເບີນ (The Bible). ສາສະໜາຄິດມີຜູ້ນັບຖືທັງໝົດ 2,100 ລ້ານຄົນ. ຖືວ່າແມ່ນສາສະໜາທີ່ມີຈຳນວນຜູ້ນັບຖືຫຼາຍທີ່ສຸດໃນໂລກ. ສາສະໜາຄິດມີຮາກຖານມາຈາກສາສະໜາຊູດາ (ຫຼືສາສະໜາຢິວ) ໂດຍມີເນື້ອຫາແລະຄວາມເຊື່ອບາງສ່ວນຄືກັນ ໂດຍສະເພາະແມ່ນຄຳພີໄບເບີນເອເບີ ທີ່ຄິດຕະນິກະຊົນຮູ້ຈັກໃນຊື່ ພັນທະສັນຍາເດີມ (The Old Testament) ໂດຍໃນພະຄິດຕະທຳຄຳພີ 5 ເຫຼັ້ມທຳອິດຈາກທັງໝົດ 46 ເຫຼັ້ມໃນພາກພັນທະສັນຍາເດີມ ທີ່ເອີ້ນວ່າ ປັງຕາເຕີກ (Pentateuque) ໄດ້ຮັບການນັບຖືເປັນພະຄຳພີຂອງສາສະໜາຊູດາ ແລະສາສະໜາອິສະລາມ ດ້ວຍເຊັ່ນກັນ ໂດຍໃນພະທຳຫຼາຍຕອນໄດ້ພະຍາກອນເຖິງພະແມັດຊີ (Messiah/Messie) ທີ່ຊາວຄິດເຊື່ອວ່າ ເປັນ ພະເຢຊູ ເຊັ່ນ ປຶ້ມປະກາດ ອີຊາຢາ ບົດທີ 53 ຯລຯ. ຄິດຕະຊົນນັ້ນມີຄວາມເຊື່ອວ່າພະເຢຊູຄິດເປັນພະບຸດຂອງພະເຈົ້າທີ່ມາບັງເກີດເປັນມະນຸດ ຈາກຍິງພົນຫົມຈັນ (ສາວບໍລິສຸດ) ໂດຍລິດອຳນາດຂອງພະເຈົ້າ ເພື່ອໄຖ່ມະນຸດໃຫ້ພົ້ນຈາກຄວາມບາບໂດຍການສິ້ນພະຊົນຢູ່ໄມ້ກາງແຂນ ແລະຊົງຟື້ນຂຶ້ນມາຈາກຄວາມຕາຍໃນສາມມື້ຫຼັງຈາກນັ້ນ ແລະສະເດັດສູ່ສະຫວັນປະທັບເບື້ອງຂວາພະຫັດຂອງພະພໍ່ ຜູ້ທີ່ເຊື່ອແລະໄວ້ວາງໃຈໃນພະອົງຈະໄດ້ຮັບການອະໄພໂທດບາບ ແລະຈະເຂົ້າສູ່ການພິພາກສາໃນມື້ສຸດທ້າຍຄືກັນກັບທຸກຄົນ ແຕ່ຈະລອດພົ້ນຈາກການຖືກພິພາກສາໃຫ້ຕະກົນແຮ່ແຕ່ຈະເປັນການພິພາກສາເພື່ອຮັບບຳເໜັດລາງວັນແທນໃນມື້ສິ້ນໂລກ (Armageddon) ແລະໄດ້ເຂົ້າສູ່ພະລາຊະສະຫວັນ ແຕ່ຖ້າຜູ້ໃດບໍ່ເຊື່ອຈະຖືກປັບໂທດຫລັງຄວາມຕາຍ ມະນຸດໄດ້ແບ່ງສາສະໜາຄິດໃຫ້ເປັນນິກາຍຕ່າງ ໆ ເຊິ່ງແປໄປຕາມພື້ນທີ່, ວັດທະນະທຳ, ແລະຄວາມຄິດຂອງຕົນ. ນິກາຍທີ່ສຳຄັນມີ 3 ນິກາຍແມ່ນ ພິທີກຳໃນສາສະໜານີ້ ມີສຳຄັນໆ ຢູ່ 7 ພິທີ ເອີ້ນວ່າ ພິທີຮັບສິນສັກສິດ ມີດັ່ງນີ້ • ສິນລ້າງບາບຫຼືການຮັບບັບຕິສະມາ ເປັນພິທີທຳອິດທີ່ໍຊາວຄິດທຸກຄົນຕ້ອງຮັບ ໂດຍສິດຍາພິບານຈະໃຊ້ນ້ຳສັກສິດເທລົງເທິງຫົວພ້ອມເຈີມນ້ຳມັນຄິດມາທີ່ໜ້າຜາກ. • ສີນລໍໄພບາບ ເປັນການສາລະພາບບາບກັບພະເຈົ້າໂດຍຜ່ານບາດຫຼວງ ບາດຫຼວງຈະເປັນຜູ້ຕັກເຕືອນສັ່ງສອນບໍ່ໃຫ້ເຮັດບາບນັ້ນອີກ ແລະເຮັດການອະໄພບາບໃຫ້ໃນນາມພະເຈົ້າ. • ສິນມະຫາສະນິດ ເປັນພິທີກຳຮັບສິນໂດຍຮັບເຂົ້າຈີ່ແລະແວງມາຮັບປະທານ ໂດຍຄວາມເຊື່ອວ່າພະກາຍແລະພະເລືອດຂອງພະເຢຊູ. • ສິນກຳລັງ ເປັນພິທີຮັບສິນໂດຍການເຈີມໜ້າຜາກ ເພື່ອຢືນຢັນຄວາມເຊື່ອວ່າຈະນັບຖືສາສະໜາຄິດຕະຫຼອດໄປແລະໄດ້ຮັບພະພົນຂອງພະຈິດເຈົ້າ ເຮັດໃຫ້ເຂັ້ມແຂງໃນຄວາມເຊື່ອຫຼາຍຂຶ້ນ. • ສິນສົມລົດ ເປັນພິທີປະກອບການແຕ່ງງານ ໂດຍບາດຫຼວງເປັນພະຍານ ເປັນການສະແດງຄວາມສຳພັນວ່າຈະຮັກກັນຈົນກວ່າຊີວິດຈະສິ້ນ. • ສິນບວດ ສະຫງວນໄວ້ສະເພາະຜູ້ທີ່ຈະບວດເປັນບາດຫຼວງແລະເປັນຊາຍເທົ່ານັ້ນ. • ສິນເຈີມຄົນໄຂ້ ເປັນພິທີເຈີມຄົນໄຂ້ໂດຍບາດຫຼວງຈະເຈີມນ້ຳມັນລົງເທິງໜ້າຜາກແລະມືທັງສອງຂ້າງຂອງຜູ້ປ່ວຍ ໃຫ້ລະລຶກວ່າພະເຈົ້າຈະຢູ່ກັບຕົນແລະໃຫ້ພະລັງບັນເທົາອາການເຈັບປ່ວຍ ສຳລັບນິກາຍໂລມັງກາໂຕລິກແລະນິກາຍອອກໂຕດົກ ຈະມີພິທີກຳທັງ 7 ພິທີ ແຕ່ສຳລັບນິກາຍໂປແຕສະຕັງ ຈະມີພຽງ 3 ພິທີຄືພິທີບັບຕິດມາ, ພິທີມະຫາສະນິດ ແລະ ພິທີສົມລົດສັກສິດ ໝວດ:ຄິດຕະສາສະໜາ ການຄົມມະນາຄົມ ແມ່ນ ການເຄື່ອນຍ້າຍ ຄົນ, ສິນຄ້າ ຈາກ ແຫ່ງໜຶ່ງ ໄປຫາອີກ ແຫ່ງໜຶ່ງ. ອຸດສາຫະກຳ ທີ່ ສະໜອງ ອຸປະກອນ, ວິທີການ ຫລື ການບໍລິການ ໃນ ການເຄື່ອນຍ້າຍ ຄົນ ຫລື ສິນຄ້າ ຖືກເອີ້ນລວມກັນວ່າ ຂະແໜງຄົມມະນາຄົມ. ໝວດ:ຄົມມະນາຄົມ ຄິດຕະສັກກະລາດ 1583 ໃກ້ຄຽງກັບ ພຸດທະສັກກະລາດ 2126 ໂທະໂຍະໂຕະມິ ຮິເດະໂຍະຊິ ສັ່ງໃຫ້ມີການກໍ່ສ້າງປາສາດໂອຊະກະທີ່ບໍລິເວນວັດອິຊິຍະມະຮົງກັນ ໂດຍນຳແບບແປງມາຈາກປາສາດອະຊຸຊິ ຈິຕະກຳ (ຄຳເຄົ້າ: ຈິຕຣກັມ) ແມ່ນ ສິລະປະການສະແດງ ອອກໂດຍ ການແຕ້ມ, ທາສີ ໃສ່ ເຈ້ຍ, ຜ້າ, ໜັງຮອດ ຝາ, ແກ້ວ ແລະອື່ນໆ. ໃນຍຸກທີ່ ຄອມພິວເຕີພວມຖືກນຳໃຊ້ ຢ່າແຜ່ຫຼາຍ ຄື ປະຈຸບັນ ການສ້າງຜົນງານ ທາງ ຈິດຕະກຳ ໂດຍ ບໍ່ໃຊ້ອຸປະກອນທີ່ກ່າວມາ ໃນ ຂ້າງເທິງ ເຊັ່ນ ການແຕ້ມ ໃນ ຄອມພິວເຕີເລີຍ ກໍ່ມີເຊັ່ນກັນ. ຜູ້ທຳການແຕ້ມ ຈະຖືກເອີ້ິ້ນ ວ່າ ຈິດຕະກອນ. ຈິດຕະກຳ ຈິຕະນິຍົມ (, ) ມີສອງຄວາມໝາຍໃນທາງຈະລິຍະສາດໃຊ້ຄຳວ່າ Idealist ໝາຍເຖິງບຸກຄົນທີ່ມອງເຫັນເປົ້າໝາຍອັນສູງສົ່ງຂອງຊີວິດແລະພະຍາຍາມຈະເຂົ້າສູ່ເປົ້າໝາຍອັນນັ້ນໃຫ້ໄດ້ໃນພາສາລາວເອີ້ນບຸກຄົນແນວນີ້ວ່າ ນັກອຸດມຄະຕິນິຍົມ ແຕ່ໃນທາງອະພິປັດຊະຍາ Idealist ໝາຍເຖິງຜູ້ສຶກສາຄົ້ນຄວ້າວ່າອັນໃດແມ່ນຄວາມຈິງ ແມ່ນຫຍັງແມ່ນສະພາບມູນຖານຂອງສິ່ງທັງຫຼາຍທີ່ສົມໄນກັນຫຼືເຂົ້າກັນໄດ້ໃນຄວາມຮູ້ສຶກນຶກຄຶດແລະຈິດໃຈຂອງມະນຸດ ໃນພາສາລາວເອີ້ນບຸກຄົນເຊັ່ນນີ້ວ່າ ນັກຈິຕະນິຍົມ. ກຸ່ມຈິຕະນິຍົມ ຖືວ່າຈິດເປັນຄວາມແທ້ຈິງສູງສຸດພຽງສິ່ງດຽວເທົ່ານັ້ນ ສະສານແມ່ນພຽງປາກົດການຂອງຈິດເທົ່ານັ້ນ ເຊັ່ນ ຮ່າງກາຍມະນຸດແມ່ນພຽງປາກົດການຊົ່ວຄາວຂອງຈິດ ເປັນບ່ອນຢູ່ອາໄສຊົ່ວຄາວຂອງຈິດ ເມື່ອຮ່າງກາຍສູນສະຫຼາຍຈິດສຳພັດກໍຍັງຄົງຢູ່ ເຊິ່ງບາງທີອາດເມືອຄືນສູ່ແຫຼ່ງເດີມຂອງຕົນແມ່ນຈິຕະສຳບູນອັນເປັນຕົ້ນຕໍຂອງສັບພະສິ່ງ ທຸກສິ່ງທຸກຢ່າງລ້ວນແຕ່ອະທິບາຍໄດ້ດ້ວຍອາການປາກົດຂອງຈິຕະສຳບູນທັງສິ້ນ. ຈິດເປັນທຳທີ່ມີພຽງຊື່ຫາຮູບບໍ່ໄດ້. ຜູ້ມີບັນຫາເທົ່ານັ້ນຈຶ່ງຈະຮູ້ຈັກຈິດໄດ້. ອ່ານຕື່ມ ໝວດ:ຈິຕະນິຍົມ ໝວດ:ປັດຊະຍາ ຈິຕະວິທະຍາ (ຄຳເຄົ້າ: ຈິຕວິທຍາ) ແມ່ນ ວິທະຍາສາດ ທີ່ ສຶກສາກ່ຽວກັບ ພຶດຕິກຳ ແລະ ຂະບວນການຂອງ ຈິດໃຈ ນອກນັ້ນ ຍັງໄດ້ສຶກສາ ແນວຄິດ, ຈິດໃຈ, ຄວາມຄິດ, ຄວາມຮູ້ສຶກ, ຄວາມສົນໃຈ, ແຮງຈູງໃຈ ໂດຍຜ່ານພຶຕິກຳທີ່ສະແດງອອກທັງພາຍໃນ ແລະ ພາຍນອກ. ມັນຈະແຕກຕ່າງ ກັບ ສັງຄົມສາດອື່ນໆ ຢູ່ ບ່ອນວ່າ ເປົ້າໝາຍ ການຄົ້ນຄວ້າແມ່ນ ລະດັບບຸກຄົນໃນ ຂະນະທີ່ ຫົວໜ່ວຍການຄົ້ນຄວ້າ ໃນສັງຄົມສາດ ຂະແໜງອື່ນໆ ຈະແມ່ນ ລະດັບສັງຄົມເປັນສ່ວນໃຫຍ່. ຊາຍບອກ (ອັງກິດ: cyborg) ຫຼື ຊີບອກ ແມ່ນວັດຖຸປະກອບຮ່ວມຂອງເຄື່ອງຈັກກົນນຳສິ່ງມີຊີວິດ. ແມ່ນແນວຄຶດອັນຄິດຄົ້ນຂຶ້ນເມື່ອປີ ຄ.ສ. 1950.​ ມີເປົ້າໝາຍແມ່ນການໃສ່ອະໄວຍະວະປອມເຂົ້າໄປໃນຮ່າງຄີງມະນຸດ ເພື່ອໃຫ້ອາໄສຢູ່ໃນສິ່ງແວດລ້ອມຕ່າງດາວຫຼືໃນອະວະກາດໄດ້. ຢ່າງໃດກໍດີ ບັດດຽວນີ້ມີການນຳອະໄວຍະວະປອມເຊັ່ນໝາກຫົວໃຈຫຼືດູກໄປໃສ່ໃນຮ່າງຄີງຂອງຜູ້ຄົນແທ້ໆ ສຳລັບຄົນໄຂ້ຫຼືຄົນຜູ້ປະສົບອຸປະຕິເຫດຈົນສູບເສຍອະໄວຍະວະລາງສ່ວນໄປ. ໝວດ:ໂຣບົດ ຊີວະສາດ ສຶກສາ ຄວາມຫຼາກຫຼາຍ ຂອງ ສິ່ງມີຊີວິດ (ຕາມທິດເຂັມໂມງປິ່ນ ຈາກ ເບື້ອງຊ້າຍທາງເທິງ) ຈຸນລະຊີບ, ຕົ້ນໄມ້, ກວາງ, ແມງໄມ້ ຊີວະສາດ (ຄຳເຄົ້າ: ຊີວສາສຕຣ໌, ພາສາອັງກິດ biology ມາຈາກ ພາສາເກຣັກ ແປວ່າ ການສຶກສາຊີວິດ) ແມ່ນ ວິທະຍາສາດ ທີ່ສຶກສາ ກ່ຽວກັບ ສິ່ງມີຊີວິດ. ໝວດ:ວິທະຍາສາດ ແອບັສA340 ຍົນ (ຄຳເຄົ້າ: ຍົນຕ໌) ແມ່ນ ຍານພາຫະນະ ທີ່ສາມາດບິນໄດ້ ໂດຍ ແຮງຍົກ ທີ່ເກີດຂຶ້ນ ໂດຍ ແຮງດັນ ຂອງ ອາກາດ ຕໍ່ ປີ. ກະສວຍອາວະກາດແອັດແລນຕິສສູນອາວະກາດເຄັນເນດີ ໝວດ:ຄົມມະນາຄົມ ໝວດ:ຍານພາຫະນະ ໝວດ:ຍົນ ດາລາສາດ (ຄຳເຄົ້າ: ດາຣາສາສຕຣ໌; ) ໝາຍເຖິງ ວິທະຍາສາດທີ່ ສຶກສາກ່ຽວກັບ ການສັງເກດແລະອະທິບາຍທຳມະຊາດຂອງດວງດາວ, ໝູ່ດາວແລະວັດຖຸເທິງທ້ອງຟ້າ. ເປັນການສືກສາຕົ້ນກຳເນີດ ວິວັດທະນາການ ຄຸນລັກສະນະທາງໂຄງສ້າງແລະທາງເຄມີຂອງວັດຖຸຕ່າງໆ ເຊັ່ນ ດາວຫາງ ການປ່ຽນແປງຄວາມສະຫວ່າງຂອງດາວເປັ່ງແສງ. ບາງຄົນອາດເຂົ້າໃຈຜິດ ໂດຍການນຳດາລາສາດໄປປະປົນ ກັບໂຫລາສາດ ເຖິງວ່າທັງສອງຢ່າງນີ້ຈະມີຈຸດກຳເນີດຮ່ວມກັນ ແຕ່ປັດຈຸບັນມັນມີຄວາມແຕກຕ່າງຫຼາຍ ຄື ນັກດາລາສາດໃຊ້ວິທີທາງວິທະຍາສາດ ແລະ ບໍ່ແມ່ນ ເພື່ອ ການຄາດເດົາອານາຄົດ ໃນຂະນະທີ່ ນັກໂຫລາສາດຈະ ໃຊ້ຫລັກສະຖິຕິ ແລະ ຄະນິດສາດ ເພື່ອ ຄາດຄະເນອານາຄົດ. ໝວດ:ດາຣາສາດ ໝວດ:ວິທະຍາສາດ ໄດໂນເສົາ () ຫຼື ດີໂນໂຊ () ແມ່ນຊື່ເອີ້ນໂດຍລວມຂອງສັດເດິກດຳບັນໃນອັນດັບໃຫຍ່ Dinosauria ເຊິ່ງເຄີຍຄອງລະບບນິເວດເທິງພື້ນພິພົບ ໃນມະຫາຍຸກມີໂຊໂຊອິກ ເປັນເວລາດົນເຖິງ 165 ລ້ານປີ ກ່ອນຈະສູນພັນ ໄປເມື່ອ 65 ລ້ານປີທີ່ແລ້ວ. ຄົນສ່ວນໃຫຍ່ເຂົ້າໃຈວ່າໄດໂນເສົາເປັນສັດເລືອຄານ ແຕ່ອັນທີ່ຈິງໄດໂນເສົາແມ່ນສັດໃນອັນດັບນຶ່ງທີ່ມີລັກສະນະກ້ຳກຶ່ງລະຫວ່າງສັດເລືອຄານແລະນົກ. ດໄໂນເສົາ ດໄໂນເສົາ ດົນຕີ (ຄຳເຄົ້າ: ດົນຕຣີ) ແມ່ນ ສິນລະປະ ໃນການຈັດລຽງ ສຽງ ແລະ ຈັງຫວະ. ນັກດົນຕີ ບາງເທື່ອ ກໍ່ໝາຍເຖິງ ນັກແຕ່ງ, ນັກເສບ, ນັກຮ້ອງ ດົນຕີ ທີ່ຖືກແຕ່ງຂຶ້ນນັ້ນ. ດົນຕີ ທີ່ເກີດຂຶ້ນ ແລະ ວິວັດທະນາ ໃນ ປະເທດ ຫຼື ເຂດແຄ້ວນໃດໜຶ່ງ ມັກຖືກເອີ້ນວ່າ ແມ່ນ ດົນຕີພື້ນເມືອງ ຫຼື ດົນຕີ ແລະ ຊື່ປະເທດນັ້ນໆ ເຊັ່ນ ດົນຕີລາວ. ນັກດົນຕີ ນັກແຕ່ງ ນັກເສບ ນັກຮ້ອງ ໝວດ:ດົນຕີ ຕຳນານ (, , ລາແຕັງ: legenda ໝາຍເຖິງ "ອ່ານເພື່ອຄຶດ") ແມ່ນ ເລື່ອງເລົ່າຂານທີ່ມີມາແຕ່ອະດີດ ປຽບໄດ້ຄ້າຍຄືເຄື່ອງມືທີ່ຊ່ອຍຖ່າຍທອດເລື່ອງລາວທາງປະຫວັດສາດ ເຊິ່ງເລື່ອງລາວເຫຼົ່ານີ້ສະທ້ອນໃຫ້ເຫັນເຖິງວິຖີຊີວິດ ຄວາມຄຶດ ຄວາມເຊື່ອ ລວມເຖິງປະເພນີຕ່າງໆ ຂອງຄນໃນຍຸກອະດີດ. ໝວດ:ຕຳນານ ໃນດ້ານເສດຖະກິດ ທຸລະກິດ (ຄຳເຄົ້າ: ທຸຣກິຈ; ) ຫຼື ອັງຕະເລິປະລິດ () ແມ່ນ ວິທະຍາສາດໃນການ ບໍລິຫານ, ຄຸ້ມຄອງ ຄົນ, ອົງການຈັດຕັ້ງເພື່ອ ທຳການຜະລິດ, ຫຼື ສະໜອງການບໍລິການທີ່ ໂດຍທົ່ວໄປ ແມ່ນ ເພື່ອ ສະແຫວງຫາ ຜົນກຳໄລ. ບຸກຄົນ ເຮັດທຸລະກິດ ແມ່ນ ນັກທຸລະກິດແລະ ອົງການຈັດຕັ້ງທີ່ເຮັດທຸລະກິດ ມັກຖືກເອີ້ນວ່າ ບໍລິສັດຫຼື ວິສາຫະກິດ. ໝວດ:ທຸລະກິດ ທໍລະນີສາດ (ຄຳເຄົ້າ: ທໍຣນີສາສຕຣ໌, ) ແມ່ນ ວິທະຍາສາດ ທີ່ສຶກສາກ່ຽວກັບ ພາກສ່ວນແຂງ ຂອງ ໂລກ, ສ່ວນປະກອບ, ໂຄງສ້າງ, ຄຸນລະສັກນະ, ຄວາມເປັນມາ, ແລະ ຂະບວນວິວັດ ຂອງ ມັນ. ນັກທໍລະນີສາດ ແມ່ນ ຜູ້ມີຄວາມຮູ້ດ້ານ ທໍລະນີສາດ ທີ່ສາມາດນຳໃຊ້ ໄດ້ໃນວຽກງານຕ່າງໆ ເຊັ່ນ ການຄິດໄລ່ອາຍຸຂອງຊັ້ນດິນ, ຊອກຫາບ່ອນທີ່ມີແຮ່ທາດ ເຊັ່ນ ຖ່ານຫີນ, ເຫລັກ, ນ້ຳມັນ, ທອງ ແລະອື່ນໆ. ທໍລະນີສາດ ນິເວດສາດ (ຄຳເຄົ້າ: ນິເວສສາສຕຣ໌, ) ຫຼື ເອກໍລໍຊີ () ແມ່ນ ວິທະຍາສາດ ທີ່ສຶກສາກ່ຽວກັບ ການກະຈາຍ, ຄວາມສຳພັນຊຶ່ງກັນແລະກັນ ລະຫວ່າງສິ່ງມີຊີວິດ ລວມທັງ ກັບ ສິ່ງແວດລ້ອມ. ຄຳວ່າ ນິເວດ ໃນພາສາອັງກິດ ຫລື ecologyນັ້ນ ບາງເທື່ອ ກໍ່ ຖືກໃຊ້ ເພື່ອໝາຍຄວາມເຖິງ ຄວາມເປັນທຳມະຊາດ ເຊັ່ນ ຄຳວ່າ "ເອກໍຕູລິດ" (écotourisme) ສ່ວນຫລາຍກໍ່ຈະແປ ເປັນພາສາລາວ ວ່າ ການທ່ອງທ່ຽວແບບທຳມະຊາດ. ນິເວດສາດ ບູຮານວິທະຍາ (ຄຳເຄົ້າ: ບູຮານວິທຍາ, archaeology) ແມ່ນວິທະຍາສາດ ທີ່ ສຶກສາກ່ຽວກັບ ມະນຸດຊາດ ແລະ ວິວັດທະນາການ ຂອງ ມັນ ໂດຍ ຜ່ານ ການຄົ້ນຄ້ວາ ບູຮານສະຖານ, ຮ່ອງຮອຍ ທີ່ ມະນຸດຊາດ ໄດ້ ປະຖິ້ມໄວ້ ແຕ່ ບູຮານມາ. ປະຊາທິປະໄຕ (, ) ແມ່ນແນວຄິດທີ່ເຊື່ອວ່າປະຊາຊົນມີສິດທີ່ຈະປົກຄອງຕົນເອງ ເຊິ່ງແຕກຕ່າງຈາກແນວຄິດກ່ອນໜ້າ ທີ່ເຊື່ອວ່າປະຊາຊົນມີຊີວິດເພື່ອການຮັບໃຊ້ພະມະຫາກະສັດ ຫຼື ມີຊິວິດຕາມຄວາມຕ້ອງການຂອງພະເຈົ້າ ການປ່ຽນກະບວນທັດນີ້ ແມ່ນຜົນຈາກຍຸກແສງສະຫວ່າງ. ປະຊາທິປະໄຕນັ້ນ ກ່າວໄດ້ວ່າ ມີຄວາມໝາຍທັງໃນແງ່ອຸດົມການຫຼືລັດທິຄວາມຄິດທາງການເມືອງ ແລະ ຄວາມໝາຍໃນເຊິງລະບອບການປົກຄອງ ໂດຍແມ່ນທີ່ປະຈັກກັນທົ່ວໄປວ່າ ລະບອບການປົກຄອງທີ່ສາມາດຕອບສະໜອງຄວາມຕ້ອງການຂອງປະຊາຊົນໄດ້ຢ່າງມີປະສິດພາບແລະປະສິດຜົນ ໂດຍມີກົນໄກ ເງື່ອນໄຂຮອງຮັບສັກສີ ສິດທິເສລີພາບ ແລະ ຄວາມເທົ່າທຽມກັນຂອງບຸຄຄົນ ໃນສັງຄົມ ແມ່ນການປົກຄອງໃນລະບອບປະຊາທິປະໄຕ ເຊິ່ງເປັນລະບອບການປົກຄອງທີ່ຖືວ່າປະຊາຊົນແມ່ນອຳນາດອະທິປະໄຕ ແລະ ທຸກຄົນບໍ່ເວັ້ນພະມະຫາກະສັດຈະຕ້ອງຢູ່ພາຍໃຕ້ລັດຖະທຳມະນູນ. ຄຳວ່າ ປະຊາທິປະໄຕ ມາຈາກພາສາເກຣັກບູຮານວ່າ “Democratia” ແມ່ນຄຳຜະສົມລະຫວ່າງຄຳວ່າ “Demo” ໝາຍເຖິງປະຊາຊົນຫຼືສາທາລະນະຊົນທົ່ວໄປ ແລະຄຳວ່າ cratia ເຊິ່ງໝາຍເຖິງລະບອບການປົກຄອງ. ໝວດ:ລະບອບການປົກຄອງ ປະດິດໃຊ້ເອງ (ຄຳເຄົ້າ: ປດິສຖ໌ໃຊ້ເອງ, ) ແມ່ນວິທີການປະດິດ ສ້ອມແປງ ຫຼື ປັບປຸງ ບາງສິ່ງ ໂດຍບໍ່ຕ້ອງພຶ່ງພາອາໄສຄວາມຊ່ອຍເຫຼືອຈາກຊ່າງຫຼືຜູ້ຊຳນານ. ທາງດ້ານແຟຊັ້ນ ຜູ້ຄົນສາມາດຕັດເສື້ອຜ້າຫຼືນຳເສື້ອຜ້າມາແປຮູບເອງຕາມໃຈມັກ ເຊັ່ນ ການນຳເສື້ອແຂນຂາວມາຕັດແຂນເອງ ໂດຍບໍ່ຕ້ອງພຶ່ງຊ່າງຕັດເສຶ້ອ. ໝວດ:ປະດິດໃຊ້ເອງ ປະຫວັດສາດ (ຄຳເຄົ້າ: ປວັຕສາສຕຣ໌, ) ເປັນການຄົ້ນພົບ ຮິບໂຮມ ຈັດລະບຽບແລະນຳສະເໜີຂໍ້ມູນກ່ຽວກັບເຫດການໃນອະດີດ. ປະຫວັດສາດຍັງອາດໝາຍເຖິງຊ່ວງເວລາຫຼັງມີການປະດິດໂຕອັກສອນຂຶ້ນ ນັກວິຊາການຜູ້ຂຽນກ່ຽວກັບປະຫວັດສາດເອີ້ນນັກປະຫວັດສາດ. ປະຫວັດສາດເປັນສາຂາການວິໄຈເຊິ່ງໃຊ້ການບັນຍາຍເພື່ອພິຈາລະນາແລະວິເຄາະລຳດັບຂອງເຫດການ. ປະເທດເອກົດ (, , ) ແມ່ນປະເທດທາງຕາເວັນຕົກສຽງເໜືອຂອງທະວີບເອີລົບ ແລະເປັນນຶ່ງງໃນຊາດສະມາຊິກຂອງສະຫະລາຊະອານາຈັກ. ມີພື້ນທີ່ຄອບຄຸມ 1 ໃນ 3 ທາງຕອນເໜືອຂອງເກາະເບຕາຍໃຫຍ່ ມີພົມແດນຕອນໃຕ້ຮ່ວມກັບອັງກິດ ດ້ານຕາເວັນອອກຕິດທະເລເໜືອ ດ້ານຕາເວັນຕົກຕິດມະຫາສະໝຸດອັດລັງຕິກ ນະຄອນຫຼວງແມ່ນເອແດມບວກສ່ວນເມືອງທີ່ມີປະຊາກອນຫຼາຍທີ່ສຸດແມ່ນກາສະໂກ. ໝວດ:ປະເທດເອກົດ ໝວດ:ສະຫະລາຊະອານາຈັກ ປະໂລເຕອິນ (, ) ແມ່ນສານປະກອບຊີວະເຄມີ ເຊິ່ງປະກອບດ້ວຍໂປລີແປບຕິດນຶ່ງສາຍຫຼືຫຼາຍກວ່າ ທີ່ພັບກັນເປັນຮູບຊົງກົມຫຼືເສັ້ນໃຍ ໂດຍເຮັດໜ້າທີ່ອຳນວຍຂະບວນການທາງຊີວະວິທຍາ. ໂປລີແປບຕິດເປັນໂປລີມໍສາຍດ່ຽວທີ່ເປັນເສັ້ນກົງຂອງກົດອາມີເນທີ່ເຊື່ອມເຂົ້າກັນດ້ວຍພັນທະແປບຕິດລະຫວ່າງໝູ່ກາບົກຊີລິກແລະໝູ່ອາມີເນຂອງກົດອາມີເນເຫຼືອຄ້າງ (residue) ທີ່ຢູ່ຕິດກັນ. ລຳດັບກົດອາມີເນໃນປະໂລເຕອິນກຳໜົດໂດຍລຳດັບຂອງແຊນ ເຊິ່ງເຂົ້າລະຫັດໃນລະຫັດພັນທຸກຳ. ໂດຍທົ່ວໄປ ລະຫັດພັນທຸກຳປະກອບດ້ວຍກົດອາມີເນມາຕະຖານ 20 ຊະນິດ. ໝວດ:ປະໂລເຕອິນ ໝວດ:ສານອາຫານ ນິກາຍປະໂລແຕສະຕັງ ຫຼືສະກດ ປະໂຣແຕສະຕັງ ຫຼື ໂປຣແຕສະຕັງ (, ) ແມ່ນນິກາຍນຶ່ງໃນສາສະໜາຄິດ ໃຊ້ໝາຍເຖິງຄິດຕະສາສະນິກະຊົນໃດໆ ທີ່ບໍ່ແມ່ນໂລມັງກາໂຕລິກແລະອອກໂຕດົກ. ປະໂລແຕສະຕັງແມ່ນຂະບວນການສາສະໜາທີ່ມີຈຸດເລີ່ມຕົ້ນທີ່ປະເທດເຢຍລະມັນຊ່ວງຕົ້ນຄິດຕະສະຕະວັດທີ 16 ເພື່ອຄັດຄ້ານຫຼັກຄວາມເຊື່ອແລະການປະຕິບັດແບບໂລມັງກາໂຕລິກ ໂດຍສະເພາະແມ່ນໃນປະເດັນທີ່ກ່ຽວກັບຄວາມລອດ ການເຮັດໃຫ້ຊອບທຳ ແລະຄິດຕະຈັກວິທະຍາ. ປະໂລແຕສະຕັງແບ່ງອອກເປັນຫຼາຍນິກາຍຍ່ອຍ ເຊິ່ງຍຶດຫຼັກຄວາມເຊື່ອແຕກຕ່າງກັນໄປ ແຕ່ໂດຍທົ່ວໄປຈະຍອມຮັບຫຼັກການຄືກັນວ່າມະນຸດຈະເປັນຄົນຊອບທຳໄດ້ກໍໂດຍອາໄສພະຄຸນຈາກພະເຈົ້າຜ່ານທາງຄວາມສັດທາເທົ່ານັ້ນ (ເອີ້ນວ່າຫຼັກໂຊລາກາເຊຍແລະໂຊລາຟີເດ) ເຊື່ອວ່າຜູ້ເຊື່ອທຸກຄົນເປັນປຸໂລຫິດ ແລະຄຳພີໄບເບິນມີອຳນາດສູງສຸດໃນການກຳໜົດຫຼັກຄວາມສັດທາແລະສີລະທຳ (ເອີ້ນວ່າຫຼັກໂຊລາສະກິບຕູລາ). ໝວດ:ນິກາຍໃນສາສະໜາຄິດ ປຣັດຊະຍາ (ຄຳເຄົ້າ: ປຣັຊຍາ) ເປັນຄຳສັບມາຈາກພາສາສັນສະກິດ ເຊິ່ງມີຄວາມໝາຍວ່າ “ຄວາມຮູ້ອັນປະເສີດ” ໂດຍໄດ້ມາຈາກສອງຄຳສັບຄື: “ປະຣະ” ທີ່ແປວ່າປະເສີດ ແລະ ຄຳວ່າ: “ຊະຍາ” ທີ່ແປວ່າຄວາມຮູ້ອັນປະເສີດ ໝາຍເຖິງຄວາມຮູ້ທີ່ເກີດຂຶ້ນພາຍຫຼັງໄດ້ຮັບການພິຈາລະນະຢ່າງຖີ່ຖ້ວນ, ໃນພາສາອັງກິດໃຊ້ຄຳວ່າ: Philosophy ເຊິ່ງມີເຄົ້າເດີມມາຈາກສັບວ່າ philo-sophia (Φιλοσοφία)ໃນພາສາເກຣັກ philos ແປວ່າ: ຄວາມຮັກ ແລະ sophia ແປວ່າຄວາມຮູ້ ເມື່ອຮວມເຂົ້າກັນຈຶ່ງມີຄວາມໝາຍວ່າ: “ຄວາມຮັກໃນຄວາມຮູ້” ຫຼື ຄວາມປາຖະໜາທີ່ຈະເຂົ້າເຖິງຄວາມຮູ້ ຄືປຣັດຊະຍາ. ການສຶກສາດ້ານ ປຣັດຊະຍາ ມີເປົ້າໝາຍທີ່ຄວາມເຂົ້າໃຈ ຄວາມຮູ້ ຫຼື ປັນຫາບາງອັນທີ່ກ່ຽວພັນກັບແນວຄິດຮາກຖານ ເຊັ່ນ: ສະພາບຄວາມເປັນຈິງ, ຄວາມຮູ້, ຄວາມໝາຍ, ຄ່ານິຍົມ ສິ່ງທີ່ມີຢູ່ ແລະ ຄວາມຈິງ. ເຖິງຢ່າງໃດກໍຕາມຍັງບໍ່ທັນມີຂໍສະຫຼຸບທີ່ແນ່ນອນວ່າ ຄວນໃຊ້ແນວທາງໃດທີ່ຄວນຈະເປັນແນວທາງໃນການສຶກສານີ້ ເຊິ່ງລວມໄປຮອດຄວາມຖືກຕ້ອງຂອງຫຼັກການ ໝວດ:ປັດຊະຍາ ການຜັງເມືອງ ຫຼື ການວາງແຜນຊຸມຊົນເມືອງ (ອັງກິດ: Urban planning) ແມ່ນສາດໜຶ່ງ ກ່ຽວຂ້ອງກັບສະຫະສາຂາວິຊາ ເຊັ່ນ ການວາງແຜນ ກົດໝາຍ ສະຖາປັດຕະຍະກຳ ສັງຄົມສາດ ເສດຖະສາດ ສິ່ງແວດລ້ອມ ວິສະວິກຳຈະລາຈອນ ເພື່ອເປັນການກຳໜົດນະໂຍບາຍ ກົດໝາຍ ເກນ ລະບຽບ. ການຈັດວາງຜັງແລະແຜນການໃຊ້ພື້ນທີ່ຂອງເມືອງ ຊຸມຊົນ ໂຄງຂ່າຍການຈະລາຈອນ. ໝວດ:ການຜັງເມືອງ ສະວີເດັນ ໃນ ອຸດສາຫະກຳ (industry), ພະລັງງານໄຟຟ້າ (electric power) ຈະໝາຍ ເຖິງ ຂະແໜງການທີ່ ທຳການຜະລິດ ແລະ ແຈກຢາຍ ກະແສໄຟຟ້າ ຫຼື ພະລັງງານໄຟຟ້າ. ການຜະລິດ ພະລັງງານໄຟຟ້າ ແມ່ນ ການປ່ຽນແປງ ພະລັງງານ ໃນ ຮູບອື່ນ ເຊັ່ນ ການໄຫຼຂອງນໍ້າ ທີ່ ເອີ້ນວ່າ ໄຟຟ້າພະລັງນໍ້າ(hydro power), ແລະ ຄວາມຮ້ອນຈາກການເຜົາໃໝ້ ທີ່ ເອີ້ນວ່າ ໄຟຟ້າພະລັງໄຟ ເປັນຕົ້ນ. ໂຮງງານຜະລິດໄຟຟ້າ ພະລັງນໍ້າ ທີ່ ໃຊ້ວິທີ ເຮັດເຂື່ອນກັນນໍ້າ ເພື່ອປ່ຽນພະລັງງານນໍ້າ ທີ່ ຕົກລົງມາພັດໄບພັດ ໃຫ້ ເປັນ ກະແສໄຟຟ້າ ແມ່ນ ເຂື່ອນໄຟຟ້ານໍ້າຕົກ. ໄຟຟ້າພະລັງໄຟ ແມ່ນ ການຜະລິດໄຟຟ້າ ໂດຍ ເຜົາ, ຖ່ານ(coal),​ນໍ້າມັນ(oil) ຫຼື ແມ່ນແຕ່ ຂີ້ເຫຍື້ອ ເຊັ່ນ ຢູ່ ປະເທດທີ່ພັດທະນາແລ້ວ ຄື ເຢຍລະມັນ ຫຼື ຍີ່ປຸ່ນ. ນອກຈາກນີ້​ ມັນຍັງມີ ການຜະລິດພະລັງງານໄຟຟ້າ ທີ່ ມີຄວາມອັນຕະລາຍສົມຄວນ ໃນການນຳໃຊ້ ເຊັ່ນ ໄຟຟ້າພະລັງປະລະມະນູ(atomic power), ແລະ ການຜະລິດ ທີ່ ເວົ້າກັນວ່າ ມີຜົນກະທົບໜ້ອຍ ຕໍ່ທຳມະຊາດ ເຊັ່ນ ໄຟຟ້າພະລັງລົມ(wind power),​ໄຟຟ້າພະລັງແສງຕາເວັນ(solar power) ແລະອື່ນໆ. ພາສາຝະລັ່ງ (ຄຳເຄົ້າ: ພາສາຝຣັ່ງສ໌, , ) ແມ່ນພາສາໜຶ່ງທີ່ເວົ້າໃນປະເທດຝະລັ່ງ ມີຕົ້ນກຳເໜີດມາຈາກ ພາສາລາແຕັງ ຢູ່ໃນກຸ່ມພາສາໂລມັງ ເວົ້າໃນຫຼາຍປະເທດທົ່ວໂລກ ແລະແມ່ນພາສາທາງການໜຶ່ງຂອງສະຫະປະຊາຊາດ ພາສາລາວ (, ) ແມ່ນພາສາໄຕພາສານຶ່ງ ຈັດຢູ່ໃນຕະກູນພາສາໄທ-ກະໄດ (Tai-Kadai languages) ເຊິ່ງເປັນພາສາທີ່ມີວັນນະຍຸດ. ພາສາລາວແມ່ນພາສາຣັຖກາຣຂອງ ສາທາຣະນະຣັຖ ປະຊາທິປະໄຕຍ ປະຊາຊົນລາວ. ແລະເປັນພາສາແມ່ຂອງຄົນເຊື້ອຊາດລາວ ທັງຢູ່ພາຍໃນ ແລະຕ່າງປະເທສ. ມີກາຣປາກເວົ້າໃນພາກຕາເວັນອອກສຽງເໜືອຂອງປະເທສໄທຍ ແລະພາກຕາເວັນອອກສຽງເໜືອຂອງປະເທສກັມພູຊາ ທາງຣັຖບາລປະເທສໄທຍມີກາຣສນັບສນຸນໃຫ້ເອີ້ນພາສາລາວຖິ່ນໄທຍວ່າ "ພາສາອີສານ". ຣະບົບກາຣຂຽນຈະໃຊ້ ໂຕອັກສອນລາວເຊິ່ງເປັນຣະບົບອັກສອນສຣະປະກອບ (abugida script: ຣະບົບກາຣຂຽນທີ່ປະກອບດ້ວຍສັນຍາລັກແທນພະຍັນຊະນະ ແລະຕິດຕາມດ້ວຍສຣະທີ່ຈະຢູ່ທາງໜ້າ ທາງຫຼຼັງ ທາງເທິງ ທາງລຸ່ມ ຂອງພະຍັນຊະນະ). ພາສາລາວມີຄວາມຄ້າຍຄຶງກັບພາສາໄທຍ. ພາສາລາວສືບທອດມາຈາກ ພາສາໄຕ ຢູ່ພາກໃຕ້ຂອງປະເທສຈີນເຊິ່ງເປັນຈຸດດັ່ງເດີມຂອງຫຼາຍພາສາຕ່າງໆ ທີ່ຍັງໃຊ້ແລະເວົ້າຢູ່ໂດຍຫຼາຍຊົນເຜົ່າ. ເນື່ອງຈາກຖືກຄວາມກົດດັນຈາກການຂຍາຍຕົວຂອງອານາຈັກຣ໌ຈີນ, ກາຣບຸກລຸກຂອງຊາວມົງໂກລ ແລະການປູກຝັງທຳນາຫາກິນ, ຄົນໄຕໄດ້ຍົກຍ້າຍລົງມາພາກໃຕ້ສູ່ດິນແດນສຸວັນນະພູມ ຕາມຮິມຝັ່ງແມ່ນ້ຳຂອງ. ກາຣອົບພະຍົບຂອງຊາວໄຕກໍ່ໄດ້ມີກ່າວໄວ້ໃນຕຳນານຂອງເຈົ້າພະຍາ ຂຸນບູຣົມຣາຊາທິຣາສ. ສໍານຽງວຽງຈັນເປັນສໍານຽງທີ່ຊາວລາວຕ່າງເຂົ້າໃຈ ແລະຖືວ່າເປັນສໍານຽງທາງການທີ່ຄົນທົ່ວໄປມັກໃຊ້ໃນການເວົ້າລົມປະຈຳວັນ. ເບິ່ງຕື່ມຢູ່ ລະບົບສຽງພາສາລາວ ສຽງສັດທະອັກສອນພະຍັນຊະນະໃນພາສາລາວ (ສຽງແປ) ມີຢູ່ນຳກັນ 21 ສຽງ ສຽງສະລະໃນພາສາລາວແບ່ງອອກເປັນ 3 ຊະນິດແມ່ນ ສະລະດ່ຽວ ສະລະປະສົມ ແລະສະລະເກີນ. ສະກົດດ້ວຍຮູບສະລະພື້ນຖານນຶ່ງໂຕຫຼືຫຼາຍໂຕຮ່ວມກັນ ສະລະດ່ຽວ ຫຼື ສະລະແທ້ ແມ່ນສະລະທີ່ເກີດຈາກຖານພຽງຖານດຽວ ມີທັງໝົດ 18 ສຽງ. ສະລະປະສົມ ແມ່ນສະລະທີ່ເກີດຈາກສະລະດ່ຽວສອງສຽງມາປະສົມກັນ. ເກີດການປ່ຽນບ່ອນຂອງລີ້ນໃນລະດັບສູງຫຼຸດລົງສູ່ລະດັບຕ່ຳ. ດັ່ງນັ້ນຈຶ່ງສາມາດເອີ້ນອີກຊື່ນຶ່ງວ່າ "ສະລະປ່ຽນບ່ອນ" ມີ 3 ສຽງດັ່ງນີ້. ພາສາລາວມີວັນນະຍຸດ 6 ສຽງ ສະແດງໃນຕາລາງດັ່ງຕໍ່ໄປນີ້. ໃນຄໍລັມເສັ້ນສະແດງຮູບຮ່າງສຽງວັນນະຍຸດ 1 ໝາຍເຖິງລະດັບສຽງຕ່ຳ, 3 ໝາຍເຖິງລະດັບສຽງກາງ, ແລະ 5 ໝາຍເຖິງລະດັບສຽງສູງ. ໄວຍາກອນພາສາລາວມີລັກສະນະຄ້າຍຄືກັບພາສາໄຕອື່ນໆ ເຊັ່ນ ອັກສອນລາວ ແມ່ນອັກສອນທີ່ລັດຖະບານລາວຮັບຮອງໃຫ້ໃຊ້ຂຽນພາສາລາວ ເຊິ່ງໃຊ້ເປັນພາສາລາຊະການໃນປັດຈຸບັນ. ຄຳສັບພາສາລາວມີຮາກເຫງົ້າຈາກຫຼາຍບ່ອນ. ຄຳສັບລາວເດີມ ຫຼື ຄຳສັບລາວແທ້ ໄດ້ພັດທະນາມາຈາກພາສາໄຕບູຮານ (proto-Tai language) ໂດຍພັດທະນາພ້ອມໆ ກັບພາສາໃນຕະກູນພາສາໄຕ (Tai languages) ອື່ນໆ ອັນມີພາສາໄທ ພາສາໂຍນ ພາສາພວນ ພາສາໄທລື້ ຯລຯ ເຊິ່ງບັນດາພາສາເຫຼົ່ານີ້ເຄີຍເປັນພາສາດຽວກັນມາກ່ອນກັບພາສາລາວໃນອະດີດ. ຍ້ອນມີຊົນຊາດອື່ນໆ ທີ່ເວົ້າພາສາຕະກູນມອນ-ຂະເໝນ (Mon-Khmer languages) ຢູ່ລ້ອມຮອບຊົນຊາດລາວ ກໍໄດ້ມີຄຳສັບຈາກພາສາເຫຼົ່ານີ້ອີກ ເຊັ່ນພາສາຂະເໝນບູຮານ. ນອກຈາກນັ້ນ ຍ້ອນພຸດທະສາສະໜາ ພາສາລາວຍັງມີຄຳສັບຈາກພາສາປາລີ ແລະ ພາສາສັນສະກິດອີກ. ຕອນຍຸກສະໄໝປະເທດລາວເປັນຫົວເມືອງຂອງຝະລັ່ງ ກໍໄດ້ມີການຢືມຄຳສັບຝະລັ່ງມາຫຼາຍ. ປັດຈຸບັນ ພາສາລາວມີຄຳສັບຈາກພາສາອັງກິດ ແລະ ພາສາໄທ ຜ່ານສື່ຕ່າງໆ ເຊັ່ນ ຈາກໂທລະພາບ ຮູບເງົາ ປຶ້ມ ຯລຯ. ລາວ ລ ລ ພາສາສາດ (ຄຳເຄົ້າ: ພາສາສາສຕຣ໌) ແມ່ນ ວິທະຍາສາດສັງຄົມ ທີ່ ສຶກສາ ກ່ຽວກັບ ພາສາ ເຊິ່ງ ແມ່ນ ວິທີການສື່ ລະຫວ່າງ ຄົນ ດ້ວຍ ສຽງ, ໂຕໜັງສື, ເຄື່ອງໝາຍ, ສັນຍານ ແລະອື່ນໆ. ການສື່ ລະຫວ່າງ ຄົນ ກັບ ສັດ ຫລື ສັດ ກັບ ສັດ ດ້ວຍສຽງ, ສັນຍານ ບາງເທື່ອກໍ່ອາດຈະສາມາດຖືໄດ້ ວ່າ ແມ່ນ ພາສາແບບປະຖົມປະຖານໄດ້. ໝວດ:ພາສາສາດ ISO 639 ພາສາອັງກິດ (English, ຄຳເຄົ້າ: ພາສາອັງກລິສ) ແມ່ນພາສາເຢຍລະມັນຕາເວັນຕົກພາສາໜຶ່ງ ອັນມີຕົ້ນກຳເນີດແຕ່ປະເທດອັງກິດ ຈົນປະຈຸບັນນີ້ ມີການເວົ້າກັນທົ່ວໂລກ. ແມ່ນພາສາທາງການ ຢູ່ສະຫະລາຊະອານາຈັກ,ປະເທດອະເມລິກາ ແລະ ຫຼາຍປະເທດໃນໂລກ. ນອກຈາກນີ້​ ຍັງເປັນ ພາສາທຸລະກິດ, ພາສາສື່ສານ ແລະ ພາສາຕ່າງປະເທດທີ່ໜຶ່ງທີ່ໃຊ້ກັນແຜ່ຫຼາຍທີ່ສຸດໃນໂລກພາສາໜຶ່ງ. ພາສາອັງກິດມາຈາກບັນດາອານາຈັກອັງກະໂລ-ຊັກຊັງແຫ່ງເມືອງອັງກິດ ແລະແຫ່ງເມືອງເອກົດຕອນຕະເວັນອອກສຽງໃຕ້ໃນປະຈຸບັນ ຢ່າງໃດກໍ່ດີ ແຕ່ກ່ອນນັ້ນແມ່ນບ່ອນທີ່ຢູ່ພາຍໃຕ້ການປົກຄອງຂອງອານາຈັກນອກແຕມບະລີ. ພາສາອັງກິດແມ່ນພາສາທີ່ມີການໃຊ້ແຜ່ຫຼາຍທົ່ວແຫຼ່ງຫຼ້າຍ້ອນມາຈາກອິທິພົນໃຫຍ່ຂອງອານາຈັກອັງກິດແຕ່ສະຕະວັດທີ 17 ຫາສະຕະວັດທີ 20 ຊ່ວງກາງ ແລະກໍ່ຂອງອິທິພົນຂອງອາເມລິກາຕັ້ງແຕ່ສະຕະວັດທີ 20 ຊ່ວງກາງ. ອັງກິດ ພະພຸດທະສາສະໜາ (ຄຳເຄົ້າ: ພຣະພຸທທສາສນາ) ເປັນສາສະໜາເຊິ່ງຖືກຄົ້ນພົບໂດຍພຣະໂຄດົມສຳມາສຳພຸດທະເຈົ້າ ກ່ອນຄຣິດຕະສັກກະລາດ ໕໔໓ ປີ ຢູ່ປະເທດອິນເດຍ. ພະນາມເດີມຂອງພະພຸດທະເຈົ້າມີພະນາມວ່າ ສິດທັດຖະ ແປວ່າ ຜູ້ມີຄວາມສຳເລັດທຸກປະການ. ພະອົງເປັນພະລາຊະໂອລົດຂອງພະເຈົ້າສຸດໂທທະນະ ແລະພະມະເຫສີມີນາມວ່າ ສີລິມະຫາມາຍາແຫ່ງກຸງກະບີນລະພັດ(ປັດຈຸບັນເປັນດິນແດນປະເທດເນປານ). ສາສະໜາພຸດແມ່ນສາສະໜາຂອງທ່ານຜູ້ຮູ້ ຄຳວ່າພຸດທະສາສະໜາ ມາຈາກຄຳວ່າ "ພຸດທະ" ແປວ່າ ຮູ້, ຕື່ນ, ເບີກບານ. ສະນັ້ນ, ພະພຸດທະສາສະໜາຈຶ່ງເປັນສາສະໜາຂອງຜູ້ຮູ້, ຜູ້ຕື່ນ, ຜູ້ເບີກບານ. ຈຸດສູງສຸດຂອງພະພຸດທະສາສະໜາແມ່ນ "ຄວາມດັບບໍ່ເຫຼືອແຫ່ງເຊື້ອ" ຄວາມສິ້ນໄປເຊິ່ງອາສະວະ ຄືກິເລດທີ່ໝັກດອງຢູ່ໃນຂັນທະສັນດານຂອງປຸຖຸະຊົນທັງຫຼາຍ ບໍ່ວຽນວ່າຍຕາຍເກີດໃນໂລກທັງສາມອີກ ເພິ່ນເອີ້ນວ່ານິບພານ. ການຈະເຂົ້າເຖິງເຊິ່ງຄວາມດັບບໍ່ເຫຼືອແຫ່ງເຊື້ອນີ້ ແມ່ນນິບພານນີ້ ຕ້ອງເປັນໄປຕາມຫຼັກແຫ່ງ ສີນ ສະມາທິ ປັນຍາທີ່ອົງສົມເດັດພະສຳມາສຳພຸດທະເຈົ້າ ໄດ້ຊົງຄົ້ນພົບ ແລະນຳມາເຜີຍແຜ່ໃຫ້ກັບເຫຼົ່າສັດທັງຫຼາຍເຊິ່ງວຽນວ່າຍຕາເກີດໃນສັງສາລະວັດ ຫຼັກທຳຄຳສອນທາງພຸດທະສາສະໜາ ໄດ້ຖືກບັນທຶກຮວບຮວມໄວ້ໃນຄຳພີຊື່ ພະໄຕປິດົກ ອັນປະກອບໄປດ້ວຍ “ພະສູດ” ຄື ຄວາມຮູ້ໃນສັດຈະທຳຕ່າງໆ ເຊິ່ງພະພຸດທະເຈົ້າຊົງໄດ້ຕັດສະຮູ້ໄດ້ດ້ວຍພະອົງເອງ ແລ້ວນຳມາສະແດງແກ່ຊາວໂລກ ກັບ “ພະວິໄນ” ຄືຂໍ້ບັງຄັບຕ່າງໆ ທີ່ຊົງບັນຍັດໄວ້ສຳລັບຜູ້ທີ່ບວດເປັນສາວົກໃນສາສະໜານີ້ ຜູ້ຖືກເອີ້ນວ່າ ພະພິກສຸສົງ (ຊາຍ) ແລະ ພະພິກສຸນີສົງ (ຍິງ) ແລະ ພະອະພິທຳ. ພະພຸດທະເຈົ້າ ໄດ້ລິເລີ່ມອອກເຜີຍແຜ່ຄຳສອນດັງກ່າວໃນພູມິພາກທີ່ເປັນປະເທດອິນເດຍໃນປັດຈຸບັນ ຕັ້ງແຕ່ເມື່ອ 45 ປີກ່ອນພຸດທະສັກກະລາດ. ປັດຈຸບັນ ສາສະໜາພຸດໄດ້ມີການຖືກເຜີຍແຜ່ທົ່ວໄປໃນທົ່ວ ໂລກ. ໝວດ:ພຸດທະສາສະໜາ ພູມສາດ​ (ພາສາອັງກິດ: Geography) ແມ່ນ ວິທະຍາສາດທຳມະຊາດ ທີ່ ສຶກສາກ່ຽວກັບ ໂລກ, ຄຸນລັກສະນະມັນ, ສິ່ງມີຊີວິດ ທີ່ອາໄສຢູ່ ແລະ ປະກົດທຳມະຊາດຕ່າງໆ. ພູມສາດໃນຍຸກໃໝ່ ສຶກສາ ແລະ ພະຍາຍາມເຂົ້າໃຈໂລກ ໂດຍນຳໃຊ້ ຫຼາຍໆຂະແໜງວິທະຍາສາດ ລວມທັງ ສັງຄົມ ແລະ ທຳມະຊາດ. ຫຼື ໂລກສາດ(Earth science) ເນັ້ນໜັກໃສ່ ການພະຍາຍາມເຂົ້າໃຈ ຄຸນລະສະນະທາງວັດຖຸ ຂອງ ໂລກ ແລະ ສາມາດແຍກອອກເປັນ ປະເພດຍ່ອຍໃຫຍ່ ດັ່ງຕໍ່ໄປນີ້: ແມ່ນ ຂະແໜງໃນພູມສາດ ທີ່ ເນັ້ນໃສ່ ການສຶກສາ ຮູບແບບ, ຂະບວນການ ທີ່ ກຳໜົດ ການຕອບສະໜອງ ຂອງ ຄົນກັບສິ່ງແວດລ້ອມຕ່າງໆ. ກະລຸນາຂຽນຕື່ມໃສ່ດ້ວຍ ໝວດ:ພູມສາດ ມະນຸດສາດ (ຄຳເຄົ້າ: ມນຸສຍ໌ສາສຕຣ໌, anthropology) ແມ່ນ ວິທະຍາສາດ ທີ່ ສຶກສາ ກ່ຽວກັບ ມະນຸດຊາດ. ເຄົ້າຂອງ ຄຳວ່າ ' ເຊິ່ງແປວ່າ ຄົນ. ຂະແໜງຄົ້ນຄວ້າໃຫຍ່ ຢູ່ ມະນຸດສາດຈະມີ 4 ຂະແໜງ ຄື (1) ກາຍຍະມະນຸດສາດ(physical anthropology) ທີ່ ພະຍາຍາມເຂົ້າໃຈ ມະນຸດຊາດ ໂດຍຜ່ານ ການສຶກສາ ຕໍກັບ ກຳມະພັນ, ການສືບທອດຕ່າງໆ ຫຼື ເວົ້າງ່າຍໆ ຄື ວິວັດທະນາການ ແລະ ການປັບໂຕ ຂອງມະນຸດຊາດ. (2) ສັງຄົມມະນຸດສາດ (social anthropology) ທີ່ ຄົ້ນຄວ້າກ່ຽວກັບ ວັດທະນະທຳ ເຊັ່ນ ພາສາ, ຮູບແບບເສດຖະກິດ, ການສື່ສານ, ລະບອບການປົກຄອງ ແລະອື່ນໆ. (3) ພາສາມະນຸດສາດ(linguistic anthropology) ທີ່ ພະຍາຍາມສຶກສາ ວິວັດທະນາການ ຂອງ ພາສາຕ່າງໆ ໃນໂລກ ທັງທີ່ອອກສຽງ ແລະ ບໍ່ອອກສຽງ. ສຸດທ້າຍ (4) ແມ່ນ ບູຮານສາດ (archaeology) ທີ່ ສຶກສາດມະນຸດຊາດ ຜ່ານ ຄຸ້ນຄົ້ນ ຮ່ອງຮອຍ, ສິ່ໍງຄົງເຫຼືອຈາກອະດີດ. ມະຫາຍານ ເປັນນິກາຍໃນສາສະໜາພຸດຝ່າຍອາຈະລິຍະວາດ ທີ່ນັບຖືກັນຢູ່ປະເທດແຖບຕອນເໜື້ອຂອງອິນເດຍ ເນປານ ຈີນ ຍີ່ປຸ່ນ ເກົາຫຼີ ຫວຽດນາມ ມົງໂກລີ ໄປຈົນຮອດບາງສ່ວນຂອງລັດເຊຍ. ຈຸດເດັ່ນຂອງນິກາຍນີ້ຢູ່ທີ່ແນວຄິດເລື່ອງການບຳເພັນຕົນເປັນພະໂພທິສັດສ້າງບາລະມີເພື່ອຊ່ອຍເຫຼືອສັບພະຊີວິດໃນໂລກໄປສູ່ຄວາມພົ້ນທຸກ ດ້ວຍເຫດທີ່ມີຜູ້ນັບຖືຢູ່ຫຼາຍໃນປະເທດແຖບເໜືອຈຶ່ງເອີ້ນໄດ້ອີກຊື່ນຶ່ງວ່າ ອຸດຕະລະນິກາຍ. ປັດຈຸບັນພຸດທະສາສະນິກະຊົນສ່ວນໃຫຍ່ຂອງໂລກເປັນຜູ້ນັບຖືນິກາຍມະຫາຍານ. ໝວດ:ນິກາຍໃນສາສະໜາພຸດ ມະຫາວິທະຍາໄລ (ຄຳເຄົ້າ: ມຫາວິທຍາລັຍ) ໝາຍເຖິງ ສະຖານສຶກສາທີ່ຈັດການສຶກສາລະດັບອຸດົມສຶກສາ ໃນດ້ານວິຊາການແລະວິຊາຊີບຊັ້ນສູງຫຼາກຫຼາຍສາຂາວິຊາ ເພື່ອໃຫ້ປະກາສະນີຍະບັດ ອະນຸປະລິນຍາ ຫຼືປະລິນຍາ ແກ່ຜູ້ສຳເລັດການສຶກສາໃນຫຼາຍລະດັບລວມເຖິງ ປະລິນຍາຕີ ປະລິນຍາໂທ ແລະ ປະລິນຍາເອກ ລວມທັ້ງການເຮັດການວິໄຈແລະໃຫ້ບໍລິການທາງວິຊາການແກ່ສັງຄົມ. ໝວດ:ມະຫາວິທະຍາໄລ ມະຫາວິທະຍາໄລເອແດມບວກ (, ) ກໍ່ຕັ້ງເມືອປີ ຄ.ສ. 1583 ແມ່ນມະຫາວິທະຍາໄລທີ່ມີຊື່ສຽງໃນດ້ານການສອນແລະການວິໄຈ ຕັ້ງຢູ່ເມືອງເອແດມບວກ ປະເທດເອກົດ ແຫ່ງ ສະຫະລາຊະອານາຈັກ. ເອແດມບວກແມ່ນນຶ່ງໃນມະຫາວິທະຍາໄລບູຮານຂອງເອກົດ ແລະແມ່ນນຶ່ງໃນມະຫາວິທະຍາໄລທີ່ໃຫຍ່ທີ່ສຸດແລະມີຊື່ສຽງທີ່ສຸດໃນສະຫະລາຊະອານາຈັກ. ເອແດມບວກເປັນສະມາຊິກຂອງກຸ່ມລັດເຊນ (Russell Group) ເຊິ່ງເປັນກຸ່ມມະຫາວິທະຍາໄລວິໄຈຂອງສະຫະລາຊະອານາຈັກ. ນອກຈາກນີ້ຍັງເປັນມະຫາວິທະຍາໄລດຽວຂອງເອກົດ (ແລະມະຫາວິທະຍາໄລດຽວໃນສະຫະລາຊະອານາຈັກ ນອກເໜືອຈາກ ແຄມບະລິດ ແລະອົກສະເຟີດ) ເຊິ່ງເປັນສະມາຊິກຂອງ Coimbra Group ແລະ LERU ສອງກຸ່ມມະຫາວິທະຍາໄລຊັ້ນນຳຂອງເອີລົບ ແລະຍັງເປັນສະມາຊິກຂອງເຄືອຂ່າຍມະຫາວິທະຍາໄລວິໄຈ Universitas 21 ອີກນຳ. ໃນຊ່ວງຄິດຕະສະຕະວັດທີ 18 ມະຫາວິທະຍາໄລເອແດມບວກໄດ້ກາຍເປັນສູນກາງຂອງຍຸກຮູ້ແຈ້ງຂອງເອີລົບ (European Enlightenment) ແລະກາຍເປັນນຶ່ງໃນມະຫາວິທະຍາໄລທີ່ສຳຄັນທີ່ສຸດຂອງທະວີບເອີລົບ. ເອແດມບວກເປັນນຶ່ງໃນສີ່ມະຫາວິທະຍາໄລເກົ່າແກ່ຂອງເອກົດ ເຊິ່ງປະກອບໄປດ້ວຍ ມະຫາວິທະຍາໄລແຊັງອັງ, ມະຫາວິທະຍາໄລກະລາສະໂກ, ມະຫາວິທະຍາໄລອາເບີດີນ, ແລະ ມະຫາວິທະຍາໄລເອແດມບວກ (ລຽນຕາມຄວາມເກົ່າແກ່ຈາກຫຼາຍໄປໜ້ອຍ). ກໍ່ຕັ້ງເມືອປີ ຄ.ສ. 1583 ໃນຊ່ວງແຫ່ງການປ່ຽນແປງຢ່າງໄວວາຂອງເມືອງເອແດມບວກ ແລະນັບເປັນມະຫາວິທະຍາໄລທຳອິດ ທີ່ໄດ້ເງິນທຶນສະໜັບສະໜູນມາຈາກສະພາເມືອງ (ແທນທີ່ຈະເປັນຈາກໂບດດັ່ງເຊັ່ນມະຫາວິທະຍາໄລທົ່ວໄປໃນສະໄໝນັ້ນ). ສາຂາວິຊາທຳອິດທີ່ເປີດສອນແມ່ນ ກາຍະວິພາຄະສາດ ແລະວິຊາເຊິ່ງຕໍ່ມາໄດ້ພັດທະນາກາຍເປັນວິຊາສັນຍະກຳ ຈາກນັ້ນກໍໄດ້ຂະຫຍາຍການຮຽນການສອນໄປສູ່ສາຂາອື່ນໆ. ຕຶກຫຼັງທຳອິດຂອງມະຫາວິທະຍາໄລ ແມ່ນ ໂອນຄໍເລດ (Old College) ຕັ້ງຢູ່ເທິງຖະໜົນເຊົາບິດ ບໍລິເວນເມືອງເກົ່າ (ໂອນທາວ; Old town) ຂອງເມືອງ (ປັດຈຸບັນແມ່ນບ່ອນຕັ້ງຂອງຄະນະນິຕິສາດ ແລະສຳນັກງານຝ່າຍບໍລິຫານຂອງມະຫາວິທະຍາໄລ). ບັດດຽວນີ້ມະຫາວິທະຍາໄລມີຫຼັກສູດຄອບຄຸມເກືອບທຸກສາຂາວິຊາ ຍົກເວ້ນດ້ານກະສິກຳ (ວິທະຍາໄລກະສິກຳເອກົດ . ມີຕຶກຕັ້ງຢູ່ໃນບໍລິເວນວິທະຍາເຂດຄິງບິນດິ້ງຂອງມະຫາວິທະຍາໄລ ແຕ່ບໍ່ໄດ້ເປັນສ່ວນນຶ່ງຂອງມະຫາວິທະຍາໄລ) ແລະມີສຳນັກວິຊາວິທະຍາການສາລະສົນເທດທີ່ໃຫຍ່ຫຼາຍ ໂດຍເປັນນຶ່ງໃນຜູ້ນຳຂອງໂລກໃນສາຂານີ້ ໂດຍສະເພາະແມ່ນດ້ານປັນຍາປະດິດ, ພາສາສາດເຊີງຄຳນວນ, ຊີວະວິທະຍາລະບົບ, ແລະວິທະຍາການຄອມພິວເຕີເຊີງທິສະດີ. . ຕຶກຂອງມະຫາວິທະຍາໄລຕັ້ງກະຈາຍຢູ່ໂດຍອ້ອມຮອບເມືອງ ໂດຍມີສອງວິທະຍາເຂດໃຫຍ່ແມ່ນ ຈອດສະແຄວ ແມ່ນບ່ອນຕັ້ງຂອງກຸ່ມຄະນະມະນຸສະຍະສາດແລະສັງຄົມມະສາດ ແລະ ຄິງບິນດິ້ງ ເປັນບ່ອນຕັ້ງຂອງກຸ່ມຄະນະວິທະຍາສາດແລະວິສະວະກຳສາດ. ນອກຈາກນີ້ຍັງມີວິທະຍາເຂດອື່ນໆ ຕື່ມອີກ ໄດ້ແກ່ ຄະນະເທວະວິທະຍາ ຢູ່ the Mound, ຄະນະສຶກສາສາດ ທີ່ປາຍຖະໜົນລໍຍັນໄມ, ຄະນະສັດຕະວະແພທະຍະສາດ ຢູ່ Summerhall ຕິດກັບສວນສາທາລະນະ the Meadows, ກຸ່ມຄະນະແພທະຍະສາດ ຢູ່ Little France, ແລະ Pollock Halls ເຊິ່ງເປັນກຸ່ມຕຶກຫໍພັກນັກສຶກສາ. ກິລາຂອງນັກສຶກສາຂອງມະຫາວິທະຍາໄລເອແດມບວກປະກອບດ້ວຍສະມາຄົມ 67 ສະມາຄົມ ໂດຍມີຕັ້ງແຕ່ບານແຕະແລະລັກບີ້ຈົນເຖິງຄອບບານ (korfball). ສະມາຄົມເຫຼົ່ານີ້ບໍລິຫານໂດຍສະຫະພາບການກິລາຂອງມະຫາວິທະຍາໄລເອແດມບວກ (Edinburgh University Sports Union). ໃນປີ 2006-07 ບັນດາສິດໄດ້ມີການແຂ່ງຂັນກິລາຊະນະເປັນອັນດັບທີ 4 ຂອງສະມາຄົມການກິລາແຫ່ງສະຫະລາຊະອານາຈັກ (British Universities' Sports Association). ລະຫວ່າງການແຂ່ງຂັນໂອລິມປິກລະດູຮ້ອນ 2008 ໃນນະຄອນຫຼວງປັກກິ່ງ ສິດເກົ່າແລະນັກສຶກສາຂອງມະຫາວິທະຍາໄລເອແດມບວກໄດ້ຫຼຽນຄຳ 3 ຫຼຽນ ແລະ ຫຼຽນເງິນ 1 ຫຼຽນ. ການຈັດອັນດັບມະຫາວິທະຍາໄລໂດຍ ເດິກາດ້ຽນ ປີ 2008 ໄດ້ຈັດອັນດັບມະຫາວິທະຍາໄລເອແດມບວກໄວ້ດັ່ງນີ້: ການຈັດອັນດັບມະຫາວິທະຍາໄລໂລກໂດຍ ທາມໄຮເອີ້ເອຈູເຄຊັ້ນຊັບພີເມ້ນ ເມື່ອປີ ຄ.ສ. 2005 (The 2005 Times Higher Education Supplement [THES] World University Rankings) ຈັດອັນດັบມະຫາວິທະຍາໄລເອແດມບວກດັ່ງນີ້: ການຈັດອັນດັບມະຫາວິທະຍາໄລໂລກໂດຍ ມະຫາວິທະຍາໄລຊ້ຽງໄຮ້ ຈ່ຽວທົ່ງ (The Academic Ranking of World Universities 2005 [ARWU]) ຈັດອັນດັບມະຫາວິທະຍາໄລເອແດມບວກດັ່ງນີ້: ປີ ຄ.ສ. 2005 ມະຫາວິທະຍາໄລໄດ້ຮັບເລືອກຈາກໜັງສືພິມຊັນເດທາມ (ສະຫະລາຊະອານາຈັກ) ເປັນມະຫາວິທະຍາໄລເອກົດແຫ່ງປີ (Sunday Times Scottish University of the Year). ປີ ຄ.ສ. 2006 ໜັງສືແນະນຳມະຫາວິທະຍາໄລໂດຍໜັງສືພິມທາມ (ສະຫະລາຊະອານາຈັກ) (The Times Good University Guide 2006) ຈັດອັນດັບມະຫາວິທະຍາໄລເອແດມບວກເປັນອັນດັບທີ 5 ຂອງສະຫະລາຊະອານາຈັກໃນພາບລວມ ແລະອັນດັບທີ 4 ໃນດ້ານຄຸນພາບການຮຽນການສອນ. ອາເລັກຊານເດີ ກະແລແຮມ ເບນ ອແດມບວກ, ມະຫາວິທະຍາໄລ ລະບອບການປົກຄອງ (, ) ໝາຍເຖິງ ສະຖາບັນທາງການເມືອງເຊິ່ງລັດຖະບານແຫ່ງລັດໄດ້ຈັດຕັ້ງຂຶ້ນເພື່ອໃຊ້ອຳນາດໃນການປົກຄອງປະເທດ. ຄຳນີ້ຍັງນິຍາມລວມໄປເຖິງລັດຖະບານອັນບໍ່ປະສົບຄວາມສຳເລັດໃນການໃຊ້ອຳນາດປົກຄອງປະເທດນຳ. ລະບອບຜະເດັດການ (, ) ໝາຍເຖິງ ຮູບແບບການປົກຄອງແບບອັດຕາທິປະໄຕ ເຊິ່ງລັດຖະບານຢູ່ພາຍໃຕ້ການບໍລິຫານຂອງບຸກຄົນພຽງຜູ້ເດີຢວ ຫຼື ຜູ້ຜະເດັດການ ໂດຍບໍ່ມີການສືບທອດຕຳແໜ່ງຕາມສາຍເລືອດ. ໝວດ:ຄະນາທິປະໄຕ ໝວດ:ຄວາມອະຍຸຕິທຳ ໝວດ:ການລະເມີດສິດທິມະນຸສະຍະຊົນ ລະບົບສຸລິຍະ (ຄຳເຄົ້າ: ຣະບົບສຸຣິຍະ) ປະກອບດ້ວຍ ດວງອາທິດ ແລະວັດຖຸອື່ນໆ ທີ່ໂຄຈອນຢູ່ຮອບດວງອາທິດ ໄດ້ແກ່ ດາວພຸດ ດາວສຸກ ໂລກ ດາວອັງຄານ ດາວພະຫັດ ດາວເສົາ ດາວຢູລານຸດ ດາວເນບຕູນ. ນັບເຖີງກາງປີ ຄ.ສ. 2008 ວັດຖູຂະໜາດຍ່ອມກວ່າດາວເຄາະຈຳນວນ 5 ດວງ ໄດ້ຮັບການຈັດອັນດັບໃຫ້ເປັນດາວເຄາະແຄະ ໄດ້ແກ່ ຊີລີໃນແຖບດາວເຄາະນ້ອຍ ກັບວັດຖູອີກ 4 ດວງທີ່ໂຄຈອນອ້ອມຂ້າງດວງອາທິດຢູ່ໃນຍ່ານພົ້ນດາວເນັບຈູນ ຄື ດາວພູໂຕ (ເຊີ່ງເດີມເຄີຍຖຶກຈັດລະດັບໄວ້ເປັນດາວເຄາະ) ເຮົາເມອາ ມາຄີມາຄີ ແລະ ອີຣີ ມີດາວເຄາະ 6 ດວງແລະດາວເຄາະແຄະ 3 ດວງທີ່ມີດາວບໍລິວານໂຄຈອນຢູ່ອ້ອມຂ້າງ ເຮົາເອີ້ນດາວບໍລິວານເຫຼົ່ານີ້ວ່າ "ດວງຈັນ" ຕາມຢ່າງດວງຈັນຂອງໂລກ ນອກຈາກນີ້ດາວເຄາະຊັ້ນນອກຍັງມີວົງແຫວນດາວເຄາະຢູ່ອ້ອມຂ້າງໂຕອັນປະກອບດ້ວຍເສດຝຸ່ນແລະອະນຸພາກຂະໜາດເລັກ. ໝວດ:ລະບົບສຸລິຍະ ໝວດ:ດາລາສາດ ລັດທິ (ຄຳເຄົ້າ: ລັທທິ, , ) ແມ່ນຄຳສັ່ງສອນ ທີ່ມີຜູ້ເຊື່ອຖືແລະມີອິດທິພົນຕໍ່ການດຳເນີນຊີວິດຂອງມະນຸດ ເຊັ່ນລັດທິທາງການເມືອງ ລັດທິເສດຖະກິດ ລັດທິປັດຊະຍາ ລັດທິທາງສາສະໜາ ຯລຯ. ລັດທິທາງສາສະໜາຈະມີຄວາມໝາຍແຄບກວ່າສາສະໜາ ເຊິ່ງເປັນຄຳສອນສະເພາະກຸ່ມຂອງຜູ້ນັບຖືສາສະໜາດຽວກັນ ແຕ່ມີຄວາມແຕກຕ່າງກັນໃນສາລະສຳຄັນ ເຊັ່ນ ພຸດທະສາສະໜາ ມີລັດທິມະຫາຍານ ລັດທິຫິນະຍານ (ເຖລະວາດ) ຫຼືໃຊ້ຄຳວ່າ ນິກາຍ ແທນກໍໄດ້. ລັດທິທີ່ສະແດງເຖິງຄວາມເຊື່ອຫຼືແນວທາງປະຕິບັດເພື່ອຄວາມໝັ້ນຄົງທາງຈິດໃຈຂອງມະນຸດແຕ່ບໍ່ມີລັກສະນະທີ່ເອີ້ນວ່າສາສະໜາໄດ້ ເຊັ່ນ ລັດທິບູຊາບັນພະບຸລຸດ ລັດທິນັບຖືຜີສາງເທວະດາ ຯລຯ. ລັທທິເຫຼົ່ານີ້ມີແຕ່ຄຳສັ່ງແລະພິທີກຳ ແຕ່ບໍ່ມີຫຼັກຄຳສອນທາງຈະລິຍະທຳ ບໍ່ມີຄຳພີຫຼືອົງສາສະດາ ຈຶ່ງບໍ່ອາດເອີ້ນວ່າສາສະໜາໄດ້. ໝວດ:ລັດທິ ໝວດ:ຄວາມເຊື່ອ ເຊັນ (ຍີ່ປຸ່ນ: 禅, ぜん; ຝະລັ່ງ, ອັງກິດ: Zen) ເປັນນິກາຍນຶ່ງໃນສາສະໜາພຸດຝ່າຍມະຫາຍານ ນັບຖືກັນຢ່າງແພ່ຫຼາຍໃນແຖບອາຊີຕາເວັນອອກ (ຈີນ, ຍີ່ປຸ່ນ, ເກົາຫຼີ). ຄຳວ່າ ເຊັນ ແມ່ນຊື່ຍີ່ປຸ່ນຂອງຄຳວ່າ ສານ (ຈີນ: 禅, Chán). ໃນພາສາຈີນ ແຫຼ່ງກຳເນີດຈາກຄຳວ່າ ທຍານ ໃນພາສາສັນສະກິດອີກທອດນຶ່ງ (ກົງກັບຄຳວ່າ ຊານ ໃນພາສາປາລີ) ເຊິ່ງໝາຍເຖິງ ການເພ່ງອາລົມຈົນໃຈແນ່ວແນ່ເປັນອັບປະນາສະມາທິ ມີຈິດທີ່ສະຫງົບແລະປະນີດ. ກາຊິກສະໄໝໃໝ່ ຫວ່ານເມັດ ຮາກເຫງົ້າງອກງາມ ປະຫວັດສາດວິທະຍາກາຊິກ ປະຫວັດສາດວິທະຍາວິຈານ ໂດຍລວມ Formation of Chán in Tang & Song China ປະເທດຍີ່ປຸ່ນ ຍຸກປັດຈຸບັນ ຕາເວັນອອກນິຍົມ ແລະ ການແລກປ່ຽນລະຫວ່າງຕາເວັນອອກ-ຕາເວັນຕົກ ຊເັນ ລາຊາທິປະໄຕ (, ) ແມ່ນຮູບແບບການປົກຄອງບ່ອນຕຳແໜ່ງປະມຸກແຫ່ງລັດ ໂດຍປົກກະຕິແມ່ນຖືຢູ່ຈົນຮອດສິ້ນພະຊົນຫຼືສະຫຼະລາຊະສົມບັດ. ສ່ວນຫຼາຍມັກໄດ້ອຳນາດມາໂດຍການສືບລາຊະສົມບັດ ແລະໂດຍປົກກະຕິມັກໃຫ້ແກ່ພະບໍລົມມະວົງສານຸວົງແຫ່ງລາຊະວົງ ເຊິ່ງປົກຄອງຢູ່ກ່ອນຢ່າງເປັນທາງການ. ພະມະຫາກະສັດມັກມີຖານັນດະລະສັກເປັນພະລາຊາຫຼືພະລາຊິນີ ຢ່າງໃດກໍດີ ຈັກກະພັດ/ຈັກກະພັດດິນີ, ກະລັງດຸກ/ກະລັງດຸຍເຊ, ເຈົ້າຊາຍ/ເຈົ້າຍິງ ແລະຄຳອື່ນ ຖືກໃຊ້ເພື່ອລະບຸຕຳແໜ່ງພະມະຫາກະສັດນຳ ແມ່ນຄຳວ່າ "monarch" ມາຈາກຄຳວ່າ "ຜູ້ປົກຄອງຜູ້ດຽວ" ແຕ່ໂດຍປະເພນີ ປະມຸກແຫ່ງລັດເຊິ່ງມີຕຳແໜ່ງປະທານປະເທດຫຼືຜູ້ນຳ (premier) ບໍ່ຖືກພິຈາລະນາວ່າເປັນພະມະຫາກະສັດຢ່າງເປັນທາງການ. ລົດ (ຄຳເຄົ້າ: ຣົຖ, ) ແມ່ນ ຍານພາຫະນະ ເຄື່ອນທີ່ ໂດຍ ໂມເຕີ. ໃນ ປີ 2002, ມີ ລົດໂດຍສານ ທັງໝົດ ປະມານ 590 ລ້ານ ຄັນ ໃນ ທົ່ວໂລກ (ປະມານ 1 ຄັນ ຕໍ່ ທຸກໆ 7 ຄົນ). ໂຕໂຢຕາ ລົດ ໝວດ:ຄົມມະນາຄົມ ໝວດ:ຍານພາຫະນະ ລົດຈັກ (ຄຳເຄົ້າ: ຣົຖຈັກຣ) ແມ່ນ ລົດຖີບທີ່ຂັບເຄື່ອນໂດຍແຮງຈັກ. ສ່ວນຫຼາຍຈະມີ 2​ ກົງແຕ່ກໍ່ມີປະເພດ 3 ກົງ ແບບ ທີ່ ຕຳຫຼວດ, ທະຫານໃຊ້. ໝວດ:ຍານພາຫະນະ ໝວດ:ຍານພາຫະນະທາງບົກ ໝວດ:ລົດຈັກ ລັດນີວຢອກ ຕັກຊີ ແມ່ນການໂດຍສານສາທາລະນະປະເພດໜຶ່ງສຳລັບຜູ້ໂດຍສານຄົນດຽວ ຫຼືກຸ່ມນ້ອຍໆ. ລົດຕັກຊີແມ່ນຍານພາຫະນະໄວ້ສຳລັບວ່າຈ້າງໂດຍຜູ້ຂັບຈະສົ່ງຜູ້ໂດຍສານລະຫວ່າງບ່ອນໜຶ່ງໄປຍັງບ່ອນໜຶ່ງຕາມທີ່ຜູ້ໂດຍສານຢາກຈະໄປ. ຕັກຊີ ແມ່ນຄຳຫຍໍ້ມາຈາກ ຕັກຊີ ແຄັບ (Taxicab) ຄິດຄົ້ນໂດຍແຮລີ້ ເອັນ ອັນເລນ ນັກທຸລະກິດຊາວນີວຢອກທີ່ນຳເຂົ້າລົດຕັກຊີມາຈາກປະເທດຝະລັ່ງ ໂດຍຫຍໍ້ມາຈາກຄຳວ່າ ຕັກຊີມິເຕີ້ ແຄັບ (Taximeter cab) ອີກທີ. ສ່ວນຄຳວ່າ cab ມາຈາກຄຳວ່າ cabriolet ແມ່ນລົດມ້າລາກຈູງ ແລະຄຳວ່າ taxi ເປັນຄຳເຄົ້າພາສາລາແຕັງໃນຍຸກກາງ ອັນມາຈາກ ຄຳວ່າ taxa ທີ່ໝາຍເຖິງ ພາສີຫຼືການຄິດເງິນ ແລະຄຳວ່າ meter ມາຈາກພາສາເກັກຄຳວ່າ metron ແປວ່າ ວັດໄລຍະທາງ. ໝວດ:ຍານພາຫະນະ ລົດສະນິຍົມທາງເພດ (ຄຳເຄົ້າ: ຣົສນິຍົມທາງເພສ, , ) ມີຄວາມໝາຍເຖິງຮູບແບບພື້ນຖານຂອງອາລົມ ຄວາມໃຄ່ ແລະ/ຫຼື ຄວາມສົນໃຈທາງເພດຕໍ່ຊາຍ ຍິງ ຫຼືທັງສອງເພດ ຫຼືບໍ່ແມ່ນເພດໃດ ຫຼືເພດທີ 3. ລົດສະນິຍົມທາງເພດ ມັກແບ່ງອອກເປັນສີ່ປະເພດ ໄດ້ແກ່: ຮັກຕ່າງເພດ ຮັກຮ່ວມເພດ ຮັກຮ່ວມສອງເພດ ແລະ ໄຮ້ເພດ. ໝວດ:ເພດສຶກສາ ໝວດ:ລົດສະນິຍົມທາງເພດ ໝວດ:ຄວາມຮັກ ປະເທດການາດາ ລົດເມ (ຄຳເຄົ້າ: ຣົຖເມລ໌, , ) ແມ່ນລະບົບຂົນສົ່ງມວນຊົນລະບົບນຶ່ງທີ່ໃຫ້ບໍລິການເທິງຖະໜົນ ໂດຍມີລັກສະນະເປັນລົດຂະໜາດໃຫຍ່ທີ່ບັນທຸກຜູ້ໂດຍສານເປັນຈຳນວນຫຼາຍ ໂດຍກຳໜົດເສັ້ນທາງ ແລະສ່ວນໃຫຍ່ເອິ້ນຊື່ເສັ້ນທາງເປັນໂຕເລກ ເຊັ່ນ ສາຍ 1 ສາຍ 2 ແລະມີເກັບຄ່າໂດຍສານໂດຍວິທີຕ່າງໆ ກັນໄປ. ໝວດ:ຄົມມະນາຄົມ ໝວດ:ຍານພາຫະນະ ໝວດ:ຍານພາຫະນະ ໝວດ:ລົດໄຟ ວັດຖຸວິທະຍາ (ພາສາອັງກິດ: physics) ນັ້ນ ເບິ່ງຕາມພາສາລາວ ກໍ່ຈະໝາຍເຖິງ ວິທະຍາສາດ ທີ່ສຶກສາກ່ຽວກັບ ວັດຖຸ, ແຕ່ ເຄົ້າຂອງຄຳວ່າ physics ໃນພາສາເກຣັກນັ້ນ ຈະໝາຍເຖິງ ການສຶກສາກ່ຽວກັບ ທຳມະຊາດ. ມັນແມ່ນ ຂະແໜງວິທະຍາສາດ ທີ່ສຶກສາ ກ່ຽວກັບ ວັດຖຸ, ພະລັງງານ, ອາວະກາດ, ເວລາ ເປັນຫລັກ. ວັນນະຄະດີ (ຄຳເຄົ້າ: ວັນຄດີ, ພາສາອັງກິດ: Literature) ແມ່ນ ສິ່ງທີ່ແຕ່ງ, ຂີດຂຽນຂຶ້ນ ຈາກ ຄວາມຄຶດ, ຈິນຕະນາການ ຫລື ອີງໃສ່ຄວາມເປັນຈິງ. ມັນມີ ທັງ ບັນທຶກໄວ້ ໂດຍໂຕໜັງສື ແລະ ທີ່ ບອກເລົ່າປາກຕໍ່ປາກ ໂດຍ ສະເພາະໃນ ສັງຄົມທີ່ ລະບົບການຂີດຂຽນ ຍັງບໍ່ພັດທະນາ ຫຼື ບໍ່ແຜ່ຫຼາຍເທື່ອ. ຕົວຢ່າງ ຂອງ ວັນນະຄະດີ ມີ ທັງ ນິທານ, ຕຳນານ, ກາບກອນ ເຫຼົ່ານີ້ເປັນຕົ້ນ. ຄຳວ່າ " ວັນນະຄະດີ " ແມ່ນຄຳສະໝາດໃນພາສາປາລີ ເຊິ່ງມາຈາກຄຳວ່າ ວັນນະ+ຄະຕິ, "ວັນນະ" ແປວ່າ ເພັດ,ສີສັນ,ຕົວອັກສອນ,ຫນັງສື. ສ່ວນຄຳວ່າ "ຄະຕິ" ຫລື "ຄະດີ" ແປວ່າ ການໄປ, ການຫຍັບຍ້າຍ,ທາງ,ວິທີ,ແບບແຜນ,ເລື່ອງ. ເມື່ອໂຮມ ວັນນະ ກັບ ຄະຕິ ເຂົ້າກັນເປັນ ວັນນະຄະຕິ ຫລື ວັນນະຄະດີ. ກິລາ ວາລະສານ (ຄຳເຄົ້າ: ວາຣສາຣ, , ) ແມ່ນສິ່ງພິມລາຍຄາບອັນອອກເປັນໄລຍະສຳລັບຜູ້ອ່ານທົ່ວໄປ. ມີເນື້ອຫາຫຼາກຫຼາຍ. ມຸ່ງທັງໃຫ້ຄວາມຮູ້ແລະຄວາມບັນເທີງ. ຄວາມຮູ້ມັກເປັນໄປໃນລັກສະນະອັນໃຫ້ຄວາມຮອບຮູ້ ມີການຫາລາຍໄດ້ຈາກການໂຄສະນາແລະວາງຂາຍທົ່ວໄປ. ຜູ້ອ່ານສາມາດບອກກ່າວຮັບເປັນສະມາຊິກໄດ້. ໝວດ:ວາລະສານ ໝວດ:ສື່ວັນນະກຳ ໂດຍທົ່ວໄປ ວິຊາຊີບ(ພາສາອັງກິດ: profession) ຈະໝາຍເຖິງ ຄວາມຮູ້, ຄວາມຊຳນານ ທີ່ ຈຳເປັນ ໃນ ການຄອງອາຊີບ ໃດໜື່ງ ເຊັ່ນ ນາຍຊ່າງ, ນາຍໝໍ, ນາຍຄູ ແລະອື່ນໆ. ມັນ ແມ່ນ ຄຳປະສົມ ລະຫວ່າງ ຄຳວ່າ ວິຊາ ທີ່ແປວ່າ ຄວາມຮູ້ ແລະ ອາຊີບ ທີ່ ໝາຍເຖິງ ວຽກງານໃດໜຶ່ງທີ່ ຄົນຜູ້ໃດໜຶ່ງເຮັດເພື່ອ ຄອງຊີບ ຫຼື ດຳລົງຊີວິດ. ໂຮງຮຽນ ທີ່ ທຳການສິດສອນ ວິຊາຊີບ ມັກຖືກເອີ້ນວ່າ ໂຮງຮຽນວິຊາຊີບ ຫຼື ໂຮງຮຽນອາຊີວະສຶກສາ (professional training school). ວິຕາມິນ (, ) ແມ່ນສານອອກການິກທີ່ສິ່ງມີຊີວິດຈຳເປັນຕ້ອງໄດ້ຮັບໃນປໍລິມານເລັກນ້ອຍ ສຳລັບການເຕີບໂຕ ຂະຫຍາຍພັນ ແລະຊ່ອຍໃຫ້ມີສຸຂະພາບດີ. ຖ້າຫາກສິ່ງມີຊີວິດຂາດວິຕາມິນໂຕໃດໂຕໜຶ່ງຈະມີອາການປ່ວຍເຊິ່ງມີລັກສະນະສະເພາະຂຶ້ນກັບວິຕາມິນທີ່ຂາດ. ວິຕາມິນແບ່ງອອກເປັນ 2 ຈຳພວກ ແມ່ນ ວິຕາມິນທີ່ລະລາຍໃນໄຂມັນ ໄດ້ແກ່ A, D, E, K ແລະ ວິຕາມິນທີ່ລະລາຍໃນນ້ຳ ໄດ້ແກ່ B, C. ໝວດ:ວິຕາມິນ ໝວດ:ສານອາຫານ ວິທະຍາສາດ (ຄຳເຄົ້າ: ວິທຍາສາສຕຣ໌) ໝາຍເຖິງ ຄວາມຮູ້ກ່ຽວກັບສິ່ງຕ່າງ ໆ ໃນທຳມະຊາດທັງທີ່ມີຊີວິດແລະບໍ່ມີຊີວິດ ລວມທັງກະບວນການປະມວນຄວາມຮູ້ຢ່າງປະຈັກ ທີ່ເອີ້ນວ່າກະບວນການທາງວິທະຍາສາດ ແລະກຸ່ມຂອງອົງຄວາມຮູ້ທີ່ໄດ້ຈາກກະບວນການດັ່ງກ່າວ. ການສຶກສາໃນດ້ານວິທະຍາສາດຍັງຖືກແບ່ງຍ່ອຍອອກເປັນ ວິທະຍາສາດທຳມະຊາດ ແລະ ວິທະຍາສາດປະຍຸກ. ຄຳວ່າ science ໃນພາສາອັງກິດ ເຊິ່ງແປວ່າ ວິທະຍາສາດນັ້ນ ມາຈາກພາສາລາແຕັງ ຄຳວ່າ scientia ເຊິ່ງໝາຍຄວາມວ່າ ຄວາມຮູ້. ຄວາມສຳເລັດອັນຍິ່ງໃຫຍ່ຂອງວິທະຍາສາດໃນປະຫວັດມະນຸດ ໄດ້ສ້າງປະເດັນຄຳຖາມທາງປັດຊະຍາໄວ້ຫຼາຍຫຼວງ. ໂດຍນັກປັດຊະຍາວິທະຍາສາດໄດ້ຕັ້ງຄຳຖາມທາງປັດຊະຍາທີ່ສຳຄັນດັ່ງນີ້ ປະເດັນເຫຼົ່ານີ້ຍັງແມ່ນທີ່ຖົກຖຽງໃນໝູ່ນັກປັດຊະຍາວິທະຍາສາດຢ່າງຫຼາຍໃນປະຈຸບັນ ແລະບໍ່ມີຄວາມເຫັນໃດທີ່ໄດ້ຮັບການຍອມຮັບທົ່ວໄປອີກເລີຍທີດຽວ. ໝວດ:ວິທະຍາສາດ ວິນຍານນິຍົມ (, ) ໝາຍເຖິງ ການນຳຖືຜີສ່າງນາງໄມ້ແມ່ນການເຊື່ອຖືຜີ ຫຼື ວ່າ ນັບຖືສາສະຫນາຜີ. ໝວດ:ຄວາມເຊື່ອ ໃນດ້ານຊີວະວິທະຍາ ວິວັດທະນາການ (, ) ແມ່ນການປ່ຽນແປງທາງພັນທຸກຳໃນປະຊາກອນຂອງສິ່ງມີຊີວິດ ຈາກລຸ້ນນຶ່ງສູ່ລຸ້ນນຶ່ງ. ວິວັດທະນາການເກີດຈາກຂະບວນການຫຼັກ 3 ຂະບວນການ ໄດ້ແກ່ ໂດຍອາໄສແຊນ (gène) ເປັນໂຕກາງໃນການສົ່ງຜ່ານລັກສະນະທາງພັນທຸກຳ ອັນເປັນພື້ນຖານຂອງການເກີດວິວັດທະນາການ ລັກສະນະເຊັ່ນນີ້ ແມ່ນເກີດຂຶ້ນໃນປະຊາກອນເພື່ອໃຫ້ເກີດຄວາມແປຜັນທາງພັນທຸກຳເມື່ອສິ່ງມີຊີວິດໃຫ້ກຳເນີດລູກຫຼານມັກເກີດລັກສະນະໃໝ່ ຫຼືປ່ຽນແປງລັກສະນະເດີມ. ລັກສະນະໃໝ່ທີ່ເກີດຂຶ້ນນີ້ມີສາເຫດສຳຄັນ 2 ປະການ: ປະການນຶ່ງ ເກີດຈາກຂະບວນການກາຍພັນຂອງແຊນ, ສ່ວນປະການສອງ ເກີດຈາກການແລກປ່ຽນແຊນລະຫວ່າງປະຊາກອນ ແລະລະຫວ່າງແອສະແປດ (espèce) ໃນສິ່ງມີຊີວິດທີ່ມີການສືບພັນແບບອາໄສເພດ ສິ່ງມີຊີວິດໃໝ່ທີ່ເກີດຂຶ້ນຈະຜ່ານຂະບວນການແລກປ່ຽນແຊນ ອັນກໍ່ໃຫ້ເກີດຄວາມແປຜັນທາງພັນທຸກຳທີ່ຫຼາກຫຼາຍໃນສິ່ງມີຊີວິດ. ວິວັດທະນາການເກີດຂຶ້ນເມື່ອຄວາມແຕກຕ່າງທາງພັນທຸກຳເກີດຂຶ້ນ ຈົນເກີດຄວາມແຕກຕ່າງຫຼາຍຂຶ້ນເລື້ອຍໆ ຈົນກາຍເປັນລັກສະນະທີ່ແຕກຕ່າງກັນ. ບົດຄວາມສຳລັບຜູ້ເລີ່ມຕົ້ນສຶກສາ ປະຫວັດສາດຄວາມເປັນມາຂອງຄວາມຄຶດທາງວິວັດທະນາການ ບົດຄວາມອ່ານລະດັບສູງ ໝວດ:ວິວັດທະນາການ ໝວດ:ຊີວະສາດ ວິສະວະກຳ (ຄຳເຄົ້າ: ວິສວກັມ) ແມ່ນ ການອອກແບບ, ວິເຄາະ ແລະ /ຫຼື ສ້າງສິ່ງໃດສິ່ງໜຶ່ງ ເພື່ອ ຜົນປຸະໂຫຍດ ຕົວຈິງ. ຜູ້ກະທຳການ ວິສະວະກຳ ແມ່ນ ວິສະວະກອນ. ວິສະວະກອນ ຈະເຮັດວຽກ ໂດຍ ນຳໃຊ້ ຄວາມຄິດສ້າງສັນ, ການຕັດສິນ, ເຫດຜົນ ໃນການໝູນໃຊ້ ວິທະຍາສາດ, ເຕັກໂນໂລຢີ, ຄະນິດສາດ, ແລະ ປະສົບການ ຕົວຈິງ. ຜົນ ຈາກການເຮັດວຽກ ຂອງ ວິສະວະກອນ ຈະກາຍເປັນ ການອອກແບບ, ການຜະລິດ, ແລະ ການນຳໃຊ້ ທິດສະດີ ໃຫ້ເປັນປະໂຫຍດ ໃນຕົວຈິງ. ບັນດາຂະແໜງການ ໃນ ວິສະວະກຳ ຈະປະກອບມີ ເຊັ່ນ ວິສະວະກຳໄຟຟ້າ, ວິສະວະກຳເອເລັກໂຕຣນິກ, ວິສະວະກໍາໂຍທາ, ວິສະວະກໍາຂົວ-ທາງ,ວິສະວະກຳຄອມພິວເຕີ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ,ວິສະວະກຳການສື່ສານ,ວິສະວະກໍາຊົນລະປະທານ,ວິສະວະກຳກົນຈັກ ແລະອື່ນໆ. ໝວດ:ວິສະວະກຳ ສວນຄົວ (, ) ແມ່ນບໍລິເວນທີ່ປູກພືດຜັກທີ່ໃຊ້ເປັນອາຫານໃນເຮືອນຄົວ ເຊັ່ນ ໝາກເຜັດ, ໝາກເຂືອ, ຂ່າ, ຫົວສີໄຄ, ແລະ ໝາກຂີ້ຫູດ ຯລຯ. ໝວດ:ສວນຄົວ ໝວດ:ປະເພດຂອງສວນ ປະເທດລູມານີ ສວນສາທາລະນະ (ຄຳເຄົ້າ: ສວນສາທາຣນະ, , ) ໝາຍເຖິງບໍລິເວນສາທາລະນະທີ່ພາກລັດ ເຊິ່ງສ່ວນໃຫຍ່ມັກເປັນໜ່ວຍການປົກຄອງສ່ວນທ້ອງຖິ່ນ ເຊັ່ນ ເທສະບານ ອົງການບໍລິຫານສ່ວນແຂວງ ຫຼືອົງການບໍລິຫານສ່ວນເມືອງ ຈັດໃຫ້ເປັນບ່ອນພັກຜ່ອນຢ່ອນໃຈແກ່ປະຊາຊົນຕາມຊຸມຊນແລະເມືອງຕ່າງໆ ໂດຍລັດເປັນເຈົ້າຂອງແລະເປັນຜູ້ເບິ່ງແຍງປົກປັກຮັກສາ. ປັດຈຸບັນ ການຈັດບ່ອນພັກຜ່ອນຢ່ອນໃຈຖືເປັນໜ້າທີ່ຂອງລັດ ແຕ່ສວນສາທາລະນະໃນຄວາມໝາຍນີ້ ອາດຈັດສ້າງໂດຍເອກະຊົນແລ້ວອຸທິດໃຫ້ແກ່ປະຊາຊົນກໍໄດ້. ໝວດ:ສວນສາທາລະນະ ເກຣັກບູຮານ ສະຖາປັດຕະຍະກຳ (ຄຳເຄົ້າ: ສຖາປັຕຍກັມ, architecture) ແມ່ນ ສິລະປະ ຫຼື ວິທະຍາສາດ ກ່ຽວກັບ ການອອກແບບ ອາຄານ ແລະ ສິ່ງປຸກສ້າງ. ນອກຈາກນີ້​ ຄຳວ່າ ສະຖາປັດຕະຍະກຳ ຍັງ ຖືກໃຊ້ ເພື່ອ ໝາຍຄວາມເຖິງ ອາຄານ ຫຼື ສິ່ງປຸກສ້າງນັ້ນເລີຍ ກໍ່ມີ. ຜູ້ ທຳການອອກແບບ ຈະຖືກເອີ້ນວ່າ ສະຖາປະນິກ(ພາສາອັງກິດ: architect) ຫຼື ນັກສະຖາປະນິກ. ສະຖິຕິສາດແມ່ນ ສາຂາໜຶ່ງຂອງ ຄະນິດສາດ ທີ່ສຶກສາ ການຮີບໂຮມ, ການວິເຄາະ, ການຕີຄວາມໝາຍ ແລະ ການສະແດງ ຂໍ້ມູນເປັນໂຕເລກ ເປັນຈຳນວນຫຼາຍ. ມັນສາມາດຖືກນຳໃຊ້ ໃນຫຼາຍໆຂະແໜງສຶກສາ ຕັ້ງແຕ່ ວິທະຍາສາດທຳມະຊາດ ຮອດ ວິທະຍາສາດສັງຄົມ, ລວມທັງ ໃນ ຂະແໜງ ທຸລະກິດ, ລັດຖະບານ ແລະ ອຸດສາຫະກຳ. ໝວດ:ຄະນິດສາດ ສະຫະລາຊະອານາຈັກ (ຄຳເຄົ້າ: ສຫຣາຊອານາຈັກຣ, ) ຫຼືຊື່ເຕັມແມ່ນ ສະຫະລາຊະອານາຈັກເບຕາຍໃຫຍ່ແລະອຽກລັງເໜືອ ເປັນລັດເອກະລາດຕັ້ງຢູ່ນອກຊາຍຝັ່ງຕາເວັນຕົກສຽງເໜືອຂອງເອີລົບພາກພື້ນທະວີບ. ປະເທດນີ້ປະກອບດ້ວຍເກາະເບຕາຍໃຫຍ່ ສ່ວນຕາເວັນອອກສຽງເໜືອຂອງເກາະອຽກລັງ ແລະເກາະທີ່ນ້ອຍກວ່າຈຳນວນຫຼາຍ. ອຽກລັງເໜືອເປັນພຽງສ່ວນດຽວຂອງສະຫະລາຊະອານາຈັກທີ່ມີພົມແດນທາງບົກຕິດຕໍ່ກັບລັດອື່ນ ແມ່ນ ສາທາລະນະລັດອຽກລັງ. ນອກເໜືອຈາກນີ້ແລ້ວ ສະຫະລາຊະອານາຈັກລ້ອມຮອບດ້ວຍມະຫາສະໝຸດອັດລັງຕິກທາງທິດຕາເວັນຕົກແລະເໜືອ ທະເລເໜືອທາງທິດຕາເວັນອອກ ຊ່ອງແຄບອັງກິດທາງທິດໃຕ້ ແລະທະເລອຽກລັງທາງທິດຕາເວັນຕົກ. ສະຫະລາຊະອານາຈັກປະກອບດ້ວຍສີ່ສ່ວນໃຫຍ່ໆ ເຊິ່ງບາງເທື່ອເອີ້ນໃນພາສາລາວວ່າ ແຄວ້ນ. ໝວດ:ສະຫະລາຊະອານາຈັກ ວິຊາ ສັງຄົມສາດ (social science) ຄືສາຂາວິຊາທີ່ໃຊ້ລະບຽບວິທີທາງວິທະຍາສາດເພື່ອສຶກສາໂລກໃນເລື່ອງທີ່ກ່ຽວຂ້ອງກັບຄວາມສຳພັນລະຫວ່າງມະນຸດໜ່ວຍສັງຄົມຕ່າງໆຂອງມະນຸດ ລວມທັງພຶດຕິກຳຂອງມະນຸດໃນທິດທາງຕ່າງໆ ວິຊາໃນສັງຄົມສາດແຕກຕ່າງຈາກວິຊາໃນກຸ່ມມະນຸດສາດ ເນື່ອງຈາກຫຼາຍໆສາຂາວິຊາໃນສັງຄົມສາດເນັ້ນການຫາຄວາມຮູ້ ແລະ ຄວາມສຳພັນຂອງປັດໄຈຕ່າງໆ ທີ່ສົ່ງຜົນຕໍ່ການດຳເນີນພຶດຕິກຳຂອງມະນຸດ ແລະ ປາກົດການທາງສັງຄົມດ້ວຍຂະບວນການແບບປະຕິຖານ ແລະ ປະຈັກນິຍົມ ທາງດ້ານປະລິມານ (quantitative method) ແລະ ທາງດ້ານຄຸນນະພາບ (qualitative method) ຢ່າງເປັນວິທະຍາສາດ ເຖິງຢ່າງໃດກໍ່ຕາມບາງສາຂາກໍ່ອາດຈະນຳລະບຽບວິທີທາງຄຸນນະພາບແບບຕີຄວາມການຄາດຄະເນ ວິເຄາຕາມຫຼັກປັດຊະຍາ ແລະ ຕະກະ ຫຼື ຄວາມເຊື່ອສ່ວນບຸກຄົນ ແລະ ການວິຈານມາໃຊ້ໃນການອະທິບາຍພຶດຕິກຳໃນບາງກໍ່ລະນີທີ່ເໝາະສົມຫາກຈຳເປັນ ເຖິງແມ່ນວ່າ ລະບຽບວິທີການການສຶກສາທາງສັງຄົມແບບໃໝ່ໄດ້ຮັບອິດທິພົນຈາກສັງຄົມສາດແບບອາເມຣິກາສ່ວນຫຼາຍ ເຮັດໃຫ້ການສຶກສາແບບປະຕິຖານນິຍົມໄດ້ຮັບຄວາມນິຍົມ ແລະ ການຍອມຮັບຫຼາຍກວ່າລະບຽບວິທີແບບເກົ່າທີ່ຄ້າຍຄືກັບສາຂາມະນຸດສາດ ສັດ (ຄຳເຄົ້າ: ສັຕວ໌, ) ເປັນສິ່ງມີຊີວິດກຸ່ມທີ່ໃຫຍ່ທີ່ສຸດ ຈັດຢູ່ໃນ ອານາຈັກສັດ (ຄຳເຄົ້າ: ອານາຈັກຣ໌ສັຕວ໌, ) ເປັນສິ່ງມີຊີວິດພວກທີ່ນິວຄຽສມີຜະໜັງຫໍ່ຫຸ້ມ ປະກອບດ້ວຍ ຫຼາຍເຊລລ໌ມີການແບ່ງໜ້າທີ່ຂອງແຕ່ລະເຊລລ໌ເພື່ອເຮັດໜ້າທີ່ສະເພາະຢ່າງແບບຖາວອນ ບໍ່ມີຄໍໂລຟິນ ສ້າງອາຫານຜູ້ດຽວບໍ່ໄດ້ ດຳລົງຊີວິດໄດ້ຫຼາຍລັກສະນະທັງເທິງບົກໃນນ້ຳ ແລະບາງຊະນິດເປັນປໍລະສິດ. ອານາຈັກນີ້ໄດ້ແກ່ສັດທຸກຊະນິດ ຕັ້ງແຕ່ສັດບໍ່ມີດູກສັນຫຼັງຈົນຮອດສັດທີ່ມີດູກສັນຫຼັງ ໄດ້ແກ່ ພະຍາດໃບໄມ້ ກົບ ລີງ ກະຕ່າຍ ດາວທະເລ ແມງດາທະເລ ຫອຍສອງຝາ ແມງສາບ ໃນທາງຊີວະວິທະຍາ ມະນຸດ ກໍຈັດຢູ່ໃນອານາຈັກສັດ ໂດຍຄຳວ່າສັດ ກາຍຄວາມໝາຍມາຈາກຄຳວ່າ "ສຕຕວ" ໃນພາສາປາລີເຊິ່ງແປວ່າ "ສິ່ງມີຊີວິດ". ໝວດ:ສັດ ສາລານຸກົມແມ່ນເຮື່ອງທີ່ຄັດຍໍ່ທີ່ຖຶກຂຽນຂຶ້ນສຳຫຼັບການຮວບຮວມຄວາມຮູ້ ກລ່າວຄືເປັນຄວາມຮູ້ທີ່ເປັນເຮື່ອງຮາວທີ່ຖຶກຈັດຮຽງໃນລຳດັບ ຈະມີທັ້ງປະເພດຄວາມຮູ້ທັ່ວໄປ ແລະຄວາມຮູ້ດ້ານສະເພາະ ເຊັ່ນ ສາລານຸກົມກ່ຽວກັບການແພດ ຄະນິດສາດ ປະຫວັດສາດ ຫຼືອ ຈັດທຳເພື່ອຈຸດປະສົງສະເພາະ ເຊັ່ນ ສາລານຸກົມສຳຫຼັບເຍົາວະຊົນ ສາລານຸກົມທີ່ເປັນທີ່ຮູ້ຈັກກັນດີຄື ສາລານຸກົມບຣິເຕນນິກາ (Encyclopædia Britannica) ສາລານຸກົມທີ່ເກົ່າແກ່ທີ່ສຸດໃນໂລກ ທີ່ມີການຕີພິມ ຕີພິມສະບັບແຮກໃນພາສາອັງກິດໃນຊ່ວງປີ ພ.ສ. 2311 - 2314 (ຄ.ສ. 1768–1771) ໃນເມືອງເອດິນບະຣະ ປະເທດສະກອດແລນດ໌ ຊຶ່ງໃນປັດຈຸບັນ ໄດ້ມີການຕີພິມແລະຈຳໜ່າຍໃນສະບັບຊີດີ ໝວດ:ສາລານຸກົມ ສາສະໜາ (ຄຳເຄົ້າ: ສາສນາ) ໝາຍເຖິງ ຄວາມເຊື່ອໃນສິ່ງສັກສິດ ສິ່ງເໜືອທຳມະຊາດ ສະຖາບັນ ປະເພນີ ເຊິ່ງເປັນບ່ອນເຄົາລົບ ໂດຍທົ່ວໄປແລ້ວອາດກ່າວໄດ້ວ່າ ສາສະໜາ ເປັນສິ່ງເຊິ່ງຄວບຄຸມ ແລະປະສານຄວາມສຳພັນຂອງມະນຸດໃຫ້ຢູ່ຮ່ວມກັນໄດ້ຢ່າງເປັນສຸກ ແມ່ນ ຫຼັກການແລະວິຖີທາງເຊິ່ງມະນຸດເລືອກໃຊ້ໃນການດຳລົງຊີວິດ. ມີຄວາມເຊື່ອວ່າສາສະໜານັ້ນ ເກີດມາຈາກຄວາມຢ້ານກົວທຳມະຊາດ ກ່າວຄື ສິ່ງໃດເຊິ່ງມະນຸດຢ້ານກົວ ເຊື່ອ ເລື່ອມໃສ ແລະໃຫ້ຄວາມເຄົາລົບນັບຖື ໄດ້ຊື່ ວ່າເປັນສາສະໜາຂອງບຸກຄົນນັ້ນໆ ໃນການສຶກສາປັດຈຸບັນ ຄຳອະທິບາຍຂອງການເກີດຂຶ້ນ ແລະພັດທະນາການຂອງສາສະໜາ ສາມາດແບ່ງໄດ້ເປັນສາມກຸ່ມ ໝວດ:ສາສະໜາ ສາສະໜາຊິກ ຫຼື ສາສะໜາສິກ (ປັນຈາບ: ਸਿੱਖੀ, [ˈsɪkːʰiː], , ) ເປັນສາສະໜາທີ່ຖືກຳເນີດຂຶ້ນໃນຮາວຄິດສະຕະວັດທີ 16 ໃນຕອນເໜືອຂອງອິນເດຍ ຈາກຄຳສອນຂອງ ນານັກ ແລະຄຸລຸຜູ້ສືບທອດອີກ 9 ອົງ. ຫຼັກປັດຍາຂອງສາສະໜາຊິກແລະການປະຕິບັດຕາມຫຼັກສາສະໜາ ນິຍົມເອີ້ນວ່າ "ຄຸລມັດ" (ຄວາມໝາຍໂດຍພະຍັນຊະນະ ໝາຍເຖິງ "ຄຳສອນຂອງຄຸລຸ" ຫຼື "ທຳມະຂອງຊິກ") ໝວດ:ສາສະໜາຊິກ ສາສະໜາຢິວ (ອັງກິດ: Judaism) ຫຼື ສາສະໜາຊູດາ () ແມ່ນວິຖີຊີວິດ ປັດຊະຍາ ແລະສາສະໜາປະເພດເອກະເທວະນິຍົມຕາມຄວາມເຊື່ອຂອງຊາວຢິວ. ມີຕົ້ນກຳເນີດໃນຄຳພີຮີບູ (ຫຼືຄຳພີທານັກ) ໂຮມເຖິງຄຳພີຊັ້ນຫຼັງ ເຊັ່ນ ຄຳພີທາວມຸດ.​ ສາສະນິກະຊົນຢິວຖືວ່າວິຖີນີ້ແມ່ນພັນທະສັນຍາລະຫວ່າງພະຢາເວກັບວົງວານອິສະລາເອວ.​ ສາສະໜາຢິວແບບຮັບບີຖືວ່າພະຢາເວໄດ້ປະທານທຳມະບັນຍັດອັນເອີ້ນວ່າຄຳພີທໍລ້າແກ່ໂມເສດຢູ່ພູຊີນາຍ. ໝວດ:ສາສະໜາຢິວ ສາສະໜາພາມ (, ) ແມ່ນສາສະໜາແບບພະຫຸເທວະນິຍົມ (ເຊື່ອເທບຫຼາຍອົງ). ບໍ່ປາກົດແນ່ຄັກວ່າແມ່ນໃຜເປັນສາສະດາ. ມີຄຳພີສາສະໜາເອີ້ນວ່າພະເວດ ມີສາສະນິກະຊົນຫຼາຍເປັນອັນດັບທີ 4 ຂອງໂລກ ມີຈຳນວນປະມານ 900 ລ້ານຄົນ. ໝວດ:ສາສະໜາພາມ ສາສະໜາອິສະລາມ (ອັງກິດ: Islam) ແມ່ນສາສະໜາເອກະເທວະນິຍົມ (monotheism, ນັບຖືພະເຈົ້າອົງດຽວ) ບັນຍັດໄວ້ໃນຄຳພີອັນກຸລະອານ ເຊິ່ງຜູ້ນັບຖືເບິ່ງວ່າເປັນພະວະຈະນະຄຳຕໍ່ຄຳຂອງພະເຈົ້າ (ອາຫຼັບ: الله‎ ອັລລອຮ) ແລະໂດຍຄຳສອນແລະໂຕຢ່າງອອກໄປທາງປະທັດສະຖານ (ເອີ້ນວ່າ ສຸນັດ ແລະ ປະກອບດ້ວຍຫະດີດ) ຂອງມຸຮຳມັດ ເຊິ່ງຜູ້ນັບຖືເບິ່ງວ່າເປັນສາສະດາຫຼືນະບີອົງຫຼ້າຂອງພະເຈົ້າ. ຜູ້ນັບຖືຂອງສາສະໜາອິສະລາມ ເອີ້ນວ່າ ມຸສະລິມ. ໝວດ:ສາສະໜາອິສະລາມ ສິລະປະ (ຄຳເຄົ້າ: ສິລປະ, ) ແມ່ນ ການສ້າງ,​ການສະແດງອອກໂດຍ ບໍ່ວ່າ ຈະແມ່ນ ດ້ວຍການຂີດຂຽນ, ແຕ້ມ, ປັ້ນ, ຫຼ່, ຫລື ດ້ວຍ ການເຄື່ອນຍ້າຍຮ່າງກາຍ, ວັດຖຸ ຫຼື ແມ່ນແຕ່ ສຽງ, ຈັງຫວະ. ໂດຍທົ່ວໄປ ສິລະປະ ຈະຖືກ ສະແດງອອກ ເພື່ອ ຄວາມພໍໃຈ ຂອງ ຜູ້ຊົມ, ຜູ້ຟັງລວມທັງ ຜູ້ກະທຳ. ໝວດ:ສິລະປະ ສິລະປະປະຍຸກ (ຄຳເຄົ້າ: ສິລປປຍຸກຕ໌, , ) ໝາຍເຖິງສິລະປະທີ່ສາມາດເຂົ້າໄປໝູນໃຊ້ໄດ້ ເຊັ່ນ ສະຖາປັດຕະຍະກຳ ພູມິສະຖາປັຕະຍະກຳ ມັນທະນະສິນ ລວມທັງເຄື່ອງປັນດິນເຜົາທີ່ໃຊ້ເປັນພາຊະນະ. ສິລະປະປະຍຸກ ສາມາດແບ່ງອອກເປັນ 4 ສາຂາ ໄດ້ແກ່ ພານິດສິນ (Commercial Art) ມັນທະນະສິນ (Decorative Art) ອຸດສາຫະກຳສິນ (Industrial Art) ການອອກແບບ (Design). ໝວດ:ສິລະປະ ສິ່ງແວດລ້ອມ​(ພາສາອັງກິດ: environment) ໝາຍເຖິງ ວັດຖຸ, ປະກົດການ ທັງທຳມະຊາດ ແລະ ທີ່ສ້າງຂຶ້ນ ໂດຍ ຄົນ ຢູ່ອ້ອມຮອບ ສະຖານທີ່ ຫຼື ເຂດແຄວ້ນໃດໜຶ່ງ. ໂດຍທົ່ວໄປ ມັນມັກຖືກ ໃຊ້ ເພື່ອໝາຍເຖິງ ສິ່ງແວດລ້ອມທຳມະຊາດແລະ ໃນຄວາມໝາຍດຽວກັນ ກັບ ຄຳວ່າ "ສະພາບແວດລ້ອມ". ໃນຂະນະທີ່ ມະນຸດຊາດ ໄດ້ ທຳການດັດແປງ ສິ່ງແວດລ້ອມທຳມະຊາດ ເພື່ອສ້າງ ຄວາມສະດວກໃນການດຳລົງຊີວິດ ໃນໄລຍະຜ່ານມາ, ປະຈຸບັນ ຜົນຮ້າຍທີ່ເກີດຈາກ ການພັງທະລາຍຂອງ ຄວາມສົມດຸນ ຂອງ ສິງແວດລ້ອມ ໄດ້ປະກົດຂຶ້ນຢ່າງເຫັນໄດ້ແຈ້ງ ແລະ ເປັນທີ່ຮັບຮູ້ກັນຢ່າງ ກ້ວາງຂວາງ. ສິ່ງແວດລ້ອມ ແມ່ນ ຫົວຂໍ້ຫຼັກ ໃນ ການພັດທະນາແບບຍືນຍົງ (ພາສາອັງກິດ: sustainable development) ແລະ ແມ່ນ ສິ່ງທີ່ ອົງກອນເຄື່ອນໄຫວທາງດ້ານເສດຖະກິດ ເຊັ່ນ ວິສາຫະກິດຕ່າງ ຕ້ອງໃຫ້ຄວາມສຳຄັນ. ຜົນຮ້າຍທີ່ເກີດຈາກ ການພັງທະລາຍ ຂອງ ຄວາມສົມດຸນ ຂອງ ສິ່ງແວດລ້ອມ, ໂດຍສະເພາະ ທີ່ເກີດ ຈາກການພັດທະນາເສດຖະກິດ ມັກຖືກເອີ້ນວ່າ ມົນລະພາວະ (ພາສາອັງກິດ: pollution). ມົນລະພາວະ ແມ່ນ ບັນຫາໃຫຍ່ທາງສັງຄົມ, ເສດຖະກິດແລະ ການເມືອງ ທີ່ສາມາດເວົ້າໄດ້ວ່າ ທຸກໆປະເທດທີ່ພັດທະນາແລ້ວທາງດ້ານອຸດສາຫະກຳເຄີຍປະສົບ ແລະ ກໍ່ແມ່ນສິ່ງທີ່ ປະເທດພວມພັດທະນາ ບໍ່ຄວນເບິ່່ງຂ້າມ. ດັ່ງນັ້ນ, ການປົກປັກຮັກສາສິ່ງແວດລ້ອມ ຈື່ງໝາຍເຖິງການປົກປ້ອງຄຸ້ມຄອງ ແລະ ອະນຸລັັກສິ່ງແວດລ້ອມ. ການສະຫງວນ, ການຊ່ອມແຊມ, ແລະ ໃຊ້ຊັບພະຍາກອນທຳມະຊາດຢ່າງມີເຫດຜົນຕໍ່ສິ່ງແວດລ້ອມເພື່ອໃຫ້ເກີດປະໂຫຍດສູງສຸດ ໂດຍຄຳນຶງເຖິງໄລຍະເວລາໃນການໃຊ້ຍາວນານ ແລະ ກໍ່ໃຫ້ເກີດຜົນເສຍຫາຍຕໍ່ສິ່ງເວດລ້ອມນ້ອຍທີ່ສຸດ ລວມທັງຕ້ອງມີການກະຈາຍການໃຊ້ຊັບພະຍາກອນຢ່າງພໍດີພໍງາມ ໃນປັດຈຸບັນສິ່ງແວດລ້ອມຂອງໂລກໄດ້ຖືກທຳລາຍລົງຢ່າງຫຼວງຫຼາຍເຊັ່ນ: ການຕັດໄມ້ທຳລາຍປ່າ, ການກະທຳຂອງມະນຸດທີ່ກໍ່ໃຫ້ເກີດພາວະເຮືອນແກ້ວ, ການໃຊ້ສານເຄມີເພື່ອປາບສັດຕູພືດຫຼາຍເກີນໄປ, ການໃຊ້ປຸຍເຄມີໃນການເລັ່ງໃຫ້ພືດມີການຈະເລີນເຕີບໂຕຫງອກງາມໄປພາໃຫ້ເກີດຜົນຕາມມາເຊັ່ນ: ແມງໄມ້ດີ້ຢາ, ດິນເຊື່ອມຄຸນນະພາບ, ເກີດສານຕົກຄ້າງ…... ເຊິ່ງສະພາບປ່ຽນແປງໄປຕາມສິ່ງແວດລ້ອມດັ່ງກ່າວສົ່ງຜົນສະທ້ອນຕໍ່ສິ່ງທີ່ມີຊິວິດໃນໂລກລວມທັງມະນຸດເຮົາ. ດັ່ງນັ້ນພວກເຮົາຈຶ່ງພາກັນປົກປັກຮັກສາສິ່ງແວດລ້ອມໃຫ້ຢູ່ໃນສະພາບທີ່ດີຢ່າງຍືນຍົງໂດຍມີຫຼັກການດັ່ງນີ້: 1.1 ວິທີ່ການປົກປັກຮັກສາສິ່ງແວດລ້ອມ. - ການປົກປັກຮັກສາສິ່ງແວດລ້ອມເປັນວຽກງານຕົ້ນຕໍ່ທີ່ພັກ - ລັດ ແລະ ອົງການຈັດຕັ້ງທຸກຂັ້ນຕະຫຼອດຮອດພໍ່ແມ່ປະຊາຊົນຄວນໃຫ້ຄວາມສຳຄັນ. - ຕ້ອງວາງແຜນການພັດທະນາເສດຖະກິດ - ສັງຄົມທີ່ດີ, ມີອາຊີບການງານທີ່ໝັ້ນຄົງ ແລະ ຍືນຍົງເພື່ອປົກປ້ອງຄຸ້ມຄອງຊັບພະຍາກອນທໍາມະຊາດໃຫ້ຄົງຢູ່ກັບພວກເຮົາຕະຫຼອດໄປ. - ສ້າງກົດໝາຍວ່າດ້ວຍການປົກປ້ອງຄຸມຄອງ ແລະ ປົກປັກຮັກສາສິ່ງແວດລ້ອມປະຕິບັດຢ່າງເຂັມງວດ. - ຫຼຸດຜ່ອນການນຳໃຊ້ຢາງພາສສະຕິກທີ່ກໍ່ໃຫ້ເກີດມົນລະພິດ, ບໍ່ຖິ້ມສິ່ງເສດເຫຼືອຊະຊາຍຕາມຖະໜົນຫົນທາງ, ຕາມສະຖານທີ່ສາທາລະນະ, ຕາມບ້ານຊ່ອງ. - ບໍ່ຈູດປ່າ, ບໍ່ຖາງປ່າຢ່າງຊະຊາຍ, ສ້າງລະບົບກົດໝາຍເພື່ອອະນຸລັກເປັນເຂດປ່າສະຫງວນໃຫ້ໄດ້ຫຼາຍໃນທົ່ວປະເທດເຮົາເພື່ອເຮັດໃຫ້ຊັບພະຍາກອນປ່າໄມ້ຢູ່ປະເທດເຮົາຄົງຄວາມສົມດູນປະກອບດ້ວຍຄວາມອຸດົມສົມບູນໄປດ້ວຍຊັບໃນດິນສິນໃນນໍ້າ ແລະ ມີຄຸນຄ່າສູງຕໍ່ເສດຖະກິດ ແລະ ສັງຄົມຂອງປະເທດເຮົາ. - ຄວນມີເຈົ້າໜ້າທີ່ຮັບຜິດຊອບດ້ານການປົກປັກຮັກສາສິ່ງແວດລ້ອມເພື່ອບໍ່ໃຫ້ສິ່ງແວດລ້ອມຖືກທຳລາຍ. - ປວງຊົນລາວທັງຊາດຄວນຈະຮູ້ຈັກຮັບຜິດຊອບດ້ານສິ່ງແວດລ້ອມໃຫ້ຄົງຢູ່ກັບເຮົາຕະຫຼອດໄປ. - ເມື່ອບ່ອນໃດທີ່ຖືກທຳລາຍໄປເຮົາກໍ່ຄວນປູກຕົ້ນໄມ້ທົດແທນຄືນ. ພວນ ສິ້ນ () ແມ່ນຜ້ານຸ່ງຂອງແມ່ຍິງ ມີຮູບຮ່າງໜ້າຕາອັນແຕກຕ່າງກັນໄປຕາມທ້ອງຖິ່ນ ທັງສ່ຳ ການນຸ່ງ ແລະລວດລາຍເທິງຜືນຜ້າ. ສິ້ນສ່ວນຫຼາຍ ແມ່ນມີໂຄງສ້າງຄ້າຍຄືກັນ ແມ່ນ ປະກອບດ້ວຍ 3 ສ່ວນຫຼັກ ໄດ້ແກ່ ໝວດ:ຜ້າລາວ ໝວດ:ເຄື່ອງແຕ່ງກາຍລາວ ສຶກສາສາດ (ຄຳເຄົ້າ: ສຶກສາສາສຕຣ໌, ພາສາອັງກິດ: pedagogy) ແມ່ນ ວິທະຍາສາດ ທີ່ ຄົ້ນຄ້ວາກ່ຽວກັບ ການສຶກສາ. ເຄົ້າຂອງຄຳວ່າ ສຶກສາສາດ ແມ່ນ ພາສາເກຣັກ ທີ່ວ່າ paidos ເຊິ່ງວ່າ ເດັກນ້ອຍ. ຂະແໜງຄົ້ນຄ້ວາທີ່ອາດຈະສາມາດຍົກຂຶ້ນມາໄດ້ ໃນ ສຶກສາສາດ ກໍຈະມີ ປະຫວັດສາດການສຶກສາ, ປັດຊະຍາສຶກສາສາດ, ສັງຄົມສຶກສາສາດ, ບໍລິຫານທຸລະກິດສຶກສາສາດ, ການປົກຄອງການສຶກສາ, ວິທີສຶກສາສາດ ແລະອື່ນໆ. ຄຳມະຫາວິທະຍາໄລສ້າງຄູ ໃນ ພາສາອັງກິດ ບາງເທື່ອກໍໃຊ້ຄຳວ່າ Pedagogical University. ສຸຂະພາບ (ຄຳເຄົ້າ: ສຸຂພາພ) ໝາຍເຖິງລະດັບຂອງປະສິດທິພາບເຊີງການເຮັດວຽກຫຼືເຊີງເມຕາບໍລິກຂອງສິ່ງມີຊີວິດສຳລັບມະນຸດນັ້ນ ໂດຍທົ່ວໄປແລະຕາມນິຍາມຂອງອົງການອະນາໄມໂລກໝາຍເຖິງສະພາວະອັນສົມບູນຂອງພາວະທາງກາຍ ຈິດ ຈິດວິນຍານ ແລະສັງຄົມຂອງບຸກຄົນ ອັນບໍ່ໄດ້ໝາຍເຖິງຄວາມປາສະຈາກພະຍາດຫຼືຄວາມບົກພ່ອງພຽງຢ່າງດຽວ. ແມ້ນຄວາມໝາຍນີ້ຈະເປັນບ່ອນວິພາກວິຈານໂດຍສະເພາະແມ່ນໃນປະເດັນຂອງຄວາມບໍ່ມີໂຕຊີ້ວັດທີ່ຊັດເຈນຫຼືປະເດັນປັນຍາທີ່ຕາມມາຈາກການໃຊ້ຄຳວ່າ "ສົມບູນ" ກໍຕາມ ແຕ່ກໍຍັງແມ່ນຄວາມໝາຍທີ່ໄດ້ຮັບການຍອມຮັບຫຼາຍທີ່ສຸດຢູ່. ລະບົບຈຳແນກປະເພດຕ່າງໆ ເຊັ່ນ Family of International Classifications ຂອງອົງການອະນາໄມໂລກ ອັນປະກອບດ້ວຍ International Classification of Functioning, Disability and Health (ICF) ແລະ International Classification of Diseases (ICD) ເປັນເກນທີ່ເປັນທີ່ນິຍົມໃຊ້ຫຼາຍທີ່ສຸດໃນການນິຍາມແລະວັດອົງປະກອບຂອງສຸຂະພາບ. ໝວດ:ສຸຂະພາບ ຫີນະຍານ (ປາລີ; ສັນສະກິດ: हीनयान Hīnayāna) ແປວ່າ ຍານຊັ້ນເລວຫຼືຍານຊັ້ນຕ່ຳ ເປັນຄຳທີ່ຄະນາຈານຝ່າຍມະຫາຍານໃຊ້ເອີ້ນແນວການປະຕິບັດໃດໆ ໃນສາສະໜາພຸດທີ່ບໍ່ໄດ້ຍຶດແນວທາງແບບພະໂພທິສັດ ແຕ່ເນ້ນການປະຕິບັດເພື່ອຄວາມຫຼຸດພົ້ນສະເພາະຕົນແບບພະສາວົກຫຼືພະປັດເຈກພຸດທະເຈົ້າ ຈຶ່ງເອີ້ນອີກຢ່າງວ່າສາວົກຍານແລະປັດເຈກຍານ ຕ່າງຈາກມະຫາຍານເຊິ່ງແມ່ນແນວທາງທີ່ເນ້ນໃຫ້ຜູ້ປະຕິບັດເປັນພະໂພທິສັດບຳເພັນບາລະມີມຸ່ງບັນລຸເປັນພະພຸດທະເຈົ້າ ເພື່ອຈະໄດ້ຊ່ອຍເຫຼືອສັບພະສັດຈຳນວນຫຼາຍໄດ້ພົ້ນທຸກຕາມໄປດ້ວຍ ແນວທາງຢ່າງຫຼັງນີ້ຈຶ່ງເອີ້ນວ່າ ມະຫາຍານ ແປວ່າຍານໃຫຍ່. ໝວດ:ນິກາຍໃນສາສະໜາພຸດ ວິທະຍາການຫຸ່ນຍົນ ຫຼື ຫຸ່ນຍົນສາດ ຫຼື ໂຣໂບຕິກ (, ) ເປັນສາດທາງວິທະຍາສາດແລະເຕັກໂນໂລຊີທີ່ສຶກສາກ່ຽວກັບການອອກແບບ ການຜະລິດ ແລະການປະຍຸກໃຊ້ງານໂຣບົດ ຫຸ່ນຍົນສາດກ່ຽວຂ້ອງກັບ ເອເລັກໂຕນິກ, ກົນລະສາດ, ແລະ ຊອບແວ. ໝວດ:ຫຸ່ນຍົນສາດ ໝວດ:ໂຣບົດ ປະເທດໂອຕິດ ຫໍສະໝຸດ (, ) ແມ່ນແຫຼ່ງສາລະນິເທດ ບໍລິການຊັບພະຍາກອນນິເທດໃນຮູບແບບຕ່າງຯ ເຊັ່ນ ປຶ້ມ ວາລະສານ ໜັງສືພິມ ວັດສະດຸເທບແລະໂທລະພາບ CD-ROM DVD VCD ໂດຍມີບັນນາລັກ ເປັນຜູ້ດຳເນີນການ ແລະບໍລິຫານການຕ່າງໆ ໃນຫໍສະໝຸດ ໂດຍຈັດລະບົບເປັນໝວດ ແລະລະບຽບຮຽບຮ້ອຍ ເພື່ອໃຫ້ຜູ້ໃຊ້ຫໍສະໝຸດ ມີຄວາມສະດວກສືບຄົ້ນໄດ້ງ່ານ ກົງກັບຄວາມຕ້ອງການ. ໝວດ:ຫໍສະໝຸດ ຄອມພິວເຕີ (ຄຳເຄົ້າ: ຄອມພິວເຕີຣ໌, ) ຫຼື ອອກດີນາເຕີ () ແມ່ນເຄື່ອງຈັກທີ່ສາມາດທຳການ ຄຳນວນ, ຄິດໄລ່ ແລະປະມວນຜົນ ທີ່ມີຄວາມຊັບຊ້ອນ. ການທຳງານຂອງມັນແມ່ນ ຈະເຮັດໄປຕາມ ໂປຣແກຣມ (Program) ເຊິ່ງຈະຢູ່ໃນຮູບແບບຂອງລາຍການຂອງຄຳສັ່ງ. ຄຳສັ່ງເຫຼົ່ານີ້ ສ່ວນຫຼາຍຈະທຳການ ຈັດການ (Process) ຂໍ້ມູນ ທີ່ລວມມີທັງ ໂຕເລກ, ໂຕໜັງສື, ຮູບພາບ ຫຼື ສຽງ. ຄອມພິວເຕີ ມີເປັນຫຼາຍໆຂະໜາດ. ຄອມພິວເຕີໃນຍຸກເລີ່ມຕົ້ນນັ້ນ ຈະມີຂະໜາດເທົ່າກັບຫ້ອງໃຫຍ່ຫ້ອງໜຶ່ງ ແລະໃນຄອມພິວເຕີທີ່ມີຂະໜາດໃຫຍ່ ດັ່ງກ່າວກໍ່ຍັງມີຢູ່ ເຊັ່ນ "ຊຸບເປີຄອມພິວເຕີ" (Super Computer) ທີ່ໃຊ້ສຳຫຼັບຄິດໄລ່ ທາງວິທະຍາສາດໃດໜຶ່ງ ທີ່ມີຄວາມຊັບຊ້ອນຫລາຍ ເຊັ່ນ ການພະຍາກອນອາກາດ, ການວິເຄາະໂມເລກຸນ; "ເມນເຟຣມ" (Mainframe) ທີ່ ໃຊ້ສຳຫຼັບຄິດໄລ່ ການຊຳລະສະສາງ ໃນ ບໍລິສັດໃຫຍ່ໆ. ຄອມພິວເຕີທີ່ນ້ອຍກ່ວານັ້ນ ແລະ ເພື່ອການນຳໃຊ້ສ່ວນບຸກຄົນ ເອີ້ນວ່າ "ຄອມພິວເຕີສ່ວນບຸກຄົນ" (Personal Computer) ແລະ ຄອມພິວເຕີ ທີ່ສາມາດຖືຕິດໂຕໄປມາໄດ້ ເຊັ່ນ "ໂນດບຸກ"(Notebook computer). ນອກຈາກນີ້ ມັນຍັງມີ ຄອມພິວເຕີນ້ອຍໆ ທີ່ຖືກໃຊ້ ເພື່ອຄວບຄຸມບັນຊາ ເຄື່ອງຈັກ ທີ່ໃຫຍ່ກ່ວາ ເຊັ່ນ ກ້ອງດີຈີຕອລ, ຍົນ ແລະອື່ນໆ. ຄຳວ່າ ຮາດແວ (hardware) ໝາຍຄວາມເຖິງ ທຸກໆພາກສ່ວນ ຂອງ ຄອມພິວເຕີ ທີ່ ແມ່ນວັດຖຸ ເຊັ່ນ ແຜງວົງຈອນ, ໜ້າຈໍ, ໜ່ວຍສະໜອງພະລັງງານໄຟຟ້າ, ສາຍເຄເບິນ, ຄີບອດ, ຈັກພິມ, ເມົາສ໌ ແລະອື່ນໆ. ຊອຟແວ (Software) ແມ່ນແງ່ໜື່ງຂອງຂໍ້ມູນທົ່ວໄປ ທີ່ຖືກບັນທືກລົງໃນອຸປະກອນ. ຍົກຕົວຢ່າງ, ເມື່ອເຈົ້າໄປທີ່ຮ້ານວີດີໂອ ແລະ ເຊົ່າ ຫຼື ຊື້ ເທບ (tape) ຫຼື ວີດີໂອ (video), ສີ່ງທີ່ເຈົ້າໄດ້ແທ້ນັ້ນ ກໍ່ຄື ຊອຟແວ(Software)ທີ່ບັນທືກຢູ່ໃນ ເທບ (tape) ຫຼື ວີດີໂອ (video) ນັ້ນ . ເຄື່ອງ VCR or DVD player ຂອງເຈົ້າ ນັ້ນແມ່ນ ອຸປະກອນ ຮາດແວ (hardware devices) ທີ່ສາມາດອ່ານ ຊອຟແວ (Software) ຈາກ ເທບ (tape) or ແຜ່ນດິດຊ (disk) ແລະ ສາຍອອກສູ່ໜ້າຈໍໂທລະທັດ (TV (output device). ໂຕໜັງສືເຂັ້ມໂຕໜັງສືເຂັ້ມໂຕໜັງສືເຂັ້ມ ກ່ອນທີ່ເຮົາຈະນຳໃຊ້ຄອມພິວເຕີ ສິ່ງທີ່ສຳຄັນທີ່ສຸດ,ເຮົາຈຳເປັນທີ່ຈະຕ້ອງໄດ້ຮຼ້ຈັກບັນດາອົງປະກອບທີ່ສຳຄັນຂອງຄອມພິວເຕີເສຍກ່ອນ. ຄິດຕະຈັກອອກໂຕດົກ (, ) ຫຼື ຄິດຕະຈັກບີຊັງແຕງ (The Byzantine Church) ແມ່ນນິກາຍນຶ່ງໃນຄິດຕະສາສະໜາ. ອອກໂຕດົກແມ່ນຄິດຕະຈັກທີ່ໃຫຍ່ເປັນທີສອງຂອງຄິດສາສະໜາໃນໂລກ. ຄິດຕະຈັກນີ້ປະຕິບັດຕາມຫຼັກການທາງເທວະວິທະຍາຢ່າງບໍ່ມີການປ່ຽນແປງມາຕັ້ງແຕ່ສະໄໝສາສະໜາຄິດຍຸກທຳອິດ. ຄິດຕະຈັກອອກໂຕດົກແບ່ງເປັນຄິດຕະຈັກຍ່ອຍໆ ແຕ່ລະຄິດຕະຈັກມີອັກຄະລະບິດອນຫຼືມຸກນາຍົກເປັນຂອງຕົນເອງ ຜູ້ມີໜ້າທີ່ເປັນຜູ້ພິທັກປະເພນີຂອງສາສະນະຈັກ ແລະສາມາດສືບສາຍຄືນໄປໄດ້ເຖິງອັກຄະລທູດຂອງພະເຢຊູໂດຍສະເພາະນັກບຸນອັງເດ. ໝວດ:ນິກາຍໃນສາສະໜາຄິດ ອະນາທິປະໄຕ (, ) ໂດຍທົ່ວໄປແປວ່າເປັນປັດຍາການເມືອງອັນຖືວ່າລັດນັ້ນແມ່ນສິ່ງບໍ່ພຶງປາຖະໜາ ບໍ່ຈຳເປັນແລະໃຫ້ໂທດ ຫຼືອີກຢ່າງນຶ່ງວ່າ ແມ່ນການຄັດຄ້ານຜູ້ມີອຳນາດແລະອົງການມີລຳດັບຊັ້ນບັງຄັບບັນຊາໃນການຊີ້ນຳຄວາມສັມພັນຂອງມະນຸດ. ຜູ້ສະເໜີອະນາທິປະໄຕ ຫຼືຮູ້ຈັກກັນວ່າ "ຜູ້ນິຍົມລັດທິອະນາທິປະໄຕ" (anarchist) ສະໜັບສະໜູນສັງຄົມເຊິ່ງປາສະຈາກລັດ ໂດຍຕັ້ງຢູ່ເທິງການລວມກຸ່ມຢ່າງສະໝັກໃຈອັນບໍ່ມີລຳດັບຊັ້ນ. ໝວດ:ລະບອບການປົກຄອງ ຄວາມຈິງແລ້ວ ມັນບໍ່ມີກຳນົດເອກະພາບວ່າ ແຕ່ໃສໄປ ແມ່ນ ອາວະກາດ (ຄຳເຄົ້າ: ອວກາສ). ສະຫະພັນການບິນສາກົນ (FAI) ກຳນົດເອົາ ຈຸດທີ່ສູງ 100 km ຂຶ້ນໄປ ເປັນອາວະກາດ ໃນຂະນະທີ່ ທະຫານອາເມລິກາ ກຳນົດເອົາ ຈຸດທີ່ສູງກ່ວາ 92,6 km ຂຶ້ນໄປ ເປັນ ອາວະກາດ. ວົງໂຄຈອນ ຂອງ ກະສວຍອາວະກາດ ທີ່ບິນອ້ອມໂລກ ຂອງ ສະຫະລັດອາເມລິກາ ໃນ ປະຈຸບັນ ທີ່ກໍຖືວ່າ ແມ່ນ ການບິນອາວະກາດຄືກັນນັ້ນ ແມ່ນ ຢູ່ ໃນລະດັບຄວາມສູງ ແຕ່ 185 ຫາ 578 km ເທົ່ານັ້ນ. ໝວດ:ທັມມະຊາດ ໝວດ:ອາວະກາດ ພາສາກະເລັກຈົດໝາຍເປົາໂລຮອດຊາວເອເຟຊັດພາໄພລັດ 46 ອະເທວະນິຍົມ (ຄຳເຄົ້າ: ອເທວນິຍົມ, , ) ແມ່ນການປະຕິເສດຫຼືບໍ່ເຊື່ອໃນການດຳລົງຢູ່ຂອງພະເຈົ້າ ຫຼືສິ່ງເໜືອທຳມະຊາດ (supernatural beings) ແລະເຊື່ອໃນກົດທຳມະຊາດ ເຊິ່ງກົງກັນຂ້າມກັບເທວະນິຍົມ (theism). ອະເທວະນິຍົມແຕກຕ່າງຈາກອະໄຍຍະນິຍົມ (agnosticism) ເຊິ່ງເປັນມູມມອງທີ່ວ່າມະນຸດບໍ່ອາດພິສູດໄດ້ວ່າມີພະເຈົ້າຫຼືບໍ່ ລວມເຖິງສິ່ງອື່ນທີ່ນອກເໜືອຈາກປາກົດການທີ່ຮັບຮູ້ໄດ້ຈາກປະສົບການ.ອະເທວະນິຍົມແຕກຕ່າງຈາກອະໄຍຍະນິຍົມ (agnosticism) ເຊິ່ງເປັນມູມມອງທີ່ວ່າມະນຸດບໍ່ອາດພິສູດໄດ້ວ່າມີພະເຈົ້າຫຼືບໍ່ ລວມເຖິງສິ່ງອື່ນທີ່ນອກເໜືອຈາກປາກົດການທີ່ຮັບຮູ້ໄດ້ຈາກປະສົບການ. ໝວດ:ຄວາມເຊື່ອ ໝວດ:ລັດທິ ອິນເຕີເນັດຫມາຍເຖິງ ເຄືອຂ່າຍຄອມພີວເຕີນານາຊາດ ທີ່ມີການເຊື່ອມຕໍ່ໄປຍັງສະຖາບັນ ຫຼື ຫນ່ວຍງານຕ່າງໆ ທົ່ວທຸກມຸມໂລກ ໂດຍໃຊ້ພາສາມາດຕະຖານທີ່ເອີ້ນວ່າ(TCP/IP)ໃນການເຊື່ອມຕໍ່ ເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ໃຊ້ທົ່ວໂລກ ໃນການຄົ້ນຫາຂໍ້ມູນ ແລະ ດາວໂຫຼດໂປຼແກຼມຕ່າງໆມາໃຊ້ໄດ້ ແລະ ບໍລິການອື່ນໆ ເຊັ່ນ:ຈົດຫມາຍອີເລັກໂຕຼນິກ ຫຼື ທີ່ເອີ້ນກັນທົ່ວໄປວ່າອີເມລ໌(e-mail),ສົນທະນາອອນໄລ ... ໝວດ:ຄອມພິວເຕີ ອິສະລະພາບ ໃນຄວາມໝາຍທົ່ວໄປ ໝາຍເຖິງສະພາວະເຊິ່ງເປັນອິສະລະ (ແມ່ນ ບໍ່ຖືກຈຳກັດ ບໍ່ຖືກກັກຂັງຫຼືຖືກຕີຕວນ). ຊອງ-ຊາກ ລຸດໂຊ ນັກປັດຍາຊາວຝະລັ່ງ ໄດ້ຢືນຢັນວ່າສະພາບທີ່ເປັນອິສະລະນັ້ນ ເປັນສິ່ງທີ່ຕິດມາກັບຄວາມເປັນມະນຸດ. ແມ່ນໜ້າທີ່ຫຼີກລ່ຽງບໍ່ໄດ້ຂອງການມີວິນຍານແລະຮ່າງກາຍ. ຜົນສືບເນື່ອງກໍແມ່ນການປະຕິສຳພັນຕໍ່ມາຫຼັງຈາກການເກີດ ລ້ວນແຕ່ເປັນການສູນເສຍຄວາມເປັນອິສະລະພາບໄປ ບໍ່ວ່າຈະເປັນທັງໂດຍຄວາມສະໝັກໃຈແລະບໍ່ສະໝັກໃຈ. ການໂຫຍຫາອິສະລະພາບມັກຖືກໃຊ້ເພື່ອປຸກລະດົມການປະຕິວັດ ໂຕຢ່າງເຊັ່ນ ໃນບັນທຶກໃນໄບເບິນອັນກ່າວເຖິງການທີ່ໂມເສດໄດ້ນຳຜູ້ຄົນອົບພະຍົບລີ້ຈາກຄວາມເປັນຂ້າຂ້ອບໄປສູ່ຄວາມເປັນອິສະລະ. ໃນສຸນທະລະພົດທີ່ມີຊື່ສຽງຂອງມາຕິນ ລູເທີ ຄິງ ຈູເນຍ ລາວກ່າວວ່າ ຄຳວ່າ ອາມາ-ກິ ໂຕອັກສອນຂຽນຂອງຊາວສຸເມລຽນ ແມ່ນສັນຍະລັກຂຽນເກົ່າແກ່ທີ່ສຸດທີ່ຮູ້ກັນ ທີ່ມີຄວາມໝາຍເຖິງອິສະລະພາບ. ໝວດ:ອິສະລະພາບ GDP ອຸດສາຫະກຳ (ຄຳເຄົ້າ: ອຸຕສາຫກັມ) ແມ່ນ ຂະແໜງການເສດຖະກິດ ທີ່ກ່ຽວຂ້ອງ ກັບການຜະລິດ ສິນຄ້າ. ອຸດສາຫະກຳ ໃນຮູບແບບປະຈຸບັນ ເລີ່ມພັດທະນາແຕ່ ຊຸມປີ 1800 ທີ່ອີງໃສ່ ການພັດທະນາທາງດ້ານ ເຕັກນິກວິທະຍາສາດ ເຊິ່ງພັດທະນາມາຢ່າງຕໍ່ເນື່ອງຈົນເຖິງທຸກມື້ນີ້. ຫຼາຍໆປະເທດທີ່ພັດທະນາແລ້ວ ໃນໂລກ (ເຊັ່ນ ອາເມລິກາ, ຍີ່ປຸ່ນ) ຈະມີເສດຖະກິດ ທີ່ ອີງໃສ່ ຂະແໜງອຸດສາຫະກໍາ ໃນລະດັບສູງ. ໝວດ:ອຸດສາຫະກຳ ຮູບເງົາ ຫຼື ໜັງ ໝາຍເຖິງ ພາບເຄື່ອນໄຫວທີ່ມີຄວາມຕໍ່ເນື່ອງກັນ ຂອງ ຮູບແທ້ ຫຼື ຮູບແຕ້ມ ທີ່ຖືກອັດໃສ່ ຕົວກາງເອີ້ນວ່າ ຟິມ ເຊິ່ງເປັນທີ່ນິຍົມຫລາຍ ໃນເມື່ອກ່ອນ, ແຕ່ໃນປະຈຸບັນ ມີການນຳໃຊ້ສື່ການບັນທຶກແບບທີ່ທັນສະໄຫມກວ່າເຊັ່ນ VCD, DVD ແທນ. ຮູບເງົາ ແມ່ນ ທຳການສາຍ ແລະ ຊົມ ຢູ່ ໂຮງຮູບເງົາ ຫຼື ໂຮງໜັງ ແຕ່ ປະຈຸບັນ ການຊົມຮູບເງົາ ຢູ່ ບ້ານ ຂອງ ຕົນເອງ ໂດຍ ເຄື່ອງຫຼິ້ນວີຊີດີ, ເຄື່ອງຫຼິ້ນດີວີດີ ກໍ່ມີກັນຢ່າງແຜ່ຫຼາຍສົມຄວນ. ຜູ້ກຳກັບ ເປັນຜູ້ຄວບຄຸມ ການຖ່າຍທຳ ຮູບເງົາ ແລະ ນັກສະແດງ ຫຼື ສຳລັບ ຜູ້ທີ່ມີຊື່ສຽງໂດ່ງດັງ ມັກຖືກເອີ້ນວ່າ ດາລາ ຈະເປັນຜູ້ ທຳການສະແດງ. ປະຈຸບັນຮູບເງົາລາວຍັງມີຫນ້ອຍ ແລະ ຍັງໄດ້ຮັບຄວາມນິຍົມຕໍ່າ. ແຕ່ໄລຍະຫລັງ ການຜະລິດຮູບເງົາ ກໍ່ເລີ່ມປະກົດມີຂື້ນ ເຊັ່ນ: ເສັ້ນທາງແຫ່ງຄວາມຫວັງ ທີ່ນຳສະແດງໂດຍນັກສຶກສາ ມະຫາວິທະຍາໄລແຫ່ງຊາດ. ໝວດ:ສິລະປະ ໝວດ:ຮູບເງົາ ເກມ () ຫຼື ເຊີ () ແມ່ນການລະເລ່ນ ເພື່ອຄວາມບັນເທີງ ເພື່ອເຝິກທັກສະ ອາດມີຜູ້ເລ່ນຄົນດຽວ ຫລື ຫລາຍຄົນ ການທຳຜິດກົດຂອງເກມ ເອີ້ນວ່າ ການໂກງ ແຕ່ກ່ອນ ມັກຫຼີ້ນເກມເພື່ອຄວາມບັນເທິງ ຫລື ເພື່ອຕັດສິນບາງຢ່າງ ເກມການລະເລ່ນເກິດຈາກການສືບທອດທາງວັດທະນະທຳຂອງໃນແຕ່ລະພື້ນທີ່ນັ້ນໆ ໂດຍມີຈຸດຫມາຍເພື່ອ ການສ້າງສັມພັນໃນຊຸມຊນ ຊຶ່ງຈະມີຜູ້ເລ່ນຈຳນວນມາກ ເຂ້າມາຮ່ວມເລ່ນໄດ້ ເພື່ອໃຊ້ໃນການຕັດສິນໃຈ ໂດຍອາດມີເດິມພັນ ຫຼື ບໍ່ມີແລ້ວແຕ່ຜູ້ເລ່ນຈະຕົກລົງ ເພື່ອຝຶກທັກສະ ແລະ ວາງແຜນ ເກມເອເລັກໂຕຣນິກ ແມ່ນ ອຸປະກອນເກມແບບໃຫມ່ ໂດຍມີຄວາມສາມາດໃນການປ່ຽນແປງ ຮຸບແບບເກມ ປັດຈຸບັນ ແບ່ງໄດ້ດັງນີ້ ພັດທະນາມາຈາກໄພ່ ໂດຍກ້າດແຕ່ລະໃບຈະມີຄ່າແຕກຕ່າງກັນອອກໄປ ໝວດ:ວັດທະນະທຳ ເຄມີສາດ (chemistry) ແມ່ນ ວິທະຍາສາດ ທີ່ສຶກສາ ກ່ຽວກັບ ທາດມູນ ໃນລະດັບ ປະລະມະນູ(ຫຼື ອາຕອມ) ຫຼື ໂມເລກຸນ ລົງໄປ. ເຄມີສາດ ຈະສຶກສາ ກ່ຽວກັບ ໂຄງສ້າງ, ຄຸນລັກສະນະ, ການປ່ຽນແປງສະພາວະ ຂອງ ທາດມູນ ຫຼື ທາດທີ່ປະກອບຂຶ້ນຈາກມັນ ແລະ ປະຕິກິລິຍາ (ເອີ້ນກັນໂດຍທົ່ວໄປວ່າ ປະຕິກິລິຍາເຄມີ)ລະຫວ່າງສິ່ງເຫຼົ່ານີ້. ໂຣເບີຕ ບອຍ (Robert Boyle) ອັງຕວນ ລາວົວຊິເອ (Antoine Lavoisier) ແລະຈອນ ດອນຕັນ (John Dalton) ຖືເປັນບິດາຂອງເຄມີສາດສະໄໝໃຫມ່ ແລະ ຢັງມີນັກວິທະຍາສາດຄົນອື່ນ ໆ ທີ່ມີສ່ວນຮ່ວມດ້ວຍ ເທວະດາ (ປາລີ: devatā, , ) ຫຼື ເທບ (ປາລີ: deva) ຫຼື ແຖນ ຕາມຄະຕິຄວາມເຊື່ອທາງສາສະໜາຕ່າງໆ ໝາຍເຖິງ ຜູ້ທີ່ມີຊີວິດເປັນທິບ ບໍ່ໄດ້ມີຊີວິດເປັນກາຍເນື້ອຢູ່ເທິງໂລກນີ້. ແດ່ກໍວ່າມີກາຍເປັນແສງສະຫວ່າງ ແລະສະເຫວີຍສຸກໃນສວງສະຫວັນຊັ້ນຕ່າງໆ ເຊິ່ງຖືວ່າເປັນພົບພູມທີ່ດີ. ເທວະດາຜູ້ຍິງເອີ້ນວ່າ ນາງຟ້າ ຫຼື ເທພີ ເທວະດາຜູ້ມີມິຈະສາທິຖິ ເອີ້ນວ່າ ມານ. ໝວດ:ເທວະດາ ເທວະວິທະຍາ (, ) ໃນຄວາມໝາຍຢ່າງແຄບແມ່ນວິຊາວ່າດ້ວຍພະເຈົ້າແລະຄວາມສຳພັນລະຫວ່າງພະເຈົ້າກັບມະນຸດ. ຄວາມໝາຍຢ່າງກວ້າງແມ່ນການສຶກສາເລື່ອງສາສະໜາ ອິດທິພົນຂອງສາສະໜາ ທຳມະຊາດຂອງຄວາມຈິງທາງສາສະໜາ ຢ່າງເປັນລະບົບແລະມີເຫດຜົນ ຫຼືໝາຍເຖິງວິຊາຊີບທີ່ມາຈາກການເຝິກຝົນຮຽນຮູ້ທາງດ້ານສາສະນະສຶກສາທີ່ມະຫາວິທະຍາໄລ ສຳນັກເທວະສາດ ຫຼືເຊມີແນກ. ທເວະວິທະຍາ ເທວາທິປະໄຕ (, ) ແມ່ນລະບອບການປົກຄອງເຊິ່ງມີພະເຈົ້າຫຼືເທບເປັນປະມຸກ ຫຼືໃນຄວາມໝາຍກວ້າງ ໆ ແມ່ນລະບອບການປົກຄອງເຊິ່ງລັດປົກຄອງໂດຍອຳນາດຈາກເທບ (divine guidance) ຫຼືໂດຍຜູ້ທີ່ຖືກັນວ່າໄດ້ຮັບອຳນາດຫຼືການດົນໃຈໂດຍກົງຈາກເທບ. ໃນພາສາກະເລັກກອຍເນ (Koine Greek) ຫຼືພາສາກະເລັກສາມັນຄຳວ່າ “theocracy” ມາຈາກຄຳວ່າ “kra′tos” ໂດຍ “the.os” ຫຼື “ປົກຄອງໂດຍພະເຈົ້າ”. ສຳລັບຜູ້ມີຄວາມເຊຶ່ອຖືແລ້ວ ລະບົບນີ້ກໍແມ່ນລະບອບການປົກຄອງເຊິ່ງໃຊ້ອຳນາດຈາກເທບໃນການປົກຄອງມວນມະນຸດໃນໂລກ ບໍ່ໂດຍຜູ້ທີ່ເປັນເທບຄືນຊາດມາເກີດ (incarnation) ກໍມັກຈະໂດຍຜູ້ແທນຂອງສາສະນະຈັກເຊິ່ງມີອຳນາດເໜືອອານາຈັກ. ລັດຖະບານຜູ້ປົກຄອງໂດຍລະບົບເທວາທິປະໄຕປົກຄອງໂດຍເທພະທຳມະນູນ (theonomy). ທເວາທິປະໄຕ ທເວາທິປະໄຕ ທເວາທິປະໄຕ ທເວາທິປະໄຕ ທເວາທິປະໄຕ ເພດສຶກສາ ເປັນການຮຽນຮູ້ກ່ຽກັບ ເພດຊາຍ ແລະ ເພດຍິງ ມີເນື້ອຫາກ່ຽວກັບສະລີລະຮ່າງກາຍຂອງແຕ່ລະເພດ, ລັກສະນະການປ່ຽນແປງຈາກໄວເດັກສູ່ໄວລຸ້ນ ເຊິ່ງເປັນໄວຈະເລີນພັນ. ເນື້ອຫາຈະລວມໄປເຖິງການປະຕິບັດເພື່ອດູແລຮ່າງກາຍຂອງຕົນເອງ ແລະເພື່ອການປະຕິບັດຕົວຕໍ່ເພດກົງກັນຂ້າມ ຊິວິດຄູ່ ການມີເພດສຳພັນ ການຄຸມກຳເນີດ ກາມມະໂລກ ແລະເນື້ອຫາຕ່າງໆ ທີ່ກ່ຽວກັບເພດ ເສດຖະກິດ (ຄຳເຄົ້າ: ເສຣສຖກິຈ) ແມ່ນ ລະບົບ ທີ່ປະກອບດ້ວຍ ຄົນ, ອົງການຈັດຕັ້ງ ແລະ ກິດຈະກຳ ທີ່ກ່ຽວກັບ ການຜະລິດ, ການແຈກຢາຍ, ການແລກປ່ຽນ ຂອງ ສິນຄ້າ ແລະ ການບໍລິການ. ໝວດ:ເສດຖະກິດ ຄຳວ່າ ເສດຖະສາດ (ຄຳເຄົ້າ: ເສຣສຖສາສຕຣ໌, ຄຳວ່າ Economics ໃນພາສາອັງກິດ ມາຈາກ ຄຳວ່າ ໃນ ພາສາເກຣັກ ເຊິ່ງ ແປວ່າ 'ເຮືອນ', ແລະ [nomos ເຊິ່ງ ແປວ່າ 'ປົກຄອງ' ແລະ ສາມາດແປລວມໄດ້ວ່າ "ການປົກຄອງເຮືອນ") ແມ່ນ ສັງຄົມສາດ ຂະແໜງໜຶ່ງ ທີ່ສຶກສາ ກ່ຽວກັບ ການຜະລິດ (Production), ການແຈກຢາຍ (Distribution), ການຄ້າ (Trade) ແລະ ການຊົມໃຊ້ (Consumption) ສິນຄ້າ (Goods) ແລະ ການບໍລິການ (Services). ເສດຖະສາດ ພັດທະນາມາຈາກ ເສດຖະກິດການເມືອງ(Political Economy) ໃນທ້າຍ ສັດຕະວັດທີ 19 ຍ້ອນຄວາມຕ້ອງການຢາກສ້າງມັນໃຫ້ເປັນ ວິທະຍາສາດສັງຄົມ ທີ່ໃຊ້ວິທີການ ທີ່ມີລັກສະນະ ວິທະຍາສາດທຳມະຊາດຫຼາຍຂຶ້ນ. ເປົ້າໝາຍໜຶ່ງ ຂອງ ເສດຖະສາດ ແມ່ນການອະທິບາຍ ກົນໄກຂອງ ແລະ ການຕອບໂຕ້ກັນ ລະຫວ່າງ ອົງກອນ ຂອງ ເສດຖະກິດ. ເສດຖະສາດ ຖືກນຳໃຊ້ ຂະແໜງ ການປົກຄອງ, ການບໍລິຫານທຸລະກິດເປັນຫຼັກ ແຕ່ສາຂາອື່ນໆໃນສັງຄົມສາດ ເຊັ່ນ ການສຶກສາກ່ຽວກັບ ການສຶກສາ, ອາດຊະຍາກຳ, ສາທາລະນະສຸກ , ກົດໝາຍ, ການເມືອງ ແລະອື່ນໆອີກ. ແມ່ນສາຂາເສດຖະສາດໜຶ່ງ ທີ່ ສຶກສາ ການເຄື່ອນໄຫວທາງເສດຖະກິດ ຂອງ ໂຕແທນທາງເສດຖະກິດ ທີ່ນ້ອຍກວ່າ ເຊັ່ນ ບຸກຄົນ ແລະ ບໍລິສັດ ເຊິ່ງຈະແຕກຕ່າງກັບ ເສດຖະສາດມະຫາພາກ ທີ່ສຶກສາ ກ່ຽວກັບ ພາບລວມທີ່ໃຫຍ່ກວ່າ ຂອງ ເສດຖະກິດ ເຊັ່ນ ໄພຫວ່າງງານ, ໄພເງິນເຟີ້, ນະໂຍບາຍເງິນ, ນະໂຍບາຍການເງິນແລະອື່ນໆ. ເສດຖະສາດຈຸນລະພາກ ຈະຄົ້ນຄວ້າ ກ່ຽວກັບ ປະຕິກິລະຍາທາງເສດຖະກິດ ໃນ ແຕ່ລະຕະຫຼາດ ຜະລິດຕະພັນ ຫຼື ການບໍລິການໃດໜຶ່ງ ແລະ ເບິ່ງວ່າ ລະດັບ ຄວາມຕ້ອງການ (ເສດຖະສາດ) ແລະ ການສະໜອງ (ເສດຖະສາດ) ຈະມີການປ່ຽນແປງ ແນວໃດ ໃນແຕ່ລະ ລະດັບລາຄາ. ເສດຖະສາດຈຸນລະພາກ ຈະພະຍາຍາມຊອກຫາຄຳຕອບວ່າ ບັນດາໂຕແທນທາງເສດຖະກິດເຫຼົ່ານີ້ ຈະບັນລຸ ຈຸດດຸນຍະພາບທາງເສດຖະກິດໄດ້ຄືແນວໃດ. ໃນ ເສດຖະສາດຈຸນລະພາກ, ການຜະລິດ ແມ່ນການປ່ຽນແປງ ປັດໃຈເຂົ້າ ໃຫ້ເປັນ ຜົນອອກ ຫຼື ເວົ້າອີກແບບໜຶ່ງ ແມ່ນ ຂະບວນການທາງເສດຖະກິດ ທີ່ ໃຊ້ ຊັບພະຍາກອນ ເພື່ອສ້າງ ຜະລິດຕະພັນ ທີ່ຈະສາມາດ ຊື້ຂາຍ ຫຼື ແລກປ່ຽນໄດ້. ອັນນີ້ ຈະລວມ ທັງ ການປຸງແຕ່ງ ຫຼື ການແປຮູບ, ການເກັບຮັກສາ, ການຫຸ້ມຫໍ່, ແລະ ການຂົນສົ່ງ. ບາງນັກເສດຖະສາດ ນິຍາມ ຄຳວ່າການຜະລິດ ແບບກວ້າງໆ ວ່າ ແມ່ນທຸກໆກິດຈະກຳທາງເສດຖະກິດ ນອກຈາກ ການຊົມໃຊ້. ແມ່ນ ປັດໃຈເຂົ້າ ຫຼື ຊັບພະຍາກອນ ທີ່ຖືກໃຊ້ ໃນຂະບວນການການຜະລິດ ແລະ ໂດຍທົ່ວໄປ ຈະສາມາດຈັດແບ່ງອອກໄດ້ ເປັນ 4 ຈຳພວກ ເຊັ່ນ: ປະສິດທິພາບທາງເສດຖະກິດ ປະສິດທິພາບ ຂອງ ລະບົບໃດໜຶ່ງ ໃນການສ້າງຜົນອອກສູງສຸດ ໂດຍ ປັດໃຈເຂົ້າ ແລະ ເຕັກໂນໂລຢີໃດໜຶ່ງ. ຈະສາມາດເວົ້າໃດ້ວ່າ ປະສິດທິພາບສູງຂຶ້ນ ຖ້າຫາກສາມາດ ຜະລິດໄດ້ຫຼາຍກວ່າ ໂດຍ ປັດໃຈເຂົ້າຄືເກົ່າ. ການແບ່ງງານ ແມ່ນ ແນວຄວາມຄິດຫຼັກໜຶ້່ງ ໃນ ປະສິດທິພາບທາງເສດຖະກິດ ເພາະຖືກັນວ່າ ບຸກຄົນ, ວິສາຫະກິດ ຫຼື ປະເທດໃດໆໜຶ່ງນັ້ນ ຈະມີ ຄວາມໄດ້ປຽບທຽບຖານ ທີ່ບໍ່ຄືກັນ. ຢູ່ໃນຕະຫຼາດໃດໜຶ່ງ , ຄວາມຕ້ອງການ ແມ່ນ ປະລິມານ ທີ່ ຜູ້ຊົມໃຊ້ຢາກຊື້ ໃນ ລະດັບລາຄາໃດໜຶ່ງ. ຜູ້ຊົມໃຊ້ໃດໜຶ່ງ ຈະພະຍາຍາມ ເລືອກຊົມໃຊ້ ກຸ່ມຜະລິດຕະພັນ ເພື່ອເຮັດແນວໃດ ໃຫ້ໄດ້ ເສດຖະສາດສູງສຸດ ພາຍໃຕ້ ຂໍ້ຈຳກັດ ທາງ ລາຍຮັບ, ລາຄາ, ລົດນິຍົມແລະອື່ນໆ. ການສະໜອງ ແມ່ນ ຄວາມສຳພັນລະຫວ່າງ ລາຄາ ແລະ ປະລິມານການສະໜອງ ຂອງ ຜູ້ຜະລິດ ເພື່ອເຮັດແນວໃດໃຫ້ໄດ້ຜົນກຳໄລສູງສຸດ. ໝາຍເຖິງ ຫຼາຍບັນຫາ ທີ່ ສົມມຸດຕິຖານຂອງທິດສະດີເສດຖະສາດ ບໍ່ເປັນຈິງ ເຊັ່ນ ວ່າ (1) ລາຄາແມ່ນຕະຫຼາດເປັນຜູ້ກຳໜົດ ເພາະໃນສະພາບທີ່ມີການຜູກຂາດ ຫຼື ເຄິ່ງຜູກນັ້ນ ສ່ວນຫຼາຍແມ່ນຜູ້ຜະລິດຈະເປັນຜູ້ ກຳໜົດລາຄາ, (2) ຜູ້ຊົມໃຊ້ມີຄວາມສະເໝີພາບ ເພາະໃນໂຕຈິງ ຜູ້ຊົມໃຊ້ມີກຳລັງຕໍ່ລອງທີ່ບໍ່ເທົ່າທຽມກັນ, (3) ຕະຫຼາດສົມບູນ (4) ສາທາລະນູປະໂພກ (5) ຜົນກະທົບທາງນອກ (6) ອັດຕາສ່ວນກົງຂອງຜົນໄດ້ຮັບ ແລະ ຂະໜາດ (7) ຄວາມສົມບູນຂອງຂໍ້ມູນ ສົມມຸດຕິຖານໜຶ່ງ ຂອງ ຕະຫຼາດແຂ່ງຂັນສົມບູນ ແມ່ນສິ່ງທີ່ວ່າ ຢູ່ຕະຫຼາດມີຜູ້ຜະລິດເປັນຈຳນວນຫຼວງຫຼາຍ ແລະ ບໍ່ມີຜູ້ໃດສາມາດປ່ຽນແປງລາຄາ ແບບອິດສະຫຼະຈາກ ກຳລັງຂອງຕະຫຼາດໄດ້. ໂດຍທົ່ວໄປ ຜູ້ຊົມໃຊ້ ຫຼື ໂຕແທນທາງເສດຖະກິດຢູ່ຕະຫຼາດ ຈະບໍ່ຕິດຕໍ່ົພົວພັນກັນໂດຍກົງຢູ່ຕະຫຼາດ ແຕ່ຈະ ຜະລິດສິນຄ້າທີ່ຈະຖືກແລກປ່ຽນຊື້ຂາຍກັນຢູ່ຕະຫຼາດ ຢູ່ ວິສາຫະກິດ. ໂດຍທົ່ວໄປ ຜູ້ຄົນຮ່ວມກັນທຳການຜະລິດຢູ່ ວິສາຫະກິດ ຍ້ອນວ່າ ຕົ້ນທຶນຈະຕໍ່າລົງ. ການເງິນລັດຖະບານ ແມ່ນ ຂະແໜງໜຶ່ງໃນເສດຖະສາດ ທີ່ສຶກສາກ່ຽວກັບ ງົບປະມານ, ລາຍຮັບ ແລະ ລາຍຈ່າຍ ຂອງ ອົງກອນລັດ. ສ່ວນຫຼາຍມັນໃຫ້ຄວາມສົນໃຈ ບັນຫາ ການແບກຫາບ ແລະ ໄດ້ຮັບຜົນປະໂຫຍດ ຈາກ ການເກັບສ່ວຍສາອາກອນ, ຕົ້ນທຶນແລະຜົນປະໂຫຍດຂອງໂຄງການລັດຖະບານ ແລະອື່ນໆ. ເສດຖະສາດມະຫາພາກ ສຶກສາ ເສດຖະກິດ ໂດຍລວມ ແບບ ແຕ່ເທິງລົງລຸ່ມ ໂດຍໃຊ້ ຮູບແບບງ່າຍດາຍ ຂອງ ທິດສະດີ ດຸນຍະພາບທົ່ວໄປ. ມັນສຶກສາກ່ຽວກັບ ອັດຕາຫວ່າງງານ, ອັດຕາເງິນເຟີ້ ແລະອື່ນໆ. ນອກຈາກນີ້​ ມັນຍັງສຶກສາກ່ຽວກັບ ຜົນຂອງ ນະໂຍບາຍເງິນຕາ, ນະໂຍບາຍການເງິນແລະອື່ນໆອີກ. ເສດຖະສາດການຂະຫຍາຍໂຕ ສຶກສາ ປັດໃຈ ທີ່ອະທິບາຍ ການຂະຫຍາຍໂຕທາງເສດຖະກິດ ຫຼື ການເພີ່ມຂຶ້ນ ຂອງ ຜົນອອກຕໍ່ຫົວຄົນ ຂອງ ປະເທດໃດໜຶ່ງ ໃນ ໄລຍະເວລາໃດໜຶ່ງ. ເງິນ ແມ່ນ ສິ່ງທີ່ໃຊ້ເພື່ອຊຳລະ ຕໍ່ກັບ ສິນຄ້າ ໃນເກືອບທຸກໆ ເສດຖະກິດ. - ເຫດທີ່ພາໃຫ້ເງິນເຟີ້ ມີຫຼາຍປັດໄຈ ຄື ກ. ສິນຄ້າຂາດແຄນ. ຂ. ຄົນບໍ່ນຳເງິນເຂົ້າກັບມາທະນາຄາຄືນ ເມື່ອທະນາຄານປ່ອຍເງິນອອກແລ້ວ. ຄ. ການຄວບຄຸມລະດັບເງິນຂອງລັດບໍໄດ້ປະສິດທິພາບ. ງ. ລະດັບການເກັບພາສີ ກໍເປັນຕົວເລັ່ງເຮັດໃຫ້ເງິນເຟີ້. ຈ. ຈິດຕະວິທະຍາທາງການເງິນບໍ່ສ້າງຄວາມໝັ້ນໃຈ ຕໍ່ສະກຸນເງິນ. ຍ. ລັດທະບານປະກາດລົດອັດຕາເງິນລົງ. ຈ. ການກູ້ຢືມເງິນນອກລະບົບຈາກຕ່າງປະເທດ ໂດຍບໍ່ຜ່ານລົດຖະບານ ກໍເປັນເຫດ ໃຫ້ເງິນ ເຂົ້າມາໃນປະເທດໂດຍທີ່ກຳນົດປະລິມານເງິນໃນທ້ອງຕະຫຼາດບໍ່ໄດ້. ສ. ການໃຊ້ເງິນລົງທຶນຈາກຕ່າງໂດຍບໍ່ມີປະສິດທິພາບ ກໍເປັນເຫດໃຫ້ເງິນຮົ່ວໄຫຼ ກາຍເປັນການຜັກດັນໃຫ້ເງິນເຟີ້ໄດ້. ຊ. ການນຳເງິນອອກນອກປະເທດ ໂດຍບໍ່ຜ່ານລະບົບ ກໍເປັນເຫດໃຫ້ເງິນເຟີ້ໄດ້, (ເຊັ່ນການນຳເງິນສົດອອກໄປຊື້ຂອງນອກປະເທດ) - ອະທິບາຍແຕ່ ຂໍ້ ຂ. ຄື ຄົນບໍ່ນຳເງິນເຂົ້າກັບມາທະນາຄາຄືນ ເມື່ອທະນາຄານປ່ອຍເງິນອອກແລ້ວ. ໝາຍຄວາມວ່າ ເມື່ອລັດຖະບານຈໍລະຈອນເງິນອອກສູ່ຕະຫຼາດແລ້ວ ຄົນກັກເງິນໄວ້ໃນຄົວເຮືອນ ໂດຍບໍ່ກັບໄປຝາກທະນາຄານຄືນ ເມື່ອເຖິງເທດສະການ ຄົນເອົາເງິນອອກມາກຈາກຄົວເຮືອນ ມາຈ່າຍໃນທ້ອງຕະຫຼາດ ເຮັດໃຫ້ປະລິມານເງິນ ຫຼາຍ ໃນທ້ອງຕະຫຼາດ ເຖິງຕອນນັ້ນ ເມື່ອຄົນມີເງິນຫຼາຍ ຄວາມຕ້ອງການຕໍ່ສິນຄ້າເພິ່ມຂື້ນ ເອກະຊົນ ຫຼືປັດເຈກຊົນ ຕ້ອງການສິ້ນຄ້າ ກໍສາມາດເອົາເງິນທີີ່ຕົນມີໄປແລກປ່ຽນສິນຄ້ານັ້ນໆ ຕາມຄວາມພໍໃຈຂອງຕົນ ເຮັດໃຫ້ປະລິມານເງິນ ບໍ່ດູນຍະພາບກັບປະລິມານສິຄ້າ ລັກສະນະນີກໍເປັນຕົ້ນເຫດຂອງເງິນເຟີ້ (ວຽກງານນີ້ ປະຊາຊົນຊ່ວຍປະເທດຊາດໄດ້ ໂດຍການເອົາເງິນເຂົາທະນາຄານ-ສ່ວນທະນາຄານເອງ ກໍຕ້ອງບໍລິການລົງໃກ້ຊິດກັບປະ ຊາຊົນ ແລະສ້າງຄວາມໝັ້ນໃຈກັບລະບົບທະນາຄານ ໂດຍເອົາດອກເບັ້ຍ ເປັນຕົວປະກັນ) - ແລະຂໍ້ ງ. ລະດັບການເກັບພາສີ ກໍເປັນຕົວເລັ່ງເຮັດໃຫ້ເງິນເຟີ້. (ເອົາສະເພາະ ພາສີນຳເຂົ້າສິນຄ້າ ຫາກສິນຄ້າຕົວໃດ ມີລາຄາແພງ ແຕ່ຄົນຕ້ອງການຫຼາຍ, ກໍເຊັ່ນດຽວກັບ ຂໍ້ ຂ. ຄົນມີເງິນກໍພໍໃຈຊື້ສິນຄ້ານັ້ນ ໃນລາຄາທີ່ເຂົາຮຍກຂາຍ ເປັນເຫດໃຫ້ເງິນເຟິ້ໄດ້) - ມາດຕະການຄວບຄຸມເງີນເຟີ້ ໂດຍທົ່ວໄປມາດຕະການທີ່ດີທີ່ສຸດ ແລະມັກນິຍົມໃຊ້ແຜ່ຫຼາຍທີ່ສຸດໂດຍລັດຖະບານຂອງແຕ່ລະປະເທດແມ່ນການຄວບຄຸມອັດຕາດອກເບັ້ຍນະໂຍບາຍໂດຍທະນາຄານກາງເປັນຜູ້ຄວບຄຸມ ຕົວຢ່າງ: ການປັບຂຶ້ນອັດຕາ ດອກເບັ້ຍເພື່ອຄວບຄຸມບໍ່ໃຫ້ມີເງີນສົດອອກໄປຈໍລະຈອນໃນຕະລາດຫຼາຍເກີນຄວາມຕ້ອງການ. ເສດຖະຄະນິດສາດ ທີ່ລວມເຖິງ ຈຸນລະຄະນິດ, ພຶດຊະຄະນິດເສັ້ນຊື່, ສະຖິຕິສາດ, ທິດສະດີເກມ, ແລະ ວິທະຍາສາດຄອມພິວເຕີ. ນັກເສດຖະສາດອາຊີບ ສ່ວນຫຼາຍ ຈະມີຄວາມຊຳນານ ໃນ ການໃຊ້ບັນດາເຄື່ອງມື້ເຫຼົ່ານີ້ ແຕ່ກໍ່ມີ ສາຂາເສດຖະສາດ ເຊັ່ນ ປະຫວັດສາດເສດຖະກິດ ທີ່ຈະບໍ່ໃຊ້ຄະນິດສາດຫຼາຍປານໃດ. ທິດສະດີຂອງທ່ານ ໝວດ:ເສດຖະສາດ ໝວດ:ວິທະຍາສາດສັງຄົມ ເສລີພາບໃນການເວົ້າ () ຫຼື ເສລີພາບໃນການສະແດງອອກ () ແມ່ນສິດທິການເມືອງໃນການສື່ສານຄວາມຄຶດຂອງບຸກຄົນຜ່ານການເວົ້າ. ຄຳວ່າ ເສລີພາບໃນການສະແດງອອກ ບາງເທື່ອໃຊ້ແມ່ນຄຳໄວພົດ ແຕ່ຍັງລວມໄປເຖິງພຶຕິການໃດໆ ໃນການສະແຫວງຫາ ໄດ້ຮັບແລະນຳຂໍ້ສົນເທດຫຼືຄວາມຄຶດໂດຍບໍ່ຄຳນຶງຮອດສື່ທີ່ໃຊ້. ໃນທາງປະຕິບັດ ສິດທິໃນເສລີພາບການເວົ້າບໍ່ໄດ້ມີສົມບູນໃນທຸກປະເທດ ແລະສິດທິນີ້ໂດຍທົ່ວໄປມັກຖືກຈຳກັດ ເຊັ່ນດຽວກັບການໝິ່ນປະມາດ ການດູໝິ່ນຊຶ່ງໜ້າ ຄວາມລາມົກ ແລະການຍຸຍົງໃຫ້ກໍ່ອາຊະຍາກຳ. ໝວດ:ກົດໝາຍ ໝວດ:ນິຕິສາດ ເອເລັກໂຕຣນິກ (electronics) ໝາຍເຖິງ ຂະແໜງວິຊາ ທີ່ ສຶກສາກ່ຽວກັບ ການຄວບຄຸມ ການໄຫຼ ຫຼື ກະແສ ຂອງ ເອເລັກຕຣົງ ລວມທັງ ອຸປະກອນ ທີ່ ນຳໃຊ້ ກະແສເອເລັກຕຣົງນີ້.ປະຈຸບັນ ເຄື່ອງເອເລັກໂຕຣນິກ ເອແດມບວກ (, ; ) ແມ່ນນະຄອນຫຼວງຂອງແຄວ້ນເອກົດ ສະຫະລາຊະອານາຈັກ ຕັງຢູ່ທາງຕາເວັນອອກຂອງເອກົດ. ເປັນເມືອງເກົ່າແກ່ທີ່ມີປະຫວັດຄວາມເປັນມາຕັ້ງແຕ່ຍຸກກາງ. ລັກສະນະພູມິປະເທດເປັນພູສູງຢູ່ກາງເມືອງ. ແມ່ນບ່ອນຕັ້ງຂອງວັງເອແດມບວກ. ແມ່ນທຳເລເຊິ່ງໄດ້ປຽບເຊີງຍຸດທະສາດໃນສະໄໝແຕ່ກີ້ແຕ່ກ່ອນ ໂດຍຮອບພູຖືກປັບພື້ນທີ່ເປັນຄູເມືອງເພື່ອປະໂຫຍດໃນເຊີງການທະຫານ. ຮອບນອກເປັນທີ່ຮາບລົດຫຼັ່ນເປັນຂັ້ນໆ ກະຈາຍອອກໂດຍຮອບ. ອແດມບວກ ອແດມບວກ ອແດມບວກ ເຮລີກົບແຕກ (, ) ແມ່ນ ຍົນ ບໍ່ມີປີກ ມີໃບພັດຂະໜາດໃຫຍ່ຕິດຕັ້ງເໜືອລຳໂຕ ໃບພັດໝຸນຮອບໂຕໃນແນວນອນ ເຮັດໜ້າທີ່ຊ່ອຍພະຍຸງໂຕແລະບັງຄັບໃຫ້ບິນໄປຕາມທິດທາງທີ່ຕ້ອງການໄດ້ ໃຊ້ເຄື່ອງຍົນຂັບເຄື່ອນແລະບິນຂຶ້ນລົງໃນແນວດິ່ງໄດ້ ສາມາດເຄື່ອນທີ່ໄດ້ຢ່າງສະດວກເຖິງແມ່ນແຕ່ໃນບ່ອນແຄບກໍຂຶ້ນລົງໄດ້ຢ່າງສະບາຍ. ໝວດ:ຍົນ ໝວດ:ຄົມມະນາຄົມ ໝວດ:ຍານພາຫະນະ ໝວດ:ເຮລີກົບແຕ ໝວດ:ພາສາ: ເຮືອບິນ ເຮືອ ແມ່ນ ພາຫະນະທາງນໍ້າ ທີ່ສາມາດຟູ ແລະ ເຄື່ອນຍ້າຍເທິງໜ້ານໍ້າ ໂດຍ ແຮງຄົນ ເຮືອພາຍ, ແຮງລົມ ເຮືອໃບ,ແຮງຈັກ ເຮືອຈັກ. ໃນ ພາສາລາວ ເຮືອ ຈະໃຊ້ສະເພາະ ພາຫະນະທາງນໍ້າ ຂະໜາດນ້ອຍ ຫາ ກາງ, ແລະ ຄຳວ່າ ກຳປັ່ນຈະຖືກໃຊ້ ຕໍ່ກັບ ເຮືອຂະໜາດໃຫຍ່ ທີ່ ສາມາດເດີນທະເລ ເປັນທາງໄກໄດ້. ຫົງແມ່ຍ່າ ຕຳນານເຮືອຊ່ວງຂອງລາວ ຖ້າເວົ້າເຖິງເຮືອຊ່ວງ ຕຳນານເຮືອຊ່ວງແລ້ວ ຫຼາຍຄົນອາດຈະຮູ້ດີວ່າ ເຮືອຫົງແມ່ຍ່າ ແມ່ນເຮືອທີ່ເປັນຕຳນານທີ່ແທ້ຈິງ. ຫົງແມ່ຍ່າ ແມ່ນເຮືອ ປະຈຳບ້ານ ຍະພະ (ຄົນສ່ວນຫຼາຍຮັບຮູ້ກັນວ່າແມ່ນເຮືອຂອງບ້ານສີໄຄ) ບ້ານຍະພະ ແມ່ນບ້ານໜື່ງທີ່ມີຊາຍແດນຕິດຕໍ່ກັນກັບບ້ານ ສີໄຄ ກ່ອນຈະຮອດເຂດບ້ານສີໄຄແມ່ນຜ່ານບ້ານຍະພະໄປ ປະຈຸບັນເຂດນັ້ນຄົນສ່ວນຫຼາຍຍັງເອີ້ນວ່າບ້ານ ສີໄຄ ບ້ານຍະພະແມ່ນມີທີ່ຕັ້ງຢູ່ຕໍ່ໜ້າເດີນບິນວັດໄຕ ຕັ້ງຢູ່ເມືອງ ສີໂຄດ ກຳແພງນະຄອນວຽງຈັນ ຕຳນານເຮືອແຂ່ງບ້ານນີ້ແມ່ນມີມາແຕ່ດຶກດຳບັນບໍ່ສາມາດສືບຫາຈໍ້ມູນໄດ້ ຕົກມາຮອດຍຸກ 60 ຕໍ່ໃສ່ຍຸກ 70 ໃດ້ມີຄົນກຸ່ມໜື່ງທີ່ມີພູມລຳເນົາຢູ່ບ້ານ ຍະພະ ສີໄຄ ສີບຸນເຮືອງ (ທັ້ງສາມບ້ານມີຊາຍແດນຕິດຈອດກັນ) ພາກັນລຸລ່ວງປຶກສາຫາລຶກັນເພື່ອສ້າງເຮືອຊ່ວງປະຈຳໝູ່ບ້ານຂື້ນ. ໃນຕອນນນັ້ນມີ ຄົນໃນຕະກູນຫຼວງໂຄດ, ຕະກູນ ອາດຕະນາພອນ ຕະກູນທັມມະວົງສາ ແລະອື່ນໆ (ຈື່ບໍ່ໃດ້) ໂດຍມີ ຜູ້ນຳພາແມ່ນ ຫຼວງໂຄດ ປະຈຸບັນເອີ້ນ ພໍ່ຕູ້ຫຼວງໂຄດ ເປັນຜູ້ທີ່ຊົງຄຸນນະວຸດຖິແລະນັບໜ້າຖືຕາ ຫຼວງໂຄດ ແມ່ນເປັນຕົວຕັ້ງຕົວຕີ ລະດົມທຶນຈາກພໍ່ແມ່ປະຊາຊົນ ບວກກັບເປັນຄົນທີ່ມີຊັບສິນ (ຄົນລວຍວ່າຊ້ານຊາເນາະ) ຫຼັງຈາກຕົກລົງກັນໄດ້ແລ້ວກໍ່ມີການວາງແຜນໄປເລືອກເອົາໄມ້ ຂ່າວນີ້ໄດ້ລຸລ່ວງກັນໄປຫຼາຍໝູ່ບ້ານ ຫຼາຍເດືອນຜ່ານໄປຈຶ່ງມີຂ່າວການຄົນພົບໄມ້ແຄນເຮືອ ລຳງາມໃຫຍ່ ຂ່າວມາຮອດຫູຂອງຄະນະກຳມຳການຈັດສ້າງເຮືອ ຈື່ງໃດ້ມີມະຕິຕົກລົງເຫັນດີໃຫ້ ຫຼວງໂຄດເປັນຜູ້ໄປຈັດຕັ້ງປະຕິບັດ. ເຊົ້າມື້14ຄ່ຳເດືອນຈຽງ ຫຼວງໂຄດຈັດຕັ້ງຂະບວນກວຽນ ພ້ອມງົວ ຄວາຍ ຊ້າງ ມ້າ ເດີນທາງຜ່ານແສງຕາເວັນສີທອງອອຈາກວັດ ຍະພະ ພ້ອມດ້ວຍຂະບວນ ດອກໄມ້ ທູບ ທຽນ ສະບຽງອາຫານຈຳນວນໜື່ງ ເພື່ອເຂົ້າໄປເອົາໄມ້ໃນປ່າ ຢູ່ເຂດບ້ານ ອີ່ໄລ-ນາຂ່າ ປະຈຸບັນຂື້ນກັບເມືອງນາຊາຍທອງ. ໃນເວລາທີ່ພົບຕົ້ນໄມ້ຕົ້ນນັ້ນ ຄືດັ່ງມີເທພາລັກບັນດານລົມມາຢ່າງແຮງເຮັດໃຫ້ຂະບວນຂອງຫຼວງໂຄດ ຄຶດໃນໃຈຂອງໃຜມັນວ່າ . . .ມາຮອດຮົ່ມເງົາຄວາມເສົ້າຄວາມເມື່ອຍກະຫົດຫາຍໄປ ແສງແດດທີ່ແຜດເຜົານັກເດີນທາງມາໝົດມື້ ປະຈຸບັນຖືກບົດບັງໄປກ້ວຍລັດສະໝີຂອງຮົ່ມເງົາຕົ້ນແຄນເຮືອ ລຳໃຫຍ່ ຍຽດຊື່ຍາວ ເບິ່ງຄືວ່າຄ້ຳຟ້າໄວ້ປານນັ້ນ . ພິທີອັນເຊີນໄດ້ດຳເນີນໄປຢ່າງຈູບຈ້າວຫ້າວຫັນ ກ່ອນການຕັດລຳໄມ້ໃຫຍ ມັນເປັນເລື້ອງທຳມະໄປແລ້ວເລື້ອງການຂໍຂະມາກັບສິ່ງສັກສິດ ກ່ອນການຕັດຕົ້ນໄມ້ໃຫຍ່ ພາຍຫຼັງໄດ້ໄມ້ມາ ຈື່ງໄດ້ຈັດຕຽມເຮັດພິທີ ຂຸດເຮືອຂື້ນຢູ່ທີ່ເດີ່ນວັດຂອງໝູ່ບ້ານ. ພາຍຫຼັງທີ່ສ້າງເຮືອສຳເລັດແລ້ວເຮືອຂອງໝູ່ບ້າຍ ສີໄຄ ກໍ່ເປັນທີ່ໂດ່ງດັງ . ສີພາຍ ແລະເຮືອຊ່ວງ ບໍ່ວ່າມາຈາກແຄ້ວນແດນໃດ ເມື່ອມາທຽບຫຼໍ(ຈຸດປ່ອຍເຮືອ) ກັບເຮືອບ້ານນີ້ຮູ້ຜົນກ່ອນການແຂ່ງທຸກເທື່ອ. ຈົນຊື່ສຽງໂດ່ງດັງໄປຮອດກຳປູຈ້ຽຍ ທັ້ງຝັ່ງບາງກອກກໍ່ຍອມຮັບ ເຮັດໃຫ້ຊື່ສຽງຂອງບ້ານ ສີພາຍ ແລະນາຍຊ່າງບ້ານນີ້ ໂດ່ງດັງໄປທົ່ວອານາຈັກ(ຣາຊອານາຈັກລາວແຕ່ກ່ອນ) ກ.ຫົງແກ້ວປ່າ ແມ່ນແລ້ວ ເຮືອລຳນີ້ໃສ່ຊື່ນີ້ເໝາະສົມທີ່ສຸດ ສຽງຄົນໃນໝູ່ບ້ານອອກຄວາມເຫັນໃນການຕັ້ງຊື່ເຮືອ. ຫຼັງຈາກທີ່ຍາທ່ານໃຫຍ່ເພິ່ນໄດ້ສະເໜີຊື່ ຫົງແກ້ວປ່ານີ້ຂື້ນ. ນັບແຕ່ນັ້ນເປັນຕົ້ນມາ ງານຊ່ວງເຮືອປະຈຳປີແຕ່ລະປີ ເຮືອທີ່ຄອງລາງວັນຊະນະເລີດອັນດັບ 1 ແມ່ນຖືກບັນທຶກໄວ້ມາເປັນເວລາຍາວນານວ່າ ເຮືອຫົງແກ້ວປ່າ ຈາກບ້ານສີໄຄ.ເວລາຜ່ານໄປບໍ່ດົນ ກໍ່ມີພໍ່ຄ້າຄົນໄທ ເຂົ້າມາຕິດຕໍ່ກັບທີມງານສ້າງເຮືອ ເພື່ອສະເໜີທອງຄຳ ຊ້າງ ມ້າ ຈຳນວນໜື່ງເພື່ອແລກປ່ຽນກັບຫົງແກ້ວປ່າ. ແຕ່ກໍ່ຖືກປະຕິເສດໄປ ຂ. ພາຍຫຼັງຕໍ່ມາຈື່ງມີການຂຸດເຮືອລຳໃໝ່ຂື້ນມາ ຍັງບໍ່ທັນມີຊື່ຍັງບໍ່ທັນໄດ້ແຂ່ງຂັນ ກໍ່ມີການຂົນສົ່ງໄປບ່ອນອື່ນ ເຊື່ອວ່າ ເຮືອລຳທີ2ຂອງບ້ານສີໄຄ ແມ່ນຂຸດຂື້ນມາເພື່ອຂາຍໃຫ້ ພໍ່ຄ້າຄົນໄທ ຄ.ເຮືອລຳທີສາມທີ່ຖືກຂຸກຈາກຕົ້ນໄມ້ແຄນເຮືອ ໂດຍນາຍຊ່າງປະຈຳບ້ານນີ້ ຊື່ວ່າເຮືອ ຫົງຍະພະ ເຮືອລຳນີ້ເປັນເຮືອວິເສດອີກລຳໜື່ງ ທີ່ໄປລ່າລາງວັນຢູ່ສາຍນ້ຳຕ່າງໆ ທັ້ງເໝືອແລະໄຕ້ ເຮືອລຳນີ້ກໍ່ຖືກຊື້ໄປເຊັ່ນດຽວກັນຫຼັງຈາກທີ່ເປັນເຮືອລ່າລາງວັນ ແລະເຮືອທັ້ງສາມລຳທີ່ຖືກຂຸດຂື້ນຈາກນາຍຊ່າງບ້ານນີ້ກໍ່ເຂົ້າໄປທຽບຫຼໍເພື່ອຊິງໄຊໃນການເປັນອຳດັບໜື່ງ ເວົ້າໃດ້ວ່າ ເຮືອຈາກບ້ານນີ້ແມ່ນ ເຂົ້າຮອບສຸດທ້າຍຂອງການແຂ່ງຂັນເຮືອຊ່ວງຕະຫຼອດ , ພາຍຫຼັງຕໍ່ມາສີພາຍເຮືອຊ່ວງຈາກເຂດນ້ຳຕອນນີ້ຈື່ງຖືກຊື້ຈ້າງໄປເປັນຜູ້ຝຶກສອນ ບາງຄົນກໍ່ໄປເປັນສີພາຍໃຫ້ບ້ານອື່ນ (ໄປເປັນລູກເຂີຍ ແລະລົງແຂ່ງໃຫ້ບ້ານນັ້ນໆ) ຈື່ງມີຂ່າວວ່າເຮືອບ້ານອື່ນໄດ້ຄອງແຊັ້ມຂື້ນມາ, ປະຫວັດສາດການແຂ່ງຂັນເຮືອເລີ້ມມີເຮືອຊ່ວງແລະສີພາຍຈາກບ້ານອື່ນໆມາບັນທຶກເຂົ້າມາອີກ. ງ. ຫົງແມ່ຍ່າ ແມ່ນເຮືອລຳທີ 4ຂອງໝູ່ບ້ານທີ່ຖືກຂຸດ(ສ້າງ)ຂື້ນ ໂດຍນາຍຊ່າງທີມງານບ້ານນີ້ເອງ ໄມ້ເປັນໄມ້ແຄນເຮືອແບບທີ່ນິຍົມໄຊ້ສ້າງເຮືອທົ່ວໄປ ຫຼັງຈາກນັ້ນມາຊື່ເຮືອ ຫົງແກ້ວປ່າ ກໍ່ຖືກລືມ ແລະຊື່ສຽງຂອງຫົງແມ່ຍ່າ ກໍ່ໄດ້ລະເບີດຂື້ນທຸກສາຍນ້ຳ ທຸກໄຊຊະນະ ທຸກການແຂ່ງຂັນແມ່ນເປັນທີ່ກ່າວລື ຈົນວ່ານາຍຊ່າງບ້ານນີ້ບໍ່ມີເວລາພັກຜ່ອນ , ແລະປະຕິເສດການສ້າງເຮືອໃຫ້ກັບບ້ານອື່ນໆ ເພາະວຽກງານາງດ້ານການເມືອງ ບວກກັບ ເຫດຜົນທາງການເມືອງບາງເຫດຜົນ ເຮືອຫົງແມ່ຍ່າແມ່ນຖືກຮູ້ຈັກໃນເລື້ອງສີພາຍທີ່ເກັ່ງ ລຳເຮືອທີ່ໄປໄວປານຈະຫຼວດ ແລະທີ່ສຳຄັນແມ່ນນາຍຊ່າງບ້ານນີ້ທີ່ຖືວ່າເປັນອັນດັບ 1 ໃນເຂດແຄ້ວນແດນດຶນ. ພາຍຫຼັງຕໍ່ມາຈື່ງມີເພງເຊີ້ງເຮືອຊ່ວງປະຈຳບ້ານຂື້ນ ປະຈຸບັນຍັງສືບຕໍ່ ແລະເຊີ້ງເຮືອຊ່ວງ ແລະໄດ້ຮັບລາງວັນຊະນະເລີດມາຕະຫຼອດ(ກອງຊຽຍ ກອງເຊີ້ງເຮືອ) ຈ. ຕໍ່ມາໃນປີ 1967 ຫຼື 1967 ບໍ່ແນ່ໃຈ ໝູ່ບ້ານນີ້ໃດ້ໄມ້ລຳໜື່ງເປັນໄມ້ແຄນເຮືອລຳງາມມາໄວ້ໃນບໍລິເວນວັດ ຂ່າວເລົ່າລືເລື້ອງບ້ານສີໄຄສິສ້າງເຮືອ ໄດ້ແພ່ໄປໄກຄົນມາຈາກສາລະພັດທິດ ທັ້ງ ໄທຍ ພະມ້າ ຂະເມນ ແລະຈາກເໜືອຮອດໄຕ້ ພາກັນຫຼັ້ງໃຫຼມາເບິ່ງ . . . ຫຼວງໂຄດ ແລະທີມງານບໍ່ໃດ້ເປັນຜູ້ສ້າງເຮືອລຳໃໝ່ນີ້ ເອົ້າເປັນທີມງານທາງໃດຊ້ານນະ.............ເປັນຄຳຖາມທີ່ຫຼາຍຄົນສົງໃສ ທະຫານຈາກກົມຊ່າງແສງເປັນຜູ້ຮັບຜິດຊອບ ມີຄຳສັ່ງແນະນຳຈາກ ຣາຊສຳນັກ ..... ຫຼັງຈາກນັ້ນ ຈື່ງໃສ່ຊື່ເຮືອລຳໃໝ່ນີ້ວ່າ ຫົງທະຫານສ້າງ. ຫົງທະຫານສ້າງ ຖືກສ້າງຂື້ນທີ່ເດີນວັດນີ້ກະແມ່ນຢູ່ ແຕ່ເຮືອລຳນີ້ເປັນເຮືອທີ່ບໍ່ມີຊື່ສຽງປານໃດ ບໍ່ຮູ້ເປັນຍ້ອນຫຍັງ ພາຍຫຼັງຕໍ່ມາກໍ່ບໍ່ຮູ້ຈັກປະຫວັດວ່າໄດ້ຖືກຊື້ຂາຍໄປທາງໃດ. ຫຼັ້ງຈາກນັ້ນຫົງແມ່ຍ່າ ກໍາເປັນເຮືອປະເພນີທີ່ໂດງດັງຕະຫຼອດມາທຸກໄລຍະ ຕົກມາຮອດຍຸກປີ ປີ 2000 ເຮືອລຳທຳອິດທີ່ສ້າງຂື້ນຢູ່ບ້ານສີໄຄ (ຫົງແກ້ວປ່າ)ກໍ່ຖືກຂາຍໃຫ້ກັບຄົນຈາກໝູ່ບ້ານ ສີຖານໄຕ້ ປັດຈຸບັນ ຫົງແກ້ວປ່າ ປົດປະຈຳການໄປແລ້ວ ແຕ່ກໍ່ຍັງເປັນເຮືອຊ້ອມຂອງບ້ານສີຖານໄຕ້ຢູ່ ສາມາດໄປສອບຖາມໄດ້ທີ່ວັດສີຖານ. ສ່ວນເຮືອຫົງແມ່ຍ່າ ຍ້ອນວັນເວລາທີ່ຜ່ານໄປເຮັດໃຫ້ເຮືອມີສະພາບເກົ່າ ແລະພາຍຫຼັງຕໍ່ມາກໍປະລາໄຊ ໃຫ້ກັບເຮືອບ້ານສີຖານໄຕ້ທີ່ມີ ສີພາບຈາກບ້ານສີຖານ ສະປ໋ອນເຊີ່ໃຫຍ່ ເບຍລາວສະໜັບສະໜຸນການຜຶກຊ້ອມ ທັ້ງເປັນເຈົ້າພາບໃຫຍາໃນງານຊ່ວງເຮືອປະເພນີ ຫຼາຍປີຜ່ານ ໜາວຍງານທີ່ຄວບຄຸມສີພາຍເຮືອຊ່ວງກໍ່ບໍ່ມີຫຼາຍ ເຮັດໃຫ້ເຮືອຫົງແມ່ຍ່າ ຕົກອັນດັບໄປ ແລະເຮືອເບຍລາວ ຫຼືເຮືອຈາກບ້ານສີຖານໄຕ້ ກໍ່ຂື້ນມາຄອງແຊັ້ມນັບຕັ້ງແຕ່ຍຸກ 97 ເຖິງກາງປີ 2005 ແບບບໍ່ມີເຮືອລຳໃດມາທຽບຊັ້ນເຊີງ ໃນຍຸກນີ້ເອງສີພາຍເຮືອຊ່ວງຈາກບ້ານສີໄຄເລີ້ມບໍ່ຫອມ ແລະບໍ່ເປັນທີ່ສົນໃຈຈາກຄົນບ້ານອື່ນ ຫຼືນາຍທຶນທີ່ມາຊື້ໂຕສີພາຍ ໄປພາຍໃຫ້ໃນງານອື່ນໆ ທີ່ບໍ່ແມ່ນງານທີ່ບ້ານວັດຈັນ ຫຼື ບຸນຊ່ວງເຮືອປະຈຳປີນັ້ນເອງ. ຊື່ສຽງຂອງສີພາຍບ້ານສີຖານໄຕ້ ດັງຫຼາຍໃນຍຸກປີ 1997-2005 ບໍ່ມີບ້ານໃດອີກແລ້ວນອກຈາກບ້ານນີ້ ເມື່ອສືບເອົາຄັກໆແລ້ວ ມີການນຳເຂົ້ານັກພາຍເຮືອຈາກບ້ານອື່ນເຊັ່ນກັນ , ເປັນໄປໄດ້ຈັ່ງໃດ ? ແມ່ນແລ້ວ ບ້ານຖິ່ນຕົມ ກໍ່ມີສີພາຍເຮືອຊ່ວງທີ່ເກັ້ງກ້າເຊັ່ນດຽວກັນ ລູກສິດ ຫຼວງໂຄດເປັນຜູ້ຝຶກສອນໃຫ້ ເຂດຊຽງຄວນ ຖິ່ນຕົມ ສິມມະໂນຄວາຍແດງ ເມືອງຫາດຊາຍຟອງທັ້ງສີພາຍ ແລະນາຍທ້າຍ ແມ່ນເຂົ້າຮ່ວມເປັນທີມງານເຮືອ ເບຍລາວ ຫຼືເຮືອບ້ານສີຖານ ບໍ່ມີຜູ້ສິມາຕໍ່ກອນເປັນເວລາຫຼາຍສິບປີ . ນັກລງເຮືອຊ່ວງຮູ້ກັນດີເລື້ອງນີ້ ເຖົ້າແກ່ນ້ອຍໃຫຍ່ ຂຸດເຮືອລຳໃໝ່ ໄຊ້ສີພາຍຈາກຫຼາຍໝູ່ບ້ານກໍ່ບໍສາມາດໂຄ້ນແຊັ້ມຕະຫຼອດການ ເຮືອ ເບຍລາວໃດ້. ຊື່ສຽງຂອງສີພາຍໂດ່ງດັງໄປຮອດທາງຝັ່ງໄທ ຈັງຫວັດນ່ານ ກໍ່ມີພະເພນີແຂ່ງເຮືອທີ່ໃຫຍ່ ລາງວັນໃຫຍາເຊັ່ນດຽວກັນ ມີຫຼາຍຫາງສຽງຕ້ອງການເອົາເຮືອ ແລະສີພາຍເບຍລາວໄປກວດລາງວັນມາ ແຕ່ ສະປອນເຊີໃຫຍ່ ບໍ່ສົ່ງເຂົ້າ. ຈື່ງມີຄົນຈາກໝູ່ບ້ານທາງຈັງຫວັດນານ ມາຈ້າງສີພາຍຈາກບ້ານນີ້ ໄປພາຍເຮືອໃຫ້ ໂດຍມີຄ່າໂຄນັບແຕ່ 30.000 ໄປຈົນຮອດ 80.000 ຕໍ່ລາຍການ ຕໍ່ຄົນ. ໃນຈັງຫວະນີ້ເອງ ທ້າວນ້ອຍ ອິນທິລິດ ໄດ້ຂຸດ(ສ້າງ)ເຮືອລຳໃຫມ່ຂື້ນ ປຸກລະດົມເອົາ ສີພາຍລ່ອງງື່ມ ສ່ວນຫຼາຍແມ່ນປະຊາຊົນສຳນຽງທາງໄທທົ່ງ (ສຳນຽງໂພນໂຮງ) ສຳນຽງໄທທົ່ງເພີ່ນິຍົມເອີ້ນແນວນັ້ນ .... ສີພາຍທາງງື່ມເລີ້ມມີຊື່ສຽງ ແລະເປັນກຸ່ມແນວໜ້າທາງດ້ານ ພາຍເຮືອ ຍຸກນີ້ ບໍ່ມີສີພາຍຫຼືເຮືອຊ່ວງທາງໃດອີກແລ້ວຈະມາຕໍ່ກອນ ແຕ່ກະຍັງບໍ່ແນ່ ເພາະ ມີຂ່າວວ່າ ນາຍທ້າຍບ້ານຖິ່ນຕົມກຳລັງຊຸ້ມແລະມີແຜນຈະຂຸດເຮືອຂື້ນມາໃໝ່ ແລະຈະສ້າງປະຊາຊົນເຂດຖິ່ນຕົມ ສິມມະໂຮຄວາຍແດງ ຂື້ນມາທວງຄວາມຫຍິ່ງໃຫຍ່ຄືມາອີກ ຫຼັງຈາກທີ່ ເຮືອນ້ອຍອິນທິລິດ ຫຼືເຮືອບ້ານໂພນໂຮງມີຊື່ສຽງ ແລະສີພາຍກໍ່ຖືກ ຊື້ໂຕໄປແຕ່ລະງານ ສ້າງທັ້ງຊື່ສຽງ ແລະລາຍໄດ້ໃຫ້ຄົນໃນໝູ່ບ້ານ ບົດຄວາມທີ່ທ່ານໄດ້ອ່ານໄປແລ້ວນັ້ນມາຈາກປະສົບການ ແລະຄຳບອກເລົ່າຂອງເຖົ້າແກ່ແນວນໂຮມ ແລະການຕິດຕາມຂອງຜູ້ຂຽນ ຍ້ອນຄວາມອາວຸໂສບໍ່ຫຼາຍ ຈື່ງບໍ່ສາມາດເກັບກຳ ແລະບັນທຶກຕຳນານເຮືອຊ່ວງຈາກໝູ່ບ້ານອື່ນໆໄດ້ ຖ້າມີຫຍັງຕົກຫຼົ່ນຫຼືຜິດພາກ ຜູ້ຂຽນຍັງຕ້ອງການແລກປ່ຽນຄຳຄິດເຫັນຈາກທ່ານຜູ້ຮູ້ອື່ນໆອີກ ຂໍໃຫ້ທ່ານຜູ້ອ່ນໃຫ້ອະໄພ ມານະທີ່ນີ້ດ້ວຍ ບົດຂຽນນີ້ຜູ້ຂຽນຫວັງແຕ່ພຽງວ່າມັນຈະເປັນແນວທາງ ໃຫ້ຜູ້ທີ່ຮູ້ແທ້ ປະສົບກັບເຫດການແທ້ໃດ້ມາຂຽນ ເລົ່າປະສົບການ ແລກປ່ຽນ ໃຫ້ຜູ້ທີ່ມັກຊອກຮູ້ໃດ້ ອ່ານນຳຫັນ ຮັກແພງແລະນັບຖື ອະຣຸນີ ສີສຸຣິຍາ ສ້າງ ໝວດ:ຍານພາຫະນະ ເຮືອນຄົວ (, ) ແມ່ນ ໂຮງ ຫຼື ຫ້ອງສຳລັບແຕ່ງກິນ. ໃນທາງຕາເວັນຕົກ ເຮືອນຄົວທັນສະໄໝຈະປະກອບດ້ວຍອຸປະກອນຢ່າງເຕົາ ອ່າງລ້າງຈານທີ່ອາດມີອຸປະກອນເຮັດນ້ຳຮ້ອນ ນ້ຳເຢັນ ມີຕູ້ເຢັນແລະຊັ້ນໃສ່ຂອງ. ບາງບ້ານມີຕູ້ອົບ ເຄື່ອງລ້າງຈານຫຼືອຸປະກອນໄຟຟ້າອື່ນໆ. ໜ້າທີ່ຂອງເຮືອນຄົວມີໄວ້ສຳລັບປະກອບອາຫານ. ໝວດ:ເຮືອນຄົວ ໝວດ:ເຮືອນ ໝວດ:ຫ້ອງ ແຊນ () ຫຼື ຢີນ () ຫຼື ສິ່ງສືບຕໍ່ພັນທຸກຳ ແມ່ນ ສ່ວນນຶ່ງຂອງກະໂລໂມຊົມ (Chromosome segment) ທີ່ຖອດລະຫັດ (encode) ໄດ້ເປັນສາຍໂປລີແປບຕິດນຶ່ງສາຍທີ່ເຮັດວຽກໄດ້ (single functional polypeptide) ຫຼືໄດ້ເປັນອາກແອັນເອ. ແຊນ ປະກອບດ້ວຍ ສ່ວນທີ່ສາມາດຖອດລະຫັດເປັນອາກແອັນເອໄດ້ ເອີ້ນວ່າ exon ແລະ ບໍລິເວນທີ່ບໍ່ສາມາດຖອດລະຫັດໄດ້ ເອີ້ນວ່າ intron. ຊແນ ຊແນ ແພດສາດເປັນສາຂາໜຶ່ງຂອງ ວິທະຍາສາດສຸຂະພາບ ທີ່ສຶກສາ ກ່ຽວກັບ ການດູແລສຸຂະພາບ ແລະ ການຮັກສາ ການແພດ ແມ່ນ ຂະແຫນງອາຊີບ ທີ່ຕ້ອງໃຊ້ຄວາມຮູ້ ແລະ ທັກສະຍົກສູງ ແພດສາດເປັນສາດບູຮານທີ່ມີຄວາມສຳຄັນ ຜູ້ປະກອບອາຊີບ ທາງການແພດມັກໄດ້ຮັບ ຄວາມເຊື່ອຖືໃນສັງຄົມ ແພດສາດມີສາດອື່ນໆອີກຫລາຍ ເຊ່ນ ອາຍຸຮະກັມ ສັນລະຍະກັມ ສັນລະຍະກັມກະດູກ ສູຕິກັມ ຮັງສີວິດຍາ ແລະ ອື່ນໆອີກຫລາຍ ແລະໃນແຕ່ລະສາຂາກໍຍັງແບ່ງຍ່ອຍລງໄປອີກ ໝວດ:ວິທະຍາສາດ ໝວດ:ແພດສາດ ແອສະແປດ () ຫຼື ສະປີຊີ () ໝາຍເຖິງ ກຸ່ມສິ່ງມີຊີວິດທີ່ເຫັນວ່າມີຄວາມຄ້າຍຄຶງກັນຫຼາຍ ດັ່ງເຊັ່ນ ແອສະແປດ "ນົກມາກາເລີ" (Macareux) ໝາຍເຖິງ ນົກກຸ່ມນຶ່ງທີ່ພົບທົ່ວໄປໃນແຖບອັດລັງຕິກເໜືອ. ມາກາເລີປະສົມພັນໃນໂພງເທິງພື້ນດິນ ແລະມີຈະງອຍສົບຫຼາຍສີ ຕີນສີສົ້ມ ແລະມີທ່າຍ່າງໜ້າຂົບຂັນ ຄຳອະທິບາຍເຊັ່ນນີ້ມີປະໂຫຍດ ແຕ່ນັກວິວັດທະນາການແຍກສິ່ງມີຊີວິດອອກເປັນແອສະແປດໄດ້ດ້ວຍວິທີທີ່ງ່າຍກວ່ານີ້ຫຼາຍ. ກ່າວແມ່ນສິ່ງມີຊີວິດແອສະແປດດຽວກັນ ຈະຕ້ອງປະສົມພັນກັນໄດ້ແລະມີລູກດ້ວຍກັນໄດ້. ມາກາເລີຈະປະສົມກັບມາກາເລີດ້ວຍກັນເອງ ບໍ່ແມ່ນກັບນົກຊະນິດອື່ນ ເຊັ່ນ ນົກແປງກູແອງນ້ອຍ (petit-pingouin) ຫຼືນົກກີໂມ (guillemot) ສະນັ້ນນົກເຫຼົ່ານີ້ຈຶ່ງເປັນນົກຕ່າງແອສະແປດໄປຈາກນົກມາກາເລີ. ອແສະແປດ ໂກແລສະເຕໂລນ (, ) ແມ່ນທັງສານ ສະເຕໂລອິດ (stéroïde) ລີປິດ (lipide) ແລະ ອານໂກໂອນ (alcool) ພໍ້ໃນ ເຍື່ອຫຸ້ມແຊນລູນຂອງທຸກເນື້ອເຍື້ອໃນຮ່າງກາຍແລະຖືກຂົນສົ່ງໃນກະແສເລືອດຂອງສັດ. ໂກແລສະເຕໂລນສ່ວນໃຫຍ່ບໍ່ໄດ້ມາກັບອາຫານແຕ່ຈະຖືກສັງເຄາະຂຶ້ນພາຍໃນຮ່າງກາຍ ຈະສະສົມຢູ່ຫຼາຍໃນເນື້ອເຍື້ອຂອງອະໄວຍະວະທີ່ສ້າງມັນຂຶ້ນມາເຊັ່ນ ຕັບ ໄຂສັນຫຼັງ (moelle épinière) ສະໝອງ ແລະ ຜະນັງຫຼອດເລືອດແດງ (athérome). ໂກແລສະເຕໂລນມີບົດບາດໃນຂະບວນການທາງຊີວະເຄມີຫຼາຍຫຼາຍ ແຕ່ທີ່ຮູ້ຈັກກັນດີແມ່ນ ມັນເປັນສາເຫດເຮັດໃຫ້ເກີດພະຍາດຫົວໃຈແລະລະບົບຫຼອດເລືອດ (les maladies cardiovasculaires) ແລະພາວະໂກແລສະເຕໂລນໃນເລືອດສູງ (hypercholestérolémie). ກໂແລສະເຕໂລນ ກໂແລສະເຕໂລນ ການໂທລະຄົມມະນາຄົມແມ່ນ: ການສົ່ງ, ການຮັບ ຫຼື ການແຜ່ກະຈ່າຍ ເຄື່ອງໝາຍ, ສັນຍານ, ຮູບພາບ ແລະ ສຽງ ຫຼື ການເຮັດໃຫ້ເຂົ້າໃຈກັນຂອງທຳມະຊາດໃດນຶ່ງ ໄປຕາມສາຍ, ຄື້ນວິທະຍຸ, ສາຍໄຍແກ້ວ ແລະ ອື່ນໆ ດ້ວຍລະບົບຄື້ນແມ່ເຫຼັກໄຟຟ້າ. ---- ຕາຕະລາງຄວາມຖີ່ວິທະຍຸ: ຍັງພັດທະນາ 300 - 3000 GHz ---- ຄວາມຖີ່ຂອງຄື້ນວິທະຍຸ: ໝາຍເຖິງ ຮອບວຽນ ການປ່ຽນແປງຂອງການສັ່ນໄກ່ວຂອງຄື້ນໃນ 1 ວິນາທີ ຊື່ງມີຫົວໜ່ວຍເປັນ Hertz ຫຼືຂຽນຫຍໍ້ແມ່ນ Hz ຕົວຢ່າງ: ຖ້າຄື້ນທີ່ເກີດຂື້ນ 2 ຮອບຕໍ່ 1 ວິນາທີ ຈະມີຄ່າເທົ່າກັບ 2 Hz, ຖ້າເກີດຂື້ນ 10.000 ຮອບຕໍ່ 1 ວິນາທີ່ ຈະມີຄ່າເທົ່າກັບ 1 KHz ດັ່ງນີ້ເປັນຕົ້ນ. ຫົວໜ່ວຍການນັບຄວາມຖີ່ຂອງຄື້ນວິທະຍຸ: ຄວາມໄວໃນການເດີນທາງຂອງຄື້ນວິທະຍຸ: ຄື້ນວິທະຍຸແມ່ນຄື້ນແມ່ເຫຼັກໄຟຟ້າ ເປັນພຽງຊ່ວງນຶ່ງໃນສະເປັກຕຼັມ (Spectrum)ເທົ່ານັ້ນ ສາມາດເດີນທາງດ້ວຍຄວາມໄວເທົ່າກັບແສງ ຫຼື ປະມານ 3 ຄູນກັບ 10 ກຳລັງ 8 ແມັດຕໍ່ວິນາທີ ໃນຄວາມເປັນຈິງຄື້ນວິທະຍຸທີ່ເຮົາໃຊ້ກັນໃນປະຈຸບັນນີ້ບໍ່ໄດ້ເກີດຂື້ນຕາມທຳມະຊາດ ໂດຍອາໃສຂະບວນການໜຽວນຳທີ່ໄດ້ກ່າວໄວ້ແລ້ວໃນ ຫົວຂໍ້ ສົນທະນາ, ຊື່ງມີຂັ້ນຕອນຄືການປ່ອຍກະແສໄຟຟ້າເປັນຄວາມຖີ່ຜ່ານ ຂົດລວດຕົວນຳເປັນຈັ່ງຫວະຊ້ຳໆກັນ ຈາກນັ້ນສະໜາມໄຟຟ້າກໍ່ຈະແຜ່ອອກຈາກຂົດລວດນັ້ນ ໂດຍຈະມີຄວາມເຂັ້ມສູງຂື້ນແລ້ວຄ່ອຍໆລຸດລົງໃນທິດທາງກົງກັນຂ້າມສະລັບກັນໄປຕາມກະແສໄຟຟ້າທີ່ໄຫຼເຂົ້າໄປ ໃນຂົດ ລວດນັ້ນ ໂດຍມີລັກສະນະຄ່າຍຄືກັນກັບຮູບຂອງກະເບືອງມຸງຫຼັງຄາ ທີ່ເບິ່ງທາງຕັດ. ອົງການຈັດຕັ້ງຂອງລັດທີ່ມີຫນ້າທີ່ກ່ຽວຂ້ອງກັບການຄຸ້ມຄອງຄວາມຖີ່ວິທະຍຸໃນສປປລາວ: ອົງການໄປສະນີ ແລະ ໂທລະຄົມມະນາຄົມ ແຫ່ງຊາດ ຄື້ນວິທະຍຸມີປະໂຫຍດແນວໃດຕໍ່ຊີວິດປະຈຳວັນຂອງມະມຸດ? ມະນຸດໄດ້ນຳເອົາຄຸນລັກຊະນະສະເພາະຂອງຄື້ນວິທະຍຸ ເຂົ້າມານຳໃຊ້ປະໂຫຍດໃນຊີວິດປະຈຳວັນຂອງຄົນເຮົາ ໂດຍການປະຍຸກໃຊ້ ຄຸນລັກຊະນະເພາະ ຂອງຄື້ນວິທະຍຸ ທີ່ປະກອບມີ ຄຸນລັກຊະນະ ພື້ນຖານດັ່ງນີ້: ໂພຊະນາການ (ຄຳເຄົ້າ: ໂພຊນາກາຣ, ) ເປັນສາຂາວິຊາທາງວິທະຍາສາດສຸຂະພາບ ເຊິ່ງສຶກສາກ່ຽວກັບຄວາມສຳພັນລະຫວ່າງອາຫານກັບສຸຂະພາບແລະໂລກໄພໄຂ້ເຈັບ. ນັກໂພຊະນາການເປັນຜູ້ຊ່ຽວຊານທາງດ້ານສຸຂະພາບຜູ້ມີຄວາມຮູ້ຄວາມຊຳນິຊຳນານໃນສາຂານີ້. ພໂຊະນາການ ພໂຊະນາການ ອຸດສາຫະກຳໂຮງງານ ໂຣບົດ ຫຼື ຫຸ່ນຍົນ (ອັງກິດ: robot) ແມ່ນເຄື່ອງຈັກກົນຊະນິດໜຶ່ງ ອັນເຄື່ອນໄຫວດ້ວຍໂຕເອງຕາມແຕ່ຄຳສັ່ງທີ່ມະນຸດໃສ່ເອົາໄວ້. ມີໜ້າຕາໂຄງກໍ່ສ້າງແລະຮູບຮ່າງແຕກຕ່າງກັນ. ໂຣບົດໃນແຕ່ລະປະເພດມີໜ້າທີ່ການເຮັດວຽກໃນດ້ານຕ່າງໆ ຕາມແຕ່ການຄວບຄຸມໂດຍກົງຂອງຜູ້ຄົນ. ການຄວບຄຸມລະບົບຕ່າງໆ ໃນການສັ່ງການລະຫວ່າງໂຣບົດແລະຜູ້ຄົນ ແມ່ນສາມາດເຮັດໄດ້ໂດຍທາງອ້ອມແລະອັດຕະໂນມັດ. ໂດຍທົ່ວໄປແລ້ວ ໂຣບົດຖືກກໍ່ສ້າງຂຶ້ນເພື່ອສຳລັບວຽກອັນມີຄວາມຍາກລຳບາກ ແມ່ນ ວຽກສຳຫຼວດໃນສະຖານທີ່ບໍລິເວນແຄບ ຫຼື ວຽກສຳຫຼວດດວງຈັນດາວເຄາະອັນບໍ່ມີສິ່ງມີຊີວິດ. ບັດດຽວນີ້ເຕັກໂນໂລຊີຂອງໂຣບົດຮຸ່ງເຮືອງກ້າວໜ້າຢ່າງໄວວາ. ລິເລີ່ມເຂົ້າມາມີບົດບາດກັບຊີວິດຂອງຜູ້ຄົນໃນດ້ານຕ່າງໆ ຄື ດ້ານອຸດສາຫະກຳການຜະລິດ ອັນແຕກຕ່າງຈາກແຕ່ກີ້ແຕ່ກ່ອນ ເຊິ່ງໂຣບົດມັກຖືກນຳໄປໃຊ້ໃນວຽກອຸດສາຫະກຳເປັນສ່ວນຫຼາຍ. ບັດດຽວນີ້ມີການນຳໂຣບົດມາໃຊ້ງານຫຼາຍຫຼວງຂຶ້ນ ແມ່ນ ໂຣບົດອັນໃຊ້ໃນທາງການແພດ ໂຣບົດສຳລັບວຽກສຳຫຼວດ ໂຣບົດອັນໃຊ້ງານໃນອະວະກາດ ຫຼືແມ້ນແຕ່ໂຣບົດອັນຖືກສ້າງຂຶ້ນມາເພື່ອເປັນເຄື່ອງຫຼິ້ນຂອງຜູ້ຄົນ ຈົນຮອດບັດດຽວນີ້ ແມ່ນໄດ້ມີການພັດທະນາໃຫ້ໂຣບົດນັ້ນມີໜ້າຕາອັນຄ້າຍຄືຜູ້ຄົນ ເພື່ອໃຫ້ອາໄສຢູ່ຮ່ວມກັນນຳຜູ້ຄົນ ໃຫ້ໄດ້ໃຊ້ຊີວິດປະຈຳວັນ. ຄຳວ່າ ໂຣບົດ ແມ່ນມາຈາກຄຳວ່າ ໂຣໂບຕ້າ ອັນເປັນພາສາເຊັກໂກ. ມີຄວາມໝາຍວ່າແຮງງານອັນແຂງແຮງຫຼືຂ້າຂ້ອຍ.ມີການໃຊ້ຄຳວ່າ ໂຣບົດ ເປັນເທື່ອທຳອິດໃນລະຄອນເວທີເລື່ອງລອດຊ້ຳ ຢູນີເວີໂຊ້ ໂຣບົດ (ອັງກິດ: Rossum's Universal Robots, 1920). ໃນສະໄໝບູຮານເຄີຍມີການລອງຄຶດກໍ່ສ້າງໂຣບົດຂຶ້ນມາເປັນເຄື່ອງມືຕາມທາງຄຶດທາງດ້ານສາສະໜາ.​ ຫຼັງຈາກນັ້ນ ໃນຍຸກກາງມີການກໍ່ສ້າງເຄື່ອງຈັກສຳລັບເປີດ-ອັດປະຕູໃນໂຕເຮືອນ ຫຼືຕຸກກະຕາອັນຫຼິ້ນດົນຕີໄດ້. ໃນຍຸກນີ້ມີການປະດິດໂຣບົດໃນຍຸກທຳອິດໆ ຂຶ້ນ ເຊິ່ງເປັນໂຣບົດອັນກໍ່ສ້າງຊຶ້ນມາຈາກໄມ້ອັດກັບເຟືອງຈັກ. ພໍຮອດສະຕະວັດທີ 20 ໂຣບົດກໍໄດ້ຮັບການພັດທະນາໃຫ້ມີຄວາມລະອຽດລະອໍຊັບຊ້ອນຍິ່ງຂຶ້ນ. ໝວດ:ເຕັກໂນໂລຊີ ຣໂບົດ ໂຫລາສາດ (, ) ເປັນສາດທີ່ກ່ຽວຂ້ອງກັບການທຳນາຍອະນາຄົດ ຫຼື ໂຊກຊະຕາຂອງມະນຸດ, ປາກົດການຕ່າງໆ ຂອງບ້ານເມືອງ ແລະຂອງໂລກ ໂດຍອາໄສ ເວລາ ແລະ ຕຳແໜ່ງຂອງດວງດາວຕ່າງໆ ເທິງທ້ອງຟ້າ ເປັນສຳຄັນ ແລ້ວບັນທຶກໄວ້ເປັນສະຖິຕິ. ໂຫລາສາດ ເປັນວິຊາທີ່ຕ່າງກັບວິທະຍາສາດ ດ້ວຍແມ້ນຈະສາມາດພິສູດຊາບໄດ້ໂດຍໃຊ້ກົດເກນ ແລະເຫດຜົນໃນທາງໂຫລາສາດ ນຳມາທົດລອງ ພິສູດໃຫ້ເຫັນປະຈັກ ສາມາດສະຫຼຸບອອກມາເປັນທິສະດີໄດ້ ບໍ່ວ່າຈະທົດລອງຈັກເທື່ອ ທີ່ໃດໆ ໃນໂລກເຊັ່ນເດີຍວກັບວິທະຍາສາດ. ໂຫລາສາດກໍຍັງຄງເປັນວິຊາທີ່ຄ່ອນຂ້າງເລິກລັບ ດ້ວຍເຫດນີ້ນັກວິທະຍາສາດຈຶ່ງບໍ່ຮັບຮອງໂຫລາສາດ ວ່າເປັນສາດຢ່າງນຶ່ງ ຢ່າງໃດກໍດີທາງລັດຖະບານອິນເດຍໄດ້ມີການປະກາດເມື່ອວັນທີ 11 ພຶດສະພາ 2001 ໃຫ້ມີການສອນວິຊາໂຫລາສາດໃນມະຫາວິທະຍາໄລໄດ້. ຫໂລາສາດ ໜັງສືພິມ (ຄຳເຄົ້າ: ໜັງສືພິມພ໌, , ) ແມ່ນສິ່ງພິມທີ່ສະເໜີຂ່າວ ການເຄື່ອນໄຫວໃໝ່ໆ ທັງພາຍໃນແລະພາຍນອກປະເທດ ມີກຳໜົດການອອກທີ່ແນ່ນອນຕາຍໂຕ ໂດຍສ່ວນໃຫຍ່ຈະອອກເປັນລາຍມື້. ນອກຈາກນີ້ແລ້ວຍັງມີໜັງສືພິມລາຍສາມມື້ ລາຍສັບປະດາ ແລະລາຍເດືອນ. ໜັງສືພິມມັກຈະພິມລົງໃນເຈ້ຍສຳລັບພິມໜັງສືພິມໂດຍສະເພາະ ເຊິ່ງມີລາຄາຖືກ. ໝວດ:ໜັງສືພິມ